ສິງກະໂປພົບຄະດີສໍ້ໂກງທາງອອນລາຍ 9 ພັນກວ່າຄະດີ ໃນປີ 2023

ສິງກະໂປພົບຄະດີສໍ້ໂກງທາງອອນລາຍ 9 ພັນກວ່າຄະດີ ໃນປີ 2023
ຂ່າວຕ່າງປະເທດໃນລາຍງານ ໃນວັນທີ 10 ເມສາຜ່ານມາວ່າ: ກະຊວງກິດຈະການພາຍໃນຂອງສິງກະໂປ ໄດ້ລາຍງານຈຳນວນຄະດີຫຼອກລວງທາງອີຄອມເມີສໃນສິງກະໂປ ປີ 2023 ມີ 9.783 ຄະດີ ຊຶ່ງເພີ່ມຂຶ້ນສອງເທົ່າ ຈາກ 4.762 ຄະດີ ໃນປີ 2022.
ລາຍງານການຈັດອັນດັບຄວາມປອດໄພການເຮັດທຸລະກຳໃນແຟັສຟອມຊື້-ຂາຍອີຄອມເມີສ(E-Commerce Marketplace Transaction Safe Ratings) ລະບຸວ່າ: ການຫຼອກລວງທາງອີຄອມເມີສເກືອບ 50% ໃນປີຜ່ານມາເກີດຂຶ້ນໃນFacebook ຊຶ່ງພົບຄະດີຫຼອກລວງເພີ່ມຂຶ້ນເປັນ 4.550 ຄະດີ ຈາກ 1.138 ຄະດີໃນປີ 2022.
ອີກຢ່າງໜຶ່ງການຈັດອັນດັບດັ່ງກ່າວແມ່ນອີງໃສ່ສີ່ໝວດໝູ່ໄດ້ແກ່: ຄວາມເຊື່ອຖືໄດ້ຂອງຜູ້ໃຊ້ງານ, ຄວາມປອດໄພຂອງການເຮັດທຸລະກຳ, ຄວາມພ້ອມຂອງຊ່ອງທາງການແກ້ໄຂກໍລະນີເກີດຄວາມເສຍຫາຍ ແລະ ປະສິດທິພາບຂອງມາດຕະການຕໍ່ຕ້ານການຫຼອກລວງໃນເວັບໄຊຊື້-ຂາຍສິນຄ້າ.ລາຍງານດັ່ງກ່າວຈັດໃຫ້ Facebook ໄດ້ຄະແນນຕໍ່າທີ່ສຸດ, ສ່ວນ Amazon, Lazada, Qoo10 ແລະ Shopee ໄດ້ຄະແນນເຕັມ.
ກ່ອນໜ້ານີ້, ທ່ານ ຊຸນສຽວຫຼິງ ລັດຖະມົນຕີກະຊວງກິດຈະການພາຍໃນຂອງສິງກະໂປ ໄດ້ອອກມາວິຈານ Meta ບໍລິສັດເຕັກໂນໂລຊີລາຍໃຫຍ່ທີ່ປະຕິເສດການດຳເນີນມາດຕະການປ້ອງກັນການຫຼອດລວງໃນ Facebook ໂດຍທ່ານຮຽກຮ້ອງໃຫ້ Meta ເດີນໜ້າ ແລະ ເຮັດສິ່ງທີ່ຖືກຕ້ອງເພື່ອຜູ້ໃຊ້ງານ.

ຄໍາເຫັນ

ຂ່າວຕ່າງປະເທດ

ອົສຕຣາລີ ຈະຫ້າມຄົນດັງ ແລະ ນັກກິລາທີ່ມີຊື່ສຽງໂຄສະນາການພະນັນ

ອົສຕຣາລີ ຈະຫ້າມຄົນດັງ ແລະ ນັກກິລາທີ່ມີຊື່ສຽງໂຄສະນາການພະນັນ

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ໜ່ວຍງານຄຸ້ມຄອງການສື່ສານ ແລະ ສື່ມວນຊົນຂອງອົສຕຣາລີ ໄດ້ອອກຄຳແນະນຳເບື້ອງຕົ້ນກ່ຽວກັບກົດລະບຽບໃໝ່ທີ່ມີຈຸດປະສົງຫ້າມບຸກຄົນທີ່ມີຊື່ສຽງ ຊຶ່ງລວມທັງນັກກິລາມືອາຊີບໃນປັດຈຸບັນ ແລະ ອະດີດ, ຄົນດັງ, ຜູ້ມີອິດທິພົນໃນສື່ສັງຄົມອອນລາຍ ແລະ ບຸກຄົນອື່ນໆທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງ ປະກົດຕົວໃນການໂຄສະນາການພະນັນ. ໂດຍກົດລະບຽບເຫຼົ່ານີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2027.
ກອງ​ທຶນ​ດິນ​ຟ້າ​ອາ​ກາດ ສ​ປ​ຊ ສະ​ຫງວນ​ງົບ​ປະ​ມານ​​ຊ່ວຍເຫຼືອເນປານ

ກອງ​ທຶນ​ດິນ​ຟ້າ​ອາ​ກາດ ສ​ປ​ຊ ສະ​ຫງວນ​ງົບ​ປະ​ມານ​​ຊ່ວຍເຫຼືອເນປານ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ກອງ​ທຶນ​ຮັບ​ມື​ກັບ​ຜົນ​ເສຍ​ຫາຍ​ທີ່ເກີດຈາກ​ດິນ​ຟ້າ​ອາ​ກາດຂອງ ສ​ປ​ຊ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສະ​ຫງວນ​ເງິນ​​ຈຳ​ນວນ 20 ລ້ານໂດລາ ໃຫ້​ແກ່​ເນ​ປານ ຕາມ​ການ​ສະ​ເໜີ​ຂອງ​ບັນ​ດາປະ​ເທດ​ອາ​ຊີໃຕ້ ​ພາຍຫຼັງ​ເກີດເຫດ​ນ້ຳຊຸ​ຖ້ວມ​ທີ່​ຮ້າຍ​ແຮງ. ນີ້​ເປັນ​ຄັ້ງ​ທຳ​ອິດທີ່ກອງທຶນໄດ້​ສະ​ຫງວນ​ງົບ​ປະ​ມານ​​ຊ່ວຍເຫຼືອ​​ໃຫ້ປະ​ເທດ​ໜຶ່ງ​ນັບ​ແຕ່​​ສ້າງ​ຕັ້​ງ​ຂຶ້ນ, ​ສ້າງ​ຂີດ​ໝາຍ​​ສຳ​ຄັນ​ຕໍ່​ອິດ​ທິ​ພົນ​ຊື່​ສຽງ ແລະ ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ສິດ​ທິ​ຜົນ​ຂອງກອງ​ທຶນ.
ສິງກະໂປ - ມາເລເຊຍ - ໄທ ຮ່ວມມືພັດທະນາການຊຳລະເງິນດີຈີຕອນຂ້າມແດນ

ສິງກະໂປ - ມາເລເຊຍ - ໄທ ຮ່ວມມືພັດທະນາການຊຳລະເງິນດີຈີຕອນຂ້າມແດນ

ຂ່າວຕ່າງປະເທດລາຍງານວ່າ: ອົງການເງິນຕາສິງກະໂປ (MAS) ໄດ້ປະກາດຫວ່າງມໍ່ໆມານີ້ວ່າ, ທະນາຄານກາງຂອງສິງກະໂປ, ມາເລເຊຍ ແລະ ໄທ ຈະຮ່ວມມືກັບຜູ້ປະກອບການໃນພາກອຸດສາຫະກຳການເງິນຂອງແຕ່ລະປະເທດ ເພື່ອພັດທະນາວິທີການຮ່ວມກັນສຳລັບການນຳໃຊ້ສະກຸນເງິນດີຈີຕອນຂ້າມ ແດນ.
ອັດຕາເງິນເຟີ້ພື້ນຖານຍີ່ປຸ່ນເກີນ 2% ເປັນຄັ້ງທຳອິດໃນຮອບ 9 ເດືອນ

ອັດຕາເງິນເຟີ້ພື້ນຖານຍີ່ປຸ່ນເກີນ 2% ເປັນຄັ້ງທຳອິດໃນຮອບ 9 ເດືອນ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນລາຍງານວ່າ, ດັດສະນີລາຄາຜູ້ບໍລິໂພກພື້ນຖານຂອງຍີ່ປຸ່ນໃນເດືອນກັນຍາເພີ່ມຂຶ້ນ 2.1% ເມື່ອທຽບກັບປີກ່ອນ ຊຶ່ງສູງເກີນເປົ້າໝາຍອັດຕາເງິນເຟີ້ຂອງທະນາຄານກາງຍີ່ປຸ່ນກຳນົດໄວ້ທີ່ 2% ເປັນຄັ້ງທຳອິດໃນຮອບ 9 ເດືອນ.
3 ໄຕມາດ ປີນີ້ ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນ ລົງທຶນດ້ານຊັບສິນຄົງທີ່ຫຼາຍກວ່າ 450 ຕື້ຢວນ

3 ໄຕມາດ ປີນີ້ ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນ ລົງທຶນດ້ານຊັບສິນຄົງທີ່ຫຼາຍກວ່າ 450 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານ ຫວ່າງມໍ່ໆມານີ້ວ່າ: ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ, ແຕ່ເດືອນມັງກອນ ຫາ ເດືອນກັນຍາປີນີ້, ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນໄດ້ບັນລຸການລົງທຶນດ້ານຊັບສິນຄົງທີ່ທັງໝົດຫຼາຍກວ່າ 450 ຕື້ຢວນ, ເພີ່ມຂຶ້ນ 5.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ອາ​ຊຽນ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານ​ອາ​​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

ອາ​ຊຽນ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານ​ອາ​​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 22 ຕຸລາ ຜ່ານມາວ່າ: ບັນ​ດາ​ປະ​ເທດອາ​ຊຽນ ພວມ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນເຕີ​ເນັດ, ການ​ສໍ້​ໂກງ​ອອນ​ລາຍ ແລະ ການ​ຄ້າ​ມະ​ນຸດ, ໃນ​ສະ​ພາບ​ການ​ບັນ​ດາ​ເຄືອ​ຂ່າຍ​ອາຊະ​ຍາ​ກຳ​ທີ່​ນັບ​ມື້​ນັບ​ສວຍ​ໃຊ້​ເຕັກ​ໂນ​ໂລ​ຊີເພື່ອ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ຂ້າມ​ຊາ​ຍ​ແດນ.
ອາເມຣິກາ ເກັບຄືນວີຊາ 300.000 ກວ່າວີຊາ

ອາເມຣິກາ ເກັບຄືນວີຊາ 300.000 ກວ່າວີຊາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 20 ຕຸລາ ຜ່ານ, ກະຊວງການຕ່າງປະເທດ ສະຫະລັດອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ອໍາ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ ໂດໂນ ທຣໍາ ໄດ້ເກັບວີຊາ​ຄືນ 300.000 ກວ່າວີຊາ ນັບຕັ້ງແຕ່ທ່ານກັບຄືນມາທຳນຽບຂາວໃນເດືອນມັງກອນ 2025, ໃນ​ຂອບ​ເຂດ​ບັນ​ດາມາດຕະການຄວບຄຸມ​ຜູ້ເຂົ້າເມືອງ ແລະ ແກ້ໄຂກໍລະນີທີ່ຊາວຕ່າງ​ປະ​ເທດ​ລະ​ເມີດ​ກົດໝາຍ ສະຫະລັດ ອາ​ເມ​ຣິ​ກາ.
ສິງ​ກະ​ໂປ​ ຈັດ​ສັນ​ງົບປະມານ 35 ລ້ານ​ໂດ​ລາ​ ​ຊ່ວຍ​ຂະ​ແໜງ​ການ​ຜະ​ລິດຂັ້ນສູງໝູນໃຊ້ AI

ສິງ​ກະ​ໂປ​ ຈັດ​ສັນ​ງົບປະມານ 35 ລ້ານ​ໂດ​ລາ​ ​ຊ່ວຍ​ຂະ​ແໜງ​ການ​ຜະ​ລິດຂັ້ນສູງໝູນໃຊ້ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ຕຸລາ ຜ່ານມາວ່າ: ອົງການ Enterprise Singapore ຊຶ່ງເປັນອົງການຂອງລັດຖະບານສິງກະໂປ ໄດ້ເປີດເຜີຍການຈັດສັນງົບປະມານຫຼາຍກວ່າ 45 ລ້ານໂດລາສິງກະໂປ (ປະມານ 35 ລ້ານໂດລາ) ເພື່ອສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃນຂະແໜງການຜະລິດຂັ້ນສູງໄດ້ມີການໝູນໃຊ້ເຕັກໂນໂລຊີປັນຍາປະດິດ (AI) ຕະຫຼອດໄລຍະ 3 ປີຂ້າງໜ້າ.
ກອງ​ປະ​ຊຸມ​​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ - ຣັດ​ເຊຍ

ກອງ​ປະ​ຊຸມ​​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ - ຣັດ​ເຊຍ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ຫຼີ​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ແລະ ​ທ່ານ​ ອິ​ຄາ​ອີວ ວະ​ລາ​ດີ​ມິ​ໂຣ​ວິກ ມິ​ຊຸ​ສຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ ​ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ-ຣັດ​ເຊຍ​ ທີ່​ນະ​ຄອນ​ຊານ​ປີເຕີ​ສະ​ເບີກ​ ປະເທດ​ຣັດ​ເຊຍ.
ທ່ານ ໂຕ​ເລິມ ສະ​ເໜີ​ສຸມ​ໃສ່ 3 ທິດ​ທາງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ຫວຽດ​ນາມ-ອີ​ຢູ

ທ່ານ ໂຕ​ເລິມ ສະ​ເໜີ​ສຸມ​ໃສ່ 3 ທິດ​ທາງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ຫວຽດ​ນາມ-ອີ​ຢູ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສະ​ຫະ​ພາບເອີ​ຣົບ (ອີ​ຢູ) ແລະ ຣາ​ຊະ​ອາ​ນາ​ຈັກ ແບນ​ຊິກ ຢ່າງ​ເປັນ​ທາງ​ການ, ໃນ​ວັນ​ທີ 22 ຕຸ​ລາ ຜ່ານມາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ​ກັບ​ການ​ນຳ​ວິ​ສາ​ຫະ​ກິດ​ດີ​ເດັ່ນ ເອີ​ຣົບ ແລະ ແບນ​ຊິກ.
ເພີ່ມເຕີມ