ອີງຕາມສັນຍາດັ່ງກ່າວ, ສຳລັບຜູ້ຖືໜັງສືຜ່ານແດນທາງລັດຖະການ ແລະ ໜັງສືຜ່ານແດນທົ່ວໄປຂອງຈີນທີ່ຢູ່ໃນອາຍຸການນຳໃຊ້ ກໍຄື ຜູ້ຖືໜັງສືຜ່ານແດນທົ່ວໄປຂອງມາເລເຊຍທີ່ຢູ່ໃນອາຍຸການນຳໃຊ້ ຊຶ່ງມີຈຸດປະສົງເພື່ອທ່ອງທ່ຽວ, ຢ້ຽມຢາມຍາດພີ່ນ້ອງ ແລະ ເພື່ອນມິດ, ການເຄື່ອນໄຫວດ້ານທຸລະກຳ, ຢ້ຽມຢາມແລກປ່ຽນ, ເຮັດວຽກສ່ວນຕົວ, ປິ່ນປົວພະຍາດ ແລະ ການຂົນສົ່ງສາກົນ (ຈຸການບິນ), ເຂົ້າ-ອອກເມືອງ ຫຼື ຜ່ານແດນຢູ່ຝ່າຍກົງກັນຂ້າມ, ອາໄສຢູ່ບໍ່ກາຍ 30 ວັນ ແລະ ອາໄສຢູ່ບໍ່ກາຍ 90 ວັນພາຍໃນທຸກໆ 180 ວັນແມ່ນສາມາດຍົກເວັ້ນວີຊາໄດ້.
ນັກທ່ອງທ່ຽວຕ່າງປະເທດຫຼັ່ງໄຫຼທ່ຽວຈີນ ເພື່ອສຳຜັດມົນສະເໜ່ທີ່ຫຼາກຫຼາຍສີສັນຂອງຈີນ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ຕຸລາ ນີ້ວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ນັກທ່ອງທ່ຽວຕ່າງປະເທດໄດ້ເຂົ້າມາທ່ອງທ່ຽວຈີນນັບມື້ຫຼາຍຂຶ້ນ. ໂຕເລກຂໍ້ມູນຈາກເວັບໄຊທ່ອງທ່ຽວທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ໃນໄລຍະພັກບຸນວັນຊາດຈີນປີນີ້, ຈຳນວນນັກທ່ອງທ່ຽວຕ່າງປະເທດເດີນທາງມາທ່ອງທ່ຽວຈີນໄດ້ສືບຕໍ່ເພີ່ມຂຶ້ນ, ນັກທ່ອງທ່ຽວທີ່ມາຈາກທະວີບເອີຣົບ ແລະ ທະວີບໂອຊີອານີໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຄໍາເຫັນ