ສ້າງຄວາມເຂັ້ມແຂງວຽກງານຕ້ານການຄ້າມະນຸດ ໃຫ້ນາຍ ແລະ ພົນທະຫານ ກະຊວງປ້ອງກັນປະເທດ

ສ້າງຄວາມເຂັ້ມແຂງວຽກງານຕ້ານການຄ້າມະນຸດ ໃຫ້ນາຍ ແລະ ພົນທະຫານ ກະຊວງປ້ອງກັນປະເທດ
ໃນວັນທີ 20 ກຸມພານີ້, ກົມທະຫານຊາຍແດນ ໄດ້ຈັດກອງປະຊຸມສຳມະນາ ສ້າງຄວາມເຂັ້ມແຂງວຽກງານຕ້ານການຄ້າມະນຸດ ໃຫ້ນາຍ ແລະ ພົນທະຫານ ກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ເສນາທິການກອງທັບຫົວໜ້າຄະນະຊີ້ນຳຄະນະກຳມະການຕ້ານການຄ້າມະນຸດກະຊວງປ້ອງກັນປະເທດ, ມີບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະກຳມະການຊີ້ນໍາ, ກອງເລຂາຄະນະກຳມະການຕ້ານການຄ້າມະນຸດ ກະຊວງປ້ອງກັນປະເທດ,  ຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ດາວໄກ ເລີດລິວັນ ຮອງຫົວໜ້າກົມທະຫານຊາຍແດນຫົວໜ້າກອງເລຂາ ຄະນະກຳມະການຕ້ານການຄ້າມະນຸດກະຊວງປ້ອງກັນປະເທດ, ໄດ້ຍົກໃຫ້ເຫັນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນໄລຍະ 1 ປີ ຜ່ານມາ ຄະນະກຳມະການຕ້ານການຄ້າມະນຸດກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ຈັດຕັ້ງເຄື່ອນໄຫວຕາມພາລະບົດບາດ ແລະ ໜ້າທີ່, ພ້ອມທັງຊີ້ນຳບັນດາກົມກອງເວົ້າລວມ, ເວົ້າສະເພາະແມ່ນກໍາລັງທ້ອງຖິ່ນເປັນເຈົ້າການໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆກ່ຽວກັບຜົນຮ້າຍ ແລະ ວິທີການປ້ອງກັນ, ສະກັດກັ້ນການຄ້າມະນຸດ; ໃນນີ້, ໄດ້ເປີດກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງວຽກງານຕ້ານການຄ້າມະນຸດໃຫ້ແກ່ນາຍ ແລະ ພົນທະຫານຢູ່ກອງບັນຊາການທະຫານແຂວງຄຳມ່ວນ, ແຂວງອຸດົມໄຊ ແລະ ແຂວງຫຼວງນໍ້າທາ; ພ້ອມກັນນັ້ນໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆຜ່ານລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດທາງຄື້ນວິທະຍຸກະຈາຍສຽງ ກອງທັບປະຊາຊົນລາວ, ອອກອາກາດທັງໝົດໄດ້ 224 ຊົ່ວໂມງ, ລາຍການອອກ ອາກາດທັງໝົດ 231 ລາຍການ, ເປີດເພງຕ້ານການຄ້າມະນຸດ 975 ເທື່ອເພງ ແລະ ອ່ານຂ່າວວຽກງານຕ້ານການຄ້າມະນຸດ 278 ຂ່າວ ແລະ ເປັນເຈົ້າການຊີ້ນໍາກຳລັງທະຫານຊາຍແດນເອົາໃຈໃສ່ເພີ່ມທະວີເຄື່ອນໄຫວປ້ອງກັນຊາຍແດນ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການສະກັດກັ້ນ ແລະ ປ້ອງກັນການເຂົ້າ-ອອກເມືອງທີ່ບໍ່ ຖືກຕ້ອງຕາມລະບຽບກົດໝາຍຢູ່ຂອບເຂດຮັບຜິດຊອບ ແລະ ບໍລິເວນດ່ານສາກົນທ້ອງຖິ່ນ, ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບວຽກງານຕ້ານ ການຄ້າມະນຸດໃຫ້ແກ່ພໍ່ແມ່ປະຊາຊົນ ຢູ່ຕາມບໍລິເວນຊາຍແດນ ໄປຄ່ຽງຄູ່ກັບການເຄື່ອນໄຫວວຽກງານ ວິຊາສະເພາະຂອງຕົນເອງ, ສ້າງແຜນການ ແລະ ຈັດຕັ້ງເຄື່ອນໄຫວ, ສ້າງກິດຈະກຳຕ່າງໆ ປະຈຳປີ 2023 ກ່ຽວກັບວຽກງານຕ້ານການຄ້າມະນຸດຂອງກະຊວງປ້ອງກັນປະເທດ ໃນການປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງຜັນຂະຫຍາຍແຜນງານແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະທີ 3 (ແຕ່ປີ 2021-2025) ທີ່ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດວາງອອກໄດ້ເປັນຢ່າງດີ, ໄດ້ປະສານສົມທົບ ແລະ ຊີ້ນຳຄະນະກຳມະການຕ້ານການຄ້າມະນຸດກອງບັນຊາການທະຫານແຂວງ ເຄື່ອນໄຫວວຽກງານຕ້ານການຄ້າມະນຸດຕາມສິດ, ໜ້າທີ່ພາລະບົດບາດ, ຄວາມຮັບຜິດຊອບຂອງຕົນ ແລະ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ກິດຈະກຳກ່ຽວກັບວຽກງານຕ້ານການຄ້າມະນຸດທັງພາຍໃນ ແລະ ກັບອົງການຈັດຕັ້ງລະຫວ່າງປະເທດ ທັງໝົດ 11 ຄັ້ງ ແລະ ເຂົ້າຮ່ວມກິດຈະກຳຕ່າງໆໃນລະດັບທ້ອງຖິ່ນ ໄດ້ເປັນຢ່າງດີ.
ໃນກອງປະຊຸມແຕ່ລະພາກສ່ວນຍັງໄດ້ຂຶ້ນລາຍງາານກ່ຽວກັບ ຜົນຮ້າຍຂອງການຄ້າມະນຸດ, ການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ກົດໝາຍ ແລະ ນິຕິກຳວ່າດ້ວຍການຕ້ານການຄ້າມະນຸດ ແລະ ການດຳເນີນຄະດີຕໍ່ຜູ້ກະທຳຜິດ ຈາກການຄ້າມະນຸດຕື່ມອີກ.
ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນໂອ້ລົມເນັ້ນໃຫ້ສືບຕໍ່ປະສານສົມທົບ ແລະ ຊີ້ນໍາຄະນະກຳມະການຕ້ານການຄ້າມະນຸດກອງບັນຊາການທະຫານແຂວງ ເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ຕາມສິດ, ໜ້າທີ່ພາລະບົດບາດ, ຄວາມຮັບຜິດຊອບຕອງຕົນ; ສືບຕໍ່ຊີ້ນໍາກໍາລັງທະຫານຊາຍແດນໃນຂອບເຂດທົ່ວປະເທດເພີ່ມທະວີການເຄື່ອນໄຫວກວດກາລາດຕະເວນຕາມຊາຍແດນ, ໂດຍສະເພາະແມ່ນຈຸດສຳຄັນ, ເຂດຫ່າງໄກສອກຫຼີກ ເພື່ອສະກັດກັ້ນຕ້ານການຄ້າມະນຸດໃຫ້ຫຼຸດໜ້ອຍຖອຍລົງ, ສືບຕໍ່ໂຄສະນາເຜີຍແຜ່ວຽກງານ ຕ້ານການຄ້າມະນຸດໃຫ້ແກ່ພໍ່ແມ່ປະຊາຊົນທີ່ດຳລົງຊີວິດຢູ່ຕາມໝູ່ບ້ານຊາຍແດນ ທີ່ນອນຢູ່ໃນເຂດ ຄວາມຮັບຜິດຊອບຂອງຕົນໃຫ້ທົ່ວເຖິງ ແລະ ສືບຕໍ່ປະສານກັບກອງເລຂາຕ້ານການຄ້າມະນຸດລະດັບຊາດ, ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດໂດຍສະເພາະແມ່ນ ແຜນງານແຫ່ງຊາດ ໃຫ້ມີປະສິດທິຜົນສູງ.
ຂ່າວ-ພາບ: ບິກໄຊ ສົມພູ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ