ສະຫຼຸບວຽກງານກວດກາພາຍໃນ ຄຈສພປະຈຳປີ 

ສະຫຼຸບວຽກງານກວດກາພາຍໃນ ຄຈສພປະຈຳປີ 
ໃນວັນທີ 16 ພຶດສະພາ ຜ່ານມາ ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາພາຍໃນ ຄະນະຈັດຕັ້ງສູນກາງພັກ ແລະ ການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2023ພ້ອມກັບວາງທິດທາງແຜນການ ປະຈຳປີ 2024 ພາຍໃຕ້ການເປັນປະທານຂອງສະຫາຍ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ປະທານກວດກາຄະນະຈັດຕັ້ງສູນກາງພັກ, ມີພະນັກງານຂັ້ນກົມ ແລະ ຂັ້ນພະແນກເຂົ້າຮ່ວມ.
ກອງປະຊຸມໄດ້ຕີລາຄາຄືນດ້ານດີ, ດ້ານອ່ອນ ແລະ ສະຫຼຸບບັນຫາຕົວຈິງຈາກການຈັດຕັ້ງປະຕິບັດວຽກງານຕິດຕາມ ກວດກາ ໃນ 1 ປີຜ່ານມາ ຊຶ່ງຄະນະກວດກາ ຄະນະຈັດຕັ້ງສູນກາງພັກ ໄດ້ເຄື່ອນໄຫວປະຕິບັດວຽກງານ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ; ໄດ້ຄົ້ນຄວ້າປັບປຸງອອກນິຕິກຳ ແລະ ຜັນຂະຫຍາຍວຽກງານກວດກາ, ສໍາເລັດການຄົ້ນຄວ້ານິຕິກຳກ່ຽວກັບວຽກງານກວດກາ 2 ສະບັບຄື: ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຜູ້ເຮັດວຽກງານກວດກາໜ່ວຍພັກ ພາຍໃນຄະນະຈັດຕັ້ງສູນກາງພັກ ແລະ ມະຕິຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກວດກາພັກ ຄະນະຈັດຕັ້ງສູນກາງພັກ ພ້ອມທັງສຳເລັດການຈັດຕັ້ງເຜີຍແຜ່ເຊື່ອມຊຶມ; ໄດ້ເອົາໃຈໃສ່ຕິດຕາມ, ກວດກາການຜັນຂະຫຍາຍເຜີຍແຜ່-ເຊື່ອມຊຶມເອກະສານສໍາຄັນຕ່າງໆ, ການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX ຂອງອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ບັນດາມະຕິຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ XIແລະ ນິຕິກຳສໍາຄັນຕ່າງໆ ມີຜູ້ເຂົ້າຮ່ວມ 779 ເທື່ອຄົນຍິງ 326 ເທື່ອຄົນ.
ການຕິດຕາມກວດກາ ການກໍ່ສ້າງ ແລະ ຂະຫຍາຍພັກ ບັນດາໜ່ວຍພັກ ໄດ້ກຳແໜ້ນຫຼັກການ, ຖືເອົາຄຸນນະພາບເປັນກົກ, ປະຕິບັດຖືກຕ້ອງຕາມບາດກ້າວ ແລະ ຂັ້ນຕອນຂອງການຂະຫຍາຍພັກ, ບັນດາໜ່ວຍພັກໄດ້ມີການຂະຫຍາຍມະຫາຊົນເຂົ້າເປັນສະມາຊິກພັກຢ່າງຕໍ່ເນື່ອງ ໂດຍເລີ່ມຈາກການຕິດຕາມ, ການຮຽນສະໜັບສະໜູນ, ຮຽນກົດລະບຽບພັກ, ເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນເປັນສະມາຊິກພັກສົມບູນ; ແຕ່ລະໜ່ວຍພັກ ໄດ້ຖືເອົາການດໍາເນີນຊີວິດການເມືອງປະຈໍາເດືອນພາຍໃນໜ່ວຍ ເຊື່ອມຊຶມມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບ ແລະ ເອກະສານສໍາຄັນຕ່າງໆຂອງພັກພ້ອມທັງສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ ແລະ ຕຳນິກໍ່ສ້າງຊຶ່ງກັນ ແລະ ກັນ, ພ້ອມທັງຕື່ນຕົວເສຍເງິນສະຕິພັກ ເປັນປົກກະຕິ.
ການປະເມີນສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ຈໍານວນ 8 ໜ່ວຍພັກ ສາມາດຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ 6 ໜ່ວຍພັກ ແລະ ໜ່ວຍພັກກາງ 2 ໜ່ວຍພັກ; ສະມາຊິກພັກມີເງື່ອນໄຂປະເມີນ 133 ສະຫາຍຍິງ 55 ສະຫາຍ, ໄດ້ປະເພດແຂງ 118 ສະຫາຍຍິງ 45 ສະຫາຍ, ປະເພດກາງ 13 ສະຫາຍຍິງ 9 ສະຫາຍ ແລະ ປະເພດອ່ອນ 2 ສະຫາຍຍິງ 1 ສະຫາຍ; ສະມາຊິພັກພັກບໍ່ມີເງື່ອນໄຂປະເມີນ 53 ສະຫາຍຍິງ 18 ສະຫາຍ; ນອກຈາກນີ້ ຄະນະກວດກາ ຄະນະຈັດຕັ້ງສູນກາງພັກ ຍັງໄດ້ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນມີຜົນສຳເລັດຕາມເປົ້າໝາຍຫຼາຍດ້ານ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ມີການປະກອບຄຳເຫັນໃສ່ບົດສະຫຼຸບວຽກງານກວດກາພາຍໃນ ຄຈສພ ປະຈຳປີ 2023 ແລະ ໄດ້ຮັບຟັງການເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2023, ນິຕິກໍາກ່ຽວຂ້ອງຈໍານວນໜຶ່ງ ເປັນຕົ້ນແມ່ນຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ເລກທີ 169/ຄລສພ, ລົງວັນທີ 15 ສິງຫາ 2022, ຄຳແນະນຳຂອງອົງການກວດກາລັດເລກທີ 331/ອກຫລ, ລົງວັນທີ 3 ຕຸລາ 2023, ລັດຖະດຳລັດຂອງປະທານປະເທດ ເລກທີ 141/ປປທ, ລົງວັນທີ 28 ກັນຍາ 2023, ຄຳແນະນຳຂອງຄະນະເລຂາທິການສູນກາງພັກ ເລກທີ 379/ຄລສພ, ລົງວັນທີ 7 ພະຈິກ 2023, ຄຳແນະນຳຂອງຄະນະເລຂາທິການສູນກາງພັກ ເລກທີ 285/ຄລສພ, ລົງວັນທີ 15 ກັນຍາ 2023 ແລະ ບົດໂອ້ລົມຂອງສະຫາຍ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2023 (ຄັ້ງວັນທີ 7 ມີນາ 2024).
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ທອງຈັນ ໂຂງພູມຄຳ ປະທານກອງປະຊຸມ ໄດ້ມີຄໍາເຫັນສະຫຼຸບສັງລວມການເຄື່ອນໄຫວວຽກງານກວດກາໃນໄລຍະຜ່ານມາ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແລະ ແກ້ໄຂດ້ານຫຍໍ້ທໍ້ ຮັບປະກັນໃນການຈັດຕັ້ງປະຕິບັດວຽກງານກວດກາໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ, ພວກເຮົາຕ້ອງໄດ້ນຳເອົາເນື້ອໃນຈິດໃຈຄຳເຫັນຊີ້ນຳຂອງສະຫາຍປະທານຄະນະກວດກາສູນກາງພັກທີ່ໄດ້ໂອ້ລົມຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2023 ມາຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ,ຕ້ອງກຳໃຫ້ໄດ້ພາລະບົດບາດຂອງວຽກງານກວດກາແຕ່ລະໜ້າວຽກ ທັງຕ້ອງໄດ້ກຳນົດແບບແຜນວິທີເຮັດວຽກໃຫ້ເປັນລະບົບໂລ່ງລ່ຽນກົມກຽວ, ເພື່ອເຮັດໃຫ້ວຽກງານກວດກາໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງ, ຄະນະພັກແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ຊີ້ນຳຜູ້ທີ່ເຮັດວຽກງານກວດກາໃນຂັ້ນຂອງຕົນ ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານດັ່ງກ່າວໃຫ້ເຂັ້ມແຂງກວ່າເກົ່າ, ຜູ້ຮັບຜິດຊອບວຽກງານກວດກາ ຕ້ອງກຳແໜ້ນນິຕິກຳຂອງພັກ ຂອງລັດ ແລະ ກຳແໜ້ນພາລະບົດບາດວຽກງານກວດກາຂອງຕົນ, ຄະນະໜ່ວຍພັກອ້ອມຂ້າງ ຄຈສພ ເອົາໃຈໃສ່ຊີ້ນຳວຽກງານກວດກາຂອງຕົນ, ອົງການຊ່ວຍວຽກງານກວດກາ ຕ້ອງເພີ່ມທະວີການປະຕິບັດພາລະບົດບາດເປັນເສນາທິການວຽກງານກວດກາ ຄຈສພ ໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ, ພະນັກງານ-ລັດຖະກອນ ເປັນເຈົ້າການເສີມຂະຫຍາຍຄວາມຮັບຜິດຊອບການມີສ່ວນຮ່ວມຂອງຕົນຕໍ່ວຽກງານກວດກາລວມຂອງ ຄຈສພ ທັງເປັນເຈົ້າການກຳແໜ້ນນິຕິກຳທີ່ກ່ຽວຂ້ອງກັບວຽກງານກວດກາ, ກະກຽມຄວາມພ້ອມເຂົ້າສູ່ການຕິດຕາມກວດກາ ການດຳເນີນຊີວິດການເມືອງໃນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ໄດ້ຮັບຜົນດີ.
(ຂ່າວ-ພາບ: ຄຈສພ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ໃນຕອນເຊົ້າວັນທີ 26 ຕຸລາ 2026, ທີ່ວັດນາໂບສີພັດທະນາຣາມ ເມືອງທ່າແຂກ ແຂວງຄຳມ່ວນ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳສູນກາງ, ການນຳແຂວງ ແລະ ປະຊາຊົນຊາວພຸດ ໄດ້ຮ່ວມໃສ່ບາດ ແລະ ຖວາຍປັດໄຈໄຊຍະທານ ເນື່ອງໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງ ເຮືອ ປະຈຳປີ 2026 ຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍສັດທາ.
ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວາງທິດທາງແຜນການຈຸດສຸມປະຈໍາໄຕມາດ IV ປີ 2026 ຂອງບັນດາອົງການພາຄີ ຂຶ້ນໃນວັນທີ 23 ຕຸລາຜ່ານມາ ທີ່ ສນຊ ໃຫ້ກຽດເປັນປະທານໂດຍທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາທ່ານຜູ້ຕາງໜ້າຈາກອົງການພາຄີ, ຄະນະປະຈໍາ, ຄະນະກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ເຂົ້າຫຼາມ ແມ່ນອາຫານພື້ນບ້ານຂອງຄົນລາວທີ່ນິຍົມກິນ ຊຶ່ງໄດ້ສືບທອດກັນມາຈົນກາຍເປັນປະເພນີ ສືບສານວັດທະນະທໍາ ການກິນຈົນເຖິງປັດຈຸບັນ ຊຶ່ງສະແດງອອກພາຍໃນງານບຸນປະເພນີຕ່າງໆ ປວງຊົນລາວໄດ້ນໍາເອົາເຂົ້າຫຼາມມາວາງຂາຍຕະຫຼອດມາ.
ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນງານບຸນໃຫຍ່ປະຈໍາຊາດຂອງລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາຈາກອະດີດເຖິງປັດຈຸບັນ. ທັງເປັນງານບຸນໃນຮີດ 12 ຄອງ 14 ປະເພນີລາວ ທີ່ຈັດຂຶ້ນໃນທຸກໆປີ ປີນີ້ແມ່ນຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລານີ້. ງານບຸນດັ່ງກ່າວໃນແຕ່ລະວັນ ເຫັນວ່າມີມວນຊົນທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າໄປທ່ຽວຢ່າງຫຼວງຫຼາຍ. ສະນັ້ນ, ຂໍໃຫ້ທຸກທ່ານທ່ຽວດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການ ໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ພ້ອມຮັກສາໄດ້ຮີດ ຄອງປະເພນີລາວ.
ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ໃນວັນທີ 26 ຕຸລານີ້, ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ພ້ອມດ້ວຍຊາວພຸດທະສາສະນິກະຊົນ ໄດ້ພ້ອມໃຈກັນໃສ່ບາດ ໃນງານບຸນອອກພັນສາປະວໍລະນາ ປະຈໍາປີ 2026 ທີ່ວັດອົງຕື້ວໍຣະມະຫາວິຫານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ມີທ່ານ ແສງອາທິດ ພິມເມືອງ ຮອງເລຂາຄະນະພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ, ພໍ່, ແມ່, ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ໃນຕອນເຊົ້າວັນທີ 26 ຕຸລາ ນີ້ ກົງກັບ (ມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ພ.ສ 2569) ເປັນມື້ອອກພັນສາປະວໍຣະນາ ກໍຄືເມື່ອຮອດເດືອນ 11 ເພັງຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍຣະນາ ຊາວພຸດ ທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ຢ່າງຫຼວງຫຼາຍ ຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ວັນທີ 25 ຕຸລານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ນະຄອນຫຼວງວຽງຈັນ (ນວ) ສປປ ລາວ ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາແຂວງກວາງຕຸ້ງປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ປະທານຜູ້ກໍຕັ້ງກອງປະຊຸມພຸດສາສະໜາໜານໄຫທັງເປັນເຈົ້າອາທິການວັດຫົງຟ້າ ສປ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໂຕະມົນພຸດທະສາສະໜາໜານໄຫຄັ້ງທີ XI ທີ່ ນວ ສປປ ລາວ ຮັບກຽດເປັນເຈົ້າພາບຮ່ວມຈັດກອງປະຊຸມ ຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້.
ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເພີ່ມເຕີມ