ເສດ​ຖະ​ກິດນະ​ຄອນຫຼວງວຽງ​ຈັນຂະ​ຫຍາຍ​ຕົວ​ໃນ​ລະ​ດັບ​ສູງ

ເສດ​ຖະ​ກິດນະ​ຄອນຫຼວງວຽງ​ຈັນຂະ​ຫຍາຍ​ຕົວ​ໃນ​ລະ​ດັບ​ສູງ

ເສດ​ຖະ​ກິດນະ​ຄອນຫຼວງວຽງ​ຈັນຂະ​ຫຍາຍ​ຕົວ​ໃນ​ລະ​ດັບ​ສູງ
ໂດຍ: ວັນເພັງ ພັກປະຊາຊົນປະຕິວັດລາວແມ່ນກອງນຳໜ້າທີ່ມີການຈັດຕັ້ງຂອງຊົນຊັ້ນກຳມະກອນ ຊຶ່ງການຈັດຕັ້ງຂອງພັກເປັນການຈັດຕັ້ງສູງສຸດໃນລະບົບການເມືອງລະບອບປະຊາທິປະໄຕປະຊາຊົນລາວ. ພັກປະຊາຊົນປະຕິວັດລາວ(ພັກປປ ລາວ)

 ໄດ້ສ້າງຕັ້ງຂຶ້ນໂດຍການສືບຕໍ່ພາລະກິດຂອງພັກກອມມູນິດອິນດູຈີນ ໂດຍແມ່ນປະທານໄກສອນ ພົມວິຫານເປັນແກນນຳ-ນຳພາກໍ່ຕັ້ງ ແລະ ນຳພາຈັດຕັ້ງປະຕິບັດປັບປຸງຖະນຸທະໜອມ, ກໍ່ສ້າງບຳລຸງ ເຮັດໃຫ້ພັກເຮົາໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ເປັນແກນນຳຂອງລະບອບການເມືອງຂອງພວກເຮົາຢ່າງໜັກແໜ້ນ.

ໃນໂອກາດວັນສ້ງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກເລຂາຄະນະພັກ ປະທານສະພານະຄອນຫຼວງວງວຽງຈັນ (ນວ) ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ພັກປປ ລາວ ໄດ້ກຳເນີດເກີດຂຶ້ນໃນສະພາບ ແລະ ເງື່ອນໄຂທີ່ຫຍຸ້ງຍາກທີ່ສຸດໂດຍປະເຊີນກັບພວກຈັກກະພັດແບບໃໝ່ທີ່ເປັນຕົວຮ້າຍກາດ ແລະ ມີອາວຸດຍຸດໂທປະກອນທັນສະໄໝທີ່ສຸດໃນໄລຍະນັ້ນ, ພັກໄດ້ນຳພາປະຊາຊົນຕໍ່ສູ້ອັນລະອິດລະອ້ຽວທໍລະຫົດອົດທົນ, ຈົນສາມາດປົດປ່ອຍປະເທດຊາດ, ສະຖາປະນາສປປລາວ ຂຶ້ນໃນວັນທີ 2 ທັນວາ 1975.

ໃນໄລຍະແຕ່ປີ 1975-1985 ພັກໄດ້ນຳພາໃນການປົກປ້ອງ, ປົກປັກຮັກສາ, ປົວແປງບາດແຜສົງຄາມ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ. ຫຼັງຈາກນັ້ນ, ໃນປີ 1986 ພັກໄດ້ນຳພາດຳເນີນການປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ.

ສະຫາຍ ອານຸພາບ ຕຸນາລົມ ໃຫ້ຮູ້ຕື່ມວ່າ: ສຳລັບ ນວ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I ຫາຄັ້ງທີ VIIຂອງອົງນະຄະພັກ ນວ ໄດ້ນຳພາປະຊາຊົນຊາວ ນວ ຈັດຕັ້ງປະຕິບັດແນວທາງຂອງພັກໃນການພັດທະນາ ນວ. ສະນັ້ນ, ສາມາດເວົ້າໄດ້ວ່າພາຍໃຕ້ການນຳພາຂອງພັກໄດ້ເຮັດໃຫ້ການເມືອງມີຄວາມສະຫງົບ, ໜັກແໜ້ນ,ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍຮັບປະກັນໄດ້ໂດຍພື້ນຖານ. ສະເພາະເສດຖະກິດຢູ່ ນວ ມາຮອດປັດຈຸບັນສາມາດເວົ້າໄດ້ວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ທີ່ສ້າງຂຶ້ນໃນ ນວ ແມ່ນກວມເອົາ 30% ຂອງ GDP ທົ່ວປະເທດ. ສໍາລັບລາຍຮັບງົບປະມານຂອງລັດສາມາດເກັບໄດ້ໃນ ນວ ກວມເອົາ 40% ຂອງງົບປະມານແຫ່ງລັດທົ່ວປະເທດ. ປັດຈຸບັນເສດຖະກິດ ນວ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໃນລະດັບສູງ ເຮັດໃຫ້ລາຍໄດ້ຂອງປະຊາກອນໃນ ນວ ຈໍານວນ 1 ລ້ານກວ່າຄົນມີລາຍໄດ້ສູງສອງເທົ່າ, ເມື່ອທຽບໃສ່ລາຍໄດ້ສະເລ່ຍຂອງປະຊາກອນທົ່ວປະເທດ ຖືວ່າມາຮອດປັດຈຸບັນ ນວ ໄດ້ເປັນອົງການປົກຄອງທ້ອງຖິ່ນທີ່ມີການພັດທະນານຳໜ້າກວ່າໝູ່ໃນທົ່ວປະເທດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫົວໜ້າ ຄອສພ ເນັ້ນ 6 ຈຸດສຸມວາລະສານໂຄສະນາ ໃຫ້ກາຍເປັນກະບອກສຽງອັນແຫຼມຄົມໃນຍຸກໃໝ່

ຫົວໜ້າ ຄອສພ ເນັ້ນ 6 ຈຸດສຸມວາລະສານໂຄສະນາ ໃຫ້ກາຍເປັນກະບອກສຽງອັນແຫຼມຄົມໃນຍຸກໃໝ່

ກອງປະຊຸມສະຫຼຸບຖອດຖອນບົດຮຽນໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງວາລະສານໂຄສະນາ ຄົບຮອບ 40 ປີໄດ້ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ),ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ,ມີບັນ​ຄະນະ​ພັກ, ຄະນະນໍາ ຄອສພ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ວປກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຮັບຕ້ອນວັນສ້າງຕັ້ງ ຄົບຮອບ 30 ປີ

ວປກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຮັບຕ້ອນວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 28 ຕຸລານີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ຂ່ຳນັບຮັບຕ້ອນວັນສ້າງຕັ້ງ ວປກ ຄົບຮອບ 30 ປີ, ນໍາພາໂດຍສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກໍາມະການສໍາຮອງສູນກາງພັກ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອໍານວຍການ, ຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍ, ພະນັກງານ-ນັກຮົບ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

ທ່ານ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນ ວ່າ: ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເປັນໜຶ່ງໃນດ່ານສາກົນທົ່ວປະເທດທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການບໍລິຫານຄຸ້ມຄອງ ແລະ ພັດທະນາດ່ານ ເພື່ອຮັບປະກັນໃຫ້ບັນດາຂະແໜງການພາຍໃນດ່ານ ເຄື່ອນໄຫວວຽກງານວິຊາສະເພາະຢ່າງຄ່ອງຕົວ, ອຳນວຍຄວາມສະດວກໃຫ້ຜູ້ ໂດຍສານ, ພາຫະນະ ແລະ ສິນຄ້າເຂົ້າ-ອອກໃຫ້ມີຄວາມສະດວກວ່ອງໄວໂປ່ງໃສ, ເປັນທຳ, ສະຫງົບປອດໄພ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ 29 ຕຸລາ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍມິດຕະພາບ. ທ່ານ ນາງ ໄຊທານີ ຈັນທະວົງສາ ຮອງປະທານສະມາຄົມນັກທຸ ລະກິດໜຸ່ມ ທັງເປັນຮອງຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ສະມາຄົມນັກທຸລະກິດໜຸ່ມ ໄດ້ຮ່ວມກັບຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນພະຍາດເສັ້ນເລືອດສະໝອງສາກົນ ໃນປີນີ້ໂດຍໄດ້ມອບຕຽງຈຳນວນ 4 ຕຽງ, ລຳໂພງ, ອາຫານການກິນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ໃຫ້ພະແນກບຳບັດ ເພື່ອປະກອບສ່ວນບັນເທົາຄວາມຂາດ ແຄນອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ໃນການດູແລຮັກສາຄົນເຈັບ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ມີມູນຄ່າທັງໝົດ 55 ລ້ານກີບ.
ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 26-28 ຕຸລານີ້, ທ່ານ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະ ນາອົບຮົມ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ ll ຂອງກອງທັບປະຊາຊົນລາວ ໃຫ້ສູນເສຍອົງຄະ 598, ສູນ 18 ແລະ ສູນ 19 ຢູ່ແຂວງຫຼວງພະບາງ, ມີທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍຄະນະບັນຊາບັນດາສູນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ເນື່ອງໃນໂອກາດປີສາມັກຄີ ລາວ-ຫວຽດນາມ, ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນຕອນຄໍ່າວັນທີ 27 ຕຸລາຜ່ານມາ, ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີການນໍາແຂວງ, ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຫວ່າງມໍ່ໆມານີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳວຽກງານ ຢູ່ໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230kV ມະຫາໄຊ ຂອງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ຢູ່ ເມືອງມະຫາໄຊ ແຂວງຄຳມ່ວນ. ໂດຍມີ ທ່ານ ເຊຍ ມິນ (Xie Min) ຮອງຜູ້ອຳນວຍການໃຫຍ່ ບໍລິສັດ EDL-T ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມຕ້ອນຮັບ ແລະ ນຳສະເໜີ.
ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເພີ່ມເຕີມ