ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ (13 ສິງຫາ1950-13 ສິງຫາ 2024)

ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ ເຂົ້າໃນການສ້າງສາພັດທະນາປະເທດຊາດ

ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ ເຂົ້າໃນການສ້າງສາພັດທະນາປະເທດຊາດ
ໂດຍ: ພູວັນ ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ (13 ສິງຫາ1950-13 ສິງຫາ 2024) ແນວລາວສ້າງຊາດມີບົດບາດໃນການເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ສາສະໜາ

ແລະ ເພດ-ໄວ ນັບທັງຄົນເຊື້ອຊາດລາວຢູ່ຕ່າງປະເທດໃຕ້ຮົ່ມທຸງປະຕິວັດຂອງພັກປະຊາຊົນປະຕິວັດລາວ, ຢຶດໝັ້ນພັນທະພາບກໍາມະກອນ-ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນປະຕິວັດ, ເດັດດ່ຽວໜຽວແໜ້ນສຶກສາອົບຮົມປະຊາຊົນໄປຕາມພັກ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.

ພາຍຫຼັງປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນວັນທີ 2 ທັນວາ 1975, ມາຮອດປີ 1979 ໄດ້ມີມະຕິຕົກລົງຂອງກົມການເມືອງສູນກາງພັກປ່ຽນຊື່ “ແນວລາວຮັກຊາດ’’ມາເປັນ “ແນວລາວສ້າງຊາດ”ຮອດປັດຈຸບັນໃນກອງປະຊຸມໃຫຍ່ຄັ້ງທີ IV ຜູ້ແທນແນວລາວສ້າງຊາດທົ່ວປະເທດໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-20 ກຸມພາ 1979 ທີ່ນະຄອນຫຼວງວຽງຈັນ ກອງປະຊຸມຄັ້ງນີ້ໄດ້ແຕ່ງຕັ້ງທ່ານ ສຸພານຸວົງ ເປັນປະທານສູນກາງແນວລາວສ້າງຊາດ ຊຶ່ງມູນເຊື້ອອັນສະຫງ່າອົງອາດທີ່ເປັນພື້ນຖານຂອງແນວລາວສ້າງຊາດມີຄື:

1) ແນວລາວສ້າງຊາດມີມູນເຊື້ອເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ນັບທັງຄົນເຊື້ອຊາດລາວຢູ່ຕ່າງປະເທດໃຕ້ຮົ່ມທຸງປະຕິວັດຂອງພັກປະຊາຊົນ ປະຕິວັດລາວ.

2) ແນວລາວສ້າງຊາດໄດ້ຢຶດໝັ້ນພັນທະພາບກໍາມະກອນ-ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນປະຕິວັດ, ເດັດດ່ຽວໜຽວແໜ້ນສຶກສາອົບຮົມປະຊາຊົນໄປຕາມພັກ.

3) ແນວລາວສ້າງຊາດບໍ່ວ່າຍາມໃດກໍ່ຕັ້ງໜ້າປະຕິບັດແນວທາງຍຸດທະສາດ, ຍຸດໂທບາຍ ແລະ ວິທີປະຕິວັດຂອງພັກໃນທຸກໄລຍະຂອງການປະຕິວັດ.

4) ແນວລາວສ້າງຊາດມີມູນເຊື້ອຮ່ວມສໍາພັນທາງການເມືອງ ແລະ ທາງດ້ານການທະຫານກັບກໍາລັງເປັນກາງທີ່ກ້າວໜ້າ ແລະ ຊັ້ນຄົນຕ່າງໆ ນັບທັງຜູ້ຊົງຄຸນວຸດທິ, ເຈົ້າກົກເຈົ້າເຫຼົ່າດ້ວຍການໝູນໃຊ້ຫຼັກການ, ນະໂຍບາຍອັນຖືກຕ້ອງຂອງພັກ ແລະ ຂົນຂວາຍປຸກລະດົມ, ດຶງດູດເອົາກໍາລັງເປັນກາງເຂົ້າຮ່ວມໃນຂະບວນການປະຕິວັດເຮັດໃຫ້ຂະບວນການປະຕິວັດນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

5) ແນວລາວສ້າງຊາດມີມູນເຊື້ອສໍາພັນສູ້ຮົບສາມັກຄີພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມປະຕິບັດການຮ່ວມສໍາພັນສາມຊາດລາວ-ຫວຽດນາມ-ກໍາປູເຈຍ ເພື່ອພ້ອມກັນຕີສັດຕູໂຕດຽວ.

6) ແນວລາວສ້າງຊາດມີມູນເຊື້ອເປັນທີ່ປຶກສາ, ແນະນໍາ ແລະ ເປັນບ່ອນອີງໃຫ້ປະຊາຊົນໄດ້ເພິ່ງພາ; ແນວໂຮມເຮັດບົດບາດເປັນຂົວຕໍ່ທີ່ດີລະຫວ່າງມະຫາຊົນກັບພັກ ແລະ ລະຫວ່າງປະຊາຊົນກັບລັດ.

7) ແນວລາວສ້າງຊາດຍັງເປັນແຫຼ່ງກໍາເນີດເຕີບໃຫຍ່, ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານຮຸ່ນຕ່າງໆຫຼາຍທ່ານໄດ້ກາຍເປັນພະນັກງານຫຼັກແຫຼ່ງຂອງການປະຕິວັດ.

ເພື່ອເສີມຂະຫຍາຍມູນເຊື້ອຂອງແນວລາວສ້າງຊາດສິ່ງສຳຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ຄື:

1. ເພີ່ມທະວີກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນຢ່າງແໜ້ນແຟ້ນກວ່າເກົ່າ ບົນພື້ນຖານຄວາມເປັນເອກະພາບໃນອຸດົມການແຫ່ງການສ້າງປະເທດໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ ສັງຄົມມີປະຊາທິປະໄຕ, ສີວິໄລ ແລະ ຍຸຕິທໍາ; ຖືຄວາມສາມັກຄີເປັນອັນໜຶ່ງອັນດຽວຂອງທົ່ວປວງຊົນເປັນປັດໄຈຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດ.

2. ປຸກລະດົມກໍາລັງແຮງຂອງປະຊາຊົນທຸກເຜົ່າ, ທຸກຊັ້ນຄົນ, ສາສະໜາ ແລະ ເພດ-ໄວເຂົ້າຮ່ວມໃນທຸກຂະບວນການວຽກງານແຫ່ງການພັດທະນາປະເທດຊາດຢ່າງຫ້າວຫັນ ແລະ ມີຜົນສໍາເລັດຢ່າງຈົບງາມ ບົນພື້ນຖານຄວາມຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

3. ເພີ່ມທະວີບົດບາດ ແລະ ເຊີດຊູຄວາມສາມາດຂອງການຈັດຕັ້ງແນວລາວສ້າງຊາດ ເພື່ອເຕົ້າໂຮມຄວາມສາມັກຄີ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ສືບຕໍ່ປະຕິບັດພາລະກິດປຽນແປງໃໝ່ ໃຫ້ໄດ້ຮັບຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເພີ່ມທະວີຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ການນໍາພາຂອງພັກ ແລະ ອົງການປົກຄອງຂັ້ນຕ່າງໆ.

4. ໂຄສະນາ, ສຶກສາອົບຮົມ, ປຸກລະດົມເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າໃນການປະຕິບັດແນວທາງ, ນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດສັງຄົມຂອງຊາດແຕ່ລະໄລຍະ.

5. ຫັນທິດລົງກໍ່ສ້າງແນວໂຮມຂັ້ນເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງແນວໂຮມຂັ້ນບ້ານໃຫ້ເປັນຫົວໜ່ວຍພັດທະນາ ເປັນບ່ອນຈັດຕັ້ງປະຕິບັດຕົວຈິງໃນທຸກຂົງເຂດວຽກງານຂອງແນວໂຮມ. ພ້ອມກັນນີ້, ອົງການແນວລາວສ້າງຊາດ ແລະ ອົງການພາຄີໃຫ້ສືບຕໍ່ປຸກລະດົມ ແລະ ຊຸກຍູ້ປະຊາຊົນສ້າງປັບປຸງກອງທຶນພັດທະນາຂັ້ນບ້ານໃຫ້ເກີດດອກອອກຜົນ ເພື່ອເປັນມາດຖານຕົວຈິງອັນໜຶ່ງໃນການແກ້ໄຂຄວາມທຸກຍາກ.

6. ສ້າງສາຍພົວພັນມິດຕະພາບກັບບັນດາອົງການຈັດຕັ້ງແນວໂຮມຂອງບັນດາປະເທດເພື່ອນມິດຍຸດທະສາດ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ; ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງປະຊາຊາດໃນການຮ່ວມມື ແລະ ການພັດທະນາ ລວມທັງການສະໜັບສະໜູນຂະບວນການຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ.

7. ເສີມຂະຫຍາຍມູນເຊື້ອເປັນບ່ອນສ່ອງແສງມານະຈິດ, ຄວາມມຸ່ງມາດປາຖະໜາ, ເປັນທີ່ປຶກສາ, ໃຫ້ຄໍາແນະນໍາ ແລະ ເປັນບ່ອນໃຫ້ປະຊາຊົນໄດ້ເພິ່ງພາ; ເຮັດບົດບາດເປັນຂົວຕໍ່ທີ່ດີລະຫວ່າງມະຫາຊົນກັບພັກ ແລະ ລະຫວ່າງປະຊາຊົນກັບລັດ; ຜັນຂະຫຍາຍເນື້ອໃນ 4 ຮ່ວມ ແລະ 4 ການຫັນປ່ຽນໃໝ່ຂອງແນວລາວສ້າງຊາດແຕ່ລະຂັ້ນໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຫຼາຍຂຶ້ນ.

ແນວລາວສ້າງຊາດທຸກຂັ້ນ ໄດ້ຢືດຖືຫຼັກການລວມສູນປະຊາທິປະໄຕໃນການເຮັດວຽກ,ມີລະບອບປະຊຸມຄະນະປະຈໍາ, ປະຊຸມສ່ອງແສງອົງການພາຄີເປັນປະຈໍາ, ມີການຮ່ວມສໍາພັນກັບອົງການພາຄີຫຼາຍຂຶ້ນ; ແນວລາວສ້າງຊາດແຕ່ລະຂັ້ນໄດ້ປັບປຸງລະບົບການຈັດຕັ້ງຂອງຕົນໃຫ້ໄປຕາມທິດລວມ ແລະ ແຈ້ງການແນະນໍາສະບັບເລກທີ 34/ຄປຈ, ສນຊ; ຄົ້ນຄວ້າກໍານົດຄໍາຂວັນຂອງແນວລາວສ້າງຊາດຕາມທິດ 4 ເສີມສ້າງ ແລະ ຈັດສໍາມະນາ (ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນງາມຄວາມດີ, ເສີມສ້າງຄຸນນະທໍາ ແລະ ເສີມສ້າງຄຸນວຸດທິ) ໂດຍມອບໃຫ້ກົມທີ່ກ່ຽວຂ້ອງດໍາເນີນການ; ນໍາໃຊ້ອຸປະກອນທັນສະໄໝເຂົ້າໃນວຽກງານປະຈໍາວັນ, ນໍາໃຊ້ລະບົບການຈະລາຈອນເອກະສານທັນສະໄໝ; ກະກຽມສ້າງແຜນການເປີດບັ້ນແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາຂອງສູນກາງແນວລາວສ້າງຊາດແຕ່ປີ 2024-2026;

ຄະນະປະຈໍາສູນກາງແນວລາວສ້າງຊາດ ມີຄວາມພະຍາຍາມສູງໃນການຄົ້ນຄວ້າລິເລີ່ມສ້າງການຫັນປ່ຽນໃນວຽກງານແນວໂຮມ ເປັນຕົ້ນແມ່ນການແກ້ໄຂຄວາມຫຍຸ້ງຍາກດ້ານງົບປະມານ ໂດຍໄດ້ຮັບຮອງມະຕິກ່ຽວກັບການສ້າງລາຍຮັບເພີ່ມຂອງແນວລາວສ້າງຊາດໃນໄລຍະໃໝ່ ໂດຍເລັ່ງໃສ່ສ້າງໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດກັບກໍາມະການ ແລະ ຄູ່ຮ່ວມງານ; ຊຸກຍູ້ໃຫ້ກໍາມະການທີ່ເປັນນັກທຸລະກິດລົງທຶນພັດທະນາທ້ອງຖິ່ນຕ່າງໆຕາມພາລະບົດບາດຂອງຕົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ