ຖະແຫຼງການຈາກກະຊວງພາຍໃນຂອງສິງກະໂປ ລະບຸວ່າ: ກົດໝາຍວ່າດ້ວຍການປົກປ້ອງຈາກການຫຼອກລວງປີ 2025 (Protection from Scams Act 2025) ຊຶ່ງຜ່ານມະຕິເຫັນດີຈາກລັດຖະສະພາໃນເດືອນມັງກອນຜ່ານມາ, ກຳນົດວ່າຄຳສັ່ງລະງັບການເຮັດທຸລະກໍາດັ່ງກ່າວສາມາດອອກໄດ້ສະເພາະໃນກໍລະນີທີ່ເປັນທາງເລືອກສຸດທ້າຍ ຫຼັງຈາກຄວາມພະຍາຍາມໃຊ້ວິທີອື່ນຊັກຊວນຜູ້ເຄາະຮ້າຍແລ້ວແຕ່ບໍ່ສຳເລັດ.
ເມື່ອຄຳສັ່ງມີຜົນບັງຄັບໃຊ້, ບຸກຄົນຍັງຈະສາມາດເຂົ້າເຖິງບັນຊີຂອງຕົນໄດ້ໃນກໍລະນີຈໍາເປັນ ເຊັ່ນ: ການໃຊ້ຈ່າຍໃນຊີວິດປະຈໍາວັນ ຫຼື ການຊຳລະໃບບິນຕ່າງໆ, ແຕ່ຕ້ອງໄດ້ຮັບການອະນຸມັດຈາກຕໍາຫຼວດເປັນກໍລະນີ ແລະ ຄໍາສັ່ງຈຳກັດແຕ່ລະຄັ້ງຈະແກ່ຍາວເປັນເວລາສູງສຸດ 30 ວັນ ແລະ ອາດຂະຫຍາຍເວລາອອກໄປຄັ້ງລະບໍ່ເກີນ 30 ວັນ ສູງສຸດບໍ່ເກີນ 5 ຄັ້ງ ຖ້າຫາກວ່າຈໍາເປັນ.
ກົດໝາຍດັ່ງກ່າວມີຈຸດປະສົງເພື່ອສ້າງຄວາມສົມດຸນລະຫວ່າງການປົກປ້ອງປະຊາຊົນຈາກອັນຕະລາຍ, ການ ເຄົາລົບສິດເສລີພາບສ່ວນບຸກຄົນ ລວມເຖິງຄວາມຮັບຜິດຊອບຂອງແຕ່ລະບຸກຄົນ, ໂດຍຄໍາສັ່ງລະງັບການເຮັດທຸລະກຳຈະສິ້ນສຸດໂດຍອັດຕະໂນມັດຫຼັງຈາກການຕໍ່ອາຍຸຄັ້ງສຸດທ້າຍ, ເຖິງແມ່ນວ່າບຸກຄົນນັ້ນຍັງມີເຈດຕະນາໂອນເງິນໃຫ້ກັບຜູ້ຫຼອກລວງຢູ່ກໍຕາມ.
ທັງນີ້, ຜູ້ຖືກເຄາະຮ້າຍຈາກການຫຼອກລວງ ແລະ ຕ້ອງການທີ່ເພິ່ງພາດ້ານຈິດໃຈໃນລະຫວ່າງຂະບວນການສືບ ສວນທ່ານສາມາດແຈ້ງເຈົ້າໜ້າທີ່ສືບສວນ ຊຶ່ງຈະຊ່ວຍປະສານງານໃຫ້ສົນທະນາກັບເຈົ້າໜ້າທີ່ດູແລຜູ້ເຄາະຮ້າຍຕໍ່ໄປ.
ຄໍາເຫັນ