ໃນວັນທີ 30ມັງກອນນີ້,ສູນຝຶກອົບຮົມກອງພົນທະຫານຮາບທີ 3 ໄດ້ຈັດພິທີປະດັບຫຼຽນໄຊພິລະອາດຫານຊັ້ນ III ແລະ ໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ແກ່ພະນັກງານຂອງຕົນ ຂຶ້ນຢູ່ທີ່ສະໂມສອນຂອງກົມກອງໂດຍການເປັນປະທານຂອງສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວໜ້າການເມືອງສູນຝຶກອົບຮົມກອງພົນທະຫານຮາບທີ3, ມີຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນຕີ ນາງ ແພງສີ ຍືນຄຸນທອນ ຫົວໜ້າ ຂະແໜງນະໂຍບາຍ-ປະກັນສັງຄົມ ສູນຝຶກອົບຮົມ ກອງພົນທະຫານຮາບທີ 3 ໄດ້ຜ່ານຂໍ້ຕົກຂອງກະຊວງປ້ອງກັນປະເທດສະບັບເລກທີ 18/ ກປທ, ລົງວັນທີ 2 ມັງກອນ 2024 ວ່າດ້ວຍການ ປະດັບຫຼຽນໄຊພິລະອາດຫານ ແລະ ມອບໃບຍ້ອງຍໍໃຫ້ແກ່ນາຍ ແລະ ພົນທະຫານຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງຕະຫຼອດໄລຍະ5ປີຜ່ານມາ (2019-ປີ2024),ເວົ້າລວມເວົ້າສະເພາະແມ່ນປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75ປີ (20ມັງກອນ 1949-20 ມັງກອນ 2024). ໃນນີ້, ກະຊວງປ້ອງກັນປະເທດຕົກລົງມອບຫຼຽນໄຊພິລະອາດຊັ້ນ III ໃຫ້ນາຍ ແລະ ພົນທະຫານ ຢູ່ສູນຝຶກອົບຮົມ ຈໍານວນ 65 ສະຫາຍ ແລະ ໃບຍ້ອງຍໍກະກວງປ້ອງກັນປະເທດ ຈໍານວນ 6 ສະຫາຍ, ໂດຍການກ່າວມອບຂອງສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວໜ້າການເມືອງສູນຝຶກອົບຮົມກອງພົນທະຫານຮາບທີ3 ແລະ ສະຫາຍ ພັນໂທ ໄມຫຼ້າ ທະນົງສີ ປະທານກວດກາ ຫົວໜ້າ ພະແນກການເມືອງສູນຝຶກອົບຮົມໄດ້ພັດປ່ຽນກັນຂຶ້ນປະດັບ ແລະ ມອບຢ່າງສົມກຽດ.
(ຂ່າວ: ສົມພົງ ອິນຕະວັນ, ພາບ: ສຸວິໄລ ຄໍາສະຫວັນ)
ຄໍາເຫັນ