ສິງກະ​ໂປ​ ເລັ່ງນຳ​ໃຊ້ AI ຍົກລະດັບຂະແໜງການທ່ອງທ່ຽວ

ສິງກະ​ໂປ​ ເລັ່ງນຳ​ໃຊ້ AI ຍົກລະດັບຂະແໜງການທ່ອງທ່ຽວ

ສິງກະ​ໂປ​ ເລັ່ງນຳ​ໃຊ້ AI ຍົກລະດັບຂະແໜງການທ່ອງທ່ຽວ
ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກໍລະກົດ ຜ່ານມາວ່າ: ສິງກະ​ໂປ​ປະກາດ​ແຜນການ​ເລັ່ງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ປັນຍາ​ປະດິດ (AI) ຂັ້ນສູງ ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ໂດຍມີເປົ້າໝາຍ​ແນ​ໃສ່​ຍົກລະດັບ​ປະສົບ​ການ​ຂອງນັກທ່ອງທ່ຽວ ​ແລະ ​ເພີ່ມ​ທະວີການຜະລິດ​ອຸດສາຫະກຳ​ ໂດຍ​ຜ່ານ​ຄຳ​ແນະນຳສະເພາະບຸກຄົນ, ບໍລິການ​ຜູ້ຊ່ວຍ​ຫຼາຍ​ພາສາ ​ແລະ ການ​ເລົ່າ​ເລື່ອງ​ແບບສະ​ເໝືອນຈິງ.

 

ຖະແຫຼງການຈາກຄະນະກຳມະການການທ່ອງທ່ຽວສິງກະໂປ ໃນວັນທີ 23 ກໍລະກົດ ຜ່ານມາ ລະບຸວ່າ: ຄະນະກຳມະການດັ່ງກ່າວໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກັບ OpenAI, ບໍລິສັດຄົ້ນຄວ້າ ແລະ ແອັບພລິເຄຊັນ AI ທີ່ມີຊື່ສຽງຈາກການພັດທະນາແພລັດຟອມ ChatGPT, ເພື່ອຄົ້ນຫາ ແລະ ນໍາໃຊ້ AI ທີ່ມີນະວັດກໍາໃນຂະແໜງການທ່ອງທ່ຽວ.

ການນຳໃຊ້ AI ຂັ້ນສູງຈະຍົກລະດັບຍຸດທະສາດການຕະຫຼາດ ແລະ ຜະລິດຕະພັນ, ພ້ອມທັງສະໜັບສະໜູນຜູ້ມີສ່ວນຮ່ວມໃນອຸດສາຫະກໍາການທ່ອງທ່ຽວໃນການໃຫ້ບໍລິການທີ່ຕອບສະໜອງຄວາມຕ້ອງການໄດ້ຢ່າງວ່ອງໄວ.

ທັງນີ້, AI ຂັ້ນສູງ ໝາຍເຖິງເຕັກໂນໂລຊີທີ່ທັນສະໄໝ ທີ່ສາມາດປະຕິບັດວຽກງານທີ່ສັບສົນເຊັ່ນ: ຄວາມເຂົ້າໃຈພາສາທໍາມະຊາດ, ການສ້າງຄໍາຕອບທີ່ຄ້າຍຄືກັບມະນຸດ, ການວິເຄາະຂໍ້ມູນຂະໜາດໃຫຍ່ ແລະ ການສະໜອງການແກ້ໄຂບັນຫາສ່ວນບຸກຄົນທີ່ຄຳນຶງເຖິງສະພາບແວດລ້ອມ.

ທ່ານ ຈໍແດນ ຕັນ ຫົວໜ້າເຈົ້າໜ້າທີ່ເຕັກໂນໂລຊີຂອງຄະນະກໍາມະການດັ່ງກ່າວ ກ່າວວ່າ: ນັບຕັ້ງແຕ່ຊ່ວຍເພີ່ມປະສິດທິພາບການດໍາເນີນງານຂອງທຸລະກິດຈົນເຖິງການຍົກລະດັບປະສົບການຂອງນັກທ່ອງທ່ຽວຜ່ານການສ້າງຄວາມເປັນສ່ວນຕົວ ແລະ ການພົວພັນທີ່ເລິກເຊິ່ງ, ຂໍ້ລິເລີ່ມເຫຼົ່ານີ້ຈະຊຸກຍູ້ການກັບມາທ່ອງທ່ຽວສິງກະໂປອີກຄັ້ງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຟີລິບປິນ ອະນຸຍາດໃຫ້ເຊົ່າທີ່ດິນໄດ້ 99 ປີ

ຟີລິບປິນ ອະນຸຍາດໃຫ້ເຊົ່າທີ່ດິນໄດ້ 99 ປີ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຟີ​ລິບ​ປິນ ອະນຸຍາດ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຊົ່າ​ທີ່​ດິນໄດ້​ເປັນ​ເວ​ລາ 99 ປີ, ເພື່ອຊຸກ​ຍູ້​ການ​ລົງ​ທຶນ​ພາຍ​ໃນ​ປະ​ເທດ​ດ້ວຍສັນຍາເຊົ່າ​​ໄລ​ຍະ​ຍາວ.
ສິງກະໂປ ພົບຜູ້ຕ້ອງສົງໄສ ເກືອບ 50 ຄົນ ໃຊ້ຢາສູບຊອມບີ້

ສິງກະໂປ ພົບຜູ້ຕ້ອງສົງໄສ ເກືອບ 50 ຄົນ ໃຊ້ຢາສູບຊອມບີ້

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສາທາລະນະສຸກຂອງສິງກະໂປ ລາຍງານວ່າ, ສະຖາບັນເບິ່ງແຍງສຸຂະພາບສາທາລະນະທົ່ວສິງກະໂປ ກວດພົບຜູ້ຕ້ອງສົງໄສສູບຢາສູບໄຟຟ້າທີ່ປະສົມສານ Etomidate ຊຶ່ງຖືກຂະໜານນາມວ່າ “ຢາສູບຊອມບີ້” ເກືອບ 50 ຄົນ ໃນໄລຍະ 6 ອາທິດ ຊຶ່ງເລີ່ມນັບຕັ້ງແຕ່ວັນທີ 9 ກໍລະກົດ ເປັນຕົ້ນມາ.
ສ ເກົາຫຼີ ຍົກເວັ້ນວີຊານັກທ່ອງທ່ຽວຈີນທີ່ເດີນທາງມາເປັນກຸ່ມ

ສ ເກົາຫຼີ ຍົກເວັ້ນວີຊານັກທ່ອງທ່ຽວຈີນທີ່ເດີນທາງມາເປັນກຸ່ມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກັນຍາ ຜ່ານມາວ່າ: ສ ເກົາຫຼີ​ ໄດ້​ປະກາດ​ໂຄງການ​ຍົກ​ເວັ້ນວີ​ຊາ​ຊົ່ວຄາວ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນທາງມາ​ເປັນ​ກຸ່ມ, ​ເພື່ອ​ແນ​ໃສ່​ຊຸກຍູ້​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ປະ​ເທດ. ຂະນະທີ່ນັກ​ວິ​ເຄາະ​ຄາດ​ວ່າ​ການ​ທ່ອງ​ທ່ຽວ​ຈະ​ເພີ່ມ​ຂຶ້ນ​ໃນ​ຕົ້ນ​ເດືອນ​ຕຸລາ ຈະມາເຖິງນີ້ ​ຍ້ອນຈີນມີ​ວັນ​ພັກຍາວເນື່ອງໃນ​ວັນ​ຊາດ​​.
ທ່ານ ຟ້າມມິງຈິງ ຮຽກຮ້ອງໃຫ້ເລັ່ງສ້າງບົດລາຍງານໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ

ທ່ານ ຟ້າມມິງຈິງ ຮຽກຮ້ອງໃຫ້ເລັ່ງສ້າງບົດລາຍງານໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 7 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກວດກາ, ສືບຕໍ່ຊຸກຍູ້ການຜັນຂະຫຍາຍໂຄງການເສັ້ນທາງລົດໄຟຄວາມໄວສູງສາຍເໜືອ - ໃຕ້ ແລະ ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ.
ຈີນຢືນຢັນວ່າ SCO ແມ່ນການຮ່ວມມືທີ່ເປັນຮູບປະທຳ

ຈີນຢືນຢັນວ່າ SCO ແມ່ນການຮ່ວມມືທີ່ເປັນຮູບປະທຳ

ກອງປະຊຸມຖະແຫຼງການກ່ຽວກັບຜົນກອງປະຊຸມສຸດຍອດ SCO ປີ 2025 ເຊິ່ງຈັດຂຶ້ນທີ່ ນະຄອນທຽນຈິນ ຫວ່າງມໍ່ໆມານີ້ ທີ່ຫ້ອງປະຊຸມຊຽນເຫີ່ ສະໂມສອນສາກົນປັກກິ່ງ ໃນວັນທີ 8 ກັນຍານີ້ ໂດຍການເປັນປະທານຂອງທ່ານ ຝ່ານ ຊ່ຽນຣົງ ( Fan Xianrong)
WB ແລະ ADB ຈ່າຍ​ເງິນ 12 ຕື້ກວ່າໂດລາ ໃຫ້​​ໂຄງ​ການ​ສີ​ຂຽວ​ໃນ​ອາ​ຊຽນ

WB ແລະ ADB ຈ່າຍ​ເງິນ 12 ຕື້ກວ່າໂດລາ ໃຫ້​​ໂຄງ​ການ​ສີ​ຂຽວ​ໃນ​ອາ​ຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ຟາດິລລາ ຟາດິລລາ ຮອງນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ: ທະນາຄານໂລກ (WB) ແລະ ທະນາຄານພັດທະນາອາຊີ (ADB) ຈະສະໜອງເງິນຈຳນວນ 12.5 ຕື້ໂດລາ ໃຫ້ແກ່ອາຊຽນ ເພື່ອຜັນຂະຫຍາຍບັນດາໂຄງການສີຂຽວໃນພາກພື້ນ.
ອາຫານທີ່ດີ ແລະ ສິນຄ້າທີ່ມີຄຸນນະພາບ ເຮັດໃຫ້ຍີ່ປຸ່ນກາຍເປັນຈຸດໝາຍທີ່ຄົນຢາກໄປທ່ຽວອີກ

ອາຫານທີ່ດີ ແລະ ສິນຄ້າທີ່ມີຄຸນນະພາບ ເຮັດໃຫ້ຍີ່ປຸ່ນກາຍເປັນຈຸດໝາຍທີ່ຄົນຢາກໄປທ່ຽວອີກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ບໍລິສັດ Dentsu Inc., ບໍລິສັດໂຄສະນາຊັ້ນນໍາ ເປີດເຜີຍການສໍາຫຼວດລ້າສຸດວ່າ: ຍີ່ປຸ່ນ ໄດ້ຮັບເລືອກເປັນຈຸດໝາຍປາຍທາງທີ່ຜູ້ຄົນຕ້ອງການກັບໄປຢ້ຽມຢາມຫຼາຍທີ່ສຸດ ຊຶ່ງສ່ວນໜຶ່ງແມ່ນຍ້ອນອາຫານ ແລະ ສິນຄ້າທີ່ມີຄຸນນະພາບສູງຂອງປະເທດອາຊີ ແຫ່ງນີ້.
ຈີນ ວາງແຜນຈະສະກັດດາວເຄາະນ້ອຍ ເພື່ອທົດສອບແຜນປ້ອງກັນບໍ່ໃຫ້ດາວເຄາະນ້ອຍຕຳໃສ່ໂລກ

ຈີນ ວາງແຜນຈະສະກັດດາວເຄາະນ້ອຍ ເພື່ອທົດສອບແຜນປ້ອງກັນບໍ່ໃຫ້ດາວເຄາະນ້ອຍຕຳໃສ່ໂລກ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ກອງປະຊຸມເວທີປຶກສາຫາລືສາກົນທ່ຽນຕູ່ ກ່ຽວກັບການສຳຫຼວດອະວະກາດຊັ້ນເລິກ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນເຫີຝຸຍ ເທດສະບານແຂວງອ່ານຮຸ່ຍ ຂອງຈີນ. ທ່ານ ອູເຫວີຍເຣີ໋ນ ບັນດິດສະພາບັນດິດວິສະວະກຳຈີນ ທັງເປັນຫົວໜ້າໃຫຍ່ນັກອອກແບບໂຄງການສຳຫຼວດດວງຈັນຂອງຈີນ ໄດ້ລາຍງານໃຫ້ຮູ້ວ່າ: ຈີນພວມວາງແຜນດຳເນີນພາລະກິດສາທິດທົດສອບການຍິງເພື່ອຫັນປ່ຽນທິດທາງໂຄຈອນຂອງດາວເຄາະນ້ອຍດ້ວຍແຮງເດີນເຄື່ອນ ເພື່ອທົດສອບຄວາມເປັນໄປໄດ້ຂອງແຜນການປ້ອງກັນໄພບໍ່ໃຫ້ດາວເຄາະນ້ອຍພຸ່ງຕຳໂລກ.
8 ເດືອນ​ຕົ້ນ​ປີ ທຶນ FDI ຂອງຫວຽດນາມ ບັນ​ລຸ​ 15,4 ຕື້ໂດລາ

8 ເດືອນ​ຕົ້ນ​ປີ ທຶນ FDI ຂອງຫວຽດນາມ ບັນ​ລຸ​ 15,4 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນທ້າຍອາທິດຜ່ານມາວ່າ: ຕາມບົດລາຍງານຂອງກົມສະຖິຕິ ກະຊວງການເງິນ ຫວຽດນາມ ທີ່ຫາກໍປະກາດຫວ່າງມໍ່ໆມາ, ໃນ 8 ເດືອນຕົ້ນປີ, ຫວຽດນາມ ສືບຕໍ່ດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢ່າງແຮງ ດ້ວຍຍອດຈຳນວນມູນຄ່າຈົດທະບຽນບັນລຸ 26.14 ຕື້ໂດລາ, ເພີ່ມຂຶ້ນ 27.3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ອົສຕຣາລີ ວາງແຜນຈຳກັດການເຂົ້າເຖິງເຕັກໂນໂລຊີທີ່ໃຊ້ໃນການລ່ວງລະເມີດ

ອົສຕຣາລີ ວາງແຜນຈຳກັດການເຂົ້າເຖິງເຕັກໂນໂລຊີທີ່ໃຊ້ໃນການລ່ວງລະເມີດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກັນຍາ ຜ່ານມາວ່າ: ລັດຖະບານອົສຕຣາລີປະກາດວ່າຈະດໍາເນີນມາດຕະການຈໍາກັດການເຂົ້າເຖິງເຕັກໂນໂລຊີທີ່ນຳໄປສູ່ການລ່ວງລະເມີດ ຊຶ່ງລວມທັງເຄື່ອງມືປັນຍາປະດິດ (AI) ທີ່ສາມາດສ້າງຮູບພາບລາມົກອະນາຈານໄດ້.
ເພີ່ມເຕີມ