![]() |
ທ່ານ ສຸດໃຈ ໄຊຍະວົງ ກ່າວວ່າ: ວຽກງານໂຄສະນາເປັນວຽກໜຶ່ງທີ່ສຳຄັນ ເປັນວຽກປະຈັນບານ ແລະ ເປັນວຽກການເມືອງ-ແນວຄິດ. ໄລຍະຜ່ານມາ ພັກເຮົາໄດ້ຖືສຳຄັນເຮັດວຽກງານນີ້ຢ່າງກວ້າງຂວາງ ແລະ ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງຫຼາຍດ້ານ ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງພັກເຮົາ, ພາປະເທດຊາດໃຫ້ກ້າວຂຶ້ນສູ່ຈຸດໝາຍທີ່ກຳນົດໄວ້.
ຊຸດຝຶກອົບຮົມຄັ້ງນີ້, ໄດ້ໃຫ້ຮູ້ກ່ຽວກັບວຽກງານໂຄສະນາປາຖະກະຖາ ຊຶ່ງລວມມີ: ບັນດາພື້ນຖານຂອງວຽກໂຄສະນາ, ຝຶກອົບຮົມຄວາມສາມາດໃນການຂຽນເອກະສານ, ຄຸນລັກສະນະ ແລະ ສິລະປະໃນການເວົ້າ, ນິຕິກຳ ແລະ ບາງບົດຮຽນ ໃນການເຄື່ອນໄຫວໂຄສະນາປາຖະກະຖາ, ໂຄສະນາເຄື່ອນທີ່ ແລະ ໂຄສະນາຜ່ານສື່, ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ, ວິທີການເກັບກຳ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງແນວຄິດ, ບົດຮຽນຕາໜ່າງເພື່ອນຮ່ວມງານ ແລະ ການຄົ້ນຄວ້າສັງລວມ. ຈາກນັ້ນ, ຜູ້ເຂົ້າຮ່ວມຝຶກອົບຮົມກໍ່ໄດ້ຂຶ້ນຫ້ອງສາທິດວຽກງານປາຖະກະຖາ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)
ຄໍາເຫັນ