ຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ສື່ມວນຊົນ

ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນການລາຍງານຂ່າວ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກ

ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນການລາຍງານຂ່າວ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກ
ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ສື່ມວນຊົນພາຍໃຕ້ຫົວຂໍ້: ການເປັນກະບອກສຽງ

 

ແລະ ການລາຍງານຂ່າວທີ່ມີຄວາມຮັບຜິດຊອບກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ-ເດັກຂຶ້ນໃນວັນທີ 4 ພະຈິກຜ່ານມາທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ພຸດທະວັນ ສີສະຫວັດ ທີ່ປຶກສາດ້ານການສື່ສານ ອົງການ UNFPA ພ້ອມດ້ວຍສຳມະນາກອນເຂົ້າຮ່ວມ.

ທ່ານ ພຸດທະວັນ ສີສະຫວັດ ໄດ້ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ຈັດຂຶ້ນແນໃສ່ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນກ່ຽວກັບວຽກງານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງລາວບັນດາເຜົ່າ ໂດຍສະເພາະແມ່ນຜູ້ຖືກເຄາະຮ້າຍ ເພື່ອນຳເອົາວຽກງານດັ່ງກ່າວລົງເຜີຍແຜ່ໃຫ້ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ ແລະ ປ່ຽນແປງພຶດຕິກຳ. ຄວາມຮຸນແຮງບົນພື້ນຖານທາງເພດ ແມ່ນການລະເມີດສິດທິມະນຸດຢ່າງຮຸນແຮງ ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງໄດ້ຮັບຜົນກະທົບທາງຮ່າງກາຍເຊັ່ນ: ການບາດເຈັບ, ການຖືພາທີ່ບໍ່ຕ້ອງການ, ການເອົາລູກອອກທີ່ບໍ່ປອດໄພ, ການຕິດພະຍາດຕິດຕໍ່ທາງເພດສໍາພັນ. ບໍ່ພຽງແຕ່ເທົ່ານັ້ນ, ຍັງໄດ້ຮັບຜົນກະທົບທາງດ້ານຈິດໃຈທີ່ອາດຈະຝັງເລິກໃນໃຈໄປຕະຫຼອດຊີວິດ, ຖືກຕໍານິຕິຕຽນ, ຖືກປະຕິບັດທີ່ບໍ່ດີຈາກຊຸມຊົນຂອງເຂົາເຈົ້າ. ໃນທົ່ວໂລກແມ່ຍິງ 1 ໃນ 3 ຄົນ ເຄີຍປະສົບກັບຄວາມຮຸນແຮງຕໍ່ຮ່າງກາຍ ແລະ ທາງເພດໃນຊີວິດ, ຕົ້ນຕໍແມ່ນຈາກຄູ່ຮັກຂອງເຂົາເຈົ້າເອງ.

ສຳລັບໃນ ສປປ ລາວ ໄດ້ຄົ້ນຄວ້າກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງລະດັບຊາດໃນປີ 2014 ພົບວ່າມີ 1 ໃນ 3 ຂອງແມ່ຍິງທີ່ເຄີຍຢູ່ໃນສາຍສໍາພັນເຄີຍປະສົບກັບຄວາມຮຸນແຮງຕໍ່ຮ່າງກາຍ, ທາງເພດຈາກຄູ່ຮັກຂອງເຂົາເຈົ້າ. ສາເຫດຍ້ອນຄວາມຮຸນແຮງບົນພື້ນຖານທາງເພດຖືກຍອມຮັບ ແລະ ຖືເປັນເລື່ອງປົກກະຕິຈາກທັດສະນະຂອງທັງຍິງ ແລະ ຊາຍ. ຈາກການສໍາຫຼວດດັດສະນີໝາຍສັງຄົມລາວ (LSIS) ພົບວ່າເກືອບ 1 ໃນ 3 ຂອງແມ່ຍິງໃນລາວເຊື່ອວ່າການທີ່ຜູ້ຊາຍຕີເມຍເປັນເລື່ອງທີ່ເຂົ້າໃຈໄດ້. ນອກຈາກນີ້, ປະຊາກອນເພດຍິງຢູ່ແຂວງອັດຕະປື, ອຸດົມໄຊ ແລະ ຜົ້ງສາລີປະສົບກັບຄວາມຮຸນແຮງມີເກືອບ 1 ໃນ 2.

ຊຸດຝຶກອົບຮົມໃນຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ກ່ຽວກັບລາຍງານເຫດການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດຢ່າງມີຈັນຍາບັນ ຊຶ່ງສາມາດສ້າງຄວາມເຂັ້ມແຂງໃຫ້ຜູ້ລອດຊີວິດຈາກຄວາມຮຸນແຮງໄດ້; ປູກຈິດສໍານຶກໃນຊຸມຊົນກ່ຽວກັບຄວາມຮຸນແຮງບົນພື້ນຖານທາງເພດ ພ້ອມທັງວິທີການປ້ອງກັນ ແລະ ໂຕ້ຕອບຕໍ່ຄວາມຮຸນແຮງ; ສົ່ງເສີມຄວາມສະເໝີພາບທາງເພດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງປະກອບສ່ວນໃນການຢຸດຕິທຸກຮູບແບບຂອງຄວາມຮຸນແຮງໃນລາວຜ່ານຊ່ອງຕ່າງໆທີ່ເປັນທາງການໂດຍຄຳນຶງເຖິງຈັນຍາບັນຂອງສື່ມວນຊົນໃນການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ຈາກນັ້ນຜູ້ເຂົ້າຮ່ວມກໍໄດ້ສົນທະນາ ແລກປ່ຽນຄຳຄິດເຫັນຊຶ່ງກັນ ແລະ ກັນອີກດ້ວຍ.

ຂ່າວ-ພາບ: ຍຸຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ