ສາລະວັນ ເກັບກຳຂໍ້ມູນຂຶ້ນທະບຽນດິນວັດທະນະທຳ

ສາລະວັນ ເກັບກຳຂໍ້ມູນຂຶ້ນທະບຽນດິນວັດທະນະທຳ
ເມື່ອບໍ່ດົນມ່ານມາ, ຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລືໃນການເຄື່ອນໄຫວລົງສຳຫຼວດເກັບກຳຂໍ້ມູນ ເພື່ອຂຶ້ນທະບຽນດິນວັດທະນະທຳ, ໂດຍການເຂົ້າຮ່ວມຂອງທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍຣະດົກ ກະຊວງ ຖວທ ພ້ອມດ້ວຍຄະນະ, ມີຜູ້ຕາງໜ້າຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ມະໄລວອນ ສີປະເສີດ ກ່າວວ່າ: ກອງປະຊຸມຄັ້ງນີ້, ໄດ້ເຫັນດີເປັນເອກະພາບ ແລະ ພ້ອມຈະສະໜອງຂໍ້ມູນທຸກດ້ານ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວບັນລຸຜົນ, ຊຶ່ງເປັນບາດກ້າວໜຶ່ງທີ່ສໍາຄັນ ແນໃສ່ເພື່ອອະນຸລັກ, ປົກປັກຮັກສາໃຫ້ມີຄຸນຄ່າທາງດ້ານວັດທະນະທໍາ, ປະຫວັດສາດ ແລະ ເສີມຂະຫຍາຍຊຸກຍູ້ໃຫ້ແກ່ການທ່ອງທ່ຽວ. ພາຍໃນແຂວງສາລະວັນ ໄດ້ສະຫງວນດິນໄວ້ໃນເຂດພື້ນທີ່ວັດທະນະທຳ ແຕ່ບໍ່ທັນໄດ້ຂຶ້ນທະບຽນທີ່ດິນຂອບເຂດວັດທະນະທຳ ເພື່ອເກັບກຳຂໍ້ມູນ ຮອງຮັບໃຫ້ແກ່ການສ້າງເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ, ຊຶ່ງໄດ້ເກັບກໍາເປັນຂໍ້ມູນພື້ນຖານໃນເບື້ອງຕົ້ນ. ຈາກນັ້ນ, ກອງປະຊຸມກໍໄດ້ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກດັ່ງກ່າວ ແລະ ການລົງສຳຫຼວດເຂດພື້ນທີ່ເປົ້າໝາຍ.
ຈາກນັ້ນ, ກໍໄດ້ລົງສຳຫຼວດເບີ່ງພື້ນທີ່ເຂດສິມເກົ່າ ຢູ່ວັດສີມຸງຄຸນ (ວັດກາງ) ແລະ ສະຖານທີ່ອື່ນໆ ເພື່ອເກັບກຳຂໍ້ມູນ, ຕິດຕາມເບິ່ງສະພາບຄວາມເປັນຈິງ ແລະ ຟື້ນຟູຄືນໃນເຂດພື້ນທີ່ວັດທະນະທຳອັນເກົ່າ. ເພື່ອແນໃສ່ໃນການປົກປັກຮັກສາ ແລະ ຂຶ້ນທະບຽນທີ່ດິນວັດທະນະທຳໄວ້ ເພື່ອປ້ອງກັນການບຸກລຸກເຂດພື້ນທີ່ດັ່ງກ່າວດ້ວຍ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການຄະນະກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ເມືອງຊຽງຄໍ້ ແຂວງຫົວພັນ ໃນວັນທີ 26 ມັງກອນນີ້ ຊຶ່ງມີບັນດາຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການເຮັດວຽກງານໃນໄລຍະໃໝ່ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ ຄອສພ, ເຂົ້າຮ່ວມໃນພິທີເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ທ່ານ ຄຳຜາຍ ອິນທິຣາ ຮອງຫົວໜ້າສູນບໍລິຫານລັດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍ ນັກສຳມະນາກອນເຂົ້າຮ່ວມ.
ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ໃນທ້າຍອາທິດຜ່ານມານີ້, ທ່ານ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຢຽມຢາມ ແລະ ເຮັດວຽກຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ແຂວງສະຫວັນນເຂດ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ພົມມາ ສົງວິໄລ ປະທານຄະນະກໍາມະການປົກຄອງເມືອງ, ພ້ອມຄະນະ.
ເອົາໃຈໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ປະຊາຊົນລາວບັນດາເຜົ່າ

ເອົາໃຈໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ປະຊາຊົນລາວບັນດາເຜົ່າ

ໃນຕະຫຼອດບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຄະນະພັກ ແລະ ຄະນະກຳມະການເລືອກຕັ້ງແຕ່ລະຂັ້ນ ຕ້ອງເອົາໃຈ ໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນແຈ້ງບາງບັນຫາສໍາຄັນ.
ພະອາຈານໃຫຍ່ຫວຽດນາມເຂົ້າພົບປະທານຄະນະກຳມະການປົກຄອງແຂວງ

ພະອາຈານໃຫຍ່ຫວຽດນາມເຂົ້າພົບປະທານຄະນະກຳມະການປົກຄອງແຂວງ

ພະອາຈານ ທິກທໍລາກ ຫົວໜ້າຄະນະກຳມະການວັດທະນາທຳ ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຮອງຫົວໜ້າຄະນະກຳມະການປະຈຳສະມາຄົມ ພຸດທະສາສະໜາແຂວງເຫງະອານ ເຈົ້າອາທິການວັດ ບາງລອງ ນະຄອນຫຼວງວຽງຈັນ ເຈົ້າອາທິການວັດມິດຕະພາບ ເຂດຫໍບູຊານັກຮົບທີ່ເສຍສະຫຼະຊີວິດລາວ-ຫວຽດນາມແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ພົບປະທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ, ໃນວັນທີ25ມັງກອນ2026 ຢູ່ທີ່ຫ້ອງວ່າການແຂວງ.
ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ວັນທີ 22 ມັງກອນຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງພາຍໃນແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ນາຍ ແລະ ພົນທະຫານຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ ປີ 1949 - 20 ມັງກອນ 2026) ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ພົນຈັດຕະວາ ບົວໄລ ສີລັກສາ ຫົວໜ້າການ ເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ພ້ອມດ້ວຍ ຄະນະ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ອອປສ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ໃນວັນທີ 23 ທັນວາ ນີ້ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການຈັດພິທີປາຖະກະຖາເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີV ແລະ ເຜີຍແຜ່ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026).ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ.
ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ (ຄອພສ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX ແລະ ປະກາດການຈັດຕັ້ງຄະນະບໍລິຫານງານຊາວໜຸ່ມ ຄອສພ ສະໄໝທີ V ຂຶ້ນໃນວັນທີ 22 ມັງກອນນີ້ ທີ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ແລະ ເປັນປະທານຂອງສະຫາຍ ພູວຽງ ພົງສະຫວັດດີ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ມີຄະນະເລຂາຊາວໜຸ່ມ ຄອສພ, ຊາວໜຸ່ມຮາກຖານ-ໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ໃນວັນທີ 22 ມັງກອນ 2026ນີ້, ກອງບັນຊາການທະຫານເມືອງ ໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ທິດທາງແຜນການປີ 2026ຂຶ້ນ ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີກຳມະການພັກເມືອງ, ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ເພີ່ມເຕີມ