ທົ່ວເກາະໃຫ້ສຳເລັດພາຍໃນປີ 2030, ພາຍຫຼັງໂຄງການທົດລອງທີ່ປະສົບຜົນສຳເລັດກ່ອນໜ້ານີ້ຊຶ່ງເປັນສ່ວນໜຶ່ງຂອງແຜນພັດທະນາການດຳລົງຊີວິດແບບຍືນຍົງ
ໃນປີ 2021, ຄະນະກຳມະການເຄຫາ ແລະ ການພັດທະນາ ຮ່ວມກັບສະພາເມືອງເຂດແທມປິເນສ ທາງຕາເວັນອອກຂອງສິງກະໂປ ໄດ້ເປີດໂຄງການທົດລອງທາສີຊະນິດພິເສດທີ່ມີສານເຄືອບສະທ້ອນແສງຕາເວັນໃນອາຄານປະມານ 130 ຫຼັງ ຊຶ່ງສີຊະນິດນີ້ສາມາດຫຼຸດຜ່ອນການດູດຊຶມຄວາມຮ້ອນແລະການປ່ອຍຄວາມຮ້ອນອອກຈາກພື້ນຜິວອາຄານ.
ຜົນການສຶກສາໂຄງການທົດລອງເປັນເວລາ 2 ປີພົບວ່າ:ການທາສີເຢັນຊ່ວຍຫຼຸດອຸນຫະພູມສະພາບແວດລ້ອມລົງເຖິງ 2 ອົງສາເຊ, ໃນຂະນະທີ່ຜູ້ຢູ່ອາໄສໃນອາຄານຍັງໃຊ້ໄຟຟ້າໜ້ອຍລົງ ເນື່ອງຈາກການໃຊ້ພະລັງງານຂອງເຄື່ອງປັບອາກາດຫຼຸດລົງ.
ການເຄືອບສີເຢັນແມ່ນສ່ວນໜຶ່ງຂອງໂຄງການ HDB Green Towns ໄລຍະ 10 ປີ ຊຶ່ງຈະປະກອບມີການດຳເນີນຫຼາຍມາດຕະການເຊັ່ນ: ການຕິດຕັ້ງເຄື່ອງມິເຕີຍ່ອຍອັດສະລິຍະ, ການປັບປຸງອາຄານທີ່ຢູ່ອາໄສ ແລະການຕິດຕັ້ງຈຸດຮັບຄືນພາຊະນະເຄື່ອງດື່ມຕ່າງໆຫຼາຍກວ່າ 1,000 ຈຸດ
ທັງນີ້, ສິງກະໂປໄດ້ສ້າງຫ້ອງຊຸດພັກອາໄສ ຫຼາຍກວ່າ 1 ລ້ານຫ້ອງ ຊຶ່ງເປັນບ່ອນຢູ່ອາໄສ ຂອງປະຊາຊົນ 80% ໃນປະເທດ, ຫ້ອງພັກຮູບແບບນີ້ມີຂໍ້ດີໃນເລື່ອງຂອງລາຄາທີ່ສາມາດຈັບຕ້ອງໄດ້ ແລະ ການອອກແບບເນັ້ນໃສ່ຄວາມສຳຄັນກັບຊຸມຊົນ ເຮັດໃຫ້ຍັງຄົງເປັນອົງປະກອບທີ່ສໍາຄັນຂອງພູມສັນຖານໃນຕົວເມືອງຂອງສິງກະໂປ.
ຄໍາເຫັນ