ສະມາຄົມເມຍການນຳມອບເຄື່ອງໃຫ້ທະຫານ ທີ່ປະຈໍາປ່ອມແນວໜ້າ

ສະມາຄົມເມຍການນຳມອບເຄື່ອງໃຫ້ທະຫານ ທີ່ປະຈໍາປ່ອມແນວໜ້າ

ສະມາຄົມເມຍການນຳມອບເຄື່ອງໃຫ້ທະຫານ ທີ່ປະຈໍາປ່ອມແນວໜ້າ
ໃນວັນທີ 1 ກໍລະກົດນີ້, ສະມາຄົມເມຍການນໍາເມືອງບໍ່ແຕນ ແຂວງໄຊຍະບູລີ ອຸປະໂພກ ແລະບໍລິໂພກ ໃຫ້ທະຫານທີ່ເຮັດໜ້າທີ່ປະຈຳປ່ອມແນວໜ້າ, ເປັນກຽດເຂົ້າຮ່ວມພິທີມອບເຄື່ອງດັ່ງກ່າວ, ມີທ່ານບຸນພະລັງ ວິໄລສັກ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ພ້ອມດ້ວຍຄະນະ.
ສະມາຄມເມຍການນຳມອບເຄອງໃຫທະຫານ ທປະຈາປອມແນວໜາ - image 1
 

ການມອບເຄ່ືອງຄັ້ງນີ້, ສະມາຄົມເມຍການນໍາເມືອງບໍ່ແຕນໄດ້ ມອບເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ທະຫານກອງພັນ 413, ກອງຮ້ອຍທະຫານຊາຍແດນ 159 ແລະ 160 ທີເຮັດໜ້າທີ່ປະຈຳປ່ອມດ່ານໜ້າ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ແມ່ນໄດ້ຈາກການປຸກລະດົມ, ການປະກອບສ່ວນຂອງເມຍການນຳ, ນັກທຸລະກິດຜູ້ປະກອບການທັງພາຍໃນ ແລະ ຕ່າງເມືອງ ລວມມູນຄ່າທັງໝົດ 18,342,000 ກີບ. ໃນໂອກາດນີ້, ທ່ານ ບຸນພະລັງ ວິໄລສັກ ໄດ້ໂອ້ລົມຕໍ່ະນະພັກ, ຄະນະບັນຊາຂອງ 3 ກົມກອງດັ່ງກ່າວ, ຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ການຈັ້ດຕັ້ງປະຕິບັດໜ້າທີ່ວຽກງານປະຈຳຢູ່ປ່ອມຂອງທະຫານທີ່ເຮັດໜ້າທີປະຈຳປ່ອມແນວໜ້າໃນໄລຍະຜ່ານມາ ແລະ ອວຍພອນໃຫ້ແກ່ນາຍ ແລະ ພົນທະຫານທີ່ເຮັດໜ້າທີ່ເປັນກຳແພງອັນແໜ້ນແກ່ນຂອງຊາດໃນການປົກປັກຮັກສາເຂດນ້ຳແດນດິນທີ່ພັກ-ລັດ ແລະ ປະຊາຊົນກໍຄືປະເທດຊາດມອບໝາຍໃຫ້ຢ່າງເຂັ້ມແຂງ ແລະ ໝັ້ນຄົງ

(ຂ່າວ-ພາບ: ສາຍຄໍາ ບຸນຍາວົງລາຍງານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ

ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ

ໃນວັນທີ 24 ມິຖຸນາຜ່ານມານີ້, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ, ໂດຍໃຫ້ກຽດຕ້ອນຮັບມີ ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ ພ້ອມດ້ວຍການນຳຂອງແຂວງ ຢ່າງອົບອຸ່ນ ທີ່ສະໜາມບິນສາກົນບໍ່ແກ້ວ
ການນໍາ ສຊປລ ເຄື່ອນໄຫວຊຸກຍູ້ວຽກງານຊາວໜຸ່ມ-ເຍົາວະຊົນ ຢູ່ແຂວງບໍລິຄຳໄຊ

ການນໍາ ສຊປລ ເຄື່ອນໄຫວຊຸກຍູ້ວຽກງານຊາວໜຸ່ມ-ເຍົາວະຊົນ ຢູ່ແຂວງບໍລິຄຳໄຊ

ໃນວັນທີ 29 ມິຖຸນານີ້, ທີ່ຫ້ອງວ່າການປົກຄອງແຂວງບໍລິຄຳໄຊ, ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ພົບປະ ການນຳແຂວງບໍລິຄຳໄຊ. ໂດຍໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ.
ອັດຕະປື ປະກາດແຕ່ງຕັ້ງ ຄະນະກຳມະການ ປກຊ - ປກສ ແຂວງ

ອັດຕະປື ປະກາດແຕ່ງຕັ້ງ ຄະນະກຳມະການ ປກຊ - ປກສ ແຂວງ

ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ ຜູ້ປະຈໍາການ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ(ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ ຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ, ຄະນະພັກ-ຄະນະບັນຊາເຂົ້າຮ່ວມ.
ກອງບັນຊາການທະຫານຫຼວງພະບາງ ປະດັບຫຼຽນໄຊ-ຍ້ອງຍໍຜົນງານ 5 ປີ

ກອງບັນຊາການທະຫານຫຼວງພະບາງ ປະດັບຫຼຽນໄຊ-ຍ້ອງຍໍຜົນງານ 5 ປີ

ພິທີປະດັບຫຼຽນໄຊ ແລະ ຍ້ອງຍໍຜົນງານ 5 ປີ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາຜ່ານມາ, ທີ່ກອງບັນຊາການທະຫານແຂວງຫຼວງພະບາງ, ໂດຍການເປັນປະທານຂອງທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງ, ປະທານຄະນະກໍາມະການປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ) ແຂວງ, ມີທ່ານ ຄໍາຂັນ ຈັນທະວີສຸກ ອະດີດການນຳແຂວງ ພ້ອມດ້ວຍຄະນະພັກ, ຄະນະບັນຊາເຂົ້າຮ່ວມ.
ບົດບາດວີດີໂອສັ້ນ ເປັນຂົວຕໍ່ທີ່ບໍ່ມີພົມແດນ

ບົດບາດວີດີໂອສັ້ນ ເປັນຂົວຕໍ່ທີ່ບໍ່ມີພົມແດນ

ໃນໂອກາດນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີມອບ-ຮັບລາງວັນການປະກວດວີດີໂອສັ້ນພາຍໃຕ້ຫົວຂໍ້: “ການຮ່ວມມືມິດຕະພາບຈີນ-ອາຊຽນ” ຄັ້ງທີ 5 ທີ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ສປ ຈີນ ວ່າ: ບົດບາດຂອງວີດີໂອສັ້ນຕໍ່ການເຊື່ອມໂຍງປະຊາຊົນແມ່ນເປັນຂົວຕໍ່ທີ່ບໍ່ມີພົມແດນ.
ແນະນໍາວິທີວິທະຍາ ໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານສູນກາງພັກ

ແນະນໍາວິທີວິທະຍາ ໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານສູນກາງພັກ

ກອງປະຊຸມແນະນໍາວິທີວິທະຍາໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ສະໄໝ ທີ XII ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ຜ່ານມາ ທີ່ສະພາທິດສະດີສູນກາງພັກ,​ ໂດຍການເປັນປະທານຂອງ ທ່ານ ຄຳມອນ ຈັນທະຈິດ ກຳມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກຜູ້ປະຈໍາການ, ມີບັນດາຕາງໜ້າຄະນະຮັບຜິດຊອບກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງພັກ ຈາກກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະ ຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍພະນັກງານຂອງສະພາທິດສະດີສູນກາງພັກ ເຂົ້າຮ່ວມ.
2 ປີ ສາລະວັນ ມ້າງຄະດີຢາເສບຕິດໄດ້ 285 ເລື່ອງ

2 ປີ ສາລະວັນ ມ້າງຄະດີຢາເສບຕິດໄດ້ 285 ເລື່ອງ

ທ່ານ ພົຈວ ສີເສີດ ສອນດາລາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງສາລະວັນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 2 ປີ (2024-2025) ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 2 ປີຂອງແຂວງສາລະວັນ ໃນວັນທີ 23 ມິຖຸນານີ້,
ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ ແຂວງຊຽງຂວາງ ໃນ​ວັນ​ທີ 22-23 ມິ​ຖຸ​ນາ​ນີ້.
ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ໃນ​ວັນ​ທີ 22 ມິ​ຖຸ​ນາ​ຜ່ານ​ມາ,ໂດຍ​ມີ ສະຫາຍ ສາທິດ ປັດສາພັນ ກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງໂຂງ; ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກບ້ານ 114 ບ້ານໃນທົ່ວເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ເມື່ອບໍ່ດົນມານີ້ໄດ້ມີກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ຂອງອົງຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ), ພາຍໃຕ້ ການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບສູນກາງພັກ ປະທານຄະນະກວດກາ ຄອສພ ຊຶ່ງມີປະທານ, ຮອງປະທານ ຄະນະກວດກາພັກ, ປະທານກວດກາ ຄະນະພັກຮາກຖານ, ປະທານກວດກາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ຄອສພ.
ເພີ່ມເຕີມ