ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຮາກຖານຊາວໜຸ່ມອົງການກາແດງ

ສຳເລັດກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຮາກຖານຊາວໜຸ່ມອົງການກາແດງແຂວງ

ສຳເລັດກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຮາກຖານຊາວໜຸ່ມອົງການກາແດງແຂວງ
ໜ່ວຍຮາກຖານຊາວໜຸ່ມອົງການກາແດງ ແຂວງສາລະວັນ ໄດ້ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ເມື່ອໃນວັນທີ 29 ຕຸລາຜ່ານມາ,

ໂດຍການເປັນປະທານຂອງ ສະຫາຍ ສີປະເສີດ ຈະເລີນສຸກ ເລຂາໜ່ວຍຮາກຖານຊາວໜຸ່ມອົງການກາແດງແຂວງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ອ່ອນສາ ຄໍາໄພວັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ດາວັນ ພວງຈໍາປາ ຮອງເລຂາໜ່ວຍພັກ ວ່າການຫົວໜ້າອົງການກາແດງແຂວງ, ມີບັນດາແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ລັດສະດາ ກຸນນະວົງ ຮອງເລຂາໜ່ວຍຮາກຖານຊາວໜຸ່ມ ໄດ້ຜ່ານຮ່າງບົດລາຍງານການເມືອງ ວ່າ: ໄລຍະ 5 ປີຜ່ານມາ ໜ່ວຍຮາກຖານຊາວໜຸ່ມ ຖືສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ, ຖືເອົາການເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໃຫ້ກັບສະມາຊິກຊາວໜຸ່ມ ເຮັດໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງການນໍາພາຂອງພັກ, ການປັບປຸງການຈັດຕັ້ງ ແລະ ຂະຫຍາຍສະມາຊິກຊາວໜຸ່ມ, ທັງໄດ້ຕິດຕາມກໍ່ສ້າງເພື່ອຂະຫຍາຍເຂົ້າອົງການຈັດຕັ້ງພັກ, ດ້ານວຽກງານຂະບວນການ ກໍໄດ້ຕັ້ງໜ້າຈັດຕັ້ງປະຕິບັດ ໂດຍສະເພາະຊາວໜຸ່ມຕະລຸມບອນ ໄດ້ໃຫ້ການຊ່ວຍເຫຼືອສັງຄົມ ເຊັ່ນ: ແຈກຢາຍນ້ຳໃຫ້ແຮງງານລາວ ໄລຍະພະຍາດໂຄວິດ-19 ແຜ່ລະບາດ. ດ້ານວຽກງານວິຊາສະເພາະ ກໍໄດ້ເປັນເຈົ້າການໃນການເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ເປັນຕົ້ນ: ການເຄື່ອນໄຫວສົ່ງເສີມການບໍລິຈາກເລືອດ, ຂົນຂວາຍແຫຼ່ງທຶນ-ຊ່ວຍເຫຼືອບັນເທົ່າທຸກ ເປັນຕົ້ນ: ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ຢູ່ເມືອງສະໝ້ວຍ ຮ່ວມກັບກາແດງລາວ, ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ກັບຄອບຄົວທີ່ຖືກໄຟໄໝ້ເຮືອນ, ລົມພະຍຸພັດ ຈໍານວນ 8 ເມືອງ, ມີ 92 ບ້ານ, 181 ຄອບຄົວ. ນອກນັ້ນ ກໍໄດ້ສົມທົບກັບອົງການກາແດງລາວ ເຄື່ອນໄຫວເກັບກຳຂໍ້ມູນ ແລະ ມອບເຄື່ອງຊ່ວຍເຫຼືອຄອບຄົວທີ່ຖືກໄພນໍ້າຖ້ວມ 3 ເມືອງ, 20 ບ້ານ, ມີ 1,273 ຄອບຄົວ, ມີ 9,684 ຄົນ. ຕິດຕາມທະນາຄານງົວບ້ານອາແດງ, ໂກຕາຍ ທີ່ເປັນທຶນສົ່ງເສີມຊ່ວຍເຫຼືອປະຊາຊົນ ແລະ ໄດ້ເຄື່ອນໄຫວວຽກງານປີ່ນອ້ອມອື່ນໆ. ຈາກນັ້ນ, ກໍ່ໄດ້ມີການຜ່ານບົດສໍາຫຼວດ ແລະ ກ່າວລາໜ້າທີ່ຂອງຄະນະຊຸດເກົ່າ, ຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກຊຸດໃໝ່ ຊຶ່ງມີຜູ້ສະໝັກ 5 ສະຫາຍ, ຍິງ 3 ສະຫາຍ, ເລຶອກເອົາ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກເລືອກເອົາ ສະຫາຍ ສີປະເສີດ ຈະເລີນສຸກ ເປັນເລຂາໜ່ວຍຮາກຖານຊາວໜຸ່ມ, ສະຫາຍ ລັດສະດາ ກຸນນະວົງ ເປັນຮອງ ທັງເປັນປະທານກວດກາໜ່ວຍຊາວໜຸ່ມ.

(ຂ່າວ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງຄະນະກຳມະການ ປກຊ-ປກສ ນວ ຊຸດໃໝ່

ປະກາດແຕ່ງຕັ້ງຄະນະກຳມະການ ປກຊ-ປກສ ນວ ຊຸດໃໝ່

ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 3 ກໍລະກົດຜ່ານມາ ທີ່ຫ້ອງວ່າການ ນວ ເປັນກຽດເຂົ້າຮ່ວມຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນ​ປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີທ່ານ ​ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນວ ພ້ອມດ້ວຍປະທານ ຮອງປະທານຄະນະກຳມະການປົກຄອງ ນວ, ນາຍ ແລະ ພົນ​ທະຫານ ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ຍທຂ ນວ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025

ຍທຂ ນວ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025

ຄະນະພັກຮາກຖານ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ (ນວ) ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຂຶ້ນໃນວັນທີ 3 ກໍລະກົດ ຜ່ານມາ, ໂດຍມີ ສະຫາຍ ບຸນຍະວັດ ນີຣະໄຊຍ໌ ກໍາມະການພັກ ນວ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຍທຂ ນວ ເປັນປະທານ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ສູນ 523 ສຳເລັດການເຜີຍແຜ່ເຊື່ອມຊຶມກົດລະບຽບຂອງກອງທັບປະຊາຊົນລາວ

ສູນ 523 ສຳເລັດການເຜີຍແຜ່ເຊື່ອມຊຶມກົດລະບຽບຂອງກອງທັບປະຊາຊົນລາວ

ສູນແກ້ໄຂລະເບີດບໍ່ທັນແຕກ ແລະ ຝຶກອົບຮົມໄພພິບັດກອງທັບ (ສູນ 523) ໄດ້ສຳເລັດການຈັດຕັ້ງເຜີຍ ແຜ່, ເຊື່ອມຊຶມກົດລະບຽບຂອງກອງທັບປະຊາຊົນລາວ (ສະບັບປັບປຸງໃໝ່) ໃນວັນທີ 3 ກໍລະກົດຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຫົວໜ້າການເມືອງ ສູນ 523, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ການເມືອງ ປກສ ຄັ້ງທີ 4 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ການເມືອງ ປກສ ຄັ້ງທີ 4 ສະໄໝທີ VII

​ ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (ປກສ) ຄັ້ງທີ 4 ສະໄໝທີ VII ຈັດຂຶ້ນໃນວັນທີ 3 ກໍລະກົດນີ້ ເປັນປະທານໂດຍ ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ຮອງເລຂາຄະນະພັກກະຊວງ ເລຂາຄະນະພັກກົມໃຫຍ່ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະປະຈຳພັກ, ຄະນະບໍລິຫານງານພັກ ພ້ອມດ້ວຍເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກອ້ອມຂ້າງເຂົ້າຮ່ວມ.
ບົດຖະແຫຼງຂ່າວ ຂອງສະພາແຫ່ງຊາດ

ບົດຖະແຫຼງຂ່າວ ຂອງສະພາແຫ່ງຊາດ

ໃນວັນທີ 2 ກໍລະກົດນີ້, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ກົມ ລົດຕັງ-ຍານເກາະ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ

ກົມ ລົດຕັງ-ຍານເກາະ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ

ກົມ ລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ ຈັດພິທີສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 2 ກໍລະກົດນີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນປອນ ລົມພະຈັນ ຮັກສາການ ຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ, ມີຄະນະກົມລົດຕັງ-ຍານເກາະ, ຄະນະກອງພັນໃຫຍ່ 661, ຄະນະສູນຝຶກ 620, ພະແນກການ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.
ຄບຕ ສະຫຼຸບຜົນງານ 6 ເດືອນຕົ້ນປີ 2026

ຄບຕ ສະຫຼຸບຜົນງານ 6 ເດືອນຕົ້ນປີ 2026

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ຈັດກອງປະຊຸມສະຫຼຸບຜົນການດຳເນີນວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ໃນວັນທີ 1 ກໍລະກົດ ຜ່ານມາ, ໂດຍມີທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການ ຄບຕ ເປັນປະທານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຊັນສັນຍາຮ່ວມທຶນ ສ້າງຕັ້ງໂຮງງານຜະລິດ ແລະ ຈຳໜ່າຍໄຟເບີຣີບາ (GFRP) ໃນ ສປປ ລາວ

ເຊັນສັນຍາຮ່ວມທຶນ ສ້າງຕັ້ງໂຮງງານຜະລິດ ແລະ ຈຳໜ່າຍໄຟເບີຣີບາ (GFRP) ໃນ ສປປ ລາວ

ບໍລິສັດ ທະເວວ ພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ ຮ່ວມກັບ ບໍລິສັດ ໄທຣີ ບາເທັກ ໄດ້ເຊັນສັນຍາ ຮ່ວມທຶນ ສ້າງຕັ້ງໂຮງງານຜະລິດ ແລະ ຈຳໜ່າຍໄຟເບີຣີບາ (GFRP) ໃນ ສປປ ລາວ GFRP ຫຼື Glass Fiber Reinforced Polymer ໂພລິເມີເສີມເສັ້ນໄຍແກ້ວ ຫຼື ພລາສຕິກເສີມ ເສັ້ນໄຍແກ້ວ ເປັນ ວັດສະດຸຄອມໂພສິດ ທີ່ມີນໍ້າໜັກເບົາ ບໍ່ເຂົ້າໝ້ຽງ ທົນທານໃນການກັດກ່ອນ (ຜຸຜຸ່ຍ) ໄດ້ດີ ຊຶ່ງສາມາດໃຊ້ຮ່ວມກັບເຫຼັກເສັ້ນ ໃນວຽກງານກໍ່ສ້າງແບບຄົບວົງຈອນ ສາມາດນໍາໃຊ້ເຂົ້າໃນ ອຸດສາຫະກຳຫຼາຍຂະແໜງ ເຊັ່ນ: ໂຄງສ້າງວຽກກະສິກຳ-ເຮືອນຮົ່ມ, ເສັ້ນທາງຄົມມະນາຄົມ, ຂົວ ແລະ ໂຄງສ້າງສາທາລະນຸປະໂພກ, ສະຖານີ EMI ແລະ FRI, ບໍ່ບຳບັດນໍ້າເສຍ, ເຂື່ອນ, ໂຄງສ້າງພື້ນ, ອຸໂມງ, ກັນເຈື່ອນ ແລະ ການກໍ່ສ້າງອື່ນໆ.
ສານປະຊາຊົນນະຄອນຫຼວງວຽງຈັນ ຖະແຫຼງການຕັດສິນຄະດີສໍ້ລາດບັງຫຼວງ

ສານປະຊາຊົນນະຄອນຫຼວງວຽງຈັນ ຖະແຫຼງການຕັດສິນຄະດີສໍ້ລາດບັງຫຼວງ

ໃນວັນທີ 1 ກໍລະກົດ ຜ່ານມາ, ທ່ານ ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການສານປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ໄດ້ຖະແຫຼງຂ່າວຄະດີອາຍາກ່ຽວກັບການສໍ້ລາດບັງຫຼວງ 4 ເລື່ອງ, ມີຈຳເລີຍ ທັງໝົດ 17 ຄົນ ຍິງ 2 ຄົນ ລວມມີ ທັງອະດີດພະນັກງານລັດຂັ້ນສູງ ແລະ ນັກທຸລະກິດ ມີດັ່ງລຸ່ມນີ້.
ຈຳປາສັກ ຈະຈັດຫຼາຍກິດຈະກໍາ ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ

ຈຳປາສັກ ຈະຈັດຫຼາຍກິດຈະກໍາ ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ

ເນື່ອງໃນໂອກາດວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20/07/1955-20/07/2026), ສະຫະພັນແມ່ຍິງແຂວງຈໍາປາສັກ ຈະຈັດຫຼາຍກິດຈະກໍາ ເພື່ອສະເຫຼີມສະຫລອງວັນດັ່ງກ່າວ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.
ເພີ່ມເຕີມ