ຄະນະຜູ້ແທນສະມາຄົມມິດຕະພາບລາວ-ກໍາປູເຈຍ ໄດ້ພົບປະແລະ ເຮັດວຽກກັບຄະນະສະມາຄົມມິດຕະພາບ ກໍາປູເຈຍ-ລາວ ທີ່ນະຄອນຫຼວງພະນົມເປັນ

ສະມາຄົມມິດຕະພາບລາວ-ກໍາປູເຈຍ ພົບປະສອງຝ່າຍ

ສະມາຄົມມິດຕະພາບລາວ-ກໍາປູເຈຍ ພົບປະສອງຝ່າຍ
(ສພຊ)ລະຫວ່າງວັນທີ 8-12 ກໍລະກົດ ຜ່ານມາ, ຄະນະຜູ້ແທນສະມາຄົມມິດຕະພາບລາວ-ກໍາປູເຈຍ ຂັ້ນສູນກາງ ນໍາໂດຍທ່ານ ຄໍາໃບ ດຳລັດ ກຳມະການສູນກາງພັກຮອງປະທານສະ ພາແຫ່ງຊາດປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກກຳປູເຈຍ.

ການເຄື່ອນໄຫວໃນຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບລາວ-ກໍາປູເຈຍ ໄດ້ພົບປະແລະ ເຮັດວຽກກັບຄະນະສະມາຄົມມິດຕະພາບ ກໍາປູເຈຍ-ລາວ ທີ່ນະຄອນຫຼວງພະນົມເປັນ ຊຶ່ງສອງຝ່າຍໄດ້ຕີລາຄາຄືນການຈັດຕັ້ງປະຕິບັດການພົວພັນຮ່ວມມືຂອງສອງສະມາຄົມ ໂດຍສະເພາະແມ່ນເນື້ອໃນບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມຮ່ວມກັນໃນປີ 2022 ແລະ ປຶກສາຫາລືແຜນການ, ກິດຈະກຳໃນຕໍ່ໜ້າ ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງສະມາຄົມມິດຕະພາບ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ມີຫຼາຍສີສັນ, ຫຼາຍຮູບແບບ ທັງມີປະສິດທິພາບ-ປະສິດທິຜົນດີຂຶ້ນກວ່າເກົ່າ; ໃນໄລຍະຜ່ານມາ ການນໍາຂັ້ນສູງຂອງສອງປະເທດ ໄດ້ໄປມາຫາສູ່ກັນເປັນປົກກະຕິ, ການພົວພັນຮ່ວມມືຂອງບັນດາຂົງເຂດ, ຂະແໜງການຕ່າງໆ ນັບແຕ່ສູນກາງຮອດທ້ອງຖິ່ນ ໄດ້ຮັບການພັດທະນາຢ່າງມີປະສິດທິພາບ-ປະສິດທິຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ທາງກວ້າງ ແລະ ລວງເລິກ, ນັບມື້ເກີດດອກອອກຜົນ ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ຂອງສອງປະເທດ ກໍຄືການປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ສໍາລັບການພົວພັນຮ່ວມມືລະຫວ່າງສອງສະມາຄົມມິດຕະພາບ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ເຫັນວ່າມີບາດກ້າວຂະຫຍາຍຕົວ ແລະ ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ມີການປະສານສົມທົບ, ພົວພັນຮ່ວມມືນໍາກັນຢ່າງປົກກະຕິ ແລະ ຕໍ່ເນື່ອງຕະຫຼອດມາ; ໄດ້ສືບຕໍ່ກົນໄກການແລກປ່ຽນຢ້ຽມຢາມ, ການໄປມາຫາສູ່ກັນເປັນປົກກະຕິ; ມີການແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້, ສົ່ງເສີມ, ສະໜັບສະໜູນການພົວພັນຮ່ວມມື ແລະ ໄປມາຫາສູ່ກັນລະຫວ່າງປະຊາຊົນຕາມເຂດຊາຍແດນ; ສະໜັບສະໜູນການຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍຕາມຊາຍແດນ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ສຶກສາ-ສາທາລະນະສຸກ ແລະ ອື່ນໆ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ເພື່ອຜົນປະໂຫຍດຂອງປະເທດ ແລະ ປະຊາຊົນສອງຊາດ.

ສຳລັບແຜນໃນຕໍ່ໜ້າ, ສອງຝ່າຍໄດ້ປຶກສາຫາລື ແລະ ເອກະພາບນໍາກັນ ເປັນຕົ້ນ: 1. ສືບຕໍ່ກົນໄກການປະສານງານ, ແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນການຢ້ຽມຢາມ, ໄປມາຫາສູ່ກັນໃຫ້ເປັນປົົກກະຕິ ລະຫວ່າງສອງສະມາຄົມມິດຕະພາບ ລາວ-ກຳປູເຈຍ, ກຳປູເຈຍ-ລາວ; 2. ຊຸກຍູ້ບັນດາສະມາຄົມຂັ້ນແຂວງ, ປະຊາຊົນຕາມເຂດຊາຍແດນ ໃຫ້ໄປມາຫາສູ່, ສ້າງກິດຈະກໍາຮ່ວມກັນ ເຊັ່ນ: ການແລກປ່ຽນສິລະປະ, ວັດທະນະທຳ, ກິລາມິດຕະພາບ, ການທ່ອງທ່ຽວ ແລະ ອື່ນໆ; 3. ປະສານງານ, ຊຸກຍູ້ ແລະ ເປັນຂົວຕໍ່ສ້າງກິດຈະກຳໃຫ້ແກ່ຂະບວນການຊາວໜຸ່ມ, ນັກສຶກສາ ໃນການທັດສະນະສຶກສາ ເພື່ອຄົ້ນຄວ້າ, ສຶກສາກ່ຽວກັບສາຍພົວພັນມິດຕະພາບຂອງສອງຊາດ ເພື່ອເປັນການປູກຈິດສໍານຶກໃຫ້ຄົນຮຸ່ນໃໝ່ ໄດ້ເຂົ້າໃຈແຈ້ງ, ເລິກເຊິ່ງ ແລະ ເປັນເຈົ້າການສືບທອດມູນເຊື້ອອັນດີງາມຂອງສອງຊາດ ລາວ ແລະ ກຳປູເຈຍ; 4. ຊຸກຍູ້ ແລະ ເປັນຂົວຕໍ່ ໃນການພົວພັນຮ່ວມມືໃຫ້ແກ່ຂະແໜງການຄ້າ, ການລົງທຶນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນບັນດານັກທຸລະກິດ ລາວ ແລະ ກຳປູເຈຍ ໃຫ້ມີການພົວພັນ ແລະ ຮ່ວມມືນໍາກັນ.

ນອກຈາກການພົບປະສອງຝ່າຍ, ຄະນະຜູ້ແທນສະມາຄົມມິດຕະພາບລາວ-ກໍາປູເຈຍ ຍັງໄດ້ເຂົ້າພົບປະທ່ານຮອງປະທານແນວໂຮມມາຕຸພູມແຫ່ງຣາຊະອານາຈັກກຳປູເຈຍ, ພົບປະກັບເຈົ້າ ແຂວງພຣະສີຫະນຸ, ຢ້ຽມຊົມຫໍພິພິທະພັນແຫ່ງຊາດ ແລະ ອະນຸສາວະລີແຫ່ງຊາດ ເຕໂຈ ຮຸນເຊນ.

ຄໍາເຫັນ

ຂ່າວການຮ່ວມມື

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ເພີ່ມເຕີມ