ບົດລາຍງານຄວາມປອດໄພແລະຄວາມໝັ້ນຄົງ ໃນປີ 2024 ເປີດເຜີຍວ່າ: ຈໍານວນຄະດີການຫຼອກລວງແລະມູນຄ່າຄວາມເສຍຫາຍຂອງການຫຼອກລວງໄດ້ເພີ່ມຂຶ້ນ. ໂດຍຜູ້ຖືກເຄາະຮ້າຍສ່ວນໃຫຍ່ໃນປີ 2024 ມີອາຍຸຕ່ໍາກວ່າ 50 ປີແລະຜູ້ເຄາະຮ້າຍອາຍຸ 65 ປີຂຶ້ນໄປມີອັດຕາການສູນເສຍຊັບສິນຕໍ່ຄົນໃນລະດັບສູງທີ່ສຸດ.
ການຫຼອກລວງຜ່ານອີຄອມເມີຊ, ການຫຼອກລວງການຈ້າງງານ, ການຫຼອກລວງທາງອິນເຕີເນັດ,ການຫຼອກລວງການລົງທຶນ ແລະການຫຼອກລວງໂດຍແອບອ້າງເປັນເພື່ອນ ຈັດເປັນການຫຼອກລວງທີ່ພົບເຫັນຫຼາຍທີ່ສຸດ 5 ອັນດັບທຳອິດ ຂອງສິງກະໂປໃນປີ 2024.
ສໍາລັບການຫຼອກລວງ 5 ປະເພດທີ່ກວມເອົາອັດຕາສ່ວນຂອງຄວາມເສຍຫາຍທີ່ສູງທີ່ສຸດໄດ້ແກ່: ການຫຼອກລວງລົງທຶນ, ການຫຼອກລວງການຈ້າງງານ, ການຫຼອກລວງໂດຍການປອມຕົວເປັນເຈົ້າໜ້າທີ່ລັດ, ການຫຼອກລວງຜ່ານMalware ແລະການຫຼອກລວງຜ່ານງອີເມຊທຸລະກິດ.
ກະຊວງດັ່ງກ່າວໄດ້ເນັ້ນຢ້ຳວ່າ:ຂະນະທີ່ລັດຖະບານສິງກະໂປພະຍາຍາມເພີ່ມທະວີຕ້ານການສໍ້ລາດບັງຫຼວງ. ປະຊາຊົນຕ້ອງໃຊ້ມາດຕະການຢ່າງຕັ້ງໜ້າເພື່ອປົກປ້ອງຕົນເອງ.
ທັງນີ້, ບົດລາຍງານຍັງລະບຸວ່າ:ນອກຈາກຈາກການຫຼອກລວງແລ້ວ, ຄວາມກັງວົນອື່ນໆລວມມີການໃຊ້ຢາເສບຕິດ. ການລັກຊັບໃນຮ້ານຄ້າ, ການແອບເບິ່ງຄົນອື່ນ, ການຂັບຂີ່ລົດໄວເກີນກຳນົດ ແລະ ໄຟໄໝ້.
ຄໍາເຫັນ