ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານວິຊາສະເພາະທີ່ຕົນຮັບຜິດຊອບມີຜົນສໍາເລັດຫຼາຍດ້ານ

ສນຫລ ເອົາໃຈໃສ່ເຄື່ອນໄຫວວຽກງານທີ່ຮັບຜິດຊອບມີຜົນສໍາເລັດຫຼາຍດ້ານ

ສນຫລ ເອົາໃຈໃສ່ເຄື່ອນໄຫວວຽກງານທີ່ຮັບຜິດຊອບມີຜົນສໍາເລັດຫຼາຍດ້ານ
ໂດຍ: ວັນເພັງ ໃນໄລຍະ 1 ປີຜ່ານມາ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານວິຊາສະເພາະທີ່ຕົນຮັບຜິດຊອບມີຜົນສໍາເລັດຫຼາຍດ້ານ,ສຶກສາອົບຮົມພະນັກງານ-ລັດຖະກອນ, ສະມາຊິກນັກຮົບເກົ່າໃຫ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ,

 

ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິຕໍ່ກົນອຸບາຍຂອງອິດທິກໍາລັງປໍລະປັກ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຕັ້ງໜ້າເຄື່ອນໄຫວວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ; ເອົາໃຈໃສ່ຫັນລົງຊຸກຍູ້ການເຄື່ອນໄຫວວຽກງານສະຫະພັນນັກຮົບເກົ່າຢູ່ທ້ອງຖິ່ນ ຕິດພັນກັບການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ, ສະມາຊິກນັກຮົບເກົ່າໃຫ້ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດແຫ່ງຊາດ 5 ປີເທື່ອທີIX ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ, ມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ IV ແລະ ນໍາເອົາບັນດາແຜນງານ, ໂຄງການຂອງສນຫລ ມາຜັນຂະຫຍາຍເປັນວຽກອັນລະອຽດ ແລະ ມີຜົນສໍາເລັດແຕ່ລະດ້ານ.

ຄະນະບໍລິຫານງານທຸກຂັ້ນໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດຕໍ່ຖັນແຖວພະນັກງານ-ລັດຖະກອນເປັນກົກໂດຍສຸມໃສ່ການຈັດຕັ້ງເຜີຍແຜ່ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ,ກົດໝາຍຂອງລັດ,ມະຕິ, ຄໍາສັ່ງຕ່າງໆ,ຈັດຕັ້ງປາຖະກະຖາວັນສ້າງຕັ້ງ ສນຫລ ຄົບຮອບ 21 ປີຢູ່ບັນດາກະຊວງ, ອົງການຂັ້ນສູນກາງ 25 ຄັ້ງ, ມີຄົນເຂົ້າຮ່ວມ 3.351 ເທື່ອຄົນ, ຈັດຕັ້ງປາຖະກະຖາວັນສໍາຄັນຂອງຊາດໄດ້ 31 ຄັ້ງ, ມີຄົນເຂົ້າຮ່ວມ 3.293 ຄົນ ຍິງ 1.512 ຄົນ, ແຈກຢາຍໜັງສືພິມ-ວາລະສານໃຫ້ສະຫະພັນນັກຮົບເກົ່ານະຄອນຫຼວງແລະ ບັນດາແຂວງທົ່ວປະເທດ, ໜັງສືພິມໄດ້ 5.400 ສະບັບ, ວາລະສານໄດ້ 1.800 ສະບັບ, ແຈກຢາຍໜັງສືພິມຢູ່ ສນຫລໄດ້ 385 ສະບັບ, ວາລະສານ 140 ສະບັບ, ແຈກຢາຍໜັງສືພິມວຽງຈັນໃໝ່ໄດ້ 1.275 ສະບັບ, ປະຊາຊົນໄດ້ 1.785 ສະບັບ, ຂ່າວຄົ້ນຄວ້າໄດ້ 2.295 ສະບັບ, ກອງທັບໄດ້ 1.920 ສະບັບ. ໃນນັ້ນ, ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກ, ຄະນະປະທານ ສນຫລ, ກົມຈັດຕັ້ງ-ພະນັກງານ ໄດ້ສົມທົບກັບບັນດາກົມ, ຫ້ອງການກໍານົດຕໍາແໜ່ງງານ, ປັບປຸງພາລະບົດບາດ ແລະ ແບບແຜນວິທີເຮັດວຽກຂອງບັນດາກົມຫ້ອງການໄດ້ສຳເລັດແລ້ວຕາມລະດັບຄາດໝາຍ;ສນຫລ ປະກອບມີ3ກົມ, 1ຫ້ອງການ, 18 ພະແນກຂຶ້ນກັບ. ພ້ອມນັ້ນ,ໄດ້ສໍາເລັດໜັງສືຢັ້ງຢືນຮັບຮອງຂໍ້ຕົກລົງວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າຂັ້ນແຂວງ 2 ພາກສ່ວນ, ຕິດຕາມ,ຊຸກຍູ້ສະຫະພັນນັກຮົບເກົ່າຂັ້ນທ້ອງຖິ່ນສ້າງມະຕິຕົກລົງວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າແຂວງ (ສນຂ)-ສະຫະພັນນັກຮົບເກົ່ານະຄອນຫຼວງວຽງຈັນ (ສນວ),ສະຫະພັນນັກຮົບເກົ່າເມືອງສໍາເລັດ 16 ແຂວງແລະ 59 ເມືອງ, ການກໍານົດຕໍາແໜ່ງງານສໍາເລັດ 4 ແຂວງແລະ 3 ເມືອງ; ດ້ານກົງຈັກການຈັດຕັ້ງຢູ່ສນຂໄດ້ສໍາເລັດການໂຮມຂະແໜງຈາກ 4 ຂະແໜງເຫຼືອ 3 ຂະແໜງຕາມຂໍ້ກໍານົດເລກທີ 15/ສນຫລສໍາເລັດຈໍານວນ 16 ແຂວງ, ສນວຮັກສາໄວ້ 4 ຂະແໜງຄືເກົ່າແລະການໂຮມໜ່ວຍງານຂັ້ນເມືອງຈາກ 4 ໜ່ວຍງານເຫຼືອ 2 ໜ່ວຍງານສໍາເລັດ 136 ເມືອງ.ສໍາລັບການດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍສະຫະພັນນັກຮົບເກົ່າຄັ້ງທີV ໄດ້ສໍາເລັດຈໍານວນ1.616 ໜ່ວຍກວມ92% ຂອງໜ່ວຍສະຫະພັນນັກຮົບເກົ່າທັງໝົດໃນທົ່ວປະເທດ.ໃນນັ້ນ, ໄດ້ສໍາເລັດການຂໍກວດຜ່ານແລະອະນຸມັດຮັບຮອງບັນຊີຈໍານວນພົນ, ຊັ້ນ-ຂັ້ນເງິນເດືອນແລະອຸດໜູນຕ່າງໆຂອງພະນັກງານ-ລັດຖະກອນສນຫລງວດI-IV ປີ 2023 ຈາກກະຊວງພາຍໃນ ມີພະນັກງານບໍານານປະຈໍາການໄດ້ຮັບເງິນ 70% ມີ 12 ທ່ານ, ດັດແກ້ຊັ້ນ-ຂັ້ນເງິນເດືອນຕາມໃບປະກາດ 2 ທ່ານ, ເລື່ອນຊັ້ນ-ຂັ້ນເງິນເດືອນປົກກະຕິິ 57 ທ່ານ ຍິງ 28 ທ່ານ, ເລື່ອນປີການ 96 ທ່ານ ຍິງ 46 ທ່ານ, ເລື່ອນລັດຖະກອນຝຶກງານ 95% ຂຶ້ນເປັນລັດຖະກອນສົມບູນ 2 ທ່ານ, ໄດ້ຮັບອຸດໜູນຕໍາແໜ່ງ 65 ທ່ານ, ອຸດໜູນວິຊາຊີບ 5 ທ່ານ, ອຸດໜູນສະມາຊິກສະພາ 1 ທ່ານແລະ ອຸດໜູນອື່ນໆຕາມລະບຽບການ, ແຈ້ງເພີ່ມລັດຖະກອນໃໝ່ຮັບເງິນເດືອນ 95% ມີ 1 ທ່ານ, ແຈ້ງຫຼຸດລັດຖະກອນລາອອກແລະຍົກຍ້າຍ 3 ທ່ານ, ພະນັກງານທີ່ຮອດອາຍຸກະສຽນຮັບບໍານານສືບຕໍ່ປະຕິບັດໜ້າທີ່ 2 ທ່ານ; ສໍາເລັດການຂໍອະນຸມັດເລື່ອນຊັ້ນໃຫ້ນາຍທະຫານທີ່ປະຈໍາການຢູ່ສະຫະພັນນັກຮົບເກົ່ານໍາກະຊວງປ້ອງກັນປະເທດຈໍານວນ7 ທ່ານ, ຢູ່ຂັ້ນສູນກາງ4 ທ່ານ ຍິງ2 ທ່ານ (ຊັ້ນຮອ 1 ທ່ານ, ພັຕ 1 ທ່ານ, ພັທ 1 ທ່ານ, ພັອ 1 ທ່ານ), ຢູ່ສະຫະພັນນັກຮົບເກົ່າຂັ້ນທ້ອງຖິ່ນ 3 ທ່ານ (ຊັ້ນພັທ); ສໍາເລັດວຽກງານປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນປະຈໍາປີ 2022 ພະນັກງານ-ລັດຖະກອນມີເງື່ອນໄຂເຂົ້າຮ່ວມການປະເມີນທັງໝົດ 95 ທ່ານ ຍິງ 45 ທ່ານ, ຈັດຢູ່ປະເພດດີ 95 ທ່ານ ຍິງ 45 ທ່ານ.

ນອກນັ້ນ,ໄດ້ສໍາເລັດກອງປະຊຸມເປີດຂະບວນການແຂ່ງຂັນ-ຍ້ອງຍໍ, ຮັກຊາດແລະພັດທະນາຢູ່ ສນຫລແຕ່ປີ 2021-2025; ສໍາເລັດການຄົ້ນຄວ້ານໍາສະເໜີມອບໃບຍ້ອງຍໍຂອງປະທານໃຫ້ສນຂ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສນຫລຄົບຮອບ 20 ປີຈໍານວນ 593 ໃບ, ບຸກຄົນ 556 ໃບແລະ 37 ກົມກອງ; ສະເໜີຍ້ອງຍໍພາກສ່ວນອຸປະຖໍາບັ້ນກອງປະຊຸມຄົບຄະນະບໍລິຫານງານສນຫລສະໄໝທີIV, ຄັ້ງທີ 1 ຈໍານວນ 17 ພາກສ່ວນມີໃບຍ້ອງຍໍປະທານ 12 ໃບແລະໃບສົມມະນາຄຸນ 5 ໃບ ພ້ອມນໍາສະເໜີຂໍອະນຸມັດການຍ້ອງຍໍຜົນງານ 5 ປີ (2019-2024) ນໍາກົມນະໂຍບາຍກົມໃຫຍ່ການເມືອງກອງທັບໃຫ້ນາຍທະຫານທີ່ມາປະຈໍາການຢູ່ສນຫລ 6 ທ່ານເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ; ສໍາເລັດການຄົ້ນຄວ້ານໍາສະເໜີມອບໃບຍ້ອງຍໍ 3 ດີ, 6 ຮັກສາໃຫ້ບຸກຄົນແລະກົມກອງທີ່ໄດ້ຮັບໃບຢັ້ງຢືນ 3 ປີຊ້ອນຈໍານວນ 4 ແຂວງທັງໝົດ 3.118 ໃບ ລວມມີບຸກຄົນ 3.078 ທ່ານ ຍິງ 445 ທ່ານແລະ 40 ກົມກອງ,ໄດ້ສ້າງແຜນການເຄື່ອນໄຫວຂອງກົມຈັດຕັ້ງ-ພະນັກງານໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 75 ປີ (1949-2024).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຄະນະບໍລິຫານງານພັກແຂວງຈຳປາສັກ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະ​ຮ່ວມ​ມື​ກັນເພື່ອສ້າງກົນໄກທາງດ້ານນິຕິກຳສຳລັບການຮ່ວມມື, ຍົກສູງປະສິດທິຜົນການຈັດຕັ້ງປະຕິບັດໜ້າວຽກ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຂັ້ນຮາກຖານ ຜ່ານການສຶກສາອົບຮົມດ້ານການເມືອງ-ແນວຄິດ, ການປູກຈິດສຳນຶກຮັກຊາດ, ຮັກອາຊີບ, ຮັກສາສິ່ງແວດລ້ອມ ແລະ ຂະຫຍາຍການຈັດຕັ້ງຊາວໜຸ່ມເຂົ້າສູ່ຂະແໜງການຜະລິດ, ໂຮງຈັກ, ໂຮງງານ ແລະ ເຂດເສດຖະກິດ.
ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

​ ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງຈັນທະບູລີ ເອົາໃຈໃສ່ຈັດສັນລະບຽບການສັນຈອນໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2026 ໂດຍໄດ້ຮັບການຮ່ວມມືເປັນຢ່າງດີຈາກປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ພ້ອມທັງວາງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ 49 ສະຫາຍ ປະຈຳການຢູ່ 15 ຈຸດ ພາຍໃນ ແລະ 2 ປ້ອມພາຍນອກເຂດຮັບຜິດຊອບ ເພື່ອອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຄວາມແອອັດ.
ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

​ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ລະດົມກຳລັງພົນລົງປະຈຳການຢ່າງເຕັມທີ່ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ໃຫ້ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ.
ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນນັບແຕ່ວັນທີ 25 ຕຸລາ ມາຮອດວັນທີ 27 ຕຸລານີ້, ໄດ້ມີພິທີແຂ່ງຂັນຊ່ວງເຮືອ ປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນເຮືອ 30 ສີພາຍ ແລະ ເຮືອ 12 ສີພາ ມີທັງໝົດ 18 ລໍາ ຊຶ່ງການແຂ່ງ ຂັນຊ່ວງເຮືອ ແມ່ນໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ. ປີນີ້ເຫັນໄດ້ວ່າມີມວນຊົນທຸກສາລະທິດ ພ້ອມພາກັນຫຼັ່ງໄຫຼເຂົ້າມາທ່ຽວງານບຸນ, ມາຊົມ-ເຊຍ ການແຂ່ງຂັນຊ່ວງເຮືອເປັນຈໍານວນຫຼວງຫຼາຍ, ເຖິງອາກາດຈະຮ້ອນເອົ້າ ແຕ່ກໍບໍ່ເປັນອຸປະສັກ, ຖ້າໃຈມັກແລ້ວ, ບາງຄົນກໍພາກັນມາເປັນຄອບຄົວ, ໝູ່ຄູ່, ຄູ່ຮັກ ແລະ ອື່ນໆ ເພື່ອມາເຊຍໃຫ້ກໍາລັງໃຈອ້າຍນ້ອງສີພາຍ ຊຶ່ງເປັນການສ້າງສີສັນ, ສຽງຫົວ, ສຽງເຊຍດັງກ້ອງຢູ່ແຄມນໍ້າຂອງທ່າວັດຈັນ ແຫ່ງນີ້ຢ່າງໜ້າປະທັບໃຈ ແລະ ຄຶກຄື້ນ. ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ, ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ.
ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ແລະ ວຽນທຽນບູຊາພະທາດຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ເດີ່ນດ້ານໜ້າພະເຈົ້າໄຊຍະເສດຖາທິຣາດ ພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ. ໂດຍມີພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ເຈົ້າອະທິ ການວັດສີສະເກດ ພ້ອມດ້ວຍພະອາຈານໃຫຍ່ ອິນຊູນ ຮອງປະທານຄະນະປະຈຳສະມາຄົມພຸດທະສາສະໜາແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ເຈົ້າອາວາດວັດຫົງຟ້າ, ພະເຖ ລານຸເຖລະ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ມີການນຳພັກ-ລັດ, ການນຳນະຄອນຫຼວງ, ຄອບຄົວການນຳ ແລະ ພຸດທະສາສະນິກະຊົນຈຳນວນຫຼາຍເຂົ້າຮ່ວມ.
ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ພິທີເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ (ນວ) ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລານີ້ ທີ່ໜ້ານໍ້າທ່າວັດຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທະນົງໄຊ ຄຸດໄພທູນ ປະທານສະພາປະຊາຊົນ ນວ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກ ຄອງ ນວ, ທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກ ນວ ເລຂາຄະນະພັກເມືອງຈັນທະບູລີ, ມີບັນດາທ່ານການນໍາພັກ-ລັດ, ຂັ້ນ ນວ ແລະ ເມືອງຈັນທະບູລີ, ບັນດາອະດີດການນໍາພັກ-ລັດ, ບັນດາຫົວໜ່ວຍທຸລະກິດ, ນັກສີພາຍ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ, ແຂກຖືກເຊີນເຂົ້າຮ່ວມ.
ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ), ທາງຄະນະຮັບຜິດຊອບຈັດງານບຸນເມືອງຈັນທະບູລີ ໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ ສະແດງອອກທາງເຂົ້າ-ອອກສະດວກ ເຖິງແມ່ນວ່າຈະມີຜູ້ຄົນແໜ້ນໜາກໍຕາມ, ແຕ່ກໍໄດ້ຈັດສັນບ່ອນຫຼິ້ນສໍາລັບເດັກນ້ອຍ, ຮ້ານຂາຍເສື້ອຜ້າ, ຮ້ານຂາຍເຂົ້າຫຼາມ-ປີ້ງໄກ່, ເຄື່ອງດື່ມປະເພດອື່ນໆ ລວມທັງສະຖານທີ່ຝາກລົດໄວ້ຄອຍບໍລິ ການແຂກທີ່ມາທ່ອງທ່ຽວໃນງານບຸນໃຫ້ມີຄວາມສະດວກສະບາຍ, ສ່ວນພາຍໃນວັດອິນແປງ, ອົງຕື້, ຫາຍໂສກ, ຊຽງຍືນ, ມີໄຊ, ວັດຈັນ ກໍໄດ້ມີພິທີກໍາທາງສາສະໜາເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ດ້ານໜ້າ ບໍລິເວນວັດ ພໍ່ຄ້າ-ແມ່ຄ້າໄດ້ນໍາເອົາດອກໄມ້, ທູບທຽນ, ຂັນໝາກເບັງມາວາງຂາຍເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ ໄດ້ຊື້ນໍາໄປສັກກາລະບູຊາພະພຸດທະຮູບ.
ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ບັນຍາກາດການຄ້າຂາຍໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈໍາປີ 2026 ມີຄວາມຄຶກຄື້ນ, ຊາວຄ້າຂາຍຕ່າງກໍມີຄວາມຍິ້ມແຍ້ມແຈ່ມໃສ ແລະ ຂາຍດີໃນງານບຸນປີນີ້ ໂດຍມີມວນຊົນ ແລະ ນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຫຼວງຫຼາຍ. ພໍ່ຄ້າແມ່ຄ້າທີ່ມາຕັ້ງຮ້ານຂາຍເຄື່ອງຕ່າງກໍເວົ້າເປັນສຽງດຽວກັນວ່າ ການຄ້າຂາຍໃນປີນີ້ແມ່ນດີກວ່າເກົ່າ.
ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດ​ລ້ອມ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດພິທີຈູດທຳລາຍຊິ້ນສ່ວນສັດປ່າ, ພ້ອມທັງໄດ້ປ່ອຍສັດປ່າ ທີ່ຍັງມີຊີວິດຈໍານວນໜຶ່ງກັບຄືນສູ່ທຳມະຊາດ, ສັດປ່າດັ່ງກ່າວແມ່ນຂອງກາງທີ່ເຈົ້າໜ້າທີ່ຢຶດໄດ້ຈາກປະຊາຊົນ ທີ່ໂຄສະນາຂາຍຜ່ານເຟສບຸກ ແລະ ນຳມາວາງຂາຍຕາມຕະຫຼາດ ຫຼັກ 3 ເມືອງສາມັກຄີໄຊ, ຕະຫຼາດຊາວບ້ານຫາດຊາຍຂາວ ເມືອງໄຊເສດຖາ, ບ້ານສະໝອງໃໝ່ ແລະ ບ້ານມິດສຳພັນ ເມືອງສະໜາມໄຊ.
ເພີ່ມເຕີມ