ສິ່ງທ້າທາຍແມ່ນໂອກາດເພື່ອໃຫ້ອາຊຽນກ້າວກະໂດດຂັ້ນ ແລະ ບືນຕົວຂຶ້ນ

ສິ່ງທ້າທາຍແມ່ນໂອກາດເພື່ອໃຫ້ອາຊຽນກ້າວກະໂດດຂັ້ນ ແລະ ບືນຕົວຂຶ້ນ

ສິ່ງທ້າທາຍແມ່ນໂອກາດເພື່ອໃຫ້ອາຊຽນກ້າວກະໂດດຂັ້ນ ແລະ ບືນຕົວຂຶ້ນ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 25 ກຸມພາ ຜ່ານມາ, ເວທີປາໄສອະນາຄົດ ອາຊຽນ 2025 (AFF 2025)ໄດ້ເປີດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ. ທ່ານຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ,

ທ່ານປະທານາທິບໍດີ ຕີມໍແລັດສະເຕ, ທ່ານ ກາວກິມຮຸນ ເລຂາທິການໃຫຍ່ອາຊຽນ, ທ່ານສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລາວ, ພ້ອມກັບເຈົ້າໜ້າທີ່ລັດຖະບານ, ບັນດາເອກອັກຄະລັດຖະທູດ, ອົງການການຕ່າງປະເທດ, ວິສາຫະກິດ, ບັນດານັກຮຽນຮູ້ແຖວໜ້າພາກພື້ນອາຊຽນ, ບັນດາປະເທດຄູ່ຮ່ວມມື ແລະ ສາກົນ ເຂົ້າຮ່ວມເປັນຈຳນວນຫຼາຍ.

ກ່າວຄຳເຫັນເປີດເວທີປາໄສ, ທ່ານ ຟ້າມມິງຈິງ ເນັ້ນໜັກເຖິງການປຶກສາຫາລືກ່ຽວກັບອະນາຄົດ ແລະ ການກຳນົດທິດໃຫ້ແກ່ອະນາຄົດຂອງອາຊຽນພວມກາຍເປັນສິ່ງທີ່ຈຳເປັນ ແລະ ຮີບດ່ວນກວ່າເວລາໃດໝົດ. ໂລກພວມຢືນຢູ່ຕໍ່ໜ້າບັນດາບາດລ້ຽວໃຫຍ່, ຮຽກຮ້ອງອາຊຽນຕ້ອງມີຈິນຕະນາການ, ວິທີການສຳຜັດໃໝ່, ມີລັກສະນະທົ່ວໂລກ, ທົ່ວປວງຊົນ, ຮອບດ້ານ, ເພື່ອຜົນປະໂຫຍດທີ່ຍາວນານ. ດ້ວຍພື້ນຖານແມ່ນອາຊຽນທີ່ມີຄວາມເຫັນດີເຫັນພ້ອມ, ສາມັກຄີ, ບັນດາສິ່ງທ້າທາຍໃນປັດຈຸບັນແມ່ນໂອກາດເພື່ອໃຫ້ອາຊຽນກ້າວກະໂດດຂັ້ນ ແລະ ບືນຕົວຂຶ້ນ.

ປັດຈຸບັນອາຊຽນແມ່ນຂົວເຊື່ອມຕໍ່ຂອງການສົນທະນາ, ການຮ່ວມມືເພື່ອສັນຕິພາບ ແລະ ພັດທະນາໃນພາກພື້ນ, ແມ່ນໃຈກາງຂອງວິວັດການເຊື່ອມຕໍ່ພາກພື້ນ ແລະ ທົ່ວໂລກ. ໃນສະພາບການໃໝ່, ອາຊຽນບໍ່ພຽງແຕ່ຕ້ອງມີຄວາມສາມັກຄີ, ເປັນເອກະພາບ, ຮ່ວມແຮງຮ່ວມໃຈເທົ່ານັ້ນ ຫາກຍັງຕ້ອງມີຈິນຕະນາການບຸກທະລຸ, ຍຸດທະສາດແຫຼມຄົມ, ມີເສັ້ນທາງກ້າວເດີນເປັນໄປໄດ້, ສຸມແຫຼ່ງກຳລັງ ແລະ ມີການກະທຳຢ່າງຂ້ຽວຂາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ໂດໂນ ທຣໍາ ປະກາດອັດຕາພາສີ 25-40% ສຳລັບ 14 ປະເທດ

ທ່ານ ໂດໂນ ທຣໍາ ປະກາດອັດຕາພາສີ 25-40% ສຳລັບ 14 ປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງຂ່າວໃນສື່ສັງຄົມອອນລາຍວ່າ: ຈະເກັບພາສີ 25% ຕໍ່ການນຳເຂົ້າສິນຄ້າຈາກຍີ່ປຸ່ນ ແລະ ສ ເກົາຫຼີ ຕາມລຳດັບ ເລີ່ມແຕ່ວັນທີ 1 ສິງຫາ ເປັນຕົ້ນໄປ. ໂດຍທ່ານ ໂດໂນ ທຣໍາ ໄດ້ລະບຸໃນຈົດໝາຍທີ່ຂຽນເຖິງຜູ້ນໍາຂອງສອງປະເທດວ່າມາດຕະການພາສີໃໝ່ຈະແຍກອອກຈາກພາສີຂະແໜງການອື່ນໆ.
ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 47 ຈະພິຈາລະນາໂຄງການຂໍເປັນມໍລະດົກໂລກ 30 ໂຄງການ

ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 47 ຈະພິຈາລະນາໂຄງການຂໍເປັນມໍລະດົກໂລກ 30 ໂຄງການ

ຂ່າວສານຊີອາໄອ ລາຍງານວ່າ: ໃນວັນ​ທີ 7 ກໍ​ລະ​ກົດ ຜ່ານມາ, ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 47 ໄດ້ເປີດຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການອຸຍ​ແນັ​ສ​ໂກ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ທີ່​ນະ​ຄອນ​ຫຼວງ​ປາ​ຣີ​ ປະ​ເທດ​ຝ​ຣັ່ງ. ກອງ​ປະ​ຊຸມ​​ຄັ້ງ​ນີ້​ຈະ​ພິ​ຈາ​ລະ​ນາ​ໂຄງ​ການ​​ຂໍ​ເຂົ້າ​ເປັນ​ມໍ​ລະ​ດົກ​ໂລກ 30 ໂຄງ​ການ ແລະ ຍັດ​ຕິ ສອງ​ສະ​ບັບ​ກ່ຽວ​ກັບ​ການ​ປັບ​ປຸງ​​ພື້ນ​ທີ່​ມໍ​ລະ​ດົກ​ໂລກ 2 ​ແຫ່ງ​ທີ່​ຖືກ​ຈັດ​ເຂົ້າ​ໃນ​​ບັນ​ຊີລາຍ​ຊື່​ມໍ​ລະ​ດົກ​ໂລກ​ແລ້ວ.
ນັກວິທະຍາສາດ ສະຫະລັດ ອາເມຣິກາ ໃຊ້ຂໍ້ມູນດາວທຽມປະເມີນການຟື້ນຟູປ່າ

ນັກວິທະຍາສາດ ສະຫະລັດ ອາເມຣິກາ ໃຊ້ຂໍ້ມູນດາວທຽມປະເມີນການຟື້ນຟູປ່າ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາວ່າ: ນັກວິທະຍາສາດຂອງສູນຄົ້ນຄວ້າບັນຍາກາດແຫ່ງຊາດ ຊຶ່ງສັງກັດມູນນິທິວິທະຍາສາດແຫ່ງຊາດ ຂອງ ສະຫະລັດ ອາເມຣິກາ ໄດ້ພັດທະນາວິທີການນໍາໃຊ້ຂໍ້ມູນຈາກດາວທຽມເພື່ອປະເມີນການຟື້ນຟູຂອງປ່າໄມ້ຫຼັງເກີດໄຟໄໝ້ ຊຶ່ງອາດຈະປ່ຽນແປງວິທີການຈັດການພື້ນທີ່ ແລະ ຄວບຄຸມໄຟ ໄໝ້ປ່າໃນອະນາຄົດ.
ຈຳ​ນວນຜູ້​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຢູ່​ກຳ​ປູ​ເຈຍ​​ເພີ່ມ​ຂຶ້ນຜິດປົກກະຕິ​ໃນເດືອນດຽວ

ຈຳ​ນວນຜູ້​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຢູ່​ກຳ​ປູ​ເຈຍ​​ເພີ່ມ​ຂຶ້ນຜິດປົກກະຕິ​ໃນເດືອນດຽວ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້, ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ແຈ້ງ​ຂ່າວ​ວ່າ: ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ນີ້, ກຳ​ປູ​ເຈຍ​ໄດ້​ລາຍ​ງານ​ຈຳ​ນວນ​ຜູ້​​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ H5N1 ທີ່ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ຫ້ອງວິ​ເຄາະ​ແລ້ວ 7 ​ກໍ​ລະ​ນີ ຊຶ່ງເປັນ​ການເພີ່ມ​ຂຶ້ນ​​ຜິດ​ປົກ​ກະ​ຕິພາຍ​ໃນ​ເດືອນ​ດຽວ.
ອຸທິຍານແຫ່ງຊາດ ອິນໂດເນເຊຍ ໃຊ້ສາຍແຂນຕິດຕາມ ເພື່ອຄວາມປອດໄພຂອງນັກປີນພູ

ອຸທິຍານແຫ່ງຊາດ ອິນໂດເນເຊຍ ໃຊ້ສາຍແຂນຕິດຕາມ ເພື່ອຄວາມປອດໄພຂອງນັກປີນພູ

ຂ່າວຕ່າງປະເທດລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ເຈົ້າ​ໜ້າ​ທີ່ຢູ່​ອຸທະຍານ​ແຫ່ງ​ຊາດໂບຣໂມ ເຕງເກີ ເຊເມຣູ ຂອງ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ: ອຸທິຍານດັ່ງກ່າວກຳນົດ​ໃຫ້​ນັກ​ປີນ​ພູ​ຕ້ອງໃສ່​ສາຍ​ແຂນ​ຕິດຕາມ​ເພື່ອເພີ່ມ​ຄວາມ​ປອດ​ໄພ​. ໂດຍເປັນອຸປະກອນລະບຸຄວາມຖີ່ຄື້ນວິທະຍຸ ຊຶ່ງປະກອບດ້ວຍຊິບຂະໜາດນ້ອຍ ແລະ ເສົາອາກາດສຳລັບສົ່ງສັນຍານໄປຫາເສົາຮັບສັນຍານທີ່ຕັ້ງຢູ່ໃນຫຼາຍຈຸດຕາມເສັ້ນທາງຍ່າງປ່າ.
ການສົ່ງອອກຂອງຍີ່ປຸ່ນເພີ່ມຂຶ້ນໃນ 20 ມື້ທຳອິດຂອງເດືອນມິຖຸນາ

ການສົ່ງອອກຂອງຍີ່ປຸ່ນເພີ່ມຂຶ້ນໃນ 20 ມື້ທຳອິດຂອງເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານ; ກະຊວງ​ການ​ເງິນ​ຂອງ​ຍີ່ປຸ່ນເປີດເຜີຍໃນວັນທີ 8 ກໍລະກົດ ຜ່ານມາວ່າ: ການ​ສົ່ງ​ອອກ​ ໃນໄລຍະ 20 ມື້ທຳອິດຂອງເດືອນມິຖຸນາໄດ້​ເພີ່ມ​ຂຶ້ນເລັກນ້ອຍ 0.7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ກ່ອນ​ທີ່ ​ສະຫະລັດ​ ອາເມຣິກາ ປະກາດການປະຕິບັດມາດຕະການຂຶ້ນພາສີ​ນຳ​ເຂົ້າ​ຕາມກຳນົດ ໃນ​ວັນ​ທີ 9 ກໍລະກົດ​ນີ້.
ການ​ລະ​ບາຍ​ກາກບອນ​ຂອງ​ຈີນ ​ໄດ້ຫຼຸດ​ລົງຫຼາຍກວ່າ 34% ໃນ 10 ປີ​ຜ່ານ​ມາ

ການ​ລະ​ບາຍ​ກາກບອນ​ຂອງ​ຈີນ ​ໄດ້ຫຼຸດ​ລົງຫຼາຍກວ່າ 34% ໃນ 10 ປີ​ຜ່ານ​ມາ

ຂ່າວສານຊີອາໄອລາຍງານວ່າ: ວັນທີ 7 ກໍ​ລະ​ກົດ ຜ່ານມາ​ນີ້, ທ່ານ​ນາງ ​ເໝົາ​ນິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. ໂດຍມີ​ນັກ​ຂ່າວ​​ຖາມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​​ສີ​ຂຽວ ແລະ ກາກບອນ​ຕ່ຳ​ຂອງ​ຈີນ.
ຫວຽດນາມ ມີແຮງ​ງານ 21 ລ້ານກວ່າ​ຄົນ ​ເຮັດວຽກ​ໃນ​ຂົງ​ເຂດ​ການ​ບໍ​ລິ​ການ

ຫວຽດນາມ ມີແຮງ​ງານ 21 ລ້ານກວ່າ​ຄົນ ​ເຮັດວຽກ​ໃນ​ຂົງ​ເຂດ​ການ​ບໍ​ລິ​ການ

ວິທະຍຸຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 8 ກໍລະກົດ ຜ່ານມາ, ກົມສະຖິຕິ ກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ: ສະພາບການຕະຫຼາດແຮງງານ ຫວຽດນາມ ມີຈຸດເດັ່ນທີ່ໜ້າສົນໃຈ ດ້ວຍແຫຼ່ງກໍາລັງແຮງງານທີ່ອຸດດົມສົມບູນ, ສ້າງເງື່ອນໄຂຕອບສະໜອງຄວາມຕ້ອງການພັດທະນາການຜະລິດ, ດຳເນີນທຸລະກິດ. ໂດຍແຮງງານມີວຽກເຮັດງານທຳໃນຂົງເຂດການບໍລິການກວມເອົາອັດຕາສ່ວນສູງສຸດ ເກືອບ 41%, ເທົ່າກັບ 21.2 ລ້ານຄົນ.
ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດຫວຽດນາມ 35 ປີ

ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດຫວຽດນາມ 35 ປີ

ທີ​ສາມ, ຮັກ​ສາ​ແໜ້ນ​ສະ​ພາບ​ແວດ​ລ້ອ​ມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມເປັນເອ​ກະ​ລາດ, ອຳ​ນາ​ດ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ. ບັນ​ດາ​ບັນ​ຫາ​ຊາຍ​ແດນ​, ອາ​ນາ​ເຂດ​ໄດ້​ແກ້​ໄຂ​ເປັນ​ເທື່ອ​ລະ​ກ້າວ, ຮັກ​ສາ​​ເສັ້ນ​ຊາຍ​ແດ​ນ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້​າ​ໃນ​ການ​ເສີມ​ສ້າງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາ​ກ​ພື້ນ. ຕໍ່​ກັບ​ບັນ​ຫາ​ສັນ​ຕິ​ພາບ​ກ່ຽວ​ກັບ​ຊາຍ​ແດນ, ຫວຽດ​ນາມ​ຍາມ​ໃດ​ກໍ​ຍົກ​ສູງ​ສັນ​ຕິ​ພາບ, ການ​ຮ່ວມ​ມື, ຕັ້ງ​ໜ້າ​ໃນ​ການ​ແລກ​ປ່ຽນ, ປຶກ​ສາ​ຫາ​ລື ຊອກ​ຫາ​ມາດ​ຕະ​ຖານ​ໂດຍ​ພື້ນ​ຖານ, ຍາວ​ນານ​ດ້ວຍ​ສັນ​ຕິ​ວິ​ທີ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ.
ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດຫວຽດນາມ 35 ປີ

ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດຫວຽດນາມ 35 ປີ

ຫວຽດນາມ ໄດ້​ສ້າງ​ຕັ້ງ ແລະ ປັບ​ປຸງ​​ການຮ່ວມມືນັບ​ມື້​ນັບ​ກວ້າງຂວາງ ແລະ ໜັກ​ແໜ້ນ ເປີດກວ້າງ, ຫັນ​ເປັນຫຼາຍ​ຝ່າຍມີຄວາມຫຼາກຫຼາຍ, ສະ​ດວກ​ໃຫ້​ແກ່​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່.
ເພີ່ມເຕີມ