ສຳເລັດງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງທີ 137

ສຳເລັດງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງທີ 137

ສຳເລັດງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງທີ 137
ຂ່າວສານຊີອາໄອລາຍງານ ໃນວັນທີ 6 ພຶດສະພາ ນີ້ວ່າ: ງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງທີ 137 ທີ່ຈັດຂຶ້ນທາງອອຟລາຍຢູ່ນະຄອນກວາງໂຈ່ວ ເທດສະບານແຂວງກວາງຕຸ້ງຂອງຈີນໄດ້ສຳເລັດລົງໃນວັນທີ 5 ພຶດສະພາ ຜ່ານ. ໂຕເລກດັດຊະນີຫຼາຍລາຍການຂອງງານຄັ້ງນີ້ໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ, ນັກທຸລະກິດຈັດຊື້ທີ່ເຂົ້າຮ່ວມງານ

 

ແລະ ມູນຄ່າສົ່ງອອກທີ່ໄດ້ຊື້-ຂາຍພາຍໃນງານເພີ່ມຂຶ້ນຄູ່ກັນ ທັງບັນລຸເປົ້າໝາຍທີ່ໜ້າປະທັບໃຈ, ສຳເລັດຜົນ, ປອດໄພ ແລະ ປອດໃສ, ໄດ້ປະກອບສ່ວນຢ່າງຕັ້ງໜ້າຕໍ່ການຊຸກຍູ້ສົ່ງເສີມການສົ່ງອອກ ແລະ ຄຸນນະພາບ, ໄດ້ທຸ່ມເທພະລັງຂັບເຄື່ອນເຂົ້າໃນການພັດທະນາການຄ້າໂລກ.

ນັກທຸລະກິດຈັດຊື້ຕ່າງປະເທດທີ່ມາເຂົ້າຮ່ວມງານໃນຄັ້ງນີ້ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່. ມາຮອດວັນທີ 4 ພຶດສະພາ ຜ່ານມາ, ນັກທຸລະກິດຈັດຊື້ຈາກ 219 ປະເທດ ແລະ ເຂດແຄວ້ນທີ່ເຂົ້າຮ່ວມງານມີເຖິງ 288,938 ຄົນ, ເພີ່ມຂຶ້ນ 17.3% ເມື່ອທຽບໃສ່ງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງຜ່ານມາ. ມີອົງການອຸດສາຫະກຳການຄ້າ 140 ອົງການຈັດເປັນຄະນະມາເຂົ້າຮ່ວມງານ, ເພີ່ມຂຶ້ນ 17.6% ເມື່ອທຽບໃສ່ຄັ້ງຜ່ານມາ. ວິສາຫະກິດຈັດຊື້ຂ້າມຊາດຊັ້ນນຳເຂົ້າຮ່ວມ 376 ແຫ່ງ, ສ້າງສະຖິຕິສູງສຸດຄັ້ງໃໝ່. ມູນຄ່າການສົ່ງອອກທີ່ຕົກລົງກັນໃນເບື້ອງຕົ້ນຢູ່ພາຍໃນງານໄດ້ບັນລຸເຖິງ 25.44 ຕື້ໂດລາ ຊຶ່ງໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ

ຫວຽດນາມ ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ກອງບັນຊາການນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ, ນັບແຕ່ວັນທີ 23 ມິຖຸນາ ມາຮອດປັດຈຸບັນ, ບັນດາກຳລັງປະຕິບັດໜ້າທີ່ຄົ້ນຫາ, ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ ຕາແສງຮວ່າຮຶງ ນະຄອນໂຮ່ຈິມິນ ໄດ້ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ.
ການສົ່ງອອກລົດຂອງຈີນ ສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນ

ການສົ່ງອອກລົດຂອງຈີນ ສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນ

ວິທະຍຸ,ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 13 ສິງຫານີ້ວ່າ: ແຫຼ່ງຂ່າວຈາກສະມາຄົມອຸດສາຫະກຳລົດຈີນໃຫ້ຮູ້ໃນວັນທີ 12 ສິງຫາ ຜ່ານມາວ່າ, ການສົ່ງອອກລົດຂອງຈີນຍັງສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນຢ່າງແຂງແຮງ, ສະເພາະເດືອນກໍລະກົດຜ່ານມາ ໄດ້ສົ່ງອອກລົດຫຼາຍກວ່າ 1.04 ລ້ານຄັນ, ເພີ່ມຂຶ້ນ 81.3% ເມື່ອທຽບໃສ່ເດືອນກໍລະກົດປີກາຍ. ໃນນັ້ນ, ລົດໃຊ້ພະລັງງານໃໝ່ມີເຖິງ 553,000 ກວ່າຄັນ, ເພີ່ມຂຶ້ນ 145.5%.
ຄື້ນຄວາມຮ້ອນໃນທະເລ ກຳລັັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງມະນຸດ

ຄື້ນຄວາມຮ້ອນໃນທະເລ ກຳລັັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ການຄົ້ນຄວ້າໃໝ່ທີ່ດຳເນີນຮ່ວມກັນໂດຍມະຫາວິທະຍາໄລ Adelaide ຂອງອົສຕຣາລີ ແລະ ມະຫາວິທະຍາໄລຮ່ອງກົງ (ຈີນ) ເປີດເຜີຍວ່າ, ຄື້ນຄວາມຮ້ອນໃນມະຫາສະໝຸດກຳລັງກາຍເປັນໄພຂົ່ມຂູ່ທີ່ເພີ່ມຂຶ້ນຕໍ່ສຸຂະພາບຂອງມະນຸດ, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ປະກາລັງທີ່ກຳລັງຈະສູນພັນ ຫຼື ປະລິມານສັດນໍ້າທີ່ຫຼຸດລົງເທົ່ານັ້ນ. ໂດຍທີມນັກຄົ້ນຄວ້າກຳລັງຮຽກຮ້ອງໃຫ້ຄື້ນຄວາມຮ້ອນໃນມະຫາສະໝຸດເປັນບັນຫາສາທາລະນະສຸກທີ່ສຳຄັນ, ໂດຍເຕືອນບໍ່ໃຫ້ມອງຂ້າມຜົນກະທົບຂອງມັນຕໍ່ມະນຸດເຖິງວ່າຈະມີຫຼັກຖານທີ່ເພີ່ມຂຶ້ນຂອງຜົນກະທົບຢ່າງກວ້າງຂວາງ.
ໂລກປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ

ໂລກປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ສິງຫາ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາໂລກ (WMO) ອ້າງອີງຂໍ້ມູນຈາກອົງການຕິດຕາມກວດກາການປ່ຽນແປງສະພາບອາກາດ Copernicus (C3S) ລາຍງານວ່າ, ໂລກໄດ້ປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ. ອຸນຫະພູມພື້ນຜິວໂລກໂດຍສະເລ່ຍໃນເດືອນກໍລະກົດສູງກວ່າ 1.47 ອົງສາ ເມື່ອທຽບກັບຄ່າສະເລ່ຍກ່ອນຍຸກອຸດສາຫະກຳໃນປີ 1850-1900, ຍ້ອນວ່າພື້ນທີ່ສ່ວນໃຫຍ່ຂອງຊີກໂລກເໜືອໄດ້ປະສົບກັບຄື້ນຄວາມຮ້ອນທີ່ຮຸນແຮງ, ໄພແຫ້ງແລ້ງທີ່ຍາວນານ ແລະ ໄຟໄໝ້ປ່າ, ໃນຂະນະທີ່ພາກພື້ນອື່ນໆມີຝົນຕົກໜັກ ແລະ ນໍ້າຖ້ວມ.
ດັດຊະນີລາຄາຜູ້ບໍລິໂພກຂອງຍີ່ປຸ່ນ ໃນເດືອນກໍລະກົດ ຫຼຸດລົງເຫຼືອ 7.2%

ດັດຊະນີລາຄາຜູ້ບໍລິໂພກຂອງຍີ່ປຸ່ນ ໃນເດືອນກໍລະກົດ ຫຼຸດລົງເຫຼືອ 7.2%

ຂ່າວຕ່າງປະເທດລາຍງານວ່າ: ເຈົ້າໜ້າທີ່ຍີ່ປຸ່ນໄດ້ເປີດເຜີຍຂໍ້ມູນໃນວັນທີ 13 ສິງຫາ ນີ້ວ່າ, ດັດຊະນີລາຄາຜູ້ຜະລິດ (PPI) ຂອງຍີ່ປຸ່ນ ຊຶ່ງເປັນມາດຕະການວັດແທກຕົ້ນທຶນສິນຄ້າຢູ່ໜ້າໂຮງງານ, ໄດ້ເພີ່ມຂຶ້ນ 7.2% ໃນເດືອນກໍລະກົດ ເມື່ອທຽບກັບປີກ່ອນ ຊຶ່ງຫຼຸດລົງເລັກນ້ອຍຈາກລະດັບ 7.3% ໃນເດືອນມິຖຸນາ ແລະ ຕໍ່າກວ່າຄວາມຄາດຫວັງຂອງນັກວິເຄາະ ທີ່ 7.4%.
ຫວຽດນາມ ເສົາຄ້ຳຍຸດທະສາດໃນ 5 ພື້ນຖານເສດຖະກິດດີເດັ່ນອາຊຽນ

ຫວຽດນາມ ເສົາຄ້ຳຍຸດທະສາດໃນ 5 ພື້ນຖານເສດຖະກິດດີເດັ່ນອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 13 ສິງຫາ ຜ່ານມາວ່າ: ດ້ວຍຂອບຂະໜາດ, ພື້ນຖານອຸດສາຫະກຳ, ໂຄງປະກອບປະຊາກອນ ແລະ ຕະຫຼາດບໍລິໂພກ ນັບມື້ນັບເປີດກວ້າງ, 5 ພື້ນຖານເສດຖະກິດ ລວມມີ: ມາເລເຊຍ, ອິນໂດເນເຊຍ, ໄທ, ຫວຽດນາມ ແລະ ຟີລິບປິນ ພວມກຳນົດຖານະບົດບາດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນແຜນທີ່ທຶນທົ່ວໂລກກໍຄືວົງຈອນເຕີບໂຕຕໍ່ໄປຂອງອາຊຽນ. ໃນນັ້ນ, ຫວຽດນາມ ພົ້ນເດັ່ນຂຶ້ນຄືໜຶ່ງໃນບັນດາກຳລັງໜູນຢ່າງແຮງທີ່ສຸດໃນການເຕີບໂຕເສດຖະກິດ. ໂດຍໄດ້ຮັບການຕີລາຄາຂອງນັກເສດຖະກິດທົ່ວໂລກ.
ສິງກະໂປ ຍົກການຄາດຄະເນການເຕີບໂຕທາງເສດຖະກິດ ຂຶ້ນເປັນ 4.5-5.5%

ສິງກະໂປ ຍົກການຄາດຄະເນການເຕີບໂຕທາງເສດຖະກິດ ຂຶ້ນເປັນ 4.5-5.5%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາຜ່ານມາວ່າ: ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປໄດ້ປັບປຸງການຄາດຄະເນການເຕີບໂຕທາງເສດຖະກິດປີ 2026 ຂຶ້ນຈາກ 2-4% ເປັນ 4.5-5.5%, ໂດຍອີງໃສ່ຜົນການດຳເນີນງານທີ່ດີກ່ວາທີ່ຄາດໄວ້ໃນເດືອນມັງກອນ-ມິຖຸນາ 2026, ທ່າອ່ຽງສະຖານະການທີ່ີດີຂຶ້ນໃນໄລຍະທີ່ເຫຼືອຂອງປີນີ້ ຍັງສະທ້ອນໃຫ້ເຫັນເຖິງປະລິມານທຶນທີ່ໃຊ້ຈ່າຍກ່ຽວຂ້ອງກັບປັນຍາປະດິດ (AI) ທົ່ວໂລກເພີ່ມຂຶ້ນຢ່າງໄວວາ.
ຄົ້ນພົບຄວາມງາມຢ່າງໜ້າອັດສະຈັນຂອງເມືອງ Yichun ທາງພາກກາງຂອງຈີນ ໂດຍຜ່ານການທ່ອງທ່ຽວ

ຄົ້ນພົບຄວາມງາມຢ່າງໜ້າອັດສະຈັນຂອງເມືອງ Yichun ທາງພາກກາງຂອງຈີນ ໂດຍຜ່ານການທ່ອງທ່ຽວ

ໃນແຂວງຈຽງຊີ, ເມື່ອບໍ່ດົນມານີ້ ໄດ້ມີກຸ່ມນັກສຶກສາຕ່າງປະເທດຈາກ 11 ປະເທດໄປທ່ຽວຊົມເມືອງYichunເພື່ອສຳຜັດກັບມໍລະດົກທາງທຳມະຊາດ ແລະ ວັດທະນະທຳທີ່ຫຼາກຫຼາຍ ເຮັດໃຫ້ເຂົາເຈົ້າເຂົ້າໃຈທ້ອງຖິ່ນໄດ້ດີຂຶ້ນ.
ອັງກິດ ປະເຊີນກັບໄພແຫ້ງແລ້ງຮຸນແຮງ

ອັງກິດ ປະເຊີນກັບໄພແຫ້ງແລ້ງຮຸນແຮງ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ກຸ່ມໄພແຫ້ງແລ້ງແຫ່ງຊາດຂອງອັງກິດ (NDG) ໄດ້ອອກຄຳເຕືອນໃນວັນທີ 10 ສິງຫາ ຜ່ານມາວ່າ: ພື້ນທີ່ເກືອບສາມສ່ວນສີ່ຂອງອັງກິດກຳລັງປະເຊີນກັບສະພາບໄພແຫ້ງແລ້ງ ຫຼັງຈາກສະຖານະການຮ້າຍແຮງຂຶ້ນຍ້ອນສະພາບອາກາດແຫ້ງແລ້ງໃນຕົ້ນເດືອນສິງຫາ.
ຍອດເກີນດຸນການຄ້າສາກົນຂອງຣັດ ເພີ່ມຂຶ້ນ 14% ໃນເຄິ່ງທຳອິດຂອງປີນີ້

ຍອດເກີນດຸນການຄ້າສາກົນຂອງຣັດ ເພີ່ມຂຶ້ນ 14% ໃນເຄິ່ງທຳອິດຂອງປີນີ້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາຜ່ານມາວ່າ: ສຳນັກງານພາສີຂອງຣັດເຊຍໄດ້ລາຍງານວ່າ, ຍອດເກີນດຸນການຄ້າສາກົນຂອງຣັດເຊຍໃນໄລຍະເດືອນມັງກອນ-ມິຖຸນາ 2026 ແມ່ນ 73.4 ຕື້ໂດລາ, ເພີ່ມຂຶ້ນປະມານ 14% ເມື່ອທຽບກັບປີກ່ອນ.
ເພີ່ມເຕີມ