ສະຫຼອງ 30 ປີ ແຫ່ງຄວາມຈະເລີນຮຸ່ງເຮືອງໃນພາກພື້ນແມ່ນໍ້າຂອງ

ສະຫຼອງ 30 ປີ ແຫ່ງຄວາມຈະເລີນຮຸ່ງເຮືອງໃນພາກພື້ນແມ່ນໍ້າຂອງ

ສະຫຼອງ 30 ປີ ແຫ່ງຄວາມຈະເລີນຮຸ່ງເຮືອງໃນພາກພື້ນແມ່ນໍ້າຂອງ
ຄະນະກໍາມາທິະການແມ່ນໍ້າຂອງສາກົນ (ຄມສ) ໄດ້ຈັດງານວັນແມ່ນໍ້າຂອງ 2025 ຂຶ້ນໃນວັນທີ 25 ເມສາຜ່ານມາຢູ່ນະຄອນຫຼວງວຽງຈັນ ຊຶ່ງເປັນງານສະຫຼອງຄົບຮອບ 30 ປີ ຂອງຂໍ້ຕົກລົງແມ່ນ້ຳຂອງປີ 1995 ກໍຄື 30 ປີແຫ່ງຄວາມວັດທະນາຖາວອນຮ່ວມກັນ,

 

 ຮຽກຮ້ອງການຮ່ວມມືລະດັບພາກພື້ນ ແລະ ສາກົນເພີ່ມຂຶ້ນ, ສົ່ງເສີມສຽງຂອງຊາວໜຸ່ມຜ່ານດົນຕີ ໂດຍມີຜູ້ຕາງໜ້າຈາກປະເທດສະມາຊິກ ຄມສ, ຄູ່ຮ່ວມພັດທະນາ, ຄະນະທູດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ບຸສະດີ ສັນຕິພິທັກ ຫົວໜ້າກອງເລຂາຄະນະກຳມາທິການແມ່ນ້ຳຂອງ ໄດ້ກ່າວວ່າ: ປີກາຍນີ້, ພວກເຮົາໄດ້ເຜີຍແຜ່ບົດລາຍງານສະພາບການອ່າງແມ່ນ້ຳຂອງປີ 2023 ແລະ ແຜນທີ່ແມ່ນ້ຳຂອງ ຊຶ່ງສະແດງໃຫ້ເຫັນວ່າ ພາກພື້ນແມ່ນ້ຳຂອງໄດ້ມີການປ່ຽນແປງທີ່ສຳຄັນໃນຫລາຍທົດສະວັດທີ່ຜ່ານມາ,ເຖິງວ່າຈະມີຂົງເຂດທີ່ມີການພັດທະນາໃນທາງບວກ, ແຕ່ຍັງມີບາງຂົງເຂດທີ່ຈະຕ້ອງໄດ້ຮັບການພິຈາລະນາຢ່າງຮອບຄອບ ແລະ ການຮ່ວມມືກັນແກ້ໄຂ. ຂະແໜງການທີ່ກ່ຽວຂ້ອງກັບນ້ຳໃນແມ່ນ້ຳຂອງຕອນລຸ່ມ ປະກອບສ່ວນຢ່າງສຳຄັນຕໍ່ເສດຖະກິດຂອງພາກພື້ນ, ສ້າງລາຍຮັບເກືອບ 63 ຕື້ໂດລາຕໍ່ປີ ໂດຍມີອຸດສາຫະກຳສຳຄັນເຊັ່ນ: ການປູກເຂົ້າ, ການປະມົງ ແລະ ພະລັງງານໄຟຟ້ານ້ຳຕົກ ທີ່ມີບົດບາດສຳຄັນ, ລວມຍອດຜະລິດຕະພັນພາຍໃນ (GDP) ທີ່ກ່ຽວຂ້ອງກັບຂະແໜງພະລັງງານ, ກະສິກຳ, ການເດີນເຮືອ ແລະ ການປະມົງ ຄາດວ່າມີມູນຄ່າ 133,7 ຕື້ໂດລາ. ໃນສອງທົດສະວັດທີ່ຜ່ານມາ, ສະພາບການດຳລົງຊີວິດໄດ້ຮັບການປັບປຸງດີຂຶ້ນ ໂດຍມີການເຂົ້າເຖິງນ້ຳສະອາດ, ສຸຂາພິບານ, ໄຟຟ້າ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານທີ່ດີຂຶ້ນ; ເຂດລຸ່ມແມ່ນ້ຳຂອງຍັງຜະເຊີນກັບສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດໃນດ້ານສິ່ງແວດລ້ອມ, ຈາກການເຊື່ອມໂຊມຂອງຕະກອນ ແລະ ເຂດດິນທາມ ຈົນເຖິງລະດັບຄວາມເຄັມທີ່ເພີ່ມຂຶ້ນ; ການດູດຊາຍ ແລະ ມົນລະພິດຈາກປລາສຕິກ ຍັງເປັນບັນຫາທີ່ຕ້ອງເອົາໃຈໃສ່ຢ່າງຕໍ່ເນື່ອງ. ພາຍໃນງານສະເຫຼີມສະຫຼອງຄົບຮອບ 30 ປີ, ຄມສ ໄດ້ປະກາດຜູ້ຊະນະການແຂ່ງຂັນເພງແມ່ນ້ຳຂອງ-ການແຂ່ງຂັນປະກວດດົນຕີລະດັບພາກພື້ນເປັນຄັ້ງທຳອິດ ທີ່ໄດ້ເຕົ້າໂຮມເອົາສິລະປິນທີ່ມີຊື່ສຽງ ແລະ ສິລະປິນໜ້າໃໝ່ຈາກທົ່ວແມ່ນ້ຳຂອງຕອນລຸ່ມ ເພື່ອສະແດງອອກເຖິງຄວາມຜູກພັນຂອງເຂົາເຈົ້າຕໍ່ແມ່ນ້ຳຜ່ານດົນຕີ.

ໃນອະນາຄົດ, ຄມສ ມີຈຸດປະສົງທີ່ຈະສືບຕໍ່ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມພັດທະນາ, ຍົກລະດັບການເປັນຄູ່ຮ່ວມໃນພາກພື້ນ ແລະ ທົ່ວໂລກ, ລວມທັງກັບອາຊຽນ ແລະ ການຮ່ວມມືລ້ານຊ້າງ-ແມ່ນ້ຳຂອງ;ໃນຂະນະດຽວກັນ, ກໍສົ່ງເສີມໂຄງການຮ່ວມມືພາຍໃຕ້ແຜນລິເລີ່ມການວາງແຜນລະດັບພາກພື້ນ ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຊັ່ນ: ປັນຍາປະດິດ ແລະ ລະບົບດາວທຽມ, ຄມສ ຈະປັບປຸງລະບົບການເຕືອນໄພລ່ວງໜ້າ ແລະ ການເຂົ້າເຖິງຂໍ້ມູນຜ່ານແພລັດຟອມຕ່າງໆ ເຊັ່ນ: ແອັບພລິເຄຊັນ One Mekong ແລະ Flood and Drought TV; ຈະໃຫ້ຄວາມສຳຄັນຫຼາຍຂຶ້ນແກ່ການຕັດສິນໃຈທີ່ທົ່ວເຖິງ ໂດຍການຜັນຂະຫຍາຍສຽງຂອງຊຸມຊົນ ແລະ ການເຊື່ອມສານຄວາມສະເໝີພາບລະຫວ່າງຍິງ-ຊາຍ.

(ແຫຼ່ງຂ່າວ: ຂປລ)

ຄໍາເຫັນ

ຂ່າວການຮ່ວມມື

ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ອົງການKOTRA ວຽງຈັນ ໄດ້ນຳເອົາບັນດາຜູ້ປະກອບການ, ຜະລິດຕະພັນ ແລະ ວັດທະນະທຳຈາກສເກົາຫຼີ ມາຮວບຮວມກັນໃນງານ Korea Lifestyle Festival 2026ຕັ້ງແຕ່ວັນທີ 22 ຫາ 24 ຕຸລາ, ເພື່ອເຊື່ອມໂຍງຜູ້ສົ່ງອອກຈາກ ສ ເກົາຫຼີ ກັບຜູ້ບໍລິໂພກຊາວລາວ ຜ່ານການພົບປະທຸລະກິດ ແລະ ງານເທດສະການKorea Lifestyle Festival2026 ເຊິ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.
ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ທ່ານ ອາລຸນໄຊ​ ສູນນະລາດ​ ກໍາ​ມະ​ການ​ສູນກາງພັກ​ ເລຂາພັກແຂວງຈຳປາສັກ ປະທານສະພາປະຊາຊົນແຂວງ ໄດ້ຕ້ອນຮັບ​ ທ່ານ ສອນໄຊ​ ວັນນະ​ໄຊ​ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ ເຂົ້າພົບປະຢ້ຽມຢາມໃນວັນທີ​ 23​ ຕຸລາ​ຜ່ານ​ມາ ຢູ່ສໍານັກງານແຂວງ.​
ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະສື່ມວນຊົນລາວ ແລະ ວາລະສານກົງສ້ານຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ສໍານັກງານວາລະສານກົງສ້ານ ນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າຝ່າຍລາວນຳໂດຍທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຄະນະສໍາມະນາກອນ 20 ທ່ານ ທີ່ມາຝຶກອົບຮົມວຽກງານນໍາພາ, ຄຸ້ມຄອງສື່ມວນຊົນ-ໂຄສະນາ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ເລ ຮາຍ ຄະນະບັນນາທິການ ຫົວໜ້າພະແນກວາລະສານອອນລາຍ, ວາລະສານກົງສ້ານ, ມີຫົວໜ້າພະແນກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ວັນທີ 22 ຕຸລາຜ່ານມາ, ຄະນະຜູ້ແທນຊາວໜຸ່ມລາວ ນໍາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ສະຫາຍ ຈິ້ງ ມັ່ງ ລິງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງເລຂາພັກນະຄອນເຫວ້ ພ້ອມດ້ວຍການນຳ ແລະ ຜູ້ແທນອົງການຊາວໜຸ່ມນະຄອນເຫວ້ ສສ ຫວຽດນາມ.
ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນຂົງເຂດກະສິກໍາຢູ່ ສປປ ລາວ ຮ່ວມກັບນັກລົງທຶນດ້ານກະສິກຳລາວ-ຫວຽດນາມ ຂຶ້ນໃນວັນທີ 22 ຕຸລານີ້ ຢູ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ໃນວັນ​ທີ 22 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້​ຈັດ​ພິ​ທີມອບ-ຮັບ ໜ້າທີ່ລະຫວ່າງຄະ​ນະ​ບໍ​ລິ​ຫານ​ງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດ​ເກົ່າ ແລະ ຊຸດ​ໃໝ່​ ໂດຍກ​ານ​ເປັນ​ປະ​ທານ​ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ​ມີ​ບັນ​ດາສະຫາຍ​ຄະ​ນະ​ພັກ, ຄະ​ນະ​ນຳ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ແລະ ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ ​​ເຂົ້າ​ຮ່ວມ.
ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ນຳໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ເຂົ້າຢ້ຽມຊົມ ແລະ ພົບປະເຮັດວຽກກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃນວັນທີ 20 ຕຸລາຜ່ານມາ.
ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຫ່ງ ສປປ ລາວ ແລະ ກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກໍາປູເຈຍ ຮ່ວມເປັນເຈົ້າພາບຈັດງານສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ໃນລະຫວ່າງວັນທີ 19-22 ຕຸລານີ້ ທີ່ແຂວງຊຽງແຕງ ແລະ ແຂວງຈໍາປາສັກ ໃຫ້ກຽດຮ່ວມເປັນເຈົ້າ ພາບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສປປ ລາວ ແລະ ທ່ານ ຫຸດ ຮັກ ລັດຖະມົນຕີ ກະຊວງທ່ອງທຽວ ກໍາປູເຈຍ.
ເພີ່ມເຕີມ