ສະມາຊິກຊາວໜຸ່ມຜູ້ສ້າງອາຊີບເສີມແຕ່ກາຍເປັນລາຍຮັບຫຼັກຂອງຄອບຄົວ

ສະມາຊິກຊາວໜຸ່ມຜູ້ສ້າງອາຊີບເສີມແຕ່ກາຍເປັນລາຍຮັບຫຼັກຂອງຄອບຄົວ
ໂດຍ: ແສງຈັນ
ໃນຍຸກທີ່ຄ່າຄອງຊີບສູງຄືສູ່ມື້ນີ້ຖ້າອາໄສແຕ່ເງິນເດືອນພຽງຢ່າງດຽວແນ່ນອນນຈະບໍ່ພຽງພໍກັບລາຍຈ່າຍຂອງຄອບຄົວ.ດັ່ງນັ້ນ,ພະນັກງານ-ລັດຖະກອນຈຳນວນບໍ່ໜ້ອຍໄດ້ຖືເອົາເວລາວ່າງເພື່ອຫາລາຍຮັບເສີມຕາມທ່າແຮງຂອງແຕ່ລະຄົນຊຶ່ງບາງຄົນກໍປູກຝັງ-ລ້ຽງສັດ, ບາງຄົນຂາຍເຄື່ອງທາງອອນລາຍ, ບາງຄົນກໍຕັ້ງຮ້ານຂາຍເຄື່ອງດັ່ງສະຫາຍພັນສີ ທິບພະມູນ ອາຍຸ 33ປີເປັນສະມາຊິກຊາວໜຸ່ມສັງກັດໃນໜ່ວຍຊາວໜຸ່ມຫ້ອງການຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ຢູ່ບ້ານໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວຽວຽງຈັນຊຶ່ງໄດ້ເປີດຮ້ານຂາຍເສື້ອຜ້າຢູ່ເຂດບ້ານໂນນຄໍ້ເໜືອຈົນສາມາດສ້າງລາຍຮັບເຂົ້າຄອບຄົວ.
ສະຫາຍພັນສີ ທິບພະມູນ ໄດ້ຂຶ້ນປະກອບຄໍາເຫັນ ຕໍ່ພິທີປະກາດຮັບຮອງຂໍ້ແຂ່ງຂັນ4 ບຸກ ຂອງຄະນະຊາວໜຸ່ມ ຄອສພ ຄັ້ງທີIII ທີ່ສະໂມສອນ ຄອສພ ປີ2023ຈັດຂຶ້ນເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ນັບແຕ່ ໄດ້ເຂົ້າສັງກັດເປັນພະນັກງານຝຶກງານຢູ່ຫ້ອງການ ຄອສພແຕ່ວັນທີ 1 ມັງກອນ 2017,ກ່ອນຈະໄດ້ເຂົ້າເປັນພະນັກງານ-ລັດຖະກອນໃນປີ2018 ຕົນເອງໄດ້ພະຍາຍາມຄົ້ນຄິດຊອກຫາວິທີຕ່າງໆໃນການຊອກຫາລາຍໄດ້ເສີມ ໄປຄຽງຄູ່ກັບການປະຕິບັດໜ້າທີ່ ເປັນພະນັກງານຝຶກງານ ໄລຍະ 3ເດືອນທໍາອິດ. ດ້ວຍເຫດນັ້ນໃນເບື້ອງຕົ້ນ ຈຶ່ງຂາຍເຄື່ອງອອນລາຍ  ໂດຍນໍາເອົາຜະລິດຕະພັນຕ່າງໆມາໂຄສະນາ ເຊັ່ນ: ອາຫານເສີມ, ເສື້ອຜ້າ ແລະ ຜະລິດຕະພັນອື່ນໆ.ມາຮອດວັນທີ6 ມີນາ2017 ໄດ້ຕັດສິນໃຈເປີດຮ້ານຂາຍເສື້ອຜ້າຢູ່ເຂດບ້ານໂນນຄໍ້ເໜືອ, ທຶນໃນເບື້ອງຕົ້ນຕົນເອງມີພຽງ 5 ລ້ານກີບ ຊຶ່ງໄດ້ກູ້ຢືມຈາກອ້າຍ 3ລ້ານກີບ, ຢືມຈາກຫຼານສາວ 10 ລ້ານກີບ, ຢືມຈາກທະນາຄານ 10 ລ້ານ ລວມເປັນ 28 ລ້ານກີບ,  ໃນນັ້ນຈ່າຍຄ່າເຊົ່າຮ້ານ 11 ລ້ານກີບ, ຄ່າຕົບແຕ່ງຮ້ານ ແລະ ຊື້ອຸປະກອນຕ່າງໆ ປະມານ 7 ລ້ານກີບ, ເຫຼືອ 11 ລ້ານກີບ ແມ່ນຊື້ເສື້ອ-ຜ້າເຂົ້າຮ້ານ ຊຶ່ງເຫັນໄດ້ວ່າ ຈາກການຂາຍໃນມື້ທໍາອິດໄດ້ 486.000 ກີບ, ເດືອນທໍາອິດຍອດຂາຍໄດ້ 11ລ້ານກີບ, ກໍາໄລປະມານ 3ລ້ານກວ່າກີບ ແລະ ຍອດຂາຍໝົດປີ ໄດ້ 208ລ້ານກ່ວາກີບ ໃນນັ້ນກໍາໄລປະມານ 60ລ້ານກ່ວາກີບ. ຖືວ່າພາຍໃນປີທໍາອິດແມ່ນສາມາດໃຊ້ໜີ້ທີ່ກູ້ຢຶມມາ ແລະ ຍັງມີທຶນໄວ້ຂະຫຍາຍຮ້ານໃຫ້ໃຫຍ່ຂຶ້ນ. ດັ່ງນັ້ນ, ຈຶ່ງໄດ້ສູ້ຊົນ ພະຍາຍາມຊອກຮຽນ-ຮູ້ແບບແຜນ ແລະ ວິທີການບໍລິຫານທຸລະກິດຈາກຄົນອື່ນ ກໍຄື ຈາກການຂາຍ ຂອງຕົນເອງຕະຫຼອດມາ.
ຮອດປີ2020 ຈຶ່ງໄດ້ປຶກສາຫາລືກັບເມຍ ຊື່ເປັນພະນັກງານ-ລັດຖະກອນສັງກັດຢູ່ກົມກວດກາ ຄອສພ ເພື່ອຂະຫຍາຍຮ້ານເພີ່ມອີກໜຶ່ງຮ້ານ ໃນເບື້ອງຕົ້ນຂອງການເປີດຮ້ານທີ່ສອງນີ້ຖືວ່າ ພົບອຸປະສັກຫຼາຍຢ່າງເປັນຕົ້ນ: ອັດຕາແລກປ່ຽນມີການເໜັງຕີງ, ບວກໃສ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຍອດຂາຍຫຼຸດລົງ ແຕ່ກໍສາມາດປະຄັບປະຄອງທຸລະກິດມາໄດ້. ນອກຈາກການຂາຍເສື້ອຜ້າໜ້າຮ້ານແລ້ວ ໃນໄລຍະປີ 2021-2022 ໄດ້ນໍາພາຄອບຄົວ ເປີດຮ້ານຂາຍຕໍາໝີ່, ຕໍາອາຫານປະເພດຕ່າງໆ, ປີ້ງເອັນ, ປີ້ງປາມຶກ, ຂາຍນໍ້າຫວານ ແລະ ຂາຍອາຫານປະເພດອື່ນໆ. ຍອດຂາຍສະເລ່ຍປະມານ 25ລ້ານກີບ/ເດືອນ, ໃນນັ້ນມີກໍາໄລຫຼັງຈາກຫັກຈ່າຍຄ່າແຮງງານ ແລະ ຄ່າເຊົ່າຮ້ານເຫຼືອປະມານ 3-4 ລ້ານກີບ/ເດືອນ.ຈົນມາເຖິງປີ2023 ມີຍອດຂາຍ ປະມານ 980 ລ້ານກວ່າກີບ, ໃນນັ້ນມີກໍາໄລປະມານ 400ລ້ານກວ່າກີບ.ຕະຫຼອດໄລຍະການຫາລາຍໄດ້ເສີມນັ້ນ ຄອບຄົວຂ້າພະເຈົ້າ ຍັງພົບອຸປະສັກຫຼາຍຢ່າງ ເຮັດໃຫ້ທຸລະກິດຄອບຄົວ ໄດ້ຮັບຜົນກະທົບພໍສົມຄວນ ແຕ່ຕົນເອງ ແລະ ຄອບຄົວຍັງຢຶດໝັ້ນ ແລະ ພະຍາຍາມສູ້ຊົນຈົນສາມາດຜ່ານຜ່າມາໄດ້ເປັນກ້າວໆ.
ສະຫາຍພັນສີ ທິບພະມູນກ່າວຕື່ມອີກວ່າ: ສິ່ງທີ່ຢືນຢັນເປັນຮູບປະທຳໄດ້ນັ້ນຄື ສາມາດຊື້ດິນປຸກສ້າງໄດ້ໜຶ່ງຕອນ, ລົດໃຫຍ່ຮັບໃຊ້ຄອບຄົວ 1ຄັນ ແລະ ສິ່ງອໍານວຍຄວາມສະດວກອື່ນໆຈໍານວນໜຶ່ງ ແລະ ສິ່ງທີ່ພາກພູມໃຈທີ່ສຸດຄື: ສາມາດໃຊ້ໜີ້ທີ່ກູ້ຢືມມາລົງທຶນໄດ້ສໍາເລັດພາຍໃນ 1ປີ ແລະ ສາມາດສົ່ງຫຼານຮຽນຈົນຈົບໃນລະດັບປະລິນຍາຕີ ຈໍານວນ 2ຄົນແລະ ເຮັດໃຫ້ພວກຫຼານໆໄດ້ມີວຽກເຮັດງານທໍາແລະສ້າງລາຍໄດ້ໃນເວລາວ່າງໃຫ້ພວກເຂົາຈໍານວນໜຶ່ງ.
ສະຫາຍພັນສີ ທິບພະມູນກ່າວຕື່ມວ່າ: ໃນແຜນຕໍ່ໜ້າ ຈະປັບປຸງການຂາຍເຄື່ອງໃຫ້ດີຂຶ້ນກວ່າເກົ່າ ເພື່ອບໍລິການລູກຄ້າໄດ້ຢ່າງທົ່ວເຖິງ ແລະ ທັງເປັນການຮັກສາລູກຄ້າໄວ້ໃຫ້ຍືນຍົງ, ຖ້າຫາກວ່າ ທ່ານໃດ ມີຄວາມສົນໃຈ ຫຼື ມັກຮັກໃນທຸລະກິດຄ້າຂາຍເສື້ອຜ້າ ກໍສາມາດໄປເບິ່ງ, ຂ້າພະເຈົ້າຍິນດີຕ້ອນຮັບແລະຍິນດີຖອດຖອນ, ແລກປ່ຽນແລະແບ່ງປັນບົດຮຽນສຳລັບຜູ້ທີ່ມີຄວາມສົນໃຈດ້ານການຂາຍເສື້ອ-ຜ້າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ