ສະພາທິດສະດີສູນກາງພັກ ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 

ສະພາທິດສະດີສູນກາງພັກ ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂອງສະພາທິດສະດີສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 20 ກຸມພາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ; ມີບັນດາສະຫາຍຄະນະປະຈຳສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ ແລະ ພະນັກງານຫຼັກແຫຼ່ງຫ້ອງການສະພາທິດສະດີສູນກາງພັກ ເຂົ້າຮ່ວມ.
ສະຫາຍ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງເຄື່ອນໄຫວ ຂອງສະພາທິດສະດີສູນກາງພັກ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ໂດຍຍົກໃຫ້ເຫັນບັນດາຜົນງານທີ່ຍາດມາໄດ້ໃນຫຼາຍດ້ານ ຕະຫຼອດໄລຍະ 1 ປີຜ່ານມາ ເປັນຕົ້ນ: ວຽກງານຮັບຮອງຫົວຂໍ້ຄົ້ນຄວ້າ ແລະ ຜົນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳໃນປີ 2023 ຊຶ່ງສາມາດຮັບຮອງເອົາຫົວຂໍ້ຄົ້ນຄວ້າໃຫຍ່ ແລະ ຫົວຂໍ້ຍ່ອຍ ຂອງກອງປະຊຼຸມສໍາມະນາທິດສະດີສອງພັກ  ລາວ-ຫວຽດນາມ ຄັັ້ງທີ X; ກອງປະຊຼຸມສໍາມະນາທິດສະດີ ສອງພັກ ລາວ-ຈີນ ຄັັ້ງທີ XI; ກອງປະຊຼຸມສໍາມະນາທິດສະດີ ສອງພັກ ລາວ-ກູບາ ຄັ້ງທີ I ແລະ ຮັບຮອງເອົາຫົວຂໍ້ສຳມະນາທິດສະດີສອງພັກ ລາວ-ກູບາ ຄັ້ງທີ II; ສາມາດຮັບຮອງເອົາຜົນ ຂອງການຄົ້ນຄວ້າໂຄງການລະດັບຊາດ 1 ໂຄງການ; ມີ 3 ໂຄງການກໍາລັງຈະຮັບຮອງເອົາເນື້ອໃນຜົນຂອງການຄົ້ນຄວ້າ ແລະ 5 ໂຄງການກຳລັງສືບຕໍ່ປັບປຸງເນື້ອໃນ. ພ້ອມດຽວກັນນັ້ນ, ກໍໄດ້ສຳເລັດການປັບປຸງດ້ານເນື້ອໃນການຄົ້ນຄວ້າ ແລະສະຫຼຸບກ່ຽວກັບການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຢູ່ລາວ ຊຶ່ງໄດ້ສຳເລັດ ສະບັບທີ 7 ແລະ ຜ່ານກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 6 ສະໄໝທີ XI ແລະ ກອງປະຊຸມກົມການເມືອງ; ສຳເລັດການດຳເນີນກອງປະຊຸມລະດັບຕ່າງໆ ໃນການຄົ້ນຄວ້າກ່ຽວກັບການສ້າງຮ່າງໂຄງການການເມືອງຂອງພັກ, ໄດ້ປັບປຸງດ້ານເນື້ອໃນ ແລະ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບແຕ່ລະຫົວຂໍ້ ແລະ ສຳເລັດການໄປແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ, ໄດ້ປັບປຸງ ແລະສ້າງຮ່າງ ສະບັບທີ 3 ແລະ ສົ່ງໃຫ້ກົມການເມືອງສູນກາງພັກ ເພື່ອປະກອບຄຳເຫັນ; ສຳເລັດການກະກຽມສ້າງຮ່າງຂໍ້ຕົກລົງຄະນະຮັບຜິດຊອບສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ ແລະ ສົ່ງໃຫ້ຄະນະເລຂາທິການສູນກາງພັກ ເພື່ອມີຄຳເຫັນ; ສຳເລັດການດຳເນີນກອງປະຊຸມ ເພື່ອປະກອບຄຳເຫັນໃສ່ບົດຄົ້ນຄວ້າຮັບຮອງຜົນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ 6 ຂົງເຂດ ພ້ອມດຽວກັນນັ້ນ ກໍສຳເລັດການປັບປຸງດ້ານກົງຈັກການຈັດຕັ້ງ, ການສັບຊ້ອນ-ຈັດວາງສະມາຊິກສະພາທິດສະດີສູນກາງພັກ ເຂົ້າໃນແຕ່ລະຄະນະກຳມະການ, ເຮັດໃຫ້ສະພາບລວມ ຂອງກົງຈັກການຈັດຕັ້ງ ແລະບຸກຄະລາກອນຢ່າງເປັນລະບົບຄົບຊຸດ.
ຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ຕໍ່ກັບບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2023  ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ພ້ອມທັງໄດ້ຮັບຮອງເອົາແຜນການດັ່ງກ່າວ ເພືີ່ອພ້ອມກັນຈັດຕັັ້ງປະຕິບັດໃຫ້ບັນລຸຜົນສໍາເລັດ ຕາມຄາດໝາຍກໍານົດໄວ້.
ສະຫາຍ ຄຳພັນ ເຜີຍຍະວົງ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ເພື່ອເປັນທິດທາງໃນການສືບຕໍ່ປັບປຸງ ແລະ ຈັດຕັັ້ງປະຕິບັດວຽກງານຂອງສະພາທິດສະດີສູນກາງພັກໃນຕໍ່ໜ້າ ກໍຄືແຜນການປີ 2024 ໂດຍສະຫາຍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບ ຕໍ່ກັບບັນດາຜົນສໍາເລັດ, ຜົນງານໃນດ້ານຕ່າງໆ ທີ່ສະພາທິດສະດີສູນກາງພັກຍາດມາໄດ້ ພ້ອມທັງເນັ້ນໜັກ ຄະນະປະຈໍາ ແລະ ບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ ສືບຕໍ່ເອົາໃຈໃສ່ບາງວຽກງານຄື:
1). ໃຫ້ສືບຕໍ່ການເສີມຂະຫຍາຍຜົນສຳເລັດ ທີ່ຍາດມາໄດ້ໃນໄລຍະຜ່ານມາ ໃຫ້ນັບມື້ນັບດີຂຶ້ນ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອເປັນເຈົ້າການປະກອບສ່ວນເຂົ້າໃນການປັບປງ, ບູລະນະແນວທາງການເມືອງຂອງພັກເຮົາ ໃຫ້ນັບມື້ນັບສົມບູນຂຶ້ນເລື້ອຍໆ, ມີອັນໃໝ່ຂຶ້ນເລື້ອຍໆ ທັງເປັນຄັງທິດສະດີຂອງພັກເຮົາ; ນອກນັ້ນ, ກໍເປັນເຈົ້າການຕື່ມໃນການໃຫ້ຄໍາປຶກສາ ເປັນເສນາທິການໃຫ້ແກ່ກົມການເມືອງ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ ໃຫ້ໄດ້ແຂງແຮງດີຂຶ້ນ ຊຶ່ງຕ້ອງໄດ້ຄົ້ນຄວ້າ ແລະ ລົງເລິກບັນຫາ ຢ່າງຈະແຈ້ງຂຶ້ນຕື່ມ ເປັນຕົ້ນບັນດາດ້ານເສດຖະກິດ, ສະພາບການຂອງໂລກ..., ສະໜອງບັນດາເອກະສານທີ່ມີລັກສະນະວິທະຍາສາດ ແກ່ສູນກາງພັກໃຫ້ມີປະສິດທິຜົນ;
2). ສຸມໃສ່ຈັດຕັ້ງປະຕິບັດບັນດາພາລະບົດບາດ, ໜ້າທີ່ຂອງສະພາທິດສະດີ ກໍຄືຂອງແຕ່ລະສະຫາຍສະມາຊິກສະພາທິດສະດີ ໃຫ້ດີທີ່ສຸດ ໂດຍສະເພາະການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳຕ່າງໆ, ເອົາໃຈໃສ່ເຊີດຊູຄວາມຮັບຜິດຊອບ, ເປັນເຈົ້າການ ແລະ ເສີມສະຕິປັນຍາຂອງຕົນ ເຂົ້າໃນການດໍາເນີນວຽກງານຕ່າງໆ ທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດຜົນ ຢ່າງມີປະສິດທິພາບກວ່າເກົ່າ;
3). ປະສານສົມທົບກັບບັນດາກະຊວງ, ອົງການ ແລະ ຂະແໜງການຕ່າງໆ ສືບຕໍ່ຜ່ານບົດຂອງບັນດາຫົວຂໍ້ຕ່າງໆ ໃນການສຳມະນາລະດັບຊາດ ເພື່ອເຮັດ ແລະ ປັບປຸງໃຫ້ສຳເລັດ ໃຫ້ຈົບບັນດາຫົວຂໍ້ທີ່ກຳລັງຄົ້ນຄ້ວາ; ພ້ອມກັນນັ້ນ, ກໍກະກຽມກ່ຽວກັບຫົວຂໍ້ໃຫຍ່ ສະເໜີກົມການເມືອງຮັບຮອງ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ສຳມະນາ ເລິກເຊິ່ງຄັກແນ່ຕື່ມອີກ ໂດຍສະເພາະອັນທີ່ຕິດພັນກັບໂຄງການການເມືອງ.
4). ສືບຕໍໍ່ປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການຫັນເປັນທັນສະໄໝ ຊຶ່ງບັນຫາທີໜຶ່ງ ກໍແມ່ນກ່ຽວກັບການປັບປຸງບຸກຄະລາກອນ ການປະກອບບັນດາຄະນະກຳມະການ ລວມທັງພາລະບົດບາດ, ສິດ, ໜ້າທີ່ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ. ນອກຈາກນັ້ນ, ກໍຄົ້ນຄວ້າປະກອບພະນັກງານຕື່ມໃນໂຄງປະກອບການຈັດຕັ້ງຂອງຫ້ອງການສະພາທິດສະດີ ເພື່ອເປັນເສນາທິການຊ່ວຍແຕ່ລະຄະນະໜ່ວຍງານ ຫຼື ແຕ່ລະຄະນະກຳມະການຢ່າງເປັນລະບົບ;
5). ສຸມໃສ່ໃຫ້ສຳເລັດບັນດາວຽກງານຈຸດສຸມ 2024 ເປັນຕົ້ນໂຄງການການເມືອງ, ຮ່າງສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່, ບົດລາຍງານການເມືອງ.... ການຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ຈັດສຳມະນາກັບ ສສ ຫວຽດນາມ, ກັບ ສປ ຈີນ ແລະ ກູບາ ເພື່ອກະກຽມຈັດສຳມະນາຢູ່ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ຕິດພັນກັບພາລະບົດບາດຂອງສະພາທິດສະດີ, ຕິດພັນກັບວຽກຕົວຈິງ ເພື່ອນໍາໄປເຜີຍແຜ່ໃຫ້ເປົ້າໝາຍຕ່າງໆຮັບຮູ້ຢ່າງທົ່ວເຖິງ ແລະ ເສີມຂະຫຍາຍການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ເພື່ອນມິດຮ່ວມອຸດົມການ ເພື່ອຮ່ວມມືໃນຂົງເຂດທິດສະດີ; ພ້ອມນີ້, ກໍຍັງມີບາງວຽກງານທີ່ສຳຄັນອື່ນໆອີກ. 
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ