ບົດລາຍງານລະບຸວ່າ: ເສດຖະກິດສິງກະໂປ ໃນໄຕມາດທີ 2 ໄດ້ເຕີບໂຕ 1.4% ເມື່ອທຽບໃສ່ໄຕມາດຕໍ່ໄຕມາດ ບົນພື້ນຖານການປັບຕາມລະດູການ ຊຶ່ງໄດ້ຟື້ນຕົວຈາກການຫຼຸດລົງ 0.5% ໃນໄຕມາດກ່ອນ. ໃນຂະນະໂຕເລກການເຕີບໂຕໃນເຄິ່ງທຳອິດຂອງປີ 2025 ສະເລ່ຍ 4.2% ເມື່ອທຽບໃສ່ປີກາຍ.
ເຖິງຢ່າງໃດກໍຕາມ, ກະຊວງດັ່ງກ່າວເຕືອນວ່າ: ເຖິງວ່າເສດຖະກິດສິງກະໂປມີຄວາມເຂັ້ມແຂງເພີ່ມຂຶ້ນ, ແຕ່ເສດຖະກິດໂລກຍັງປະເຊີນໜ້າກັບ “ຄວາມບໍ່ແນ່ນອນ ແລະ ຄວາມສ່ຽງດ້ານລົບ” ໃນເຄິ່ງທີ່ສອງຂອງປີ 2025, ຫາກພິຈາລະນາຈາກຄວາມບໍ່ແນ່ນອນດ້ານອັດຕາພາສີຂອງ ສະຫະລັດ ອາເມຣິກາ.
ບົດລາຍງານໄດ້ລະບຸຕື່ມວ່າ: ຂະແໜງການຜະລິດມີການເຕີບໂຕສູງສຸດໃນໄຕມາດທີສອງ ດ້ວຍອັດຕາ 5.5% ຊຶ່ງໄດ້ແຮງສະໜັບສະໜູນຈາກການຂະຫຍາຍຕົວຂອງຜົນຜະລິດໃນທຸກປະເພດສິນຄ້າ, ຍົກເວັ້ນສານເຄມີ ແລະ ການຜະລິດທົ່ວໄປ.
ຄໍາເຫັນ