ສາລະວັນ ໂຮມສອງພະແນກເຂົ້າກັນ

ສາລະວັນ ໂຮມສອງພະແນກເຂົ້າກັນ

ສາລະວັນ ໂຮມສອງພະແນກເຂົ້າກັນ
ໃນວັນທີ 10 ກັນຍານີ້, ແຂວງສາລະວັນ ໄດ້ຈັດພິທີປະກາດການຈັດຕັ້ງພາຍຫຼັງໂຮມພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງ ເຂົ້າກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງຂຶ້ນ ຢູ່ທີ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ໂດຍການເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກ ຜູ້ຊີ້ນໍາວຽກງານແນວຄິດ-ວຽກພັກ-ພະນັກງານ.
ສາລະວນ ໂຮມສອງພະແນກເຂາກນ - image 1
 

ໃນພິທີ, ໄດ້ຜ່ານບົດລາຍງານຫຍໍ້ສະພາບການປັບປຸບກົງຈັກການຈັດຕັ້ງ, ຜ່ານຄໍາສັ່ງຂອງຄະນະປະຈຳພັກແຂວງ ສະບັບເລກທີ 13/ຄຈພຂ, ລົງວັນທີ 9 ກັນຍາ 2025 ວ່າດ້ວຍການຍຸບເລີກ ຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ໜ່ວຍພັກຮາກຖານພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ໜ່ວຍພັກຂຶ້ນກັບ; ຜ່ານແຈ້ງການເຖິງພະແນກກະສິກຳ ແລະ ປ່າໄມ້ ແລະ ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ແຈ້ງພະນັກງານ- ລັດຖະກອນຜູ້ທີ່ຄົບເງື່ອນໄຂ ອອກພັກການ ລໍຮັບອຸດໜູນບຳນານ ໃນງວດທີ I ປີ 2026 ຈຳນວນ 11 ສະຫາຍ ຍິງ 2 ສະຫາຍ.

ປະກາດຮັບຮອງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 1394-1395/ຄຈພຂ ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານ ໃໝ່ ແລະ ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ພະແນກກະສິກຳ ແລະ ສິ່ງແວດລ້ອມ. ໃນນັ້ນ, ໄດ້ເຫັນດີ ບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ມີ 9 ສະຫາຍ ຍິງ 2 ສະຫາຍ ປະກອບມີ: ສະຫາຍ ສີວັນພະກອນ ວົງບຸນທັນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ສີນໄຊ ເພັດແພງລາສີ ຮອງເລຂາ, ສະຫາຍ ສຸພະໄຊ ບຸນຍົງ ກຳມະການ ຄະນະພັກຮາກຖານ ທັງເປັນປະທານກວດກາພັກ. ພ້ອມນີ້ຍັງໄດ້ຮັບຮອງໂຄງປະກອບການຈັດຕັ້ງ ພະແນກກະສິກຳ ແລະ ສິ່ງແວດລ້ອມໃໝ່ ປະກອບມີ 11 ຂະແໜງ ແລະ 2 ກອງ. ພ້ອມທັງ ໄດ້ຮັບຮອງໂຄງປະກອບດ້ານບຸກຄະລາກອນ ເປັນຕົ້ນ: ແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຄື: ທ່ານ ສີວັນພະກອນ ວົງບຸນທັນ ເປັນຫົວໜ້າ, ທ່ານ ສິນໄຊ ເພັດແພງລາສີ, ທ່ານ ສຸພະໄຊ ບຸນຍົງ, ທ່ານ ມະໂນຫວັງ ພົງອຸດົມ, ທ່ານ ນ ດາວັນ ຄໍານວນວິຈິດ ແລະ ທ່ານ ວິໄລສັກ ພົມພັກດີ ເປັນຮອງຫົວໜ້າພະແນກ.

ສາລະວນ ໂຮມສອງພະແນກເຂາກນ - image 2
 

ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້, ເພື່ອເຮັດໃຫ້ກົງຈັກການຈັດຕັ້ງລັດ ມີຄວາມກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ; ມີການບໍລິຫານ ທີ່ນໍາໃຊ້ຊັບພະຍາກອນມະນຸດຢ່າງປະຢັດ, ຄຸ້ມຄ່າ ແລະ ເກີດຜົນປະໂຫຍດສູງສຸດ; ສາມາດແກ້ໄຂສະພາບຊໍ້າຊ້ອນດ້ານພາລະບົດບາດ, ເຮັດໃຫ້ກົງຈັກບໍ່ໃຫຍ່ໂຕ, ຫຼຸດຂອດຂັ້ນການເຮັດວຽກ, ຫັນສູ່ຄວາມທັນສະໄໝ; ຫຼຸດຜ່ອນຊ່ອງຫວ່າງ ຄວາມຫຍໍ້ທໍ້, ໂຍນຄວາມຮັບຜິດຊອບ, ເອື່ອອີງໃສ່ກັນ; ສ້າງຄວາມໂປ່ງໃສໃນການປະຕິບັດວຽກງານ ທີ່ສາມາດກວດສອບໄດ້ ຢ່າງເປັນລະບົບ. ແນໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຄ່ອງຕົວ, ສອດຄ່ອງກັບແນວທາງນະໂຍບາຍ, ສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.

(ພາບ-ຂ່າວ: ທິດລານີ ໂຄດໂຍທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ