![]() |
ທ່ານ ນາງ ຈັນສີ ວົງຄໍາສາ ຜູ້ປະສານງານໂຄງການ ພະແນກສາທາລະນະສຸກແຂວງເຊກອງລາຍງານວ່າ: ໂຄງການ ສ້າງຄວາມເຂັ້ມແຂງແກ່ສະຖານທີ່ບໍລິການຮັກສາສຸຂະພາບ ແລະ ການພັດທະນາຊຸມຊົນແບບມີສ່ວນຮ່ວມ (HSCD) ແມ່ນຄູ່ຮ່ວມງານພາກລັດຄືກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງເຊກອງ ເປັນໂຄງການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີໄລຍະການຈັດຕັ້ງປະຕິບັດ 3 ປີ ເລີ່ມແຕ່ເດືອນ ເມສາ 2024 ຫາ ວັນທີ 31 ມີນາ 2027 ຊຶ່ງມີງົບປະມານການລົງທຶນທັງໝົດ 525,641 ໂດລາສະຫະລັດ ໂດຍໄດ້ຮັບທຶນຈາກ service de Missions et d'Entraide (SME), ມູນນິທິເອນທຼັດ (Entrust Foundation) ແລະ ຜູ້ໃຫ້ທຶນອື່ນໆ ຊຶ່ງກິດຈະກຳຫຼັກ ແລະ ເປົ້າໝາຍແມ່ນ ຝຶກອົບຮົມດ້ານວິຊາສະເພາະ, ທັກສະການປະຕິບັດຕົວຈິງໃຫ້ແກ່ພະນັກງານແພດໝໍ ແລະ ການຄຸ້ມຄອງສະຖານທີ່ບໍລິການ, ອົບຮົມການປ້ອງກັນພະຍາດ ເພື່ອປັບປຸງສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງໄວໜຸມໃນເຂດຊົນນະບົດ, ອົບຮົມອາສາສະໝັກສາທາລະນະສຸກບ້ານກ່ຽວກັບການຮັກສາສຸຂະພາບຂັ້ນພື້ນຖານ, ການກໍ່ສ້າງ ແລະ ການບົວລະບັດຮັກສາລະບົບນ້ຳ, ວິດຖ່າຍ ທັງນີ້ເພື່ອຮັບປະກັນໃຫ້ປະຊາຊົນຊາວແຂວເຊກອງ ມີສຸຂະພາບທີ່ດີ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ.
![]() |
(ຂ່າວ: ອັດສະວິນ)
ຄໍາເຫັນ