ສາລະວັນ ອະນຸມັດໃຫ້ສອງບໍລິສັດ ສໍາຫຼວດຄວາມເປັນໄປໄດ້ ໂຄງການປູກໄມ້ໃຫ້ໝາກ

ສາລະວັນ ອະນຸມັດໃຫ້ສອງບໍລິສັດ ສໍາຫຼວດຄວາມເປັນໄປໄດ້ ໂຄງການປູກໄມ້ໃຫ້ໝາກ

ສາລະວັນ ອະນຸມັດໃຫ້ສອງບໍລິສັດ ສໍາຫຼວດຄວາມເປັນໄປໄດ້ ໂຄງການປູກໄມ້ໃຫ້ໝາກ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໂຄງການເຊົ່າ-ສຳປະທານເນື້ອທີ່ດິນລັດຢູ່ ບ້ານຂະເໝົາ ແລະ ບ້ານດົງມອນ ເມືອງວາປີ, ແຂວງສາລະວັນ ເພື່ອປູກກາເຟ, ໝາກຄ້ຽວ, ໝາກມ່ວງຫິມະພານ ແລະ ໝາກໄມ້ອື່ນໆ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ, ເປັນຂັ້ນເລີ່ມຕົ້ນ ທີ່ເປີດໂອກາດໃຫ້ບໍລິສັດເອກະຊົນ ເຂົ້າມາສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ ການເຊົ່າ ຫຼື ສຳປະທານດິນຂອງລັດ ເປັນການກຽມຄວາມພ້ອມຂັ້ນຕົ້ນເພື່ອປ່ຽນດິນລັດ ໃຫ້ກາຍເປັນຖານການຜະລິດກະສິກຳຂະໜາດໃຫຍ່ ທີ່ຈະຊ່ວຍຍົກລະດັບເສດຖະກິດຂອງເມືອງ ກໍຄືແຂວງສາລະວັນ ໃຫ້ເຕີບໃຫຍ່, ທັງໄດ້ຂໍອະນຸຍາດເຂົ້າກວດກາເບິ່ງຄຸນນະພາບຂອງດິນ, ສະພາບດິນຟ້າອາກາດ, ແຫຼ່ງນ້ຳ ແລະ ດ້ານຜົນກະທົບຕ່າງໆ ກ່ອນຈະມີການເຊັນສັນຍາສຳປະທານໃນຂັ້ນຕອນຕໍ່ໄປ.

ໂຄງການດັ່ງກ່າວຈຸດປະສົງ ເພື່ອພັດທະນາການຜະລິດກະສິກຳເປັນສິນຄ້າ, ສຶກສາຄວາມເໝາະສົມໃນການນຳໃຊ້ເນື້ອທີ່ດິນ ເພື່ອປູກພືດເສດຖະກິດທີ່ມີມູນຄ່າສູງ ເປັນຕົ້ນ: ກາເຟ, ໝາກຄ້ຽວ, ໝາກມ່ວງຫິມະພານ ແລະ ໝາກໄມ້ອື່ນໆ ໂດຍເບື້ອງຕົ້ນເນັ້ນໃສ່ການຜະລິດ ເພື່ອສະໜອງ, ຈຳໜ່າຍພາຍໃນປະເທດ ແລະ ກ້າວໄປສູ່ການຍົກລະດັບ ເພື່ອສົ່ງອອກໄປຕ່າງປະເທດ; ໂຄງການດັ່ງກ່າວຈະສ້າງເງື່ອນໄຂໃຫ້ປະຊາຊົນໃນເຂດທ້ອງຖິ່ນ ມີວຽກເຮັດງານທຳ, ຖ້າຜົນການສຶກສາສຳຫຼວດຜ່ານ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ຈະເປັນເງື່ອນໄຂສ້າງລາຍໄດ້ຈາກການເປັນແຮງງານ ຫຼື ການຮ່ວມມືປູກ, ຊ່ວຍຫຼຸດຜ່ອນການຍົກຍ້າຍແຮງງານ ໄປບ່ອນອື່ນ ເຊິ່ງເລີ່ມລົງມືສໍາຫຼວດນັບແຕ່ມື້ລົງລາຍເຊັນບົດບັນທຶກເປັນຕົ້ນໄປ ກໍານົດໄລຍະເວລາ 6 ເດືອນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂື້ນໃນວັນທີ 19 ພຶດສະພາ 2026 ນີ້, ທີ່ ແຂວງສາລະວັນ ລະຫວ່າງ ອົງການປົກຄອງແຂວງສາລະວັນ ຕາງໜ້າເຊັນໂດຍ ທ່ານ ນາງ ວິໄລພອນ ດ້ວງປັນຍາ ຮອງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ທ່ານ ວິໄລສັກ ພົມພັກດີ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ທ່ານ ທີນນະກອນ ແສງອຸໄທ ປະທານຄະນະກຳມະການປົກຄອງເມືອງວາປີ ກັບ ຝ່າຍບໍລິສັດເຊັນໂດຍ ທ່ານ ໂຮ່ ຈ້ອງ ຮຽນ ປະທານບໍລິສັດ ລາວ-ຫວຽດ ຄິວທີ ຈຳກັດຜູ້ດຽວ, ທ່ານ ຫງຽນ ຫວຽດ ແອັງ ປະທານບໍລິສັດ ລາວ-ຫວຽດ ເຮັຈເອັນ ຈຳກັດຜູ້ດຽວ; ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງສາລະວັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂິພິຍານ.

ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຕພ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ຄຕພ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13/8/1950-13/8/2026) ໃນວັນທີ 25 ສິງຫານີ້ ທີ່ ສຳນັກງານ ຄຕພ, ໃຫ້ກຽດປາຖະກະຖາ ຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກຮອງເລຂາຄະນະບໍລິຫານງານພັກ ຮອງປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມຮັບຟັງມີສະຫາຍ ວາລະໄຊ ເລັ່ງສະຫວັດ ກຳມະການສໍາຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍບັນດາສະຫາຍ ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍ ພະນັກງານພາຍໃນ ຄຕພ ເຂົ້າຮ່ວມ ຢ່າງພ້ອມພຽງ.
ເປີດງານເວທີສົນທະນາທັກສະ AI ລາວ 2026

ເປີດງານເວທີສົນທະນາທັກສະ AI ລາວ 2026

ຫວ່າງມໍ່ໆມານີ້ ທີ່ໂຮງແຮມ ອາມາລີ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານ Lao AI Skills Dialogue 2026 (ເວທີສົນທະນາທັກສະ AI ລາວ 2026) ຢ່າງເປັນທາງການພາຍໃຕ້ຫົວຂໍ້: "Building an AI-Ready Lao Through Skills and Collaboration" (ສ້າງທັກສະ ແລະ ຄວາມຮ່ວມມື ເພື່ອຄວາມພ້ອມດ້ານປັນຍາປະດິດ ໃນ ສປປ ລາວ). ງານດັ່ງກ່າວຈັດຂຶ້ນພາຍໃຕ້ການຮ່ວມມືຂອງ ວິທະຍຸຊາວໜຸ່ມລາວ, ບໍລິສັດ XM Innovator ແລະ ມູນນິທິອາຊຽນ (ASEAN Foundation).
ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນວຽກງານ 6 ເດືອນຕົ້ນປີກັບລັດຖະບານ

ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນວຽກງານ 6 ເດືອນຕົ້ນປີກັບລັດຖະບານ

ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນແລະ ລາຍງານຄວາມຄືບໜ້າໃນການປະຕິບັດວຽກງານ 6 ເດືອນຄັ້ງທີໜຶ່ງຂອງປີ 2026 ກັບລັດຖະບານລາວໃນວັນທີ 14ສິງຫາຜ່ານມາ ຢູ່ໂຮງແຮມ ອາວານີ ພລັສ໌ ລ້ານຊ້າງ, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ ແລະ ສືບຕໍ່ປຶກສາຫາລືແບບສອງສົ້ນຮ່ວມກັນລະຫວ່າງບໍລິສັດ ພູເບ້ຍ ມາຍນິງ ແລະ ລັດຖະບານລາວ ກ່ຽວກັບເນື້ອໃນສໍາຄັນຂອງຜົນປະໂຫຍດຮ່ວມກັນ.
ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ໃນໂອກາດເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານຄຸ້ມຄອງ ແລະ ແກ້ໄຂໄພພິບັດ ຢູ່ແຂວງຫຼວງພະບາງ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ), ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ພົບ​ປະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງ​ພະ​ບາງ ໃນ​ວັນ​ທີ 24 ສິງ​ຫາ​ນີ້ ທີ່ ຫ້ອງປະຊຸມສະຖານີວິທະຍຸ-ໂທລະພາບແຂວງ, ໂດຍມີ ທ່ານ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ ແລະ ພະນັກງານ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເຂົ້າ​ຮ່ວມ.
ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງວຽງ​ຈັນ ໄດ້ຈັດພິທິເປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນ ໃຫ້ແກ່ພະນັກງານຫຼັກແແຫຼ່ງຂັ້ນແຂວງຊຸດທີ I ໃນ​ວັນ​ທີ 24 ສິງ​ຫາ​ນີ້ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ບັນດາສະຫາຍກຳມະການພັກແຂວງ ແລະ ພະນັກງານຫລັກແຫຼ່ງທົ່ວແຂວງເຂົ້າຮ່ວມ.
ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ໃນວັນທີ 23 ສິງຫາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມດ້ວຍຄະນະຈາກສູນກາງ ແລະ ແຂວງຈຳປາສັກ ໄດ້ລົງພື້ນທີ່ຕົວຈິງເພື່ອຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ເມືອງປະທຸມພອນ, ແຂວງຈຳປາສັກ ໂດຍມີການນຳຂອງເມືອງ ແລະ ປະຊາຊົນຜູ້ຖືກຜົນກະທົບໃຫ້ການຕ້ອນຮັບ.
ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ ປີ 2024 ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ມີທ່ານຮອງປະທານສານພາກກາງ, ຮອງປະທານສານນະຄອນຫຼວງວຽງຈັນ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ຮັກສາການຫົວໜ້າຄະນະສານແພ່ງ, ຮັກສາການຫົວໜ້າຄະນະສານປົກຄອງ ສປສສ ແລະ ບັນດາຮອງປະທານສານ, ຫົວໜ້າຄະນະສານ, ຜູ້ພິພາກສາຂອງສານພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ຢູ່ຄະນະໂຄສະນາອົຍຮົມສູນກາງພັກ ປະຈຳປີ 2026 ຂຶ້ນໃນ ລະຫວ່າງວັນທີ 18-28 ສິງຫານີ້ ທີ່ ຄອສພ, ໂດຍ ການເປັນປະທານ ແລະ ເປີດຊຸດອົບຮົບດັ່ງກ່າວ ຂອງ ສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄອສພ ຄະນະຮັບຜິດຊອບການຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ໃນວັນທີ 17 ສິງຫາຜ່ານມານີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍໝາກຮຽວນະຄອນຫຼວງວຽງຈັນ ທີ່ນໍາໃຊ້ຮ່ວງເງິນກູ້ຢືມເອດີບີ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ຫຼື ພຊຄ. ພິທີໃນຄັ້ງນີ້ໄດ້ມີການເຊັນມອບ 2 ໂຄງການ:
ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫາງານພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ, ພັກ - ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ເມືອງບາຈຽງຈະເລີນສຸກ ໃນວັນທີ 17 ສິງຫາຜ່ານມາ ໂດຍມີ ທ່ານ ອຳນວຍ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງບາຈຽງຈະເລີນສຸກ ພ້ອມຄະນະໃຫ້ການຕ້ອນຮັບ.
ເພີ່ມເຕີມ