ສະພາບນ້ຳຖ້ວມທີ່ຮ້າຍແຮງທີ່ສຸດໃນຮອບ 2 ທົດສະວັດ

ສະພາບນ້ຳຖ້ວມຢູ່ ເນປານ ເຮັດໃຫ້ມີຜູ້ເສຍຊີວິດ 200 ກວ່າຄົນ

ສະພາບນ້ຳຖ້ວມຢູ່ ເນປານ ເຮັດໃຫ້ມີຜູ້ເສຍຊີວິດ 200 ກວ່າຄົນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນປານ ພວມຮີບເລັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຂອງສະພາບນ້ຳຖ້ວມທີ່ຮ້າຍແຮງທີ່ສຸດໃນຮອບ 2
 ທົດສະວັດກວ່າຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ209 ຄົນ ແລະ 29 ຄົນຫາຍສາບສູນ.
ຂ່າວລະບຸວ່າ: ຕາມກະຊວງພາຍໃນ ເນປານ ແລ້ວ, ເຂດພັກອາໃສທີ່ນະຄອນຫຼວງກັດມັນດຸ ຖືກນ້ຳຖ້ວມທັງໝົດ ພາຍຫຼັງເກີດຝົນຕົກໜັກແບບບໍ່ເຄີຍມີມາກ່ອນ. ມີ 35 ຄົນຖືກທັບຖົມຍ້ອນດິນເຊາະເຈືອນຢູ່ເສັ້ນທາງດ່ວນ ທາງທິດໃຕ້ຂອງນະຄອນຫຼວງ. ບັນດາໜ່ວຍກູ້ໄພກູ້ຊີບພວມພະຍາຍາມຊອກຫາຜູ້ລອດຊີວິດ ແລະ ມີຫຼາຍກວ່າ 4.000 ຄົນ ໄດ້ຮັບການກູ້ໄພກູ້ຊີບດ້ວຍຍົນເຮລີກອບເຕີ, ເຮືອ. ເຖິງຢ່າງໃດກໍຕາມ, ຍັງມີຫຼາຍຄົນທີ່ຕິດຄ້າງຢູ່ເສັ້ນທາງດ່ວນຍ້ອນດິນ ແລະ ຫີນຂວາງທາງ.
ອົງການ CARE Nepal ໃຫ້ຮູ້ວ່າ:ຄວາມຕ້ອງການຮີບດ່ວນໃນປັດຈຸບັນແມ່ນນ້ຳປະປາ ແລະ ເຮືອນຢູ່ຊົ່ວຄາວໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ, ພິເສດແມ່ນບັນດາເຂດຕັ້ງຖິ່ນຖານທີ່ບໍ່ເປັນທາງການ ແລະ ນີ້ແມ່ນໄພພິບັດທຳມະຊາດຮ້າຍແຮງທີ່ສຸດຢູ່ ເນປານ ໃນປີ 2024.

ຄໍາເຫັນ

ຂ່າວຕ່າງປະເທດ

ສະວິດ ສົ່ງອອກສິນຄ້າໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນໃນເດືອນກັນຍາ

ສະວິດ ສົ່ງອອກສິນຄ້າໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນໃນເດືອນກັນຍາ

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີ ຂອງສະວິດ ປະກາດໃນວັນທີ 21 ຕຸລາ ຜ່ານມາວ່າ, ການສົ່ງອອກສິນຄ້າໄປສະຫະລັດ ອາເມຣິກາ ຊຶ່ງບໍ່ລວມຄໍາ, ເພີ່ມຂຶ້ນ 43% ໃນເດືອນກັນຍາ ເມື່ອທຽບກັບເດືອນສິງຫາ, ໃນຂະນະທີ່ການສົ່ງອອກໂດຍລວມເພີ່ມຂຶ້ນ 3.4% ຊຶ່ງຊີ້ໃຫ້ເຫັນວ່າຄວາມຕ້ອງການສິນຄ້າຂອງສະວິດຍັງແຂງແຮງ ເຖິງວ່າຈະມີຜົນກະທົບຂອງອັດຕາພາສີ 39% ຂອງລັດຖະບານ ທ່ານ ໂດໂນ ທຣໍາ ຕໍ່ການນໍາເຂົ້າສິນຄ້າຈາກສະວິດ.
ແຮງງານອົບພະຍົບ ມີບົດບາດສຳຄັນຕໍ່ເສດຖະກິດອີຕາລີ

ແຮງງານອົບພະຍົບ ມີບົດບາດສຳຄັນຕໍ່ເສດຖະກິດອີຕາລີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ຕຸລາ ຜ່ານມາວ່າ: ມູນນິທິ Leone Moressa ທີ່ນະຄອນເວນິສ ປະເທດອີຕາລີ ໄດ້ເປີດເຜີຍບົດລາຍງານເສດຖະກິດທີ່ຂັບເຄື່ອນໂດຍແຮງງານອົບພະຍົບ ລະບຸວ່າ: ແຮງງານອົບພະຍົບສືບຕໍ່ມີບົດບາດສຳຄັນໃນເສດຖະກິດ ແລະ ປະຊາກອນຂອງອີຕາລີ ໃນປີ 2024 ເນື່ອງຈາກຈໍານວນຜູ້ປະກອບການຊາວຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ການສົ່ງອອກຂອງຍີ່ປຸ່ນ ໃນເດືອນກັນຍາ ເພີ່ມຂຶ້ນ 4.2%

ການສົ່ງອອກຂອງຍີ່ປຸ່ນ ໃນເດືອນກັນຍາ ເພີ່ມຂຶ້ນ 4.2%

ຂ່າວຕ່າງປະເທດລາຍງານວ່າ: ກະຊວງ​ການ​ເງິນ​ຍີ່ປຸ່ນ​ປະກາດ​ໃນ​ວັນ​ທີ 22 ຕຸລາ​ນີ້​ວ່າ, ການ​ສົ່ງ​ອອກ​ໃນ​ເດືອນ​ກັນຍາ​ໄດ້​ເພີ່ມ​ຂຶ້ນ 4.2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ຊຶ່ງໄດ້​ຟື້ນ​ຕົວ​ຄືນ​ຫຼັງ​ຈາກຫຼຸດ​ລົງ 4 ​ເດືອນ​ຕິດຕໍ່​ກັນ ຍ້ອນການເຕີບໂຕທີ່ເຂັ້ມແຂງຂອງການສົ່ງອອກໄປອາຊີ ແລະ ສາມາດຊົດເຊີຍການຫຼຸດລົງຂອງການສົ່ງອອກໄປຍັງສະຫະລັດ ອາເມຣິກາ.
ຈີນ​ ແລະ ​ປະ​ເທດຄູ່​ຮ່ວມ ​“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຍົກ​ສູ​ງ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກໍ​າ

ຈີນ​ ແລະ ​ປະ​ເທດຄູ່​ຮ່ວມ ​“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຍົກ​ສູ​ງ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກໍ​າ

ຂ່າວສານຊີອາໄອລາຍງານວ່າ: ງານ​ຕະຫຼາດ​ນັດ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ສາ​ກົນ​ຈີນ​ ຄັ້ງ​ທີ 22 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ທຽນ​ສິນ​ຂອງ​ຈີນ​​ ຫວ່າງ​ມໍ່ໆ​ມາ​ນີ້. ຂ່າວລະບຸວ່າ: ຫໍວາງສະແດງສາກົນຂອງງານຕະຫຼາດນັດຄັ້ງນີ້ໄດ້ເຕົ້າໂຮມ 66 ວິສາຫະກິດ ທີ່ມາຈາກ 19 ປະເທດ ແລະ ເຂດແຄວ້ນຂອງ 5 ທະວີບ ຊຶ່ງລວມມີໄທ, ບຣາຊິນ, ອີຕາລີ, ມາເລເຊຍ, ນູແວນເຊລັງ, ອູກັນດາ ແລະ ປະເທດອື່ນໆ, ໂດຍໄດ້ສະແດງໃຫ້ເຫັນເຖິງຜົນງານການຮ່ວມມືດ້ານກະສິກຳລະຫວ່າງປະເທດຄູ່ຮ່ວມ “ໜຶ່ງແລວໜຶ່ງເສັ້ນທາງ”.
ຫວຽດນາມ ກະກຽມຈັດກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ ຄັ້ງ​ທີ XI

ຫວຽດນາມ ກະກຽມຈັດກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ ຄັ້ງ​ທີ XI

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ຕຸລາ ຜ່ານມາ ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ປະທານສະພາແຂ່ງຂັນ - ຍ້ອງຍໍ ສູນກາງ ໄດ້ເປັນປະທານກອງປະຊຸມຄັ້ງທີ 14 ຂອງສະພາແຂ່ງຂັນ.
ສູນຝຶກຄົນພິການເປັນສ່ວນໜຶ່ງທີ່ສຳຄັນທາງສັງຄົມ

ສູນຝຶກຄົນພິການເປັນສ່ວນໜຶ່ງທີ່ສຳຄັນທາງສັງຄົມ

ຄົນປົກກະຕິທຸກຄົນອາດຈະຂາດບາງຢ່າງໃນຊີວິດມັນກໍເປັນເລື່ອງທຳມະດາ ແຕ່ສິ່ງທີ່ຄົນພິການບໍ່ເຄີຍຂາດຄື “ຄວາມຝັນ ແລະ ກຳລັງໃຈ” ໃນໂລກທີ່ເຕັມໄປດ້ວຍອຸປະສັກ ແລະ ຄວາມບໍ່ເທົ່າທຽມ ຄົນພິການຫຼາຍຄົນກໍຍັງຢືນຢັນວ່າ “ຄວາມພິການ” ບໍ່ແມ່ນກຳແພງກັ້ນຄວາມຝັນ ແຕ່ເປັນພຽງບົດຮຽນທົດສອບໃນຊີວິດທີ່ເຮັດໃຫ້ພວກເຂົາເຂັ້ມແຂງກວ່າເກົ່າ. ລັດຖະບານຈີນ ໄດ້ຖືບັນຫານີ້ເປັນສິ່ງສຳຄັນໃນການເອົາໃຈໃສ່ດູແລຄົນພິການຢ່າງສະເໝີຕົ້ນສະເໝີປາຍ.
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ

ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຊາວຄາລິຟໍເນຍຫຼາຍກວ່າ 10 ລ້ານຄົນ ໄດ້ເຂົ້າຮ່ວມການຝຶກຊ້ອມກຽມພ້ອມຮັບມືກັບແຜ່ນດິນໄຫວໃນທົ່ວປະເທດ ປະຈຳປີ 2025 ເພື່ອເພີ່ມຄວາມຮັບຮູ້ ແລະ ເພີ່ມຂີດຄວາມອາດສາມາດໃນການຮັບມືກັບແຜ່ນດິນໄຫວຂະໜາດໃຫຍ່.
ເກີດເຫດລັກຊັບສິນ ຢູ່ຫໍພິພິທະພັນສິລະປະລູຟ

ເກີດເຫດລັກຊັບສິນ ຢູ່ຫໍພິພິທະພັນສິລະປະລູຟ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 19 ຕຸລາ ຜ່ານມາ ຢູ່ຫໍພິພິທະພັນສິລະປະລູຟ ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໄດ້ເກີດເຫດລັກລອບຊັບສິນ, ລວມມີເຄື່ອງປະດັບເພັດ 9 ຢ່າງ ທີ່ “ບໍ່ສາມາດປະເມີນມູນຄ່າທາງປະຫວັດສາດໄດ້” ຖືກລັກລອບ. ຜູ້ຕ້ອງຫາ “ນຳໃຊ້ລິບຂຶ້ນລົງຈາກທາງນອກເຂົ້າໃນຫໍພິພິທະພັນລູຟ”, ເພື່ອເຄື່ອນໄຫວລົງມືກໍ່ເຫດໂດຍໃຊ້ເວລາພຽງ 7 ນາທີເທົ່ານັ້ນ.
ການສົ່ງອອກລົດຂອງ ສ ເກົາຫຼີ ເພີ່ມຂຶ້ນສີ່ເດືອນຕິດຕໍ່ກັນ

ການສົ່ງອອກລົດຂອງ ສ ເກົາຫຼີ ເພີ່ມຂຶ້ນສີ່ເດືອນຕິດຕໍ່ກັນ

ຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ​ ພະລັງງານ​ຂອງ​ສ ​ເກົາຫຼີ​ ເປີດເຜີຍ​ວ່າ, ການ​ສົ່ງ​ອອກ​ລົດຂອງ ​ສ ​ເກົາຫຼີ ​ໄດ້​ເພີ່ມ​ຂຶ້ນ 16.8% ໃນເດືອນກັນຍາຜ່ານມາ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ​ເປັນ 6.41 ຕື້​ໂດ​ລາ​ ຊຶ່ງ​ເປັນ​ການ​ເພີ່ມ​ຂຶ້ນ​ເປັນ​ເດືອນ​ທີ 4 ​ຕິດຕໍ່​ກັນ. ການເຕີບໂຕນີ້ໄດ້ຖືກຂັບເຄື່ອນໂດຍຄວາມຕ້ອງການທີ່ເຂັ້ມແຂງຈາກເອີຣົບ ແລະ ອາຊີ, ເຊັ່ນດຽວກັນກັບຄວາມຕ້ອງການຂອງຍານພາຫະນະທີ່ເປັນມິດກັບສິ່ງແວດລ້ອມ ຊຶ່ງຊົດເຊີຍຄວາມຕ້ອງການທີ່ຫຼຸດລົງຈາກສະຫະລັດ ອາເມຣິກາ ຍ້ອນການເກັບພາສີ ຂອງລັດຖະບານ ທ່ານ ໂດໂນ ທຣໍາ.
ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ 20

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ 20

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​​ຂອງວັນ​ທີ 20 ຕຸ​ລາ ຜ່ານມາ​ນີ້, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ 20 ໄດ້​​ເປີດຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ຂອງ​ຈີນ. ​
ເພີ່ມເຕີມ