ທ່ານປະທານສະພາເອີຣົບ ໄດ້ຕີລາຄາວ່າ: ນີ້ແມ່ນເຫດການປະຫວັດສາດສຳຄັນຍິ່ງບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງສຳລັບປະຊາຊົນໃນທົ່ວໂລກອີກດ້ວຍ. ທ່ານປະທານສະພາເອີຣົບ ຢັ້ງຢືນວ່າ ສອງຝ່າຍແມ່ນຄູ່ຮ່ວມມືສຳຄັນ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະຖຽນລະພາບຂອງກັນ; ທ່ານຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງສະຫະພາບເອີຣົບ (EU) ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ການພົວພັນ ລະຫວ່າງ ຫວຽດນາມ ແລະ EU ສົມກັບການຍົກຂຶ້ນລະດັບສູງໃໝ່.
ທ່ານ ໂຕເລິມ ຢັ້ງຢືນວ່າ: ແຜນນະໂຍບາຍຂອງຫວຽດນາມແມ່ນຫັນເປັນຫຼາຍຝ່າຍ, ຫັນເປັນຫຼາຍຮູບຫຼາຍແບບ, ການຮ່ວມມືທີ່ມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບທຸກຄູ່ຮ່ວມມື, ໃນນັ້ນມີ EU ແລະ ບັນດາປະເທດສະມາຊິກ, ມຸ່ງໄປເຖິງການຮ່ວມມືທາງການຄ້າຢ່າງດຸ່ນດ່ຽງ, ຍືນຍົງ ແລະ ມີຜົນປະໂຫຍດກົມກຽວລະຫວ່າງບັນດາຝ່າຍ.
ຄໍາເຫັນ