ສາຍການບິນຊາອຸເດຍ ແອລາຍ ປະກາດຂໍ້ຕົກລົງຊື້ເຮືອບິນແອບັສ 105 ລຳ

ສາຍການບິນຊາອຸເດຍ ແອລາຍ ປະກາດຂໍ້ຕົກລົງຊື້ເຮືອບິນແອບັສ 105 ລຳ
ຂ່າວຕ່າງປະເທດລາຍງານໃນວັນທີ 21 ພຶດສະພາ ຜ່ານມາວ່າ: ຊາອຸເດຍ ແອລາຍ (Saudia Airlines)ສາຍການບິນລະດັບຊາດຂອງ ຊາອຸດິດ ອາຣັບບີ ປະກາດຂໍ້ຕົກລົງຊື້ເຮືອບິນແອບັສ ຈຳນວນ 105 ລຳ ໂດຍສະເພາະລຸ້ນແອບັສ ເອ320 ນີໂອ (A320neo) ແລະ ເອ321 ນີໂອ (A321neo).
ຂ່າວຕ່າງປະເທດລາຍງານໃນວັນທີ 21 ພຶດສະພາ ຜ່ານມາວ່າ: ຊາອຸເດຍ ແອລາຍ (Saudia Airlines)ສາຍການບິນລະດັບຊາດຂອງ ຊາອຸດິດ ອາຣັບບີ ປະກາດຂໍ້ຕົກລົງຊື້ເຮືອບິນແອບັສ ຈຳນວນ 105 ລຳ ໂດຍສະເພາະລຸ້ນແອບັສ ເອ320 ນີໂອ (A320neo) ແລະ ເອ321 ນີໂອ (A321neo).
ສາຍການບິນດັ່ງກ່າວ ໄດ້ປະກາດຂໍ້ຕົກລົງໃນກອງປະຊຸມເວທີການບິນເພື່ອອະນາຄົດ (Future Aviation Forum)ທີ່ນະຄອນຫຼວງຣີຢາດ ໂດຍຂໍ້ຕົກລົງນີ້ມີຈຸດປະສົງເພື່ອຂະຫຍາຍ ແລະ ປັບປຸງການບິນໃຫ້ທັນສະໄໝ ແລະ ເພີ່ມການເຊື່ອມຕໍ່ທາງອາກາດກັບປະເທດຕ່າງໆທົ່ວໂລກ.
ທ່ານ ອິບຣາຮິມ ອັລ-ໂອມາຣ ຜູ້ອຳນວຍການທົ່ວໄປຂອງຊາອຸເດຍ ກຣຸບ (Saudia Group) ກ່າວວ່າ: ຊາອຸເດຍ ຕ້ອງການຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນ, ໃນຂະນະທີ່ຄວາມກ້າວໜ້າຂອງແຜນລິເລີ່ມວິໄສທັດຂອງຊາອຸດິດ ອາຣັບບີ ປີ 2030 ກຳລັງດຶງດູດຜູ້ມາຢ້ຽມຢາມ, ນັກທ່ອງທ່ຽວ, ຜູ້ປະກອບການ ແລະ ຜູ້ສະແຫວງບຸນເພີ່ມຫຼາຍຂຶ້ນໃນແຕ່ລະປີ.
ທ່ານ ຊາເລ ອັລ-ຈັສເຊີ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ການຂົນສົ່ງຂອງ ຊາອຸດິດ ອາຣັບບີ ກ່າວວ່າ: ກິດຈະກຳ ແລະ ຂໍ້ຕົກລົງຂອງການປະຊຸມດັ່ງກ່າວຈະມີບົດບາດສຳຄັນໃນການເສີມຂະຫຍາຍຄວາມພະຍາຍາມທີ່ຈະຕອບສະໜອງຕໍ່ຄວາມທ້າທາຍໃໝ່ໃນພາກສ່ວນການບິນ.
ທ່ານ ຊາເລ ອັລ - ຈັສເຊີ ຍັງກ່າວເຖິງການຈັດຕັ້ງສາຍການບິນຣີຢາດ ແອ (Riyadh Air) ຊຶ່ງຈະເຊື່ອມຕໍ່ນະຄອນຫຼວງຣີຢາດ ກັບຈຸດໝາຍລະຫວ່າງປະເທດຫຼາຍກວ່າ 100 ແຫ່ງ ລວມທັງແຜນການໂຄງການສະໜາມບິນນາໆຊາດຄິງຊັລມານ ໃນຣີຢາດ ຊຶ່ງຈະເພີ່ມຂີດຄວາມສາມາດໃນການຮອງຮັບຜູ້ໂດຍສານທາງອາກາດ ຈຳນວນ 100 ລ້ານຄົນ ພາຍໃນປີ 2030.
ກອງປະຊຸມຈັດໂດຍສຳນັກງານການບິນພົນລະເຮືອນແຫ່ງຊາອຸດິດ ອາຣັບບີ ໂດຍມີລັດຖະມົນຕີ 30 ກວ່າທ່ານ, ຫົວໜ້າໜ່ວຍງານການບິນພົນລະເຮືອນ ແລະ ສາຍການບິນລະຫວ່າງປະເທດ 77 ທ່ານ ຕະຫຼອດຈົນຜູ້ຊ່ຽວຊານ ແລະ ຜູ້ນຳໃຊ້ອຸດສາຫະກຳການບິນຫຼາຍກວ່າ 5.000 ທ່ານ ຈາກ 120 ກວ່າປະເທດເຂົ້າຮ່ວມ.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງ​ປະ​ຊຸມ​ໂຕະ​ມົນລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ CEO ​ຂອງ APEC ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ ຂອງ​ຈີນ

ກອງ​ປະ​ຊຸມ​ໂຕະ​ມົນລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ CEO ​ຂອງ APEC ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 15 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ໂຕະ​ມົນ​ລະ​ຫວ່າງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ບໍ​ລິ​ຫານສູງ​ສຸດ​ (CEO) ຂອງອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ​ທີ່​ມີ​ສູນ​ລາ​ຍ​ການ​ເສ​ດ​ຖະ​ກິດ-ການ​ເງິນວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ຈີນ ພາຍ​ໃຕ້​ຫົວ​ຂໍ້: “ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ແຫ່ງການ​ເປີດ​ປະ​ຕູ​ສູ່​ພາຍນອກ ເພື່ອ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ” ແລະ ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ເວ​ທີ​ການ​ສົນ​ທະ​ນາ ແລະ ການ​ແລກ​ປ່ຽນ​ໃຫ້​ແກ່​ກຸ່ມ​ເສດ​ຖະ​ກິດ​​ສະ​ມາ​ຊິກ APEC ແລະ ວິ​ສາ​ຫະ​ກິດ​ຈີນ. ທ່ານ​ ເຊີ້ນ​ໄ​ຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຜູ້​ອຳ​ນວຍ​ການ​ໃຫຍ່ CMG ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ກ່າວ​ຄຳ​ປາ​ໄສ.
ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%

ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກົມສະຖິຕິມາເລເຊຍເປີດເຜີຍວ່າ, ລາຍຮັບຈາກຂະແໜງ ການບໍລິການຂອງມາເລເຊຍໃນເດືອນກໍລະກົດ-ກັນຍາ ປີ 2026 ບັນລຸ 732.5 ຕື້ຣິງກິດ, ເພີ່ມຂຶ້ນ 11% ເມື່ອທຽບກັບປີກ່ອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການຂະຫຍາຍຕົວຂອງກິດຈະກຳທາງເສດຖະກິດໃນທຸກຂະແໜງການບໍລິການ.
7 ເດືອນມຽນມາສົ່ງອອກເຂົ້າປະມານ 1.11 ລ້ານໂຕນ

7 ເດືອນມຽນມາສົ່ງອອກເຂົ້າປະມານ 1.11 ລ້ານໂຕນ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສະຫະພັນເຂົ້າມຽນມາລາຍງານວ່າ, ການສົ່ງອອກເຂົ້າ ແລະ ເຂົ້າຫັກໃນໄລຍະ 7 ເດືອນທຳອິດຂອງປີງົບປະມານ 2026-2027 ຊຶ່ງເລີ່ມຕົ້ນໃນເດືອນເມສາ ມີປະມານ 1.11 ລ້ານໂຕນ. ໂດຍລາຍຮັບຈາກການສົ່ງອອກເຫຼົ່ານີ້ມີປະມານ 388 ລ້ານໂດລາ.
ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ເປີດໂຕສັນຍາລັກໃໝ່ ຕ້ອນຮັບສະມາຊິກ 11 ປະເທດ

ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ເປີດໂຕສັນຍາລັກໃໝ່ ຕ້ອນຮັບສະມາຊິກ 11 ປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງໄດ້ເປີດຂຶ້ນທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ, ໂດຍບັນດາຜູ້ນຳອາຊຽນໄດ້ປຶກສາຫາລືກ່ຽວກັບບັນຫາສຳຄັນຕ່າງໆເຊັ່ນ: ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານອາຫານ ແລະ ການຮ່ວມມືດ້ານເສດຖະກິດ. ໃນລະຫວ່າງພິທີເປີດກອງປະຊຸມ, ສັນຍາລັກອາຊຽນທີ່ໄດ້ຮັບການປັບປຸງໃໝ່ໄດ້ຖືກເປີດເຜີຍ ຊຶ່ງສະທ້ອນໃຫ້ເຫັນເຖິງການເປັນສະມາຊິກຂອງຕີມໍແລັດສະເຕ.
ເສດຖະກິດຍີ່ປຸ່ນ ຫົດຕົວ 0.1% ເປັນຄັ້ງທຳອິດໃນຮອບໜຶ່ງປີ

ເສດຖະກິດຍີ່ປຸ່ນ ຫົດຕົວ 0.1% ເປັນຄັ້ງທຳອິດໃນຮອບໜຶ່ງປີ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ພະຈິກນີ້ວ່າ: ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຍີ່ປຸ່ນຫົດຕົວລົງ 0.1% ໃນໄຕມາດທີ 3 ຂອງປີ 2026 ຊຶ່ງເປັນການຫົດຕົວຄັ້ງທໍາອິດໃນຮອບ 4 ໄຕມາດ ແລະ ກົງກັນຂ້າມກັບຄວາມຄາດຫວັງຂອງນັກເສດຖະສາດທີ່ຄາດວ່າຈະມີການຂະຫຍາຍຕົວ 0.2%. ຍ້ອນສະພາບອາກາດທີ່ບໍ່ດີ ແລະ ຄ່າຄອງຊີບທີ່ເພີ່ມຂຶ້ນສົ່ງຜົນກະທົບຕໍ່ການບໍລິໂພກຂອງພາກເອກະຊົນ, ເຖິງວ່າຈະມີການເຕີບໂຕທີ່ເຂັ້ມແຂງຢ່າງຕໍ່ເນື່ອງໃນການລົງທຶນທາງທຸລະກິດທີ່ກ່ຽວຂ້ອງກັບ AI.
ເຮືອບິນການຄ້າໄຟຟ້າທີ່ມີຄົນຂັບຂອງຈີນ ປະສົບຜົນສຳເລັດໃນການບິນຄັ້ງທຳອິດ

ເຮືອບິນການຄ້າໄຟຟ້າທີ່ມີຄົນຂັບຂອງຈີນ ປະສົບຜົນສຳເລັດໃນການບິນຄັ້ງທຳອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດເຮືອບິນການຄ້າຈີນຈຳກັດ ຫຼື COMAC ແຈ້ງໃຫ້​ຮູ້ວ່າ, ເຮືອບິນການຄ້າໄຟຟ້າ​ຂະ​ໜາດ 10 ໂຕນທີ່ຈີນຄົ້ນຄວ້າຜະລິດເອງ ໄດ້ປະສົບຜົນສໍາເລັດ ໃນການບິນອັດສະລິຍະແບບມີຄົນຂັບຄັ້ງທຳອິດ ທີ່​ນະ​ຄອນບີ່ນໂຈ່ວ ແຂວງຊ່ານຕົ່ງ ຈີນ.
ເລຂາທິການໃຫຍ່ UN ສະເໜີ 4 ເສົາຄໍ້າໃຫ້ແກ່ສົນທິສັນຍາຄວາມຍຸຕິທຳດ້ານດິນຟ້າອາກາດທົ່ວໂລກ

ເລຂາທິການໃຫຍ່ UN ສະເໜີ 4 ເສົາຄໍ້າໃຫ້ແກ່ສົນທິສັນຍາຄວາມຍຸຕິທຳດ້ານດິນຟ້າອາກາດທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ໃນກອງປະຊຸມຄັ້ງທີ 31 ຂອງບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຂອບຂອງ​ສະ​ຫະປະຊາຊາດ​ (UN) ກ່ຽວ​ກັບການປ່ຽນແປງ​ຂອງ​ດິນ​ຟ້າອາກາດ (COP31) ທີ່​ໄດ້ຈັດຂຶ້ນ​ຢູ່ນະຄອນອັນຕາລຢາ ​ປະເທດຕວັກ​ກີ, ​ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ UN ໄດ້ຮຽກ​ຮ້ອງ​ໃຫ້ບັນດາປະເທດເພີ່ມ​ທະ​ວີການຮ່ວມມື, ​ຍູ້​ແຮງ​ການ​ກະ​ທຳ​ເພື່ອ​ຮັບ​ມື​ກັບການປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ ແລະ ຊຸກ​ຍູ້ການສ້າງສົນທິສັນຍາຄວາມຍຸຕິທຳດ້ານ​ດິນ​ຟ້າອາ​ກາດທົ່ວໂລກ.
ການ​ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງ​ານ​ໃໝ່​ຢູ່​ຈີນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

ການ​ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງ​ານ​ໃໝ່​ຢູ່​ຈີນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 12 ພະຈິກ ຜ່ານມາວ່າ: ​ອີງ​ຕາມ​ຂໍ້​ມູນ​ຫຼ້າ​ສຸດທີ່​ສະ​ມາ​ຄົມອຸດ​ສາ​ຫະ​ກຳ​ລົດ​ຍົນ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 11 ພະ​ຈິກ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ, ເດືອນ​ຕຸ​ລາ​ ຜ່ານມາ ຈຳ​ນວນ​ການ​​ຜະ​ລິດ ແລະ ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງານ​ໃໝ່​ຂອງ​ຈີນແມ່ນ 2,017,000 ຄັນ ແລະ 1,940,000 ຄັນຕາມ​ລຳ​ດັບ, ເພີ່ມ​ຂຶ້ນ 13.8% ແລະ 13.1% ຕາມລໍາດັບ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ຍອດຈຳ​ໜ່າຍ​ລົດ​ຍົນ​ພະ​ລັງ​ງານ​ໃໝ່​ກວມ​ເອົາ 64.3% ຂອງຍອດ​ຈຳ​ໜ່າຍ​ລົດ​ຍົນ​ທັງ​ໝົດ ແລະ ອັດ​ຕາການ​ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງານ​ໃໝ່​ຍັງ​ສືບ​ຕໍ່ເພີ່ມ​ຂຶ້​ນ​ຢ່າງ​ຕໍ່​ເນື່ອງ.
ນັກວິທະຍາສາດອົສຕຣາລີ ພັດທະນາເຕັກໂນໂລຊີຟື້ນຟູນ້ຳເສຍ

ນັກວິທະຍາສາດອົສຕຣາລີ ພັດທະນາເຕັກໂນໂລຊີຟື້ນຟູນ້ຳເສຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລແຫ່ງຊາດອົສຕຣາລີໄດ້ເປີດເຜີຍວ່າ, ທີມງານນັກວິທະຍາສາດໃນອົສຕຣາລີກຳລັງພັດທະນາເຕັກໂນໂລຊີທີ່ໄດ້ຮັບແຮງບັນດານໃຈຈາກພືດ ເພື່ອບຳບັດຟື້ນຟູນ້ຳເສຍຈາກພາກອຸດສາຫະກຳໃຫ້ກາຍເປັນຊັບພະຍາກອນທີ່ມີຄຸນຄ່າເຊັ່ນ: ສານອາຫານ, ໂລຫະ ແລະ ນ້ຳສະອາດ.
ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ເພີ່ມເຕີມ