ໃນປີ 2025 ຊຶ່ງຈະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນເປັນ 51.3 ຕື້ໂດລາ.
ເສດຖະກິດຂອງກຳປູເຈຍ ໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກເຄື່ອງນຸ່ງຫົ່ມ, ເກີບແລະສິນຄ້າເພື່ອການເດີນທາງ, ລວມທັງການທ່ອງທ່ຽວ, ການກໍ່ສ້າງ, ອະສັງຫາລິມະຊັບແລະກະສິກໍາ.
ຂະແໜງອຸດສາຫະກຳ ໂດຍສະເພາະເຄື່ອງນຸ່ງຫົ່ມແລະການກໍ່ສ້າງ ຄາດວ່າຈະຂະຫຍາຍຕົວ 9.3%,ສ່ວນຂະແໜງບໍລິການ ໂດຍສະເພາະການທ່ອງທ່ຽວ, ການຂົນສົ່ງແລະໂທລະຄົມນາຄົມ, ການຄ້າແລະອະສັງຫາລິມະສັບ ມີທ່າອ່ຽງຂະຫຍາຍຕົວ 4.8% ແລະ ຂະແໜງກະສິກຳມີທ່າອ່ຽງຂະຫຍາຍຕົວ 0.9%.
ທ່ານ ອັງ ລູກາ ກ່າວໃນກອງປະຊຸມທ່າອ່ຽງເສດຖະກິດກຳປູເຈຍ ປີ 2025 ວ່າ: ຂະແໜງການກໍ່ສ້າງແລະອະສັງຫາລິມະຊັບຄາດວ່າຈະຂະຫຍາຍຕົວຊ້າໃນປີນີ້. ຂະແໜງການກໍ່ສ້າງມີທ່າອ່ຽງຂະຫຍາຍຕົວ 2.5% ແລະຂະແໜງອະສັງຫາລິມະສັບ ມີທ່າອ່ຽງຂະຫຍາຍຕົວ 2.8%.
ນອກນີ້, ເສດຖະກິດກຳປູເຈຍຄາດວ່າມີອັດຕາການຂະຫຍາຍຕົວ 6% ໃນປີ 2024.
ຄໍາເຫັນ