ສະຖານທູດລາວປະຈໍາອາເມຣິກາ ຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ສະຖານທູດລາວປະຈໍາອາເມຣິກາ ຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ສະຖານທູດລາວປະຈໍາອາເມຣິກາ ຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569
ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ວໍຊິງຕັນ ດີ.ຊີ ສະຫະລັດ ອາເມຣິກາ ໄດ້ຈັດງານສະເຫຼີມສະຫຼອງຕ້ອນຮັບປີໃໝ່ລາວປີມະເມຍ ພສ 2569, ຈສ 1388 ຂຶ້ນຢ່າງເບີກບານມ່ວນຊື່ນໃນວັນທີ 9 ພຶດສະພາ 2026.
ສະຖານທດລາວປະຈາອາເມຣກາ ຈດງານສະເຫມສະຫອງບນປໃໝລາວ ພ.ສ 2569 - image 1
 

 

ໃນຕອນກາງເວັນ, ມີການແຂ່ງຂັນກິລາກັອຟມິດຕະພາບຄັ້ງທີ 13 ຈັດໂດຍສະມາຄົມກັອຟລາວດີຊີ (LGADC) ແລະ ການແຂ່ງຂັນກິລາບານເຕະມິດຕະພາບ ຈັດໂດຍ ສະຫະພັນກິລາບານເຕະລາວອາເມຣິກາເໜືອ (NALSF), ຕອນແລງມີງານລາຕີສະໂມສອນສະເຫຼີມສະຫຼອງປີໃໝ່ລາວທີ່ຫ້ອງຈັດງານລ້ຽງຮັບຮອງArlington-Fairfax Elks Lodge ລັດເວີຈີເນຍ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູໂຂງ ສີສຸລາດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳສະຫະລັດ ອາເມຣິກາ ແລະ ການາດາ, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດ (ສປຊ), ແຂກຜູ້ມີກຽດ, ກຳມະການສູນກາງແນວລາວສ້າງຊາດປະຈໍາສະຫະລັດ ອາເມຣິກາ, ປະທານສະມາຄົມຮັກບ້ານເກີດ ພ້ອມຄະນະ, ປະທານສະມາຄົມຕ່າງໆຂອງຄົນເຊື້ອຊາດລາວ, ອົງການ Legacies of War, ຜູ້ຊົງຄຸນວຸດທິ, ພີ່ນ້ອງຄົນເຊື້ອຊາດລາວທີ່ເດີນທາງມາຈາກບັນດາລັດໃນອາເມຣິກາ ແລະ ຈາກການາດາ ລວມທັງກິລາກັອຟ, ນັກກິລາບານເຕະ, ພະນັກງານສະຖານທູດ ສປປ ລາວ ທີ່ວໍຊິງຕັນ ດີ.ຊີ ແລະ ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອົງການ ສປຊ, ລວມປະມານ 450 ຄົນ.

ງານສະເຫຼີມສະຫຼອງປີໃໝ່ (Pi Mai) ແມ່ນງານບຸນປະເພນີອັນດີງາມຂອງລາວທີ່ສືບທອດກັນມາແຕ່ບູ ຮານນະການໃນແຕ່ລະຍຸກແຕ່ລະສະໄໝຈົນມາຮອດປັດຈຸບັນ, ເປັນເທດສະການທີ່ຈັດຂຶ້ນໃນແຕ່ລະປີຂອງປະຊາ ຊົນລາວຢູ່ພາຍໃນປະເທດ ແລະ ຊາວລາວຢູ່ຕ່າງປະເທດລວມທັງຊຸມຊົນຄົນເຊື້ອຊາດລາວຢູ່ອາເມຣິກາ ແລະ ການາດາ. ໃນປັດຈຸບັນລັດຖະບານລາວພວມຫ້າງຫາກະກຽມໃນການສະເໜີຕໍ່ອົງການອຸຍແນັສໂກ (UNESCO) ເພື່ອພິຈາລະນາຮັບຮອງບຸນປີໃໝ່ລາວ (Pi Mai) ເປັນມໍລະດົກໂລກໃນອະນາຄົດ. ງານສະເຫຼີມສະຫຼອງປີໃໝ່ລາວນອກຈາກສືບສານຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງລາວແລ້ວ, ຍັງເຕົ້າໂຮມຄວາມສາມັກ ຄີຂອງຄົນເຊື້ອຊາດລາວບັນດາເຜົ່າຢູ່ບັນດາລັດໃນອາເມຣິກາ ແລະ ການາດາ ທີ່ໄດ້ມາພົບພໍ້ກັນ, ຢື້ຢາມຖາມຂ່າວ, ອວຍພອນປີໃໝ່ຊຶ່ງກັນ ແລະ ກັນດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ຄວາມຮັກແພງສາມັກຄີ, ໂອບອ້ອມອາລີ, ເຄົາລົບນັບຖື ແລະ ໃຫ້ກຽດກັນ ຊຶ່ງເປັນມໍລະດົກອັນລໍ້າຄ່າຂອງຄົນລາວທີ່ຕົກທອດມາແຕ່ໃດໆເຖິງວ່າຈະຢູ່ແຫ່ງຫົນໃດກໍຕາມ. ບຸນປີໃໝ່ລາວ ເປັນເລີກງາມຍາມດີເປັນສິລິມົງຄຸນເພື່ອອວຍພອນຊຶ່ງກັນ ແລະ ກັນຂອງຊາວລາວ ແລະ ເພື່ອນມິດໃຫ້ມີສຸຂະພາບເຂັ້ມແຂງ, ສະສາງລ້າງຊ່ວຍສິ່ງບໍ່ດີບໍ່ງາມອອກໄປນໍາປີເກົ່າ, ຕ້ອນຮັບສິ່ງດີໆເຂົ້າມາໃນຊີວິດ, ຮັບໂຊກຮັບໄຊ, ມີຜົນສໍາເລັດໃໝ່ໃນໜ້າທີ່ວຽກງານ, ໃນການດໍາເນີນທຸລະກິດ, ຄ້າຂາຍ, ກິດຈະການສ່ວນຕົວກໍຄືໃນການດໍາລົງຊີວິດທີ່ເຕັມໄປດ້ວຍຄວາມຜາສຸກ, ຈະເລີນວັດທະນາຕະຫຼອດປີ ໃໝ່ ແລະ ປີຕໍ່ໆໄປ.

ສະຖານທດລາວປະຈາອາເມຣກາ ຈດງານສະເຫມສະຫອງບນປໃໝລາວ ພ.ສ 2569 - image 2
 

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ພູໂຂງ ສີສຸລາດ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະອວຍພອນປີໃໝ່ໃຫ້ພີ່ນ້ອງຄົນເຊື້ອຊາດລາວ ແລະ ແຂກຜູ້ມີກຽດທີ່ມາຮ່ວມໃນງານສະເຫຼີມສະຫຼອງປີໃໝ່ລາວໃນຄັ້ງນີ້ພ້ອມທັງໄດ້ສົ່ງຄໍາອວຍພອນປີໃໝ່ລາວແດ່ພີ່ນ້ອງເຊື້ອຊາດລາວທຸກຄົນໃນອາເມຣິກາ ແລະ ການາດາທີ່ບໍ່ໄດ້ມາຮ່ວມງານດັ່ງກ່າວ. ທ່ານເອກອັກຄະລັດຖະທູດລາວ ຍັງໄດ້ຍົກໃຫ້ເຫັນເຖິງການເຄື່ອນໄຫວຕະຫຼອດໜຶ່ງປີຜ່ານມາຂອງສະຖານທູດໃນການເຮັດໜ້າທີ່ສົ່ງເສີມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຮ່ວມມືສອງຝ່າຍລາວ - ອາເມຣິກາ, ລາວ - ການາດາ ກໍຄືການເຄື່ອນໄຫວການທູດທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ ແລະ ການທູດປະຊາຊົນ ໂດຍສະເພາະການພົວພັນກັບພີ່ນ້ອງຄົນເຊື້ອຊາດລາວຢູ່ອາເມຣິກາ ແລະ ການາດາ. ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈຕໍ່ທຸກໆທ່ານທີ່ເສຍສະຫຼະເວລາອັນມີຄ່າມາຮ່ວມງານສະເຫຼີມສະຫຼອງປີໃໝ່ນີ້ ກໍຄືໃນການແຂ່ງຂັນກິລາກັອຟ ແລະ ກິລາບານເຕະມິດຕະພາບ, ຕີລາຄາສູງຕໍ່ບຸກຄົນແລະ ອົງການຈັດຕັ້ງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ອຸປະຖໍາ ຈົນເຮັດໃຫ້ການສະເຫຼີມສະຫຼອງປີ ໃໝ່ລາວຄັ້ງນີ້ດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີຄວາມຫມາຍຄວາມສໍາຄັນໃນການສືບສານ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງລາວໃຫ້ຍືນຍົງຄົງຢູ່ຄູ່ກັບຄົນລາວຕະຫຼອດໄປ. ທ່ານເອກອັກຄະລັດຖະທູດ ຍັງໄດ້ເຊີນຊວນພີ່ນ້ອງເຊື້ອຊາດລາວຢູ່ສະຫະລັດອາເມຣິກາ ແລະ ການາດາ ເດີນທາງໄປຢ້ຽມຢາມບ້ານເກີດເມືອງນອນ, ແຜ່ນ ດິນລາວມາຕຸພຸມທີ່ແສນຮັກຂອງຄົນລາວທຸກຄົນ, ປະກອບສ່ວນຕາມເງື່ອນໄຂໂດຍທາງກົງຫຼືທາງອ້ອມເຂົ້າໃນສ້າງ ສາປະເທດຊາດໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ. ລັດຖະບານລາວ ຍາມໃດກໍຍິນດີຕ້ອນຮັບ ແລະ ອໍານວຍຄວາມສະດວກດ້ານຕ່າງໆລວມທັງດ້ານວິຊາເຂົ້າລາວໃຫ້ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດໄດ້ອວ່າຍໜ້າໄປຫາປະເທດຊາດໄປທ່ອງທ່ຽວ, ຢ້ຽມຢາມ, ດໍາເນີນທຸລະກິດ, ໄປຢູ່ລາວຖາວອນ, ເຮັດໂຄງການຊ່ວຍເຫຼືອຫຼືນໍາເອົາຄວາມຮູ້ເຕັກນິກວິຊາການ ແລະ ປະສົບປະການດ້ານຕ່າງໆໄປປະກອບສ່ວນຊ່ວຍພັດທະນາປະເທດລາວ. ໃນໂອກາດສະເຫຼີມສະຫຼອງປີໃໝ່ລາວນີ້ ໄດ້ມີການປະກາດຜົນການເເຂ່ງຂັນກິລາກ໋ອຟ, ກິລາບານເຕະມິດຕະພາບ, ມອບລາງວັນປະເພດຕ່າງໆລວມທັງມີການຈັບສະຫຼາກລາງວັນກ໊ອຟ ແລະ ບານເຕະ, ບັນດາແຂກທີ່ເຂົ້າຮ່ວມໄດ້ຊີມລົດຊາດອາຫານລາວອັນຫຼາກຫຼາຍທີ່ເປັນເອກະລັກຂອງລາວຈາກສະມາ ຄົມແມ່ຍິງໃຈດີ ແລະ ຄົວລາວອື່ນໆ, ພ້ອມທັງຮ່ວມຟ້ອນລຳວົງສາມັກຄີດ້ວຍສຽງເພງ, ຂັບລໍາຕາມປະເພນີລາວທີ່ໃຫ້ຄວາມມ່ວນຊື່ນຂອງຄະນະວົງດົນຕີສະຫະພັນບານເຕະລາວອາເມຣິກາເໜືອຕາມລາຍການຕ່າງໆທີ່ໄດ້ຈັດໄວ້. (ຂ່າວ: ກຕທ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ