ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 9 ກໍລະກົດນີ້, ສະຖາບັນວິທະຍາສາດຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອນໍາສະເໜີຄວາມຄືບໜ້າຫຼ້າສຸດໃນການຄົ້ນຄວ້າຕົວຢ່າງຢູ່ພື້ນຜິວດວງຈັນທີ່ເກັບໂດຍຍານສໍາຫຼວດດວງຈັນ “ສາງເອີ 6” ຂອງຈີນ, ພ້ອມທັງໄດ້ສະຫຼຸບຜົນການຄົ້ນຄວ້າຕ່າງໆໃນ 1 ປີຜ່ານມາຢ່າງເປັນລະບົບພາຍຫຼັງໄດ້ຮັບຕົວຢ່າງດັ່ງກ່າວ.
ໂອກາດນີ້, ສະຖາບັນວິທະຍາສາດຈີນໄດ້ເປີດເຜີຍການເຄື່ອນໄຫວຂອງລາວາຢູ່ດ້ານຫຼັງຂອງດວງຈັນ, ສະໜາມແມ່ເຫຼັກ (Magneticfield) ໃນສະໄໝບູຮານຂອງດວງຈັນ, ປະລິມານນໍ້າຢູ່ກາບດວງຈັນຊັ້ນໃນ (lunar mantle) ແລະ ຂະບວນວິວັດຂອງກາບດວງຈັນຊັ້ນໃນ, ໂດຍໄດ້ເປີດເຜີຍຂະບວນວິວັດຂອງດ້ານຫຼັງຂອງດວງຈັນເປັນຄັ້ງທໍາອິດ. ຜົນການຄົ້ນຄວ້າ 4 ປະການນີ້ໄດ້ຖືກເຜີຍແຜ່ໃນວາລະສານ “Nature” ທີ່ເປັນວາລະສານທາງວິຊາການສາກົນດ້ວຍຮູບແບບບົດຄວາມໜ້າປົກວາລະສານໃນຕອນຄໍ່າວັນທີ 9 ກໍລະກົດ ຜ່ານມານີ້.
ຄໍາເຫັນ