ສູນຝຶກວິຊາຊີບ​ ຫລູ້ປ່ານ​ ຕ້ອງກ້າວສູ່ສາກົນ

ສູນຝຶກວິຊາຊີບ​ ຫລູ້ປ່ານ​ ຕ້ອງກ້າວສູ່ສາກົນ

ສູນຝຶກວິຊາຊີບ​ ຫລູ້ປ່ານ​ ຕ້ອງກ້າວສູ່ສາກົນ
ການພັດທະນາປະເທດຊາດໃດໜຶ່ງຕ້ອງອາໃສບຸກຄະລາກອນຜູ້ທີ່ມີຄວາມຮູ້ຄວາມສາມາດແລະມີການສຶກສາທາງດ້ານວິຊາຊີບທີ່ແນ່ນອນ ແລະ ຕ້ອງຈົບຈາກສະຖາບັນໃດໜຶ່ງທີ່ໄດ້ຮັບການຍອມຮັບຈາກສັງຄົມ,
ໃນຫລາຍປີຜ່ານມາການສຶກສາວິຊາຊີບຂອງຈີນໄດ້ມີການສົ່ງເສີມດ້ານການຮ່ວມມື ແລະ ການແລກປ່ຽນໃນພາກພື້ນແລະສາກົນຢ່າງເຂັ້ມແຂງໂດຍການມີສ່ວນຮ່ວມດ້ານຄວາມຄິດອັນສະຫລາດຂອງຈີນ ໄດ້ຊ່ວຍໃນການພັດທະນາ ອຸດສາຫະກຳແລະການສ້າງບຸກຄະລາກອນທີ່ມີທັກສະໃຫ້ແກ່ປະເທດຄູ່ຮ່ວມມື.
ສນຝກວຊາຊບ​ ຫລປານ​ ຕອງກາວສສາກນ - image 1
 

ສູນຝຶກວິຊາຊີບ ຫລູ້ປ່ານ (Luban) ແມ່ນໂຄງການຮ່ວມມືສາກົນດ້ານການສຶກສາອາຊີບ ທີ່ເມືອງທຽນຈິນ ເຊິ່ງວ່າ ລູ້ປ່ານນີ້ ແມ່ນຊື່ຂອງຊ່າງ ແລະ ນັກປະດິດທີ່ໂດ່ງດັງໃນອະດີດຂອງຈີນ. ດ້ວຍຫລັກການ “ຮ່ວມມືຢ່າງເທົ່າທຽມ, ຄຸນນະພາບດີທີ່ສຸດ,ເນັ້ນທັກສະແລະຄວາມສາມາດ, ບູຮານນະການອຸດສະຫະກຳການສຶກສາ,ແລະປັບໃຊ້ໃຫ້ເໝາະກັບທ້ອງຖິ່ນ” ສູນຝຶກວິຊາຊີບ ຫລູ້ປ່ານ(Luban)

ໄດ້ນຳໃຊ້ຮູບແບບ “ການສຶກສາວິຊາການຄູກັບການຝຶກທັກສະສີມື” ເພື່ອຜະລິດບຸກຄະລາກອນດ້ານເຕັກນິກ ແລະ ສີມືທີ່ຈຳເປັນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມຕໍ່ປະເທດຄູ່ຮ່ວມມື ເຊິ່ງເປັນຂົວຕໍ່ລະຫວ່າງສັງຄົມ ແລະ ຊ່ວຍສ້າງ “ຊຸມຊົນຄູ່ຮ່ວມສະຕາກຳ”

ສນຝກວຊາຊບ​ ຫລປານ​ ຕອງກາວສສາກນ - image 2
 

ໃນປີ 2018 ສູນຝຶກວິຊາຊີບ ຫລູ້ປ່ານ(Luban) ໄດ້ສ້າງຂຶ້ນທີ່ ວິທະຍາໄລດ້ານອຸດສະຫະກຳເບົາທີ່ ເມືອງທຽນຈິນ ເປັນວິທະຍາໄລອາຊີບຊັ້ນສູງທີ່ມີຄຸນນະພາບຂອງໂດຍມີປະສົບການຫລາຍກວ່າ 60ປີ ໃນການສ້າງບຸກຄະລາກອນທີ່ມີສີມື ດ້ວຍການຢຶດຖືໃນຫລັກການ ບູຮານອຸດສະຫະກຳກັບການສຶກສາ, ຮ່ວມມືໂຮງຮຽນ-ວິສາຫະກິດ ແລະ ປະຕິບັດຄຳຂວັນ “ ປູກຝັງຄຸນນະທຳ ແລະ. ຄວາມສາມາດ,ພັດທະນາທຸມື້”
ນອກຈາກການພັດທະນາບຸກຄະລາກອນແລ້ວທີ່ມີສີມືອອກຮັບໃຊ້ທີ່ປັກກິ່ງ,ທຽນຈິນ ແລະ ເຫີ້ເປີ່ຍແລ້ວ ສູນຝຶກ ຫລູ້ປ່ານ(Luban) ຍັງໄດ້ສ້າງສູນທີ່ປະເທດອິນເດຍ, ອີຢິບ ແລະປະເທດ ອື່ນໆເພື່ອພັດທະນາບຸຄະລາກອນທ້ອງຖິ່ນນຳອີກ.
ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຂອງສະຖານທູດເພື່ອສ້າງການຮ່ວມມືສາກົນ ແລະຊຸກຍູ້ການປະດິດພະລັງງານແບບໃໝ່ແລະປະຕິຮູບການສຶກສາວິຊາອາຊີບ ແຫ່ງຊາດ, ໂດຍປະຕິບັດໄປຕາມຂໍ້ລິເລິ່ມ “ໜຶ່ງແລວ-ໜຶ່ງເສັເນທາງ” ແລະກ້າວສູ່ຄວາມເປັນແບບຢ່າງໃນຍຸກໃໝ່. ນັບຕັ້ງແຕ່ປີ2016 ເປັນຕົ້ນມາ ສປຈີນ ໄດ້ສ້າງ ສູນຝຶກວິຊາຊີບຫລູ້ປ່ານ (Luban) 34ສູນ ໃນ30 ປະເທດໃນທົ່ວໂລກເຊັ່ນ: ອາຊີ,ອັຟຟຣິກກາ ແລະ ເອີລົບ.ໃນໄລຍະຜ່ານມາ ທາງສູນດັ່ງກ່າວມີສາຂາຮຽນ ເກືອບ100 ສາຂາຫລາຍກວ່າ 400 ວິຊາ ແລະໄດ້ຈັດຕັ້ງອຸປະກອນການຝຶກ 10,700ຊຸດ, ຝຶກອົບຮົມຄູອາຈານ ຫລາຍກວ່າ7,000ຄົນ ສ້າງນັກສຶກສາຈົບຫລາຍກວ່າ 33,800ຄົນ ແລະໄດ້ຈັດຝຶກອົບຮົມທັກສະ ວິຊາການສະເພາະດ້ານ 120,000ຄົນ. ການສິດສອນແມ່ນໄປຕາມຫລັກການ “ໂຄງການນະວັດຕະກຳປະຕິບັດທາງວິສະວະກຳ” EPIP(Engineering Practice innovetion Project) ທີ່ຈີນພັດທະນາເນັ້ນການຝຶກປະສົບການແລະປະດິດໃໝ່ຜ່ານໂຄງການວິສະວະກຳແທ້.

ຄໍາເຫັນ

ຂ່າວຕ່າງປະເທດ

ໝູ່ບ້ານບູຮານ ເດືອງເລິມ ສະຖານທີ່ສະຫງົບສຸກ ແລະ ມີຄວາມໝາຍດ້ານວັດທະນະທໍາຫວຽດນາມ

ໝູ່ບ້ານບູຮານ ເດືອງເລິມ ສະຖານທີ່ສະຫງົບສຸກ ແລະ ມີຄວາມໝາຍດ້ານວັດທະນະທໍາຫວຽດນາມ

ເມື່ອກ່າວເຖິງໝູ່ບ້ານບູຮານຢູ່ຫວຽດນາມ ໜຶ່ງໃນບັນດາສົມບັດທາງວັດທະນະທໍາ ແລະ ປະຫວັດສາດຂອງຊາດ; ສຳລັບຄົນຫວຽດນາມແລ້ວ, ຖ້າບໍ່ເອີຍເຖິງ ໝູ່ບ້ານບູຮານ ເດືອງລິມ ແມ່ນບໍ່ໄດ້ ເພາະໝູ່ບ້ານນີ້ ມີອາຍຸຫຼາຍກວ່າ 1,000 ປີ; ປັດຈຸບັນ,ບໍ່ພຽງແຕ່ຮັກສາໄດ້ ຄວາມງາມຂອງບັນດາສະຖາປັດຕະຍະກໍາ ແຕ່ຍັງມີຄຸນຄ່າດ້ານວັດທະນະທໍາ. ພ້ອມນີ້, ໝູ່ບ້ານບູຮານ ເດືອງເລິມ ຍັງມີຄວາມງຽບສະຫງົບ, ມີໂຮມສະເຕ(Homestay) ເພື່ອໃຫ້ນັກທ່ອງທ່ຽວ ໄດ້ສໍາພັດວັດທະນະທໍາ-ວິຖີຊີວິດ ແລະ ຢ້ຽມຊົມດິນແດນທີ່ເປັນບ້ານເກີດຂອງ 2 ກະສັດ ໃນປະຫວັດສາດຫວຽດນາມ.
ບັນດາສື່ມວນຊົນກຽມພ້ອມຮັບໃຊ້ກອງປະຊຸມສຸດຍອດການຮ່ວມມືຊຽງໄຮ້

ບັນດາສື່ມວນຊົນກຽມພ້ອມຮັບໃຊ້ກອງປະຊຸມສຸດຍອດການຮ່ວມມືຊຽງໄຮ້

ເພື່ອກະກຽມຄວາມພ້ອມຮັບໃຊ້ ກອງປະຊຸມສຸດຍອດ ການຮ່ວມມືຊຽງໄຮ SCO ທີ່ຈະຈັດຂຶ້ນໃນວັນທີ 31 ຫາ 1 ກັນຍານີ້ ທີ່ເມືອງ ທຽນຈິນ ສປ ຈີນ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽດນາມ ​ພົບ​ປະ​ບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽດນາມ ​ພົບ​ປະ​ບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 27 ສິງຫາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ເຂົ້າຮ່ວມ ແລະ ເປັນປະທານການພົບປະບັນດາຜູ້ແທນສະພາແຫ່ງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ (1945-2025) ແລະ ກ້າວໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດທົ່ວປະເທດ ຄັ້ງທຳອິດ (1945 - 2026).
ຂະໜາດຕະຫຼາດການຈໍລະຈອນສິນຄ້າຂອງຈີນ ເປັນອັນດັບໜຶ່ງຂອງໂລກຫຼາຍປີຕິດຕໍ່ກັນ

ຂະໜາດຕະຫຼາດການຈໍລະຈອນສິນຄ້າຂອງຈີນ ເປັນອັນດັບໜຶ່ງຂອງໂລກຫຼາຍປີຕິດຕໍ່ກັນ

ຂ່າວສານຊີອາໄອລາຍງານ ໃນວັນທີ 26 ສິງຫາ ຜ່ານມາວ່າ: ແຫຼ່ງຂ່າວຈາກສະມາຄົມການຈໍລະຈອນ ແລະ ຈັດຊື້ສິນຄ້າຈີນໃຫ້ຮູ້ວ່າ, ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມຈີນໄດ້ຮັກສາການພັດທະນາຢ່າງໝັ້ນທ່ຽງ. ປີ 2025, ຍອດມູນຄ່າການຈໍລະຈອນສິນຄ້າໃນທົ່ວສັງຄົມຈີນຈະບັນລຸເຖິງ 380,000 ຕື້ຢວນ, ໄດ້ເພີ່ມຂຶ້ນປະມານ 80,000 ຕື້ຢວນໃນຮອບ 5 ປີ. ຂະໜາດລາຍຮັບລວມຈາກອຸດສາຫະກຳຈໍລະຈອນສິນຄ້າຂອງຈີນໄດ້ຂະຫຍາຍກວ້າງອອກຢ່າງຕໍ່ເນື່ອງ, ໄດ້ເພີ່ມຂຶ້ນປະມານ 4,000 ຕື້ຢວນໃນຮອບ 5 ປີ ແລະ ຄາດວ່າຈະມີຫຼາຍກວ່າ 14,000 ຕື້ຢວນໃນປີ 2025, ຂະໜາດຕະຫຼາດອາດຈະສາມາດຄອງອັນດັບໜຶ່ງຂອງໂລກເປັນປີທີ 10 ຕິດຕໍ່ກັນ.
ສ ເກົາຫຼີ ຫ້າມໃຊ້ໂທລະສັບມືຖືໃນຫ້ອງຮຽນທົ່ວປະເທດ

ສ ເກົາຫຼີ ຫ້າມໃຊ້ໂທລະສັບມືຖືໃນຫ້ອງຮຽນທົ່ວປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ສິງຫາ ຜ່ານມາວ່າ: ສ ເກົາຫຼີ ໄດ້ຜ່ານຮ່າງກົດໝາຍໃໝ່ ຫ້າມໃຊ້ໂທລະສັບມືຖື ແລະ ອຸປະກອນອັດສະລິຍະ ໃນເວລາຮຽນໃນໂຮງຮຽນທົ່ວປະເທດ. ໂດຍຈະມີຜົນບັງຄັບໃຊ້ນັບແຕ່ສົກຮຽນໃໝ່ ເດືອນມີນາ 2026 ເປັນຕົ້ນໄປ, ຖືເປັນຄວາມພະຍາຍາມຂອງທັງຝ່າຍລັດຖະບານ ແລະ ຝ່າຍຄ້ານ ເພື່ອແກ້ໄຂບັນຫາການຕິດໂທລະສັບມືຖື ຊຶ່ງຜົນການສຶກສາຫຼາຍຄັ້ງໄດ້ລະບຸວ່າ: ມີຜົນກະທົບທາງລົບຕໍ່ການພັດທະນາ ແລະ ການຮຽນຮູ້ຂອງເດັກນ້ອຍ ແລະ ໄວໜຸ່ມ.
ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ

ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ສິງຫາ ຜ່ານມາວ່າ: ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ (ສປຊ)ໄດ້ສ້າງຕັ້ງອົງການທີ່ປຶກສາກ່ຽວກັບປັນຍາປະດິດ (AI) ເພື່ອໃຫ້ປະເທດຕ່າງໆສາມາດຕັດສິນໃຈ ແລະ ເຈລະຈາກ່ຽວກັບເຕັກໂນໂລຊີດັ່ງກ່າວ.
ເປີດງານວາງສະແດງ ຜົນງານແຫ່ງຊາດ ຫວຽດນາມ

ເປີດງານວາງສະແດງ ຜົນງານແຫ່ງຊາດ ຫວຽດນາມ

ພິທີເປີດງານວາງສະແດງຜົນງານແຫ່ງຊາດ "80 ປີແຫ່ງເອກະລາດ - ເສລີພາບ-ຄວາມສຸກ" ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ (1945-2025) ໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 28 ສິງຫານີ້ ທີ່ສູນວາງສະແດງແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ; ມີ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງ ອະດີດການນໍາຂັ້ນສູງຂອງພັກ-ລັດ ຫວຽດນາມ, ບັນດາແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມປະມານ 6,000 ຄົນ.
ອິນເດຍ ຜ່ານຮ່າງກົດໝາຍຫ້າມການບໍລິການເກມອອນລາຍກ່ຽວກັບເງິນ

ອິນເດຍ ຜ່ານຮ່າງກົດໝາຍຫ້າມການບໍລິການເກມອອນລາຍກ່ຽວກັບເງິນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະພາສູງຂອງລັດຖະສະພາອິນເດຍ ໄດ້ຜ່ານຮ່າງກົດໝາຍສົ່ງເສີມ ແລະ ຄວບຄຸມເກມອອນລາຍ ປີ 2025 ຊຶ່ງຫ້າມການບໍລິການເກມອອນລາຍທີ່ກ່ຽວຂ້ອງກັບເງິນ, ລວມທັງການໂຄສະນາ ແລະ ທຸລະກໍາທາງດ້ານການເງິນທີ່ກ່ຽວຂ້ອງ. ຫຼັງຈາກສະພາຕໍ່າຂອງລັດຖະສະພາອິນເດຍ​ຜ່ານ​ຮ່າງ​ກົດ ໝາຍ​ດັ່ງກ່າວ​ ​ໃນ​ວັນທີ 20 ສິງຫາ ຜ່ານມາ.
WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ສິງຫາ ຜ່ານມາວ່າ: ບົດ​ລາຍ​ງານ​ສະບັບສົມບູນ ​ແລະ ຄຳແນະນຳທາງ​ດ້ານ​ເຕັກນິກ ​ຊຶ່ງ​ອົງການ​ອະນາ​ໄມ​ໂລກ (WHO) ​ແລະ ອົງການ​ອຸຕຸນິຍົມ​ວິທະຍາ​ໂລກ (WMO) ​ໄດ້​ປະກາດ​ຫວ່າງມໍ່ໆມານີ້, ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ທົ່ວ​ໂລກ​ເພື່ອ​ແກ້​ໄຂ​ໄພ​ຂົ່ມຂູ່​ຂອງ​ຄື້ນຄວາມ​ຮ້ອນ​ທີ່ທະວີຄວາມຮຸ່ນແຮງຍິ່ງຂຶ້ນ​ຕໍ່​ແຮງ​ງານ​ໃນ​ທົ່ວ​ໂລກ. ພາຍຫຼັງ ​ປີ 2024, ​ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ​ໃນ​ສະຖິຕິ, ດ້ວຍ​ອຸນຫະພູມ​ໃນ​ຕອນ​ກາງ​ເວັນ​ສູງ​ເຖິງ 40 ອົງສາ ​ແລະ ບາງພາກພື້ນສູງເຖິງ 50 ອົງສາ ຊຶ່ງກໍາລັງກາຍເປັນປະກົດການທີ່ນັບມື້ນັບເພີ່ມຂຶ້ນ.
ມຽນ​ມາ​ ຫັນ​ກະໂປະໝາກພ້າວ ເປັນສິນຄ້າ​ຫັດ​ຖະ​ກຳ​ ເພື່ອ​ສ້າງ​ລາຍ​ຮັບ

ມຽນ​ມາ​ ຫັນ​ກະໂປະໝາກພ້າວ ເປັນສິນຄ້າ​ຫັດ​ຖະ​ກຳ​ ເພື່ອ​ສ້າງ​ລາຍ​ຮັບ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ໂຮງງານຫັດຖະກຳ Gwat Gwat ຢູ່ນະຄອນຢາງກຸ້ງ ປະເທດມຽນມາ, ວາງສະແດງຜະລິດຕະພັນຈາກຄວາມຄິດສ້າງສັນຫຼາກຫຼາຍຊະນິດທີ່ເຮັດຈາກກະໂປະໝາກພ້າວທີ່ເຫຼືອຖິ້ມ ຊຶ່ງສະແດງໃຫ້ເຫັນວ່າຂີ້ເຫຍື້ອສາມາດປ່ຽນມາເປັນທັງສິລະປະ ແລະ ວັດຖຸທີ່ເປັນປະໂຫຍດໃຊ້ສອຍ.
ເພີ່ມເຕີມ