ສານເຄມີໃນພລາສຕິກ ກ່ຽວຂ້ອງກັບການເສຍຊີວິດຈາກໂຣກຫົວໃຈ 350,000 ກວ່າຄົນ

ສານເຄມີໃນພລາສຕິກ ກ່ຽວຂ້ອງກັບການເສຍຊີວິດຈາກໂຣກຫົວໃຈ 350,000 ກວ່າຄົນ

ສານເຄມີໃນພລາສຕິກ ກ່ຽວຂ້ອງກັບການເສຍຊີວິດຈາກໂຣກຫົວໃຈ 350,000 ກວ່າຄົນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ເມສາ ຜ່ານມາວ່າ: ວາລະສານ eBioMedicine​ລາຍ​ງານ​ຜົນການ​ສຶກສາສະບັບໜຶ່ງ ຊຶ່ງ​ລະບຸ​ວ່າ: ສານ​ເຄມີ​ທີ່ກວດ​ພົບ​ເຫັນ​ໃນ​ເຄື່ອງ​ຫຸ້ມ​ຫໍ່​ອາຫານ, ພາ​ສ​ຕິກ, ພ້ອມ​ທັງ​ໂລຊັນ​ແລະ​ແຊມພູ​ມີ​ສ່ວນ​ພົວພັນ​ກັບ​ການ​ເສຍ​ຊີວິດ​ຈາກ​ພະຍາດ​ຫົວ​ໃຈ​ຫຼາຍແສນ​ຄົນ.

ຄະນະນັກຄົ້ນຄວ້າພົບວ່າ: ສານເຄມີເຫຼົ່ານີ້ເອີ້ນວ່າ:phthalatesມີສ່ວນກ່ຽວຂ້ອງກັບການເສຍຊີວິດຂອງຜູ້ຄົນທົ່ວໂລກ ຫຼາຍກວ່າ 350,000ຄົນ ໃນປີ 2018 ຊຶ່ງປະມານ 75% ແມ່ນຢູ່ໃນອາຊີ, ຕາເວັນອອກກາງແລະປາຊີຟິກ, ສະທ້ອນໃຫ້ເຫັນເຖິງຄວາມກັງວົນກ່ຽວກັບປະລິມານການແຜ່ກະຈາຍຂອງພາສຕິກໃນປະເທດກໍາລັງພັດທະນາ.

ໜັງສືພິມ Washington Post ລາຍງານວ່າ:ຄະນະນັກຄົ້ນຄວ້າຍອມຮັບວ່າການສຳຜັດກັບ phthalate ແມ່ນເປັນປັດໃຈທີ່ພາໃຫ້ເກີດຄວາມສ່ຽງອື່ນໆ ເຊັ່ນ: ໂລກຕຸ້ຍ ແລະຄວາມຜິດປົກກະຕິຂອງລະບົບເຜົາຜານ. ແຕ່ຜົນການສຶກສາດັ່ງກ່າວຍັງເປັນຫຼັກຖານອີກອັນໜຶ່ງທີ່ບົ່ງບອກວ່າສານເຄມີທີ່ໃຊ້ໃນພລາສຕິກສ້າງຄວາມສ່ຽງຕໍ່ສຸຂະພາບຢ່າງຮ້າຍແຮງ.

ທັງນີ້, Phthalates ເປັນຊຸດສານເຄມີທີ່ເຂົ້າໄປໃນພາສຕິກເພື່ອເຮັດໃຫ້ພວກມັນມີຄວາມຍືດຫຍຸ່ນຫຼືອ່ອນນຸ້ມຂຶ້ນ ແລະເພີ່ມເຂົ້າໃນໂລຊັນ, ແຊມພູແລະນໍ້າຫອມເພື່ອເກັບຮັກສາກິ່ນຫອມໄວ້ເປັນເວລາດົນນານ. ແຕ່ສານເຄມີນີ້, ທີ່ນັກຄົ້ນຄວ້າບາງຄົນເອີ້ນວ່າ "ສານເຄມີຢູ່ທົ່ວທຸກແຫ່ງ" ໄດ້ເຮັດໃຫ້ເກີດຄວາມກັງວົນຢ່າງກວ້າງຂວາງໃນບັນດານັກວິທະຍາສາດ.

ການສຶກສາທາງລະບາດວິທະຍາຫຼາຍສະບັບລະບຸວ່າ: phthalates ມີສ່ວນພົວພັນກັບບັນຫາການຈະເລີນພັນຂອງຜູ້ຊາຍ, ພະຍາດຫົວໃຈ, ໂລກຕຸ້ຍ ແລະໂຣກສະມາທິສັ້ນ. ໂດຍ ສະຫະລັດ ອາເມຣິກາ ອະນຸຍາດໃຫ້phthalates 9 ຊະນິດໃຊ້ໃນການຫຸ້ມຫໍ່ອາຫານໄດ້.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈັດຂຶ້ນຢ່າງສົມກຽດ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈັດຂຶ້ນຢ່າງສົມກຽດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຖືກຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 20 ມັງກອນ ນີ້ ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງ ຮ່າໂນ້ຍ. ກອງປະຊຸມໃຫຍ່ມີການເຂົ້າຮ່ວມຂອງຜູ້ແທນ 1,586 ສະຫາຍ, ຕາງໜ້າໃຫ້ແກ່ສະມາຊິກພັກ 5.6 ລ້ານກວ່າສະຫາຍຂອງພັກກອມມູນິດ ຫວຽດນາມ. ກອງປະຊຸມກໍໄດ້ມີການເຂົ້າຮ່ວມຂອງບັນດາອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດານັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ປັນຍາຊົນ, ຜູ້ຊົງຄຸນວຸດທິ, ນັກສິລະປະກອນ, ຜູ້ມີຕຳແໜ່ງທາງສາສະໜາ ແລະ ຜູ້ຕາງໜ້າຄົນຮຸ່ນໜຸ່ມ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ.
ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ

ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ

ວິທະຍຸກຸຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 19 ຫາ ວັນທີ 25 ມັງກອນ ນີ້. ໂດຍຫົວຂໍ້ຂອງກອງປະຊຸມໃນຄັ້ງນີ້ແມ່ນ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຮ່ວມແຮງຮ່ວມໃຈປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດຮອດປີ 2030 ຢ່າງມີໄຊ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມໄວ້ເນື້ອເຊື່ອໃຈກ້າວເຂົ້າສູ່ສັງກາດບຸກບືນຂອງຊາດຢ່າງແຮງ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ຜາສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ”. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 1.586 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກກອມມູນິດ ຫວຽດນາມ 5.6 ລ້ານກວ່າສະຫາຍ.
ຄຳສັ່ງຫ້າມເດັກນ້ອຍຫຼິ້ນສື່ສັງຄົມອອນລາຍ ເຮັດໃຫ້ມີການປິດບັນຊີ 4.7 ລ້ານບັນຊີ

ຄຳສັ່ງຫ້າມເດັກນ້ອຍຫຼິ້ນສື່ສັງຄົມອອນລາຍ ເຮັດໃຫ້ມີການປິດບັນຊີ 4.7 ລ້ານບັນຊີ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຄະນະກຳມະການຄວາມປອດໄພທາງເອເລັກໂຕຣນິກຂອງລັດຖະບານອົສຕຣາລີ ໄດ້ລາຍງານການປິດບັນຊີສື່ສັງຄົມອອນລາຍຂອງເດັກນ້ອຍອາຍຸຕໍ່າກວ່າ 16 ປີ ຈຳນວນປະມານ 4.7 ລ້ານບັນຊີ, ຫຼັງຈາກຄຳສັ່ງຫ້າມເດັກນ້ອຍຫຼິ້ນສື່ສັງຄົມອອນລາຍສະບັບທຳອິດຂອງໂລກມີຜົນບັງຄັບໃຊ້ໃນວັນທີ 10 ທັນວາ 2025.
ອາເມຣິກາ ມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ 18 ລ້ານກວ່າຄົນ

ອາເມຣິກາ ມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ 18 ລ້ານກວ່າຄົນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ໂຕເລກການຄາດຄະເນລ້າສຸດຈາກສູນຄວບຄຸມ ແລະ ປ້ອງກັນພະຍາດຂອງ ສະຫະລັດ ອາເມຣິກາ ລາຍງານມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ຢ່າງໜ້ອຍ 18 ລ້ານຄົນ ໃນລະດູການນີ້, ໂດຍມີຜູ້ເຂົ້າປິ່ນປົວໃນໂຮງໝໍ 230,000 ຄົນ ແລະ ມີຜູ້ເສຍຊີວິດຈາກໄຂ້ຫວັດໃຫຍ່ 9,300 ຄົນ.
ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ

ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ

ວັນທີ 12 ມັງກອນ ຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ເພິ່ນເນັ້ນໜັກວ່າ: “ສິ່ງສຳຄັນຂອງການປະຕິວັດໂດຍຕົນເອງຂອງພັກແມ່ນຢູ່ນຳການຄຸ້ມຄອງການໃຊ້ອຳນາດ, ການຂັງອຳນາດຢູ່ໃນໂກງແຫ່ງລະບຽບການເປັນໜ້າທີ່ສຳຄັນໜຶ່ງຂອງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃນຍຸກ ໃໝ່.” “ຕ້ອງຍົກສູງຄວາມໂປ່ງໃສຂອງວຽກງານພັກ ແລະ ລັດຕື່ມອີກ, ເຮັດໃຫ້ອຳນາດປະຕິບັດງານຢູ່ໃຕ້ແສງແດດ.”
ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ປະເທດປາຣາກວາຍ, ສະຫະພາບ ເອີຣົບ (ອີຢູ) ແລະ ກຸ່ມຕະຫຼາດລວມ ອາເມຣິກາໃຕ້ (Mercosur) ໄດ້ລົງນາມສັນຍາຄູຮ່ວມມື (EU–Mercosur Partnership Agreement – EMPA) ແລະ ສັນຍາການຄ້າຊົ່ວຄາວ (Interim Trade Agreement – iTA) ຢ່າງເປັນທາງການ, ສ້າງຂີດໝາຍປະຫວັດສາດໃນການພົວພັນລະຫວ່າງ 2 ພາກພື້ນ ພາຍຫຼັງທີ່ດຳເນີນການເຈລະຈາມາເປັນເວລາກວ່າ 25 ປີ.
WMO ຢືນຢັນ ປີ 2025 ເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ

WMO ຢືນຢັນ ປີ 2025 ເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການອຸຕຸນິຍົມໂລກ (WMO) ໄດ້ຢືນຢັນວ່າປີ 2025 ຕິດອັນດັບໜຶ່ງໃນສາມປີທີ່ມີສະພາບອາກາດຮ້ອນທີ່ສຸດເທົ່າທີ່ເຄີຍມີມາ ຊຶ່ງສະທ້ອນໃຫ້ເຫັນເຖິງອຸນຫະພູມໂລກມີທ່າອ່ຽງຢູ່ໃນລະດັບສູງຢ່າງຕໍ່ເນື່ອງ.
ທະນາຄານກາງຂອງຈີນ ແລະ ການາດາ ຮ່ວມກັນຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ

ທະນາຄານກາງຂອງຈີນ ແລະ ການາດາ ຮ່ວມກັນຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ

ຂ່າວສານຊີອາໄອລາຍງານວ່າ: ທະນາຄານປະຊາຊົນຈີນ ຊຶ່ງເປັນທະນາຄານກາງຂອງຈີນເປີດເຜີຍໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ທະນາຄານປະຊາຊົນຈີນ ກັບທະນາຄານກາງການາດາ ໄດ້ຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ, ຍອດມູນຄ່າການແລກປ່ຽນເງິນຕາລະຫວ່າງສອງຝ່າຍບັນລຸເຖິງ 200 ຕື້ຢວນ, ສັນຍາສະບັບດັ່ງກ່າວມີຜົນບັງຄັບໃຊ້ 5 ປີ ແລະ ສາມາດຕໍ່ອອກໄປໄດ້ໂດຍອີງຕາມຄວາມເຫັນດີຂອງສອງຝ່າຍ.
ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງມໍ່ໆມານີ້ວ່າ: ສະຫະປະຊາຊາດ ພ້ອມກັບບັນດາຄູ່ຮ່ວມມື ແລະ ລັດຖະບານ ຊູດັງໃຕ້ ໄດ້ປຸກລະດົມການຊ່ວຍເຫຼືອດ້ານມະນຸດສະທຳ ທີ່ມີມູນຄ່າ 1.5 ຕື້ໂດລາ ເພື່ອຊ່ວຍເຫຼືອປະຊາຊົນ ຈຳນວນ 4.3 ລ້ານຄົນ ຢູ່ປະເທດອາຟຣິກາ ໃນປີ 2026.
13 ປີຜ່ານມາ ກົດເຫຼັກ 8 ຂໍ້ໄດ້ນຳເອົາການປ່ຽນແປງມາໃຫ້ແກ່ລະບົບນິເວດທາງ ການເມືອງພາຍໃນປະເທດຈີນ

13 ປີຜ່ານມາ ກົດເຫຼັກ 8 ຂໍ້ໄດ້ນຳເອົາການປ່ຽນແປງມາໃຫ້ແກ່ລະບົບນິເວດທາງ ການເມືອງພາຍໃນປະເທດຈີນ

ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ສູນກາງພັກກອມມູນິດຈີນທີ່ມີທ່ານ ສີຈິ້ນຜິງ ເປັນແກນກາງໄດ້ເລີ່ມຕົ້ນຈາກການ ວາງ ແລະ ຈັດຕັ້ງປະຕິບັດຂໍ້ກຳນົດ 8 ຂໍ້ ຫຼື ທີ່ຮູ້ກັນວ່າກົດເຫຼັກ 8 ຂໍ້ຂອງສູນກາງ, ຢຶດໝັ້ນ ແຕ່ເທິງລົງລຸ່ມ, ຂັ້ນເທິງນຳພາຂັ້ນລຸ່ມ, ໄດ້ແກ້ໄຂບັນຫາທີ່ວ່າ ພາຍໃຕ້ສະພາບການໃໝ່, ການກໍ່ສ້າງແບບແຜນຄວນສຸມໃສ່ຫຍັງ ແລະ ເຮັດແນວໃດ.
ເພີ່ມເຕີມ