ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ

ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ

ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ
ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ສິງຫາ ຜ່ານມາວ່າ: ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ (ສປຊ)ໄດ້ສ້າງຕັ້ງອົງການທີ່ປຶກສາກ່ຽວກັບປັນຍາປະດິດ (AI) ເພື່ອໃຫ້ປະເທດຕ່າງໆສາມາດຕັດສິນໃຈ ແລະ ເຈລະຈາກ່ຽວກັບເຕັກໂນໂລຊີດັ່ງກ່າວ.

 

ຂ່າວລະບຸວ່າ: ສະມັດຊາໃຫຍ່ອົງການສະຫະປະຊາຊາດ (UNGA) ໄດ້ຮັບຮອງເອົາມະຕິໃນການສ້າງຕັ້ງ “ຄະນະກຳມາທິການວິທະຍາສາດສາກົນອິດສະຫຼະ ວ່າດ້ວຍ ປັນຍາປະດິດ” ເພື່ອເຜີຍແຜ່ການປະເມີນທາງວິທະຍາສາດ ແລະ ວິເຄາະການຄົ້ນຄວ້າທີ່ມີຢູ່ແລ້ວກ່ຽວກັບໂອກາດ, ຄວາມສ່ຽງ ແລະ ຜົນກະທົບຂອງ AI.

ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ຈະເລືອກເອົາບຸກຄະລາກອນຈາກ 40 ປະເທດ ເຂົ້າສະມາຊິກ ແລະ ຈະດຳລົງຕຳແໜ່ງເປັນເວລາ 3 ປີ.

ນອກຈາກນັ້ນ, ຈະມີການປຶກສາຫາລືປະຈຳປີລະຫວ່າງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສາກົນ, ແບ່ງປັນບົດຮຽນ ແລະ ການປະຕິບັດທີ່ຖອດຖອນໄດ້, ພ້ອມທັງປຶກສາຫາລືກ່ຽວກັບການຄຸ້ມຄອງ AI ເພື່ອຊ່ວຍໃຫ້ບັນລຸເປົ້າໝາຍການພັດທະນາທົ່ວໂລກ.

ຂະນະທີ່ກອງປະຊຸມສຸດຍອດປັນຍາປະດິດລະດັບໂລກຄັ້ງທຳອິດ ຊຶ່ງຈັດໂດຍ ສປຊ ມີກຳນົດຈະຈັດຂຶ້ນທີ່ນະຄອນເຈນີວາ ປະເທດສະວິດ ໃນປີໜ້າ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນຂໍ້ມູນໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ທ່ານ ຣູເມນ ຣາເດວ ປະທານາທິບໍດີ ສ ບຸນກາຣີ ຍົກອອກມາໃນກອງປະຊຸມຖະແຫຼງຂ່າວພາຍຫຼັງການໂອ້ລົມສົນທະນາຂັ້ນສູງທີ່ຈັດຂຶ້ນໃນວັນທີ 23 ຕຸລາ ຜ່ານມາ ຢູ່ນະຄອນຫຼວງ Sofia ສ ບຸນກາຣີ, ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ບຸນກາຣີ ຂອງທ່ານ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ.
10 ປີ​ຜ່ານ​ມາ ແມ່ນ 10 ປີ​ທີ່ອາ​ກາດ​ຮ້ອນ​​ສຸດ​ໃນ​ປະ​ຫວັດ​ສາດ

10 ປີ​ຜ່ານ​ມາ ແມ່ນ 10 ປີ​ທີ່ອາ​ກາດ​ຮ້ອນ​​ສຸດ​ໃນ​ປະ​ຫວັດ​ສາດ

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ​ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ​ ໄດ້ເຂົ້າຮ່ວມກອງປະຊຸມວິ​ສາ​ມັນ​ຂອງກອງປະຊຸມອຸ​ຕຸ​ນິ​ຍົມ​ໂລກ. ໃນກອງປະຊຸມ, ທ່ານໄດ້ເນັ້ນໜັກວ່າ: ວິກິດການປ່ຽນ​ແປງດິນຟ້າອາກາດກຳລັງ​ເຮັດ​ໃຫ້ໂລກໄປສູ່ຂອບ​ເຫວອັນຕະລາຍ.
ເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ

ເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ຄາຣິມ ບາແດວີ ລັດຖະມົນຕີກະຊວງນ້ຳມັນ ແລະ ຊັບພະຍາກອນແຮ່ທາດຂອງເອຢິບ ໄດ້ລາຍງານການຄົ້ນພົບບໍ່ນ້ຳມັນ ແລະ ອາຍແກ໊ສຫຼາຍແຫ່ງໃນທະເລຊາຍຕາເວັນຕົກ ແລະ ເຂດສາມຫຼ່ຽມປາກແມ່ນ້ຳໄນ ໃນເດືອນຕຸລານີ້ ຊຶ່ງຄາດວ່າຈະເພີ່ມການຜະລິດນ້ຳມັນຫຼາຍກວ່າ 5,000 ບາເຣວຕໍ່ມື້ ແລະ ອາຍແກ໊ສ 42 ລ້ານແມັດກ້ອນຕໍ່ມື້.
ເປິດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ

ເປິດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ (SOM) ແລະ ບັນດາວາລະກອງປະຊຸມກະກຽມ ໄດ້ເປີດຂຶ້ນໃນວັນທີ 23 ຕຸລາ ຜ່ານມາ ຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ. ນີ້ແມ່ນກອງປະຊຸມສ້າງປະຖົມປັດໄຈໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງຄາດວ່າຈະຈັດຂຶ້ນຢູ່ຫໍປະຊຸມ ກົວລາລຳເປີ ປະເທດມາເລເຊຍ ໃນວັນທີ 26 – 28 ຕຸລາ ນີ້. ດ້ວຍຫົວຂໍ້ “ກວມລວມ ແລະ ຍືນຍົງ”.
ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ ຮັບ​ຮອງ​ເອົາ​ແຜນ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ ຮັບ​ຮອງ​ເອົາ​ແຜນ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ

ຂ່າວສານຊີອາໄອລາຍງານໃນວັນທີ 23 ຕຸລາ ຜ່ານມາວ່າ: ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 20 ໄດ້​ຈັດຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ຂອງ​ຈີນ ​ລະ​ຫວ່າງວັນ​ທີ 20-23 ຕຸ​ລາ ຜ່ານມາ, ໂດຍກົມ​ກ​ານ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ປະ​ທານກອງ​ປະ​ຊຸມ​ດັ່ງ​ກ່າວ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງພັກ​ກອມ​ມູ​ນິດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອັນ​ສຳ​ຄັນ.
ອິນໂດເນເຊຍ ຈະຫຼຸດລາຄາປີ້ຍົນພາຍໃນປະເທດ

ອິນໂດເນເຊຍ ຈະຫຼຸດລາຄາປີ້ຍົນພາຍໃນປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ຕຸລາ ຜ່ານມາວ່າ: ກະຊວງ​ຄົມມະນາຄົມ​ອິນ​ໂດ​ເນ​ເຊຍ​ປະກາດ​ວ່າ, ລັດຖະບານ​ຈະ​ຫຼຸດລາຄາປີ້ຍົນ​ພາຍ​ໃນ​ປະ​ເທດ​ລົງ​ເຖິງ 14% ກ່ອນເຖິງ​ວັນ​ບຸນ​ຄຣິສມາດ​ ແລະ ​ປີ​ໃໝ່ ​ເພື່ອ​ຊ່ວຍ​ແບ່ງ​ເບົາ​ພາລະ​ຄ່າ​ເດີນທາງຂອງປະຊາຊົນ. ໂດຍລວມມີປີ້ໂດຍສານຊັ້ນປະຢັດສໍາລັບຖ້ຽວບິນພາຍໃນປະເທດທີ່ອອກເດີນທາງລະຫວ່າງວັນທີ 22 ທັນວາ 2025 ແລະ ວັນທີ 10 ມັງກອນ 2026.
ນາ​ຍົກ​ລັດ​ຖະ​ມົນ​ຕີຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກະ​ຕຸ້ນ​ເສດ​ຖະ​ກິດ ແລະ ສະ​ກັດ​ກັ້ນ​ໄພ​ເງິນ​ເຟີ້

ນາ​ຍົກ​ລັດ​ຖະ​ມົນ​ຕີຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກະ​ຕຸ້ນ​ເສດ​ຖະ​ກິດ ແລະ ສະ​ກັດ​ກັ້ນ​ໄພ​ເງິນ​ເຟີ້

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 21 ຕຸລາ ຜ່ານມາ, ທ່ານນາງ ທາກະອິຈິ ຊານາເອະ ນາຍົກລັດຖະມົນຕີຄົນໃໝ່ ຍີ່ປຸ່ນ ຖະແຫຼງວ່າ, ຈະຊີ້ນໍາບັນດາເຈົ້າໜ້າທີ່ລັດຖະບານຮຽບຮຽງບ້ວງກະຕຸ້ນເສດຖະກິດໂດຍໄວ ເພື່ອແນໃສ່ຮັບມືກັບສະພາບການຄ່າຄອງຊີບເພີ່ມຂຶ້ນ.
ລາ​ຄາ​ຄຳ​ ແລະ​ ເງິນ​ໃນຕະ​ຫຼາດ​ໂລກ​ຫຼຸດ​ລົງ​ຢ່າງວ່ອງ​ໄວ

ລາ​ຄາ​ຄຳ​ ແລະ​ ເງິນ​ໃນຕະ​ຫຼາດ​ໂລກ​ຫຼຸດ​ລົງ​ຢ່າງວ່ອງ​ໄວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ຕຸລາຜ່ານມາ, ຍ້ອນ​ໄດ້​ຮັບຜົນກະທົບຈາກຫຼາຍປັດ​ໄຈ, ​​ໄດ້​ເຮັດ​ໃຫ້ລາຄາຄໍາໃນຕະ​ຫຼາດ​ໂລກຫຼຸດລົງເກີນ 6% ໃນ​ຊົ່ວ​ໄລ​ຍະ​ໜຶ່ງ, ​​ຄິດ​ເປັນ​ມູນ​ຄ່າ ​ຕ່ຳລົງ​ເຖິງ 4,100 ໂດລາຕໍ່ອອນ ຊຶ່ງເປັນ​ຈຳ​ນວນຫຼຸດລົງ​ຫຼາຍ​ທີ່​ສຸດ​ຕໍ່ມື້ ໃນຮອບ 12 ປີຜ່ານມາ; ​ສ່ວນ​ລາຄາເງິນໃນ​ຕະ​ຫຼາດ​ໂລກໄດ້ຫຼຸດລົງເກີນ 8% ​ໃນ​ຊົ່ວ​ໄລ​ຍະ​ໜຶ່ງ, ຄິດ​ເປັນ​ມູນ​ຄ່າ​ຫຼຸດຕ່ຳ​​ລົງເຖິງ 48 ໂດລາຕໍ່​ອອນ ຊຶ່ງເປັນ​ຈຳ​ນວນຫຼຸດລົງ​ຫຼາຍ​ທີ່​ສຸດ​ຕໍ່ມື້ ​ຫຼັງ​ຈາກປີ 2021 ເປັນ​ຕົ້ນ​ມ​າ.
ຫ​ວຽດ​ນາມ ແລະ ແຟງ​ລັງ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫ​ວຽດ​ນາມ ແລະ ແຟງ​ລັງ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ໃນວັນທີ 21 ຕຸລາ ຜ່ານມາ ພາຍຫຼັງພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ, ທ່ານ ໂຕເລິມ ເລຂາທິການໃຫຍ່ຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ ອາເລັກຊານເດີ ສະຕັບ ປະທານາທິບໍດີ ແຟັງລັງ
ສະວິດ ສົ່ງອອກສິນຄ້າໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນໃນເດືອນກັນຍາ

ສະວິດ ສົ່ງອອກສິນຄ້າໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນໃນເດືອນກັນຍາ

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີ ຂອງສະວິດ ປະກາດໃນວັນທີ 21 ຕຸລາ ຜ່ານມາວ່າ, ການສົ່ງອອກສິນຄ້າໄປສະຫະລັດ ອາເມຣິກາ ຊຶ່ງບໍ່ລວມຄໍາ, ເພີ່ມຂຶ້ນ 43% ໃນເດືອນກັນຍາ ເມື່ອທຽບກັບເດືອນສິງຫາ, ໃນຂະນະທີ່ການສົ່ງອອກໂດຍລວມເພີ່ມຂຶ້ນ 3.4% ຊຶ່ງຊີ້ໃຫ້ເຫັນວ່າຄວາມຕ້ອງການສິນຄ້າຂອງສະວິດຍັງແຂງແຮງ ເຖິງວ່າຈະມີຜົນກະທົບຂອງອັດຕາພາສີ 39% ຂອງລັດຖະບານ ທ່ານ ໂດໂນ ທຣໍາ ຕໍ່ການນໍາເຂົ້າສິນຄ້າຈາກສະວິດ.
ເພີ່ມເຕີມ