ສະມາຄົມມິດຕະພາບ ລາວ-ເຢຍລະມັນ ມອບ-ຮັບ ການປັບປຸງອາຄານໂຮງຮຽນມູນປະຖົມນາຄຳ

ສະມາຄົມມິດຕະພາບ ລາວ-ເຢຍລະມັນ ມອບ-ຮັບ ການປັບປຸງອາຄານໂຮງຮຽນມູນປະຖົມນາຄຳ
ໃນວັນທີ 25 ກັນຍາ ນີ້ ທີ່ໂຮງຮຽນມູນປະຖົມນາຄຳ ຄຸ້ມນາຄຳ ບ້ານນາຂາມ ເມືອງປະທຸມພອນ ແຂວງຈຳປາສັກ. ສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ສະຖານທູດເຢຍລະມັນ ປະຈຳລາວຮ່ວມກັບອົງການການປົກຄອງແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບ ການປັບປຸງອາຄານໂຮງຮຽນມູນປະຖົມນາຄຳ ໂດຍການເຂົ້າຮ່ວມຂອງ ທ່ານ ໂສມ ບຸດຕະກູນ ຮອງເຈົ້າແຂວງຈຳປາສັກ, ທ່ານ ຄໍາລຽນ ພົນເສນາ ປະທານສະມາຄົມມິດຕະພາບ ລາວ-ເຢຍລະມັນ, ທ່ານ ນາງ ອາເນັດ ຄະໂນບັອກ (Annette Knobloch) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ເຢຍລະມັນ ປະຈຳ ສປປ ລາວ, ມີບັນດາທ່ານຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ເຢຍລະມັນ, ຮອງເຈົ້າເມືອງປະທຸມພອນ, ຮອງຫົວໜ້າພະແນກ, ແຂກທີ່ຖືກເຊີນ, ພໍ່ແມ່ປະຊາຊົນ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ທ່ານ ໄໝ ສີສຸວົງ ນາຍບ້ານນາຂາມ ໄດ້ລາຍງານ ວ່າ: ໂຮງຮຽນມູນປະຖົມນາຄຳ ຄຸ້ມນາຄຳ ບ້ານນາຂາມ ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຮັບການສ້າງຕັ້ງແຕ່ປີ 1980 ໂດຍແມ່ນທຶນຂອງລັດຖະບານລາວ (ແບບເຄິ່ງຖາວອນໃນເມື່ອກ່ອນ), ມີ 3 ຫ້ອງ, 1 ຫ້ອງການຄູ, 3 ຫ້ອງຮຽນ ແລະ 3 ຫ້ອງນໍ້າ. ມາຮອດ ປີ 2023 ເກີດມີໄພທຳມະຊາດ ລົມພາຍຸ ເຮັດໃຫ້ໂຮງຮຽນດັ່ງກ່າວເກີດມີຜົນເສຍຫາຍພໍສົມຄວນ ແລະ ບໍ່ສາມາດນໍາໃຊ້ເຂົ້າໃນການຮຽນ, ການສອນໄດ້. ເມື່ອເຫັນໄດ້ຄວາມຈຳເປັນດັ່ງກ່າວ, ສະຖານເອກອັກຄະລັດຖະທູດເຢຍລະມັນ ປະຈຳ ລາວ ຈຶ່ງໄດ້ໃຫ້ການຊ່ວຍເຫຼືອງົບປະມານ ຈຳນວນ 116.000.000 ກີບ ແລະ ພໍ່ແມ່ປະຊາຊົນບ້ານນາຂາມ ປະກອບສ່ວນ ຈຳນວນ 65.500.000 ກີບ ລວມມູນຄ່າການສ້ອມແປງທັງໝົດ 181.500.000 ກີບ (ໜຶ່ງຮ້ອຍແປດສິບເອັດລ້ານຫ້າແສນກີບ) ໂດຍມອບໃຫ້ສະມາຄົມມິດຕະພາບ ລາວ-ເຢຍລະມັນ ເປັນຜູ້ຈັດຕັ້ງປະຕິບັດ ແລະ ປັບປຸງສ້ອມແປງສຳເລັດໃນທ້າຍເດືອນສິງຫາ 2023.
ຈາກນັ້ນ, ກໍໄດ້ມີພິທີມອບ-ຮັບຢ່າງເປັນທາງການ ໂດຍ ທ່ານ ນາງ ອາເນັດ ຄະໂນບັອກ ເອກອັກຄະລັດຖະທູດ ສສ ເຢຍລະມັນ ປະຈຳ ສປປ ລາວ ໄດ້ກ່າວມອບ ແລະ ຕາງໜ້າກ່າວຮັບ ໂດຍທ່ານ ບຸນຖອງ ສຸພາວົງ ຮອງເຈົ້າເມືອງປະທຸມພອນ.
ພ້ອມດຽວກັນນີ້, ທ່ານ ບຸນຖອງ ສຸພາວົງ ກໍໄດ້ຕາງໜ້າໃຫ້ຄູ-ອາຈານ, ພໍ່ແມ່ປະຊາຊົນ ແລະ ລູກຫຼານນັກຮຽນ ກໍໄດ້ສະແດງຄວາມຂອບໃຈມາຍັງສະຖານເອກອັກຄະລັດຖະທູດເຢຍລະມັນ ປະຈຳລາວ ກໍຄືລັດຖະບານເຢຍລະມັນ ແລະ ປະຊາຊົນເຢຍລະມັນ ທີ່ເຫັນຄວາມສໍາຄັນ ແລະ ສະໜັບສະໜູນຊ່ວຍເຫຼືອດ້ານການສຶກສາ ຢູ່ ສປປ ລາວ ຢ່າງຈິງໃຈຕະຫຼອດມາ ເຮັດໃຫ້ນັກຮຽນໄດ້ຮັບການສຶກສາໃນເງື່ອນໄຂທີ່ດີ, ຖືເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງດ້ານການສຶກສາ ຢູ່ ສປປ ລາວ ໂດຍສະເພາະແມ່ນໂຮງຮຽນມູນປະຖົມນາຄຳ ເມືອງປະທຸມພອນ ແຂວງຈຳປາສັກ. ທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນອັນດີງາມ ຂອງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ເຢຍລະມັນ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍສູ່ບາດກ້າວໃໝ່. ພ້ອມນີ້, ຍັງໃຫ້ຄຳໝັ້ນສັນຍາວ່າ ຈະປົກປັກຮັກສາ ແລະ ຈະນຳໃຊ້ອາຄານໂຮງຮຽນດັ່ງກ່າວໃຫ້ໝັ້ນຄົງຍາວນານ ແລະ ເກີດຜົນປະໂຫຍດສູງສຸດ.
ຂ່າວ: ຈຳປາສັກ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ໃນຕອນເຊົ້າວັນທີ 16 ຕຸລານີ້, ຢູ່ອົງການໄອຍະການປະຊາຊົນສູງສຸດ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຂຶ້ນ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ການຂໍອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026.
ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ເພີ່ມເຕີມ