ສະພາທະນາຍຄວາມລາວປາຖະກະຖາວັນສ້າງຕັ້ງຄົບຮອບ 35 ປີ

ສະພາທະນາຍຄວາມລາວປາຖະກະຖາວັນສ້າງຕັ້ງຄົບຮອບ 35 ປີ
ເມື່ອບໍ່ດົນມານີ້ ທີ່ສະຖາບັນຍຸຕິທໍາແຫ່ງຊາດ ແລະ ຄະນະນິຕິສາດ ແລະ ລັດຖະສາດ ສະພາທະນາຍຄວາມລາວໄດ້ມີພິທີປາຖາກະຖາວັນສ້າງຕັ້ງສະພາທະນາຍຄວາມລາວ ຄົບຮອບ 35 ປີ  ແລະ ເຜີຍແຜ່ເອກະສານສໍາຄັນຈໍານວນໜຶ່ງ  ເພື່ອໃຫ້ພະນັກງານ-ລັດຖະກອນ, ຄູ-ອາຈານ ພ້ອມດ້ວຍນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈປະຫວັດຄວາມເປັນມາຂອງວັນດັ່ງກ່າວໃຫ້ເລິກເຊິ່ງ. ໂດຍການເປັນປະທານຮ່ວມຂອງທ່ານ ນີວັນ ສົມແສງດີ ຮອງປະທານສະພາທະນາຍຄວາມລາວ, ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ທ່ານ ນາງ ທັດສະນະລອນ ສີສຸນົນ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
   ໃນພິທີ, ທ່ານ ນີວັນ ສົມແສງດີ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສ້າງຕັ້ງສະພາທະນາຍຄວາມລາວ ຕະຫຼອດໄລຍະ 35 ປີຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໃນນັ້ນສະພາທະນາຍຄວາມລາວກໍໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆທາງດ້ານປະລິມານ ແລະ ຄຸນນະພາບ, ສະພາທະນາຍຄວາມແມ່ນການຈັດຕັ້ງທາງສັງຄົມວິຊາຊີບຂອງທະນາຍຄວາມ ທີ່ສ້າງຕັ້ງຂຶ້ນໂດຍບໍ່ຫວັງຜົນກໍາໄລເພື່ອສົ່ງເສີມວິຊາຊີບທະນາຍຄວາມ, ເຕົ້າໂຮມຄວາມສາມັກຄີ ແລະ ປົກປ້ອງກຽດສັກສີ ແລະ ຊື່ສຽງຂອງທະນາຍຄວາມ ແນໃສ່ຮັບປະກັນການໃຫ້ບໍລິການທາງດ້ານກົດໝາຍ ແກ່ສັງຄົມຢ່າງກວ້າງຂວາງ, ຍຸຕິທໍາ ແລະ ມີປະສິດທິພາບ ປະກອບສ່ວນເຂົ້າໃນການສ້າງລັດທີ່ຄຸ້ມຄອງດ້ວຍກົດໝາຍ
    ໃນໂອກາດນີ້, ທ່ານ ນີວັນ ສົມແສງດີ  ໄດ້ຊີ້ໃຫ້ເຫັນວ່າ ທະນາຍຄວາມແມ່ນບຸກຄົນທີ່ໄດ້ຮັບອະນຸຍາດຈາກກະຊວງຍຸຕິທໍາ ໃຫ້ເຄື່ອນໄຫວວິຊາຊີບທະນາຍຄວາມໃນການໃຫ້ບໍລິການທາງດ້ານກົດໝາຍ ແກ່ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ສັງຄົມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລູກຄວາມ ທັງຮັບປະກັນຄວາມຍຸຕິທໍາໃຫ້ແກ່ຄູ່ຄວາມ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ຂ່າວ-ພາບ: ໄຊຍະສິດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພູມໃຈໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ພູມໃຈໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ. ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໂຮງແຮມແລນມາກແມ່ຂອງລີເວີໄຊ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 9 ມັງກອນນີ້ວ່າ: ຕົນເອງເປັນຜູ້ໜຶ່ງທີ່ໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມດັ່ງກ່າວໃນຄັ້ງນີ້, ຮູ້ສຶກພາກພູມໃຈ ແລະ ດີໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດເຂົ້າຮ່ວມ ແລະ ປະກອບສ່ວນໃນການສະໜັບສະໜູນກອງປະຊຸມໃຫຍ່ຄັ້ງປະຫວັດສາດນີ້.
ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ສະຫຼຸບວຽກງານປະຈຳປີ 2025

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ສະຫຼຸບວຽກງານປະຈຳປີ 2025

ວັນທີ 8 ມັງກອນ 2026ນີ້, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງແຜນປີ 2026,ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທິສານ ຕາງໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຂະແໜງທີ່ກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ປກສ ຄົບຮອບ 32 ປີ

ສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ປກສ ຄົບຮອບ 32 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 32 ປີ (10 ມັງກອນ 1994-10 ມັງກອນ 2026) ຈັດຂຶ້ນໃນວັນທີ 9 ມັງກອນນີ້ ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ຈັນທອນ ແກ້ວມະນີວົງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ສາລະວັນ ທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກລຽນແບບ

ສາລະວັນ ທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກລຽນແບບ

ແຂວງສາລະວັນ ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸ-ເຊື່ອມຄຸນ, ສິນຄ້າລອກລຽນແບບ, ດ້ວຍວິທີການຈູດ ຊຶ່ງມີທັງໝົດມີ 175 ລາຍການ, ປະເພດຜະລິດຕະພັນນໍ້າອັດລົມ ທີ່ນໍາເຂົ້າບໍ່ຖືກຕ້ອງ ຈໍານວນ 77 ແກັດ, ອຸປະກອນຮັບສັນຍານດາວທຽມ 3 ລາຍການ ລວມມູນຄ່າທັງໝົດ 65 ລ້ານກວ່າກີບ.
ງານບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ

ງານບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ

ງານເທດສະການບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-11 ມັງກອນ 2026. ສໍາລັບປີນີ້ ແມ່ນຈັດຂຶ້ນເປັນປີທີ 16 ຊຶ່ງໃນວັນທີ 7 ມັງກອນ ນີ້ ໄດ້ມີກິດຈະກໍາ ເປີດຕະຫຼາດນັດຢ່າງເປັນທາງການ, ໃນຕ້ອນຄ່ຳຄືນໄດ້ປະກວດນາງທິດາກອງເຂົ້າໃຫຍ່ປະຈຳປີ 2026 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງພຽງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນ, ຊາວຄ້າຂາຍ ພ້ອມດ້ວຍປະຊາຊົນບັນດາເຜົ່າພາຍໃນເມືອງພຽງ ເຂົ້າຮ່ວມ.
ຄໍາມ່ວນ ຕົກກ້ານາແຊງໄດ້ແລ້ວ 70.11%

ຄໍາມ່ວນ ຕົກກ້ານາແຊງໄດ້ແລ້ວ 70.11%

ໃນລະດູການປູກເຂົ້ານາແຊງປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 15,759 ເຮັກຕາ, ເນື້ອທີ່ແຜນການຂອງປີນີ້ລື່ນປີ 2025 ຜ່ານມາ 1,573 ເຮັກຕາ, ຄາດຄະເນຜົນຜະລິດ 77,396 ໂຕນ, ຄາດຄະເນໝົດແນວປູກ 1,261 ໂຕນ. ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 5,463 ເຮັກຕາ, ຄາດຄະເນຜົນຜະລິດ 25,734 ໂຕນ; ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 10,296 ເຮັກຕາ , ຄາດຄະເນຜົນຜະລິດ 51,662 ໂຕນ .
ປີ 2025 ແຂວງເຊກອງ ຂຶ້ນທະບຽນພາຫະນະໄດ້ 625 ຄັນ

ປີ 2025 ແຂວງເຊກອງ ຂຶ້ນທະບຽນພາຫະນະໄດ້ 625 ຄັນ

ໃນປີ 2025 ຜ່ານມາ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ສາມາດຂຶ້ນທະບຽນພາຫະນະໄດ້ທັງໝົດ 625 ຄັນ. ໃນນີ້, ລົດຈັກ 323 ຄັນ, ລົດເບົາ 240 ຄັນ ແລະ ລົດໜັກ 62 ຄັນ; ກວດກາເຕັກນິກໄດ້ 907 ຄັນ; ຕໍ່ທະບຽນທີ່ໝົດກໍານົດໄດ້ 156 ໃບ; ປ່ຽນໃບຂັບຂີ່ໝົດກໍານົດ-ເສຍຫາຍໄດ້ 476 ໃບ; ສອບເສັງໃບຂັບຂີ່ ມີຜູ້ເຂົ້າສອບເສັງ 311 ຄົນ, ເສັງໄດ້ 299 ຄົນ.
ສະຫຼອງບຸນເກີຣ ຂອງເຜົ່າກຶມມຸ ຢູ່ເມືອງເງິນ ຮັກສາໄດ້ວັດທະນະທໍາທີ່ເປັນເອກະລັກຂອງເຜົ່າ

ສະຫຼອງບຸນເກີຣ ຂອງເຜົ່າກຶມມຸ ຢູ່ເມືອງເງິນ ຮັກສາໄດ້ວັດທະນະທໍາທີ່ເປັນເອກະລັກຂອງເຜົ່າ

ວັນທີ 6 ມັງກອນ ນີ້ ຢູ່ບ້ານປຸ່ງຝາດເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງບຸນເກີຣ (ບຸນປົດປີ) ຂອງເຜົ່າກຶມມຸ (ປົດນືມມັງຕັ້ງນືມເມະ) ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີຈົມ ບຸນມານະທຳ ຮອງເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງປະຈຳເມືອງເງິນ, ມີແຂກຖືກເຊີນ ແລະ ມວນຊົນ ເຂົ້າຮ່ວມ.
ປີນີ້, ຄໍາມ່ວນ ມີແຜນການປູກພືດລະດູແລ້ງ 10,666 ເຮັກຕາ

ປີນີ້, ຄໍາມ່ວນ ມີແຜນການປູກພືດລະດູແລ້ງ 10,666 ເຮັກຕາ

ໃນລະດູການປູກພືດລະດູແລ້ງສົກປີ 2025-2026 ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ, ຄາດຄະເນຜົນຜະລິດ 17,034 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ . ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ

ເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ

ໃນປີ 2026 ນີ້, ແຂວງເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ແລະ ສູ້ຊົນເຮັດໃຫ້ອັດຕາພົ້ນທຸກ (ບັນລຸມາດຖານດໍາລັດ 348/ລບ) ໃຫ້ໄດ້ 50%. ໃນນີ້, ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ, ສ້າງຄອບຄົວພົ້ນທຸກໃຫ້ໄດ້ 1,085 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 7 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 1,290 ຄອບຄົວ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ 1 ຈຸດ ແລະ ສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 1 ເມືອງ.
ເພີ່ມເຕີມ