SB OpenAI Japan ເພື່ອພັດທະນາວິທີແກ້ໄຂປັນຍາປະດິດ (AI)

Softbank ແລະ OpenAI ສ້າງຕັ້ງບໍລິສັດຮ່ວມທຶນ ເພື່ອພັດທະນາ AI

Softbank ແລະ OpenAI ສ້າງຕັ້ງບໍລິສັດຮ່ວມທຶນ ເພື່ອພັດທະນາ AI
ຂ່າວຕ່າງປະເທດລາຍງານໃນວັນທີ 3 ກຸມພາຜ່ານມາວ່າ: ບໍລິສັດ Softbank Group (SBG) ແລະ OpenAI ປະກາດສ້າງຕັ້ງບໍລິສັດຮ່ວມທຶນທີ່ມີຊື່ວ່າ:SB OpenAI Japan ເພື່ອພັດທະນາວິທີແກ້ໄຂປັນຍາປະດິດ (AI) ທີ່ເໝາະສົມກັບອົງການຈັດຕັ້ງຂອງຍີ່ປຸ່ນ ໂດຍສະເພາະ.

 

ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ: ບໍລິສັດໃໝ່ນີ້ ຖືຫຸ້ນເທົ່າກັນລະຫວ່າງOpenAI ແລະ SoftBank. ບໍລິສັດ ໂທລະຄົມມະນາຄົມຂອງກຸ່ມ SoftBank ມີຈຸດປະສົງເພື່ອສ້າງໂມເດລAI ທີ່ປະສົມປະສານຂໍ້ມູນຂອງອົງການແຕ່ລະແຫ່ງ ແລະສົ່ງເສີມການນໍາປັນຍາປະດິດແບບສ້າງສັນມາໃຊ້ໃນປະເທດຍີ່ປຸ່ນ.

ບໍລິສັດດັ່ງກ່າວ ຈະເປີດບໍລິການ AI ສໍາລັບອົງການຈັດຕັ້ງທີ່ເອີ້ນວ່າ Crystal Intelligence ຊຶ່ງໃຫ້ບໍລິການສະເພາະບໍລິສັດຂະໜາດໃຫຍ່ຂອງຍີ່ປຸ່ນເທົ່ານັ້ນ.

ນອກເໜືອຈາກການນໍາໃຊ້ປັນຍາປະດິດແບບດັ່ງເດີມແລ້ວ ບໍລິສັດຍັງມີຈຸດປະສົງພັດທະນາໂມເດລ AI ພິເສດທີ່ເອີ້ນວ່າ AI agentທີ່ປະສົມປະສານຂໍ້ມູນຊັບພະຍາກອນມະນຸດ, ການຕະຫຼາດແລະການດໍາເນີນງານ. ເພື່ອສະໜັບສະໜູນການຕັດສິນໃຈໃນກອງປະຊຸມທຸລະກິດ.

ຄໍາເຫັນ

ຂ່າວຕ່າງປະເທດ

ລາຍຮັບຈາກການທ່ອງທ່ຽວອັງກໍວັດ ຫຼດລົງ 29%

ລາຍຮັບຈາກການທ່ອງທ່ຽວອັງກໍວັດ ຫຼດລົງ 29%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ສິງຫາຜ່ານມາວ່າ: ອຸທິຍານບູຮານຄະດີອັງກໍ ຫຼື ອັງກໍວັດ ຂອງກຳປູເຈຍ ສ້າງລາຍຮັບຈາກການຂາຍປີ້ເຂົ້າຊົມໄດ້ທັງໝົດ 20.3 ລ້ານໂດລາ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ ຜ່ານມາ, ຫຼຸດລົງ 29% ເມື່ອທຽບກັບປີກ່ອນ.
ຂະ​ແໜງ​ການ​ທ່ອງ​ທ່ຽວຫວຽດນາມ ​ປະ​ຕິ​ບັດ​ສຳ​ເລັດ 56% ເປົ້າ​ໝາຍຂອງປີ 2026

ຂະ​ແໜງ​ການ​ທ່ອງ​ທ່ຽວຫວຽດນາມ ​ປະ​ຕິ​ບັດ​ສຳ​ເລັດ 56% ເປົ້າ​ໝາຍຂອງປີ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 4 ສິງຫາ ຜ່ານມາວ່າ: ຕາມ​ຂໍ້​ມູນ​ຂອງ​ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ເງິນ ຫວຽດ​ນາມ) ທີ່ປະ​ກາດ​ໃນ​ວັນ​ທີ 3 ສິງ​ຫາ​ ຜ່ານມາ, ຫວຽດ​ນາມ ຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ສາ​ກົນ 1.67 ລ້ານ​ເທື່ອ​ຄົນ​ໃນ​ເດືອນ​ກໍ​ລະ​ກົດ 2026, ເພີ່ມ​ຂຶ້ນ 6.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໄລ່​ລວມ 7 ເດືອນ​ຕົ້ນ​ປີ 2026, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ບັນ​ລຸ​ເກືອບ 14 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 13.8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025.
ອາເມຣິກາ ຈະປິດສະຖານທູດ ແ​ລະ ສະຖານກົງສູນ 5 ແຫ່ງ​ຢູ່​ຕ່າງ​ປະ​ເທດ

ອາເມຣິກາ ຈະປິດສະຖານທູດ ແ​ລະ ສະຖານກົງສູນ 5 ແຫ່ງ​ຢູ່​ຕ່າງ​ປະ​ເທດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 3 ສິງ​ຫາ ຜ່ານມາ, ກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ແຈ້ງຕໍ່ສະພາ ກ່ຽວກັບແຜນການປິດສະຖານທູດ ແ​ລະ ສະຖານກົງສູນ 5 ແຫ່ງຢູ່​ຕ່າງ​ປະ​ເທດ ລວມມີ: ສະຖານທູດ ທີ່ ນະຄອນເຊນຈອຈ ໃນເກຣີນາດາ, ສະຖານກົງສູນ ທີ່ ນະຄອນນະໂກຢະ ປະເທດຍີ່ປຸ່ນ, ສະຖານກົງສູນ ທີ່ນະຄອນເມດານ ປະເທດອິນໂດເນເຊຍ, ສຳນັກງານສາຂາຂອງສະຖານທູດ ທີ່ ນະຄອນດູອາລາ ປະເທດກາເ​ມີຣຸນ ແລະ ສະຖານກົງສູນ ທີ່ ນະຄອນວີນນີເປັກ ປະເທດການາດາ.
ສ ເກົາຫຼີ ເລັ່ງຮັບມືກັບຄື້ນຄວາມຮ້ອນ ຫຼັງຈາກມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 16 ຄົນ

ສ ເກົາຫຼີ ເລັ່ງຮັບມືກັບຄື້ນຄວາມຮ້ອນ ຫຼັງຈາກມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 16 ຄົນ

ຂ່າວຕ່າງປະເທດລາຍງານໃນວັນທີ 4 ສິງຫາ ຜ່ານມາວ່າ: ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ສັ່ງໃຫ້ອົງການທີ່ກ່ຽວຂ້ອງເລັ່ງການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກຄື້ນຄວາມຮ້ອນທີ່ຮ້າຍແຮງແບບບໍ່ເຄີຍມີມາກ່ອນ, ໂດຍເຕືອນວ່າສະພາບອາກາດທີ່ຮຸນແຮງກຳລັງເກີດຂຶ້ນເລື້ອຍໆ ແລະ ອາດຈະກາຍເປັນເລື່ອງປົກກະຕິ.
6 ເດືອນຕົ້ນປີ ລາຍຮັບຈາກອຸດສາຫະກຳຊັອຟແວຂອງຈີນເພີ່ມຂຶ້ນ 9.5%

6 ເດືອນຕົ້ນປີ ລາຍຮັບຈາກອຸດສາຫະກຳຊັອຟແວຂອງຈີນເພີ່ມຂຶ້ນ 9.5%

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 4 ສິງຫາ ຜ່ານມາວ່າ: ໂຕເລກຫຼ້າສຸດທີ່ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນປະກາດສະແດງໃຫ້ເຫັນວ່າ, ໃນ 6 ເດືອນຕົ້ນປີນີ້ ອຸດສາຫະກຳບໍລິການຊັອຟແວ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງຈີນໄດ້ດຳເນີນໄປດ້ວຍດີ, ລາຍຮັບຈາກອຸດສາຫະກຳຊັອຟແວໄດ້ເພີ່ມຂຶ້ນ 9.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ສາຍການບິນຍີ່ປຸ່ນ ກຳໄລສຸດທິຫຼຸດລົງຫຼາຍກວ່າ 80%

ສາຍການບິນຍີ່ປຸ່ນ ກຳໄລສຸດທິຫຼຸດລົງຫຼາຍກວ່າ 80%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ສາຍການບິນຍີ່ປຸ່ນ (JAL) ລາຍງານກຳໄລສຸດທິໃນໄລຍະເດືອນເມສາ - ມິຖຸນາ ຢູ່ທີ່ 5.35 ຕື້ເຢນ, ຫຼຸດລົງ 80.2% ຈາກປີກ່ອນ. ໂດຍເຫດຜົນຫຼັກແມ່ນຄ່າໃຊ້ຈ່າຍນໍ້າມັນເຊື້ອໄຟທີ່ສູງຂຶ້ນຍ້ອນຄວາມເຄັ່ງຕຶງໃນຕາເວັນອອກກາງ.
ອາຊຽນ ກຽມຮັບມືກັບ ຄວາມຮ້ອນ ໄພແຫ້ງແລ້ງ ໄຟໄໝ້ປ່າ ແລະ ໝອກຄວັນ

ອາຊຽນ ກຽມຮັບມືກັບ ຄວາມຮ້ອນ ໄພແຫ້ງແລ້ງ ໄຟໄໝ້ປ່າ ແລະ ໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ສິງຫາ ຜ່ານມາວ່າ: ການພະຍາກອນອາກາດຫຼ້າສຸດຈາກສູນອຸຕຸນິຍົມວິທະຍາອາຊຽນ (ASMC) ຄາດຄະເນວ່າ, ອາຊີຕາເວັນອອກສ່ຽງໃຕ້ຈະປະເຊີນກັບສະພາບອາກາດທີ່ຮ້ອນ ແລະ ແຫ້ງແລ້ງຫຼາຍຂຶ້ນໃນເດືອນຂ້າງໜ້າ, ພ້ອມທັງມີຄວາມສ່ຽງເກີດໄຟໄໝ້ປ່າ ແລະ ໝອກຄວັນຂ້າມຊາຍແດນ, ຫຼັງຈາກປະກົດການແອວນີໂຢທີ່ຮຸນແຮງຂຶ້ນ ເຮັດໃຫ້ມີຝົນຕົກຫຼຸດລົງ.
ອີຢູ ນຳໃຊ້ຂໍ້ກຳນົດຕິດສະແຕມເນື້ອໃນທີ່ສ້າງຂຶ້ນໂດຍ AI

ອີຢູ ນຳໃຊ້ຂໍ້ກຳນົດຕິດສະແຕມເນື້ອໃນທີ່ສ້າງຂຶ້ນໂດຍ AI

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ນັບແຕ່ວັນທີ 2 ສິງຫາ ເປັນຕົ້ນໄປ, ສະຫະພາບເອີຣົບ (ອີຢູ) ໄດ້ນຳໃຊ້ຂໍ້ກຳນົດໃໝ່ຢ່າງເປັນທາງການ ຮຽກຮ້ອງໃຫ້ບັນດາວິສາຫະກິດຕິດສະແຕມຢ່າງຈະແຈ້ງສຳລັບເນື້ອໃນທີ່ສ້າງຂຶ້ນໂດຍປັນຍາປະດິດ (AI), ເພື່ອຊ່ວຍໃຫ້ຜູ້ນຳໃຊ້ງ່າຍໃນການຈຳແນກລະຫວ່າງເນື້ອໃນແທ້ ແລະ ເນື້ອໃນສ້າງຂຶ້ນໂດຍ AI ຫຼື ດັດປັບ.
ມຽນມາ ຈະເພີ່ມງົບປະມານດ້ານການສຶກສາ ເພື່ອຍົກລະດັບການຮຽນຮູ້ທົ່ວປະເທດ

ມຽນມາ ຈະເພີ່ມງົບປະມານດ້ານການສຶກສາ ເພື່ອຍົກລະດັບການຮຽນຮູ້ທົ່ວປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ທ່ານ ມິນ ອອງ ລາຍ ປະທານາທິບໍດີມຽນມາ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງລັດຖະສະພາສະຫະພາບຄັ້ງທີ 3 ໃນວັນທີ 31 ກໍລະກົດ ຜ່ານມາ ໄດ້ເປີດເຜີຍແຜນການທີ່ຈະເພີ່ມການລົງທຶນໃນຂະແໜງການສຶກສາ ເພື່ອສົ່ງເສີມການພັດທະນາການສຶກສາແຫ່ງຊາດ. ໂດຍລັດຖະບານມຽນມາຈະຈັດສັນງົບປະມານແຫ່ງຊາດ 6.92% ໃຫ້ແກ່ກະຊວງສຶກສາທິການໃນປີງົບປະມານ 2026-2027.
ລາຍ​ຮັບ​ຈາກ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂໍ້ມູນຂ່າວສານ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ​ ​ເພີ່ມຂຶ້ນ 18.5%

ລາຍ​ຮັບ​ຈາກ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂໍ້ມູນຂ່າວສານ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ​ ​ເພີ່ມຂຶ້ນ 18.5%

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ອີງ​ຕາມ​ຂໍ້​ມູນ​ຈາກກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນສະ​ແດງ​ໃຫ້​ເຫັນ​ວ່າ, 6 ເດືອນ​ຕົ້ນ​ປີ​ນີ້, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນໄດ້​ສືບ​ຕໍ່​ເລັ່ງ​ລັດ​ການ​ຜະ​ລິດ, ການ​ສົ່ງ​ອອກ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ​ ມີ​ທ່າ​ອ່ຽງທີ່​ດີ, ປະ​ສິດ​ທິ​ຜົນ​ສືບ​ຕໍ່​ເພີ່ມ​ຂຶ້ນ ແລະ ການ​ລົງ​ທຶນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.
ເພີ່ມເຕີມ