ສະຫຼຸບວຽກງານພະລາທິການ ແລະ ການເງິນທົ່ວກອງທັບ

ສະຫຼຸບວຽກງານພະລາທິການ ແລະ ການເງິນທົ່ວກອງທັບປະຈຳປີ 2024

ສະຫຼຸບວຽກງານພະລາທິການ ແລະ ການເງິນທົ່ວກອງທັບປະຈຳປີ 2024
ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານພະລາທິການ ແລະ ການເງິນທົ່ວກອງທັບປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025

 

 

ໄດ້ປິດລົງໃນວັນທີ 4 ກຸມພາຜ່ານມາ ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ, ພາຍຫຼັງດໍາເນີນມາເປັນເວລາ 2 ວັນໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພົນໂທ ວົງຄໍາ ພົມມະກອນ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານພະລາທິການທົ່ວກອງທັບໃນປີຜ່ານມາ,ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກເພື່ອພ້ອມກັນປັບປຸງແກ້ໄຂ, ພ້ອມທັງເອກະພາບຕໍ່ທິດທາງແຜນການໃນປີ 2025. ໃນປີຜ່ານມາ, ຄະນະນໍາກະຊວງປ້ອງກັນປະເທດໄດ້ຊີ້ນໍາ-ຕິດຕາມໝາກຜົນແຫ່ງການຈັດຕັ້ງປະຕິບັດ, ຄາດໝາຍສູ້ຊົນຂອງບັນດາກົມກອງ-ທ້ອງຖິ່ນໃນທົ່ວປະເທດ. ສໍາລັບກອງທັບພວກເຮົາໄດ້ມີຜົນສຳເລັດຫຼາຍດ້ານເປັນຕົ້ນສະເຫຼີມສະຫຼອງ 75 ປີວັນສ້າງຕັ້ງກອງທັບປະຊາຊົນລາວ, ດໍາເນີນກອງປະຊຸມໃຫຍ່3 ຂັ້ນສໍາເລັດຂັ້ນກອງພົນ, ບັນດາໂຮງຮຽນ, ວິທະຍາຄານ, ກົມກອງ ແລະ ກອງບັນຊາການທະຫານຈໍານວນໜຶ່ງ, ປະກາດສ້າງຕັ້ງກອງບັນຊາການທະຫານຊາຍແດນ, ສໍາເລັດການເປັນປະເທດກອງປະຊຸມອາຊຽນ-ອາຊຽນບວກຂົງເຂດປ້ອງກັນຊາດ 16 ກອງປະຊຸມ ແລະ ບັນດາກິດຈະກຳປິ່ນອ້ອມອື່ນໆ ລວມທັງໝົດ 31 ກອງປະຊຸມ, ຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບປອດໄພໃນການດໍາເນີນກອງປະຊຸມອາຊຽນ ແລະ ການພັດທະນາປະເທດຊາດຂອງພວກເຮົາ. ຜົນສໍາເລັດທີ່ຍາດມາໄດ້ນັ້ນແມ່ນໃຫຍ່ຫຼວງ ແລະ ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການຂະຫຍາຍຕົວ ແລະກ້າວຂຶ້ນຂອງກອງທັບເຮົາ.

ພ້ອມນັ້ນ, ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງຕັ້ງໜ້າເປັນເຈົ້າການຊີ້ນໍາ-ນໍາພາໃນການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ພາຫະນະ, ວັດຖຸ, ເງິນຄໍາ, ເຄື່ອງນຸ່ງຫົ່ມຕາມລະບອບອັດຕາທີ່ຂັ້ນເທິງກຳນົດ, ຄຸ້ມຄອງ-ນໍາໃຊ້ໂຕເລກງົບປະມານທີ່ໄດ້ແບ່ງປັນໃຫ້ແໜ້ນໜາ ຮັດກຸມ, ນໍາໃຊ້ຖືກຮ່ວງ, ຖືກເປົ້າໝາຍ ແລະ ຖືເອົາການປະຢັດເປັນສໍາຄັນ, ເອົາໃຈໃສ່ຊຸກຍູ້ຂະບວນການຜະລິດແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ເປັນຂະບວນຟົດຟື້ນ ແລະ ແຂງແຮງ, ໃນນັ້ນສຸມໃສ່ການປູກ-ການລ້ຽງຕາມລະດູການໃຫ້ກາຍເປັນສິນຄ້າເພື່ອສ້າງລາຍຮັບ, ເປັນທ່າແຮງສະໜອງພະລາທິການກັບທີ່ເພື່ອແກ້ໄຂຊີວິດປະຈຳວັນ ແລະ ມີສ່ວນແຮ່ສໍາຮອງໄວ້ໃນກົມກອງ, ເອົາໃຈໃສ່ປັບປຸງກໍ່ສ້າງພະນັກງານວິຊາສະເພາະພະລາທິການ, ທາງດ້ານຈຳນວນ ແລະ ຄຸນນະພາບເປັນຕົ້ນການສຶກສາອົບຮົມທາງດ້ານທັດສະນະການເມືອງຄຸນສົມບັດ,ຄວາມຮູ້-ຄວາມສາມາດ, ຄວາມຊື່ສັດບໍລິສຸດ, ຄວາມໂປ່ງໃສ, ຄວາມຮັບຜິດຊອບແລະ ແບບແຜນວິທີເຮັດວຽກ, ສ້າງໃຫ້ໄດ້ພະນັກງານສາມຮຸ່ນເພື່ອສືບທອດປ່ຽນແທນຢ່າງຕໍ່ເນື່ອງກ້າວຂຶ້ນສູ່ແບບແຜນທັນສະໄໝ. ຂ່າວ-ພາບ: ຄຳອ້າຍ ທອງວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ

ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ

ທ່ານ ນາງ ສິຣິຄຸນ ພູມລາວັນ ຜູ້ອໍານວຍການໂຮງງານນໍ້າດື່ມໂອວີ້ ຮອງປະທານສະມາຄົມນັກທຸລະກິດແມ່ຍິງລາວ ປະທານສະຫະພັນແມ່ຍິງຂອງສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນໂອກາດເຂົ້າຮ່ວມເປີດງານເທດສະການອາຫານລາວ ເມື່ອບໍ່ດົນຜ່ານມາ, ກ່ອນອື່ນທ່ານໄດ້ເລົ່າໃຫ້ຮູ້ກ່ຽວກັບການມາສ້າງຕັ້ງເປັນໂຮງງານນໍ້າດື່ມໂອວີ້ ຍ້ອນໄດ້ຊື່ເອີ້ນມາຈາກຊື່ຫຼານຊາຍໂອວີ້, ໂອວີ້ໝາຍເຖິງຊີວິດ ນໍ້າດື່ມໂອວີ້ ກໍເປັນສ່ວນໜຶ່ງໃນການລໍ່ລ້ຽງຊີວິດຂອງຄົນເຮົາ ຄືດັ່ງສະໂລແກນທີ່ວ່າ: ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ.
ອກລ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ອກລ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ໃນຕອນເຊົ້າຂອງ ວັນທີ 28 ມັງກອນ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການກວດສອບແຫ່ງລັດ (ອກລ) ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວ ໂດຍສະຫາຍ ຕ້ອຍ ພົນທິລາດ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານອົງການກວດສອບແຫ່ງລັດ. ເຂົ້າຮ່ວມຮັບຟັງມີ ຄະນະບໍລິຫານງານສະຫະພັນກໍາມະບານ, ຄະນະກໍາມະບານຮາກຖານ ແລະ ສະມາຊິກກໍາມະບານອົງການກວດສອບແຫ່ງລັດ ທັງໝົດເຂົ້າຮ່ວມຮັບຟັງ
ກອງປະຊຸມລະດັບສາກົນໃນການປຶກສາຫາລືການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ

ກອງປະຊຸມລະດັບສາກົນໃນການປຶກສາຫາລືການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ

ຈາກຜົນໄດ້ຮັບຂອງກອງປະຊຸມລະດັບສາກົນ ໃນການປຶກສາຫາລື ກ່ຽວກັບການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຂຶ້ນເປັນສະຖາບັນບັນດິດວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມ (LAAES) ໃນເດືອນຕຸລາ ປີ 2025 ຜ່ານມາ, ໄດ້ສຳເລັດການປຶກສາຫາລື ຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຊຶ່ງຜົນຂອງກອງປະຊຸມເຫຼົ່ານັ້ນ ໄດ້ສະແດງເຖິງ ຄວາມເປັນເອກະພາບສູງ ແລະ ເຫັນໄດ້ເຖິງຄວາມຈຳເປັນພາວະວິໄສທີ່ຈະຕ້ອງໄດ້ຍົກລະດັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຂຶ້ນເປັນສະຖາບັນບັນດິດວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມ. ສະນັ້ນ, ໃນວັນທີ 23 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ.
ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ

ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ຂຶ້ນໃນວັນທີ 28 ມັງກອນ ນີ້ທີ່ ສປສສ ໃຫ້ກຽດປາຖະກະຖາໂດຍ ທ່ານ ພົຈວ ສຸລິນພອນ ຄຳພິຈັນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ຂຸນສຸວັນ ສຸທຳມະວົງ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍພະນັກງານອ້ອມຂ້າງ ສປສສ ເຂົ້າຮ່ວມຮັງຟັງ.
ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2026, ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງຄໍາມ່ວນ.
ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ໃນໂອກາດເຂົ້າຮ່ວມ ເປີດງານເທດສະການອາຫານລາວ 2026. ທ່ານ ນາງ ຈໍາປາທອງ ທະລົງແສງຈັນ ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ທັງເປັນຜູ້ອຳນວຍການບໍລິສັດເອອີຊີການຄ້າ ຈຳກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນຜ່ານວ່າ: ຂ້າພະເຈົ້າມີຄວາມຮູ້ສຶກດີໃຈ ທີ່ໄດ້ເປັນສ່ວນໜຶ່ງຂອງງານເທດສະການອາຫານລາວ. ປີນີ້ພວກເຮົາຈັດເປັນປີທີ 21 ແລ້ວ ພາຍໃຕ້ຫົວຂໍ້: ສຳຜັດຄວາມເປັນລາວ ໂດຍຜ່ານລົດຊາດອາຫານລາວ ເພື່ອສົ່ງເສີມເອກະລັກອາຫານ ແລະ ຜະລິດຕະພັນແມ່ຍິງລາວສູ່ເວທີສາກົນ. ງານໃນຄັ້ງນີ້ໄດ້ລວມເອົາຜະລິດຕະພັນລາວມາຈາກ 18 ແຂວງວາງສະແດງ-ຂາຍ ຊຶ່ງແຕ່ລະແຂວງກໍມີເອກະລັກຕ່າງກັນເຊັ່ນ: ແຂວງສະຫວັນນະເຂດກໍມີ ປີ້ງໄກ່ເຊໂນ; ແຂວງອັດຕະປື ໝົກຊີ້ນໝູໃສ່ໃບຫຸ່ງ. ແຂວງໄຊສົມບູນ (ເຂດພິເສດ) ຕຸນໄກ່ດໍາໃສ່ຢາພື້ນເມືອງຂອງພີ່ນ້ອງລາວສູງ ຈະຊ່ວຍໃຫ້ແມ່ຢູ່ກຳໜຸ່ມ.
ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ສະຫະພັນກຳມະບານລາວ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ ທີ່ໄດ້ກຳນົດໄວ້ໃນໂຄງການດຳເນີນງານ ໂດຍໄດ້ກໍ່ສ້າງ, ປັບປຸງກົດລະບຽບ, ລະບົບການຈັດຕັ້ງ, ໂຄງປະ ກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ໃນແຕ່ລະຂົງ ເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.
ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ  + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ກ່ອນອື່ນຢາກເຂົ້າໃຈ ສິດເປັນເຈົ້າອໍານາດລັດແມ່ນແນວໃດນັ້ນ, ພວກເຮົາຈົ່ງຮັບຮູ້ ແລະ ເຂົ້າໃຈ ຈະແຈ້ງກ່ຽວກັບ ຄໍາສັບທີ່ວ່າ: ອຳນາດລັດແມ່ນແນວໃດ ເສຍກ່ອນ. ອຳນາດລັດ ທີ່ນີ້ໝາຍເຖິງ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ປະທານປະເທດ, ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ທັງໝົດເຫຼົ່ານັ້ນ ເອີ້ນວ່າອໍານາດລັດ ຫຼື ອົງການອໍານາດລັດ.
ພະນັກງານ-ລັດຖະກອນແຂວງສາລະວັນ ເຊື່ອມຊືມເອກະສານ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ພະນັກງານ-ລັດຖະກອນແຂວງສາລະວັນ ເຊື່ອມຊືມເອກະສານ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ວັນທີ 27 ມັງກອນຜ່ານມານີ້, ແຂວງສາລະວັນ ໄດ້ຈັດເຜີຍແຜ່ເຊື່ອມຊຶມເອກະສານ ໃຫ້ແກ່ພະນັກງານ-ລັດຖະກອນ ເພື່ອຮັບໃຊ້ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ທີ່ສະໂມສອນແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຮອງຫົວໜ້າອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ.
2025 ດ່ານພາສີສາກົນນາເພົ້າ ປະຕິບັດລາຍຮັບໄດ້ 634,652 ລ້ານກີບ

2025 ດ່ານພາສີສາກົນນາເພົ້າ ປະຕິບັດລາຍຮັບໄດ້ 634,652 ລ້ານກີບ

ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນ ນາເພົ້າ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນປີ 2025 ດ່ານພາສີສາກົນນາເພົ້າ ໄດ້ຮັບຕົວເລກມອບໝາຍຈາກກະຊວງການເງິນ, ກົມພາສີ ຈໍານວນ 398 ຕື້ກີບ, ທຽບໃສ່ໄລຍະດຽວປີຜ່ານມາ ຈໍານວນ 305 ຕື້ກີບ, ເພີ່ມຂຶ້ນ 30.49% ຫຼື ເທົ່າກັບ 93 ຕື້ກີບ, ຖືວ່າເປັນຕົວເລກທີ່ສູງພໍສົມຄວນ.
ເພີ່ມເຕີມ