ສາຍການບິນ Vietjetຂະຫຍາຍຕາໜ່າງການບິນ ຫວຽດນາມ-ຈີນ

ສາຍການບິນ Vietjetຂະຫຍາຍຕາໜ່າງການບິນ ຫວຽດນາມ-ຈີນ
ຫວ່າງບໍ່ດົນມານີ້, ຫວຽດເຈັດ (Vietjet)ໄດ້ສະເຫຼີມສະຫຼອງປີໃໝ່ ດ້ວຍການເລີ່ມເປີດເສັ້ນທາງບິນກົງທີ່ເຊື່ອມຕໍ່ ນະຄອນໂຮ່ຈິມິນ ສສ ຫວຽດນາມ ຫາ ເສີງຕູ່ ສປ ຈີນ. ຖ້ຽວບິນໃໝ່ນີ້ຈະເຮັດໃຫ້ນັກທ່ອງທ່ຽວໃນທະວີບມີທາງເລືອກໃນການເດີນທາງໃນໄລຍະເດືອນມີນາ - ເມສານີ້. ພ້ອມທັງເພີ່ມທະວີການເຊື່ອມຕໍ່ທາງດ້ານການບິນຂອງຫວຽດນາມ ແລະ ຈີນ ພ້ອມທັງຊຸກຍູ້ການຄ້າ ແລະ ການທ່ອງທ່ຽວລະຫວ່າງ 2 ປະເທດ ແລະ ພາກພື້ນ.ເປັນກຽດເຂົ້າຮ່ວມພິທີ ທີ່ສະໜາມບິນສາກົນ Tan Son Nhat ມີທ່ານ Wei Huaxiangກົງສູນໃຫຍ່ຈີນປະຈຳນະຄອນໂຮ່ຈິມິນ ແລະ ທ່ານ Michael Hickey ຫົວໜ້າຝ່າຍປະຕິບັດການ Vietjet. ພ້ອມກັນຕ້ອນຮັບຜູ້ໂດຍສານໃນຖ້ຽວບິນທຳອິດຢ່າງອົບອຸ່ນ ແລະ ໄດ້ອວຍພອນການປະຕິບັດງານໃໝ່ໃນປີມັງກອນນີ້.
ເສັ້ນທາງ ໂຮ່ຈິມິນ-ເສີງຕູ່ ໃຫ້ບໍລິການຖ້ຽວບິນໄປກັບ 7 ຖ້ຽວຕໍ່ອາທິດ, ໃຊ້ເວລາບິນກວ່າ 4 ຊົ່ວໂມງຕໍ່ຖ້ຽວ. ຖ້ຽວບິນຈາກສະໜາມບິນສາກົນ Tan Son Nhat ຢູ່ນະຄອນໂຮ່ຈິມິນ ອອກເດີນທາງ 19:10 ໂມງ (ຕາມເວລາທ້ອງຖິ່ນ) ແລະ ລົງຈອດຢູ່ສະໜາມບິນສາກົນ Chengdu Tianfu (TFU) ໃນເວລາ 00:15 ໂມງ ມື້ຕໍ່ມາ (ຕາມເວລາທ້ອງຖິ່ນ). ໃນອີກຖ້ຽວໜຶ່ງຈາກເມືອງ ເສີງຕູ່, ຖ້ຽວບິນອອກ 00:50 ໂມງ (ຕາມເວລາທ້ອງຖິ່ນ) ແລະ ຮອດນະຄອນໂຮ່ຈິມິນເວລາ 03:55 ໂມງ (ຕາມເວລາທ້ອງຖິ່ນ).ລາຄາປີ້ໂດຍສານພຽງ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ທຸກໆວັນພຸດ, ວັນພະຫັດ ແລະ ວັນສຸກ ແມ່ນສາມາດຈອງໄດ້ແລ້ວທີ່ www.vietjetair.com ຫຼື ແອັບມືຖື Vietjet Air, ໄດ້ທຸກເສັ້ນທາງລະຫວ່າງປະເທດຂອງ Vietjet. ຜູ້ໂດຍສານຂອງ Vietjetຈະໄດ້ຮັບປະກັນໄພການເດີນທາງ SkyCareຟຣີເພື່ອການເດີນທາງທີ່ປອດໄພ.ນະຄອນໂຮ່ຈິມິນ, ຕັ້ງຢູ່ພາກໃຕ້ຂອງຫວຽດນາມ ແມ່ນສູນກາງເສດຖະກິດ ແລະ ການຄົມມະນາຄົມຂອງປະເທດ. ນັກທ່ອງທ່ຽວສາມາດມ່ວນຊື່ນກັບສະຖານທີ່ໆເປັນສັນຍາລັກຄື: ຕະຫຼາດ Ben Thanh, ຫໍສະໝຸດກາງ ແລະ ພະລາຊະວັງເອກະລາດ ແລະ ອື່ນໆອີກຫຼາຍແຫ່ງ. ນັກທ່ອງທ່ຽວຍັງສາມາດເພີດເພີນກັບລົດຊາດອາຫານຂອງຫວຽດນາມແທ້ໆເຊັ່ນ: ເຝີ, Banh Mi, ກາເຟໃສ່ໄຂ່ ແລະ ຍັງມີອາຫານອີກຫຼາຍຢ່າງ. ນະຄອນໂຮ່ຈິມິນ ຍັງເປັນປະຕູສູ່ບັນດາຈຸດໝາຍທີ່ໜ້າຈັບອົກຈັບໃຈຂອງ ຝູກັວກ, ດາໜັງ, ດາລັດ… ໃຊ້ເວລາພຽງ 1 ຊົ່ວໂມງ ຍ້ອນວ່າເຄືອຂ່າຍ Vietjetທີ່ກວ້າງຂວາງ.
ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ, ເມືອງເສີງຕູ່, ນະຄອນຫຼວງຂອງແຂວງເສສວນ, ເປັນປະຕູສຳຄັນທີ່ເຊື່ອມຕໍ່ຫຼາຍຕົວເມືອງໃຫຍ່ຂອງຈີນ ແລະ ສາກົນ. ຍັງເປັນບ້ານເກີດເມືອງນອນ ຂອງ ໝິີແພນດ້າ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ Jiuzhaigou - ມໍລະດົກໂລກທີ່ໄດ້ຮັບການຍອມຮັບຈາກອົງການ UNESCO. ນອກຈາກເສັ້ນທາງ ເສີງຕູ່ – ໂຮ່ຈິມິນ, Vietjetຍັງໃຫ້ບໍລິການຖ້ຽວບິນ ຊຽງໄຮ້ – ໂຮ່ຈິມິນ ແລະ ຖ້ຽວບິນອີກຫຼາຍຖ້ຽວລະຫວ່າງຫວຽດນາມ ແລະ ຕົວເມືອງອື່ນໆຂອງຈີນຄື: Hangzhou, Tianjin, Xi'an, Shenzhen, Chongqing, Nanjing, Shijiazhuang, Harbin. , Lijiang ແລະ ອື່ນໆ.
ພິເສດ, ໃນຕອນເຊົ້າຕົ້ນປີມັງກອນ, ຜູ້ໂດຍສານທີ່ບິນກັບ Vietjetຢູ່ສະໜາມບິນໃນທົ່ວຫວຽດນາມ ຈະໄດ້ຮັບການຕ້ອນຮັບດ້ວຍຮອຍຍິ້ມ, ຄຳອວຍພອນ ແລະ ເງິນຂອງຂວັນຈາກບັນດາການນຳ, ພະນັກງານ, ເຮືອບິນ Vietjetເພື່ອແບ່ງປັນຄວາມມ່ວນຊື່ນ ແລະ ຄວາມສຸກໃນເທດສະການກຸດຫວຽດ.ບິນກັບ Vietjet, ຜູ້ໂດຍສານສາມາດເພີດເພີນກັບອາຫານຫວຽດນາມ ແລະ ສາກົນເຊັ່ນ: Banh mi, Pho, dimsum, ແລະ ອື່ນໆ ໃຫ້ບໍລິການໂດຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ ແລະ ພ້ອມໃຫ້ບໍລິການໃນເຮືອບິນທີ່ທັນສະໄໝ  ແລະ ເປັນມິດກັບສິ່ງແວດລ້ອມ.
Vietjetຈະເປີດເສັ້ນທາງບິນ ວຽງຈັນ-ໂຮຈິມິນ ໃນອາທິດໜ້າ ວັນທີ 25 ກຸມພາ 2024 ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ຄື: ວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ຊຶ່ງໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ. ນັກທ່ອງທ່ຽວຈາກລາວສາມາດຖືໂອກາດນີ້ໃນການເດີນທາງໄປຫວຽດນາມ, ຍັງສາມາດເດີນທາງໄປບັນດາຈຸດໝາຍປາຍທາງເພື່ອສຳຜັດກັບປະສົບການ ການເດີນທາງທີ່ໜ້າຈົດຈຳໃນລະດູໃບໄມ້ປົ່ງທີ່ຈະມາເຖິງນີ້.
ຂໍ້ມູນເພີ່ມຕື່ມໄດ້ທີ່ www.vietjetair.com ຂ່າວ:ຕຸໄລເພັດ 

ຄໍາເຫັນ

ຂ່າວຕ່າງປະເທດ

ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດສຸຂະພາບຂອງນູແວນເຊລັງສະລັບຫຼ້າສຸດທີ່ເຜີຍແຜ່ໃນວັນທີ 18 ພະຈິກ ຜ່ານມາ ຊີ້ໃຫ້ເຫັນວ່າ: ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງເຫຼືອ 5.9% ໃນປີ 2025/2026 ຊຶ່ງເປັນຄັ້ງທຳອິດທີ່ຫຼຸດລົງຕໍ່າກວ່າ 6%.
ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ຫວ່າງມໍ່ໆມານີ້, ​ໜັງ​ສື​ພິມ China Daily ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ ທ່ານ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທີ່​ລະ​ບຸ​ວ່າ, ເສດ​ຖະ​ກິດ​ອາ​ຊຽນ​ແລະ​ຈີນ​ພວມ​ຢູ່​ໃນ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ, ຕະ​ຫຼາດ​ດີຈີ​ຕອນ​ໄດ້​ກາຍ​ເປັນ​ຫົວ​ຈັກ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ.
ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ສິງກະໂປໄດ້ເຜີຍແຜ່ບົດລາຍງານພາບລວມຄອບຄົວໃນອາຊຽນ ປີ 2026 ສະບັບທໍາອິດ, ໂດຍອີງໃສ່ຂໍ້ມູນຈາກອົງການຂອງພາກລັດ ແລະ ຜົນການສຳຫຼວດໃນ 10 ຕົວເມືອງອາຊຽນພົບວ່າ, ປະຊາຊົນໃນບັນດາປະເທດສະມາຊິກອາຊຽນມີທ່າອ່ຽງເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ. ໃນຂະນະທີ່ຄົວເຮືອນທີ່ໄດ້ຮັບການສຳຫຼວດສ່ວນໃຫຍ່ມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ທີ່ດີ ໃນລະດັບປານກາງຫາສູງ, ມີຄຸນນະພາບຊີວິດທີ່ດີ ແລະ ມີສາຍພົວພັນໃນຄອບຄົວທີ່ແໜ້ນແຟ້ນ.
ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ໃນວັນ​ທີ 19 ພະ​ຈິກ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ແລະ ທ່ານ​ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ​ແຂວງກວາງ​ຕຸ້ງ​ຈີນ. ຜູ້​ນຳ​ຣັດ​ເຊຍ ແລະ ສະຫະລັດ ອາ​ເມ​ຣິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ຈີນ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​​ຄັ້ງ​​ປະ​ຫວັດ​ສາດນີ້. ປະ​ມຸກ​ລັດ​ 3 ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ທັງມຸ່ງໝັ້ນທີ່ຈະຮັກ​ສາ​ສະ​ຖຽນ​ລະ​ພາບທາງ​ຍຸ​ດ​ທະ​ສາດ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ.
ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ ຜ່ານມາຢູ່​ນະ​ຄອນເຊິນ​ເຈິນ ປະ​ເທດຈີນ, ໃນ​ຂອບ​ເຂດກອງ​ປະ​ຊຸມ​​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ​ຂອງເວ​ທີ​ປາ​ໄສ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) ​ຄັ້ງ​ທີ 33, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ​ຍ່ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຮັບບົດ​ບາດປະ​ທານ APEC2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານສີຈິນ​ຜິ້ງ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດຈີນ, ສ້າງ​ຂີດ​ໝາຍ​​ສຳ​ຄັນ ແລະ ເປີດ​ສາກປີ​ APEC ຫວຽດ​ນາມ2027 ຢ່າງ​ເປັນ​ທາງ​ການ.
ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ-ອຸດສາຫະກໍາ ແລະ ກະຊວງພັດທະນາດີຈີຕອນ-ຂໍ້ມູນຂ່າວສານສິງກະໂປໄດ້ເປີດເຜີຍວ່າ, ສິງກະໂປກໍາລັງສຶກສາຜົນກະທົບທີ່ອາດເກີດຂຶ້ນຈາກມາດຕະການຄວບຄຸມການສົ່ງອອກເຊມິຄອນດັກເຕີຂັ້ນສູງສະບັບໃໝ່ ຂອງສະຫະລັດ ອາເມຣິກາ. ໂດຍຢູ່ໃນລະຫວ່າງການປຶກສາຫາລືກັບບໍລິສັດທີ່ໄດ້ຮັບຜົນກະທົບ ແລະ ປຶກສາຫາລືກັບອົງການທີ່ກ່ຽວຂ້ອງ ຂອງສະຫະລັດ ອາເມຣິກາ ກ່ຽວກັບຂອບເຂດ ແລະ ການບັງຄັບໃຊ້ມາດຕະການດັ່ງກ່າວ.
ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ທະນາຄານກາງອິນໂດເນເຊຍ (BI) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍ 0.25% ເປັນ 6% ເພື່ອຮັກສາສະຖຽນລະພາບຂອງເງິນຣູເປຍ ທ່າມກາງຄວາມບໍ່ແນ່ນອນທົ່ວໂລກທີ່ເພີ່ມຂຶ້ນ ແລະ ເພື່ອຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍ.
ທ່ານ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ຄັ້ງ​ທີ 33 ຢູ່​ສູນ​ແລກ​ປ່ຽນ​ສາ​ກົນ​ນະ​ຄອນ​​ເຊີ່ນ​ເຈີ້ນ​ ແຂວງກວາງ​ຕຸ້ງຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ, ສືບ​ຕໍ່​ຂຽນ​ບົດ​ໃໝ່ໃນ ‘ສິ່ງ​ມະ​ຫັດ​ສະ​ຈັນ​ອາ​ຊີ-ອາ​ຊີ​ຟິກ’”.
ຫວຽດນາມ ຍົກກອອກ 3 ຂໍ້ສະເໜີ ໃນກອງປະຊຸມ COP 31

ຫວຽດນາມ ຍົກກອອກ 3 ຂໍ້ສະເໜີ ໃນກອງປະຊຸມ COP 31

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ພະຈິກ ຜ່ານມາ, ທ່ານ ໂຮ່ກວກຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ໄດ້ກ່າວຄຳເຫັນ​ໃນວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນສູງ ກອງປະຊຸມຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ຂອບ​ສົນ​ທິ​ສັນ​ຍາສະຫະປະຊາຊາດ ກ່ຽວ​ກັບການປ່ຽນແປງ​ຂອງ​ດິນ​ຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ,
ທ່ານ ພຣາໂບໂວ ຊູບຽນໂຕ ຂໍໂທດປະເທດເພື່ອນບ້ານ ກ່ຽວກັບບັນຫາໝອກຄວັນ

ທ່ານ ພຣາໂບໂວ ຊູບຽນໂຕ ຂໍໂທດປະເທດເພື່ອນບ້ານ ກ່ຽວກັບບັນຫາໝອກຄວັນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ພະຈິກ ນີ້ວ່າ: ໃນວັນທີ 15 ພະຈິກ ຜ່ານມາ, ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ທີ່ຈັດຂຶ້ນຢູ່ນະຄອນຫຼວງມະນີລາ ປະເທດຟິລິບປິນ, ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ກ່າວຂໍໂທດຕໍ່ປະເທດສິງກະໂປ ແລະ ມາເລເຊຍ ເນື່ອງຈາກບັນຫາໝອກຄວັນຂ້າມຊາຍແດນສ້າງຜົນກະທົບຕໍ່ປະເທດເພື່ອນບ້ານ.
ເພີ່ມເຕີມ