ນຳໃຊ້ພະລັງງານສະອາດເຂົ້າໃນການພັດທະນາອຸດສາຫະກຳ

ສປປ ລາວ ເປັນປະເທດທີ່ມີທ່າແຮງໃນການພັດທະນາພະລັງງານສະອາດ

ສປປ ລາວ ເປັນປະເທດທີ່ມີທ່າແຮງໃນການພັດທະນາພະລັງງານສະອາດ
ໂດຍ: ບຸນອູ້ມ ສປປ ລາວ ມີຄວາມມຸ່ງຫວັງຈະນຳໃຊ້ພະລັງງານສະອາດເຂົ້າໃນການພັດທະນາອຸດສາຫະກຳ, ອຸດສາຫະກຳປຸງແຕ່ງ, ການດໍາລົງຊີວິດ ຊຸກດັນພະລັງງານສະອາດ

ເຂົ້າໃນບັນດາອາຊຽນເພື່ອໃຫ້ບັນລຸເປົ້າໝາຍດຽວກັນຄືການໃຊ້ພະລັງງານສະອາດຮ່ວມກັນ.

ໃນໂອກາດເຂົ້າຮ່ວມກອງປະຊຸມອາຊຽນດ້ານທຸລະກິດພະລັງງານຄັ້ງທີ 24 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ທ່ານ ສຸກວິສັນ ຄິນສະໝອນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ (MEM) ກ່າວວ່າ: ສປປ ລາວ ເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດດ້ານພະລັງງານກັບປະເທດໃກ້ຄຽງ ແລະ ພາກພື້ນ, ສປປ ລາວ ເປັນປະເທດທີ່ມີທ່າແຮງໃນການພັດທະນາດ້ານພະລັງງານສະອາດຢ່າງຫຼວງຫຼາຍ ເປັນຕົ້ນແຫຼ່ງຜະລິດພະລັງງານຈາກເຂື່ອນໄຟຟ້ານໍ້າຕົກ, ໄຟຟ້າແສງຕາເວັນ ແລະ ພະລັງງານລົມ 90% ຂອງການນໍາໃຊ້ໄຟຟ້າຂອງ ສປປ ລາວ ແມ່ນມາຈາກພະລັງງານສະອາດ ແລະ ຍັງສົ່ງພະລັງງານສະອາດ 80% ໄປຍັງບັນດາປະເທດໃກ້ຄຽງ ລວມທັງພາກພື້ນ ມີການເຊື່ອມໂຍງສາຍສົ່ງຈາກ ສປປ ລາວ ໄປປະເທດໄທ, ມາເລເຊຍ ແລະ ສິງກາໂປ; ການຈັດເວທີເສວະນາໃນຄັ້ງນີ້ເປັນໂອກາດອັນດີ ທີ່ ສປປ ລາວ ຈະໄດ້ມີການສົ່ງເສີມພະລັງງານສະອາດທີ່ເປັນຈຸດໃຈກາງໃນການກ້າວໄປສູ່ການຫັນປ່ຽນພະລັງງານໃນອະນາຄົດ, ປັດຈຸບັນ ບັນດາປະເທດໃນໂລກໃຫ້ຄວາມສຳຄັນກັບການເປັນມິດກັບສິ່ງແວດລ້ອມ ແລະ ການຫັນໄປສູ່ທາງເລືອກໃໝ່ກໍຄືພະລັງງານສະອາດເຊັ່ນ: ດ້້ານຄົມມະນາຄົມຂົນສົ່ງ, ດ້ານການໃຊ້ໄຟຟ້າອຸດສາຫະກຳ, ການໃຊ້ຊີວິດ ທຸກສິ່ງຢ່າງທີ່ປິ່ນອ້ອມໃນຊີວິດ ພວກເຮົາລ້ວນແຕ່ມຸ່ງສູ່ພະລັງງານສະອາດ ເປັນມິດກັບສິ່ງແວດລ້ອມ, ຄວາມພະຍາຍາມ ແລະ ເປົ້າໝາຍຈະເກີດຂຶ້ນ ແລະ ຈະບໍ່ສາມາດປະສົບຜົນສຳເລັດໄດ້ ຖ້າພວກເຮົາບໍ່ຮ່ວມມືກັນເລີ່ມຈາກຈຸດນ້ອຍໆ ກໍຄືການຮ່ວມມືກັບບັນດາປະເທດໃກ້ຄຽງຈົນເຖິງພາກພື້ນເຊັ່ນອາຊຽນຂອງພວກເຮົາ ທີ່ມີເປົ້າໝາຍດຽວກັນກໍຄືການບັນລຸເປົ້າໝາຍການພັດທະນາພະລັງງານອາຊຽນ ຫຼື ການເຊື່ອມໂຍງພະລັງງານອາຊຽນ; ການທີ່ຈະບັນລຸເປົ້າໝາຍໄດ້ ບັນດາປະເທດອາຊຽນຕ້ອງຮ່ວມແຮງຮ່ວມໃຈກັນເປັນໜຶ່ງດຽວ ແລະ ມີເປົ້າໝາຍດຽວກັນໃນການໄປສູ່ການພັດທະນາພະລັງງານອາຊຽນຮ່ວມກັນ, ສໍາລັບ ສປປ ລາວ ມີຄວາມມຸ່ງຫວັງຈະນຳໃຊ້ພະລັງງານສະອາດເຂົ້າໃນການພັດທະນາອຸດສາຫະກຳ, ອຸດສາຫະກຳປຸງແຕ່ງ, ການດໍາລົງຊີວິດ ຊຸກດັນພະລັງງານສະອາດໃນບັນດາອາຊຽນເພື່ອໃຫ້ບັນລຸເປົ້າໝາຍດຽວກັນຄືການໃຊ້ພະລັງງານສະອາດຮ່ວມກັນ.

ທ່ານ ສຸກວິສັນ ຄິນສະໝອນ ໄດ້ກ່າວຕື່ມວ່າ: ການນຳພາ ສປປ ລາວ ໃນກອງປະຊຸມ ເວທີປືກສາຫາລືດ້ານທຸລະກິດ AEBF - 24 ເປັນເວທີໜຶ່ງທີ່ພວກເຮົາໄດ້ເຊີນຊວນບັນດາຄູ່ຮ່ວມພັດທະນາພະລັງງານເຊັ່ນ: ສະຖາບັນການສຶກ, ສາສະດາຈານຈາກມະຫາວິທະໄລທີ່ມີຊື່ສຽງ, ບັນດາຊ່ຽວຊານ ແລະ ບັນດາຜູ້ປະກອບການດ້ານພະລັງງານ ມາປຶກສາຫາລື, ສ່ວນຜົນປະໂຫຍດ ຂອງ ສປປ ລາວ ທີ່ຈະໄດ້ຮັບໃນເວທີປຶກສາຫາລືດ້ານທຸລະກິດພະລັງງານ ຄັ້ງທີ 24 (AEBF – 24) ຄັ້ງນີ້, ພວກເຮົາໄດ້ແລກປ່ຽນນະໂຍບາຍ ແລະ ນະວັດຕະກຳໃໝ່ຈາກບັນດາຜູ້ຊ່ຽວຊານດ້ານຕ່າງໆ ຊຶ່ງເປັນປະໂຫຍດທີ່ສຸດ ທີ່ ສປປ ລາວ ໃນການຈະນຳເອົາບັນດານະໂຍບາຍ ແລະ ແຜນງານຕ່າງໆ ລວມທັງຄວາມຄິດເຫັນຂອງບັນດາຊ່ຽວຊານສາກົນລ້ວນແລ້ວແຕ່ຜູ້ທີ່ມີຊົງຄຸນນະວຸດໃນການໃຫ້ຄວາມຮູ້ແກ່ ສປປ ລາວ ໃນການວາງນະໂຍບາຍເຊື່ອມໂຍງ, ເຊື່ຶຶອມຈອດ ດ້ານພະລັງງານກັບອາຊຽນ ລວມທັງການຄ້າຂາຍພະລັງງານຂ້າມແດນ ແລະ ເປັນຜົນປະໂຫຍດຕໍ່ການປະກອບສ່ວນຕໍ່ແຜນງານ ຫຼື ແຜນຍຸດທະສາດດ້ານພະລັງງານໃນອະນາຄົດ ຊຶ່ງປັດຈຸບັນ ພວກເຮົາກຳລັງຢູ່ໃນທ້າຍສະໄໝ ໃນການຈັດຕັ້ງປະຕິບັດແຜນງານຂອງແຜນພັດທະນາດ້ານພະລັງງານ 5 ປີ ແລະ ກຳລັງຮ່າງແຜນພັດທະນາດ້ານພະລັງງານ 5 ປີ ໃນຕໍ່ໜ້າ ຊຶ່ງປັດຈຸບັນພວກເຮົາກໍໄດ້ຮັບຄໍາຄິດເຫັນ ແລະ ຊີ້ນຳຈາກຊ່ຽວຊານພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາພະລັງງານຂອງ ສປປ ລາວ ໃຫ້ເຊື່ອມຈອດກັບປະເທດອາຊຽນ ແລະ ພາກພື້ນ ໃຫ້ ສປປ ລາວ ກາຍເປັນປະເທດເຊື່ອມຈອດດ້ານພະລັງງານກັບພາກພື້ນ ແລະ ສາກົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສໍາພັນລາວ (ອພສ) ຫົວໜ້າຫ້ອງການບໍລິຫານງານ ອພສ ໄດ້ຖະແຫຼງຂ່າວການກະກຽມເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວຈັດຂຶ້ນໃນວັນທີ 20 ຕຸລານີ້, ທີ່ຫໍທໍາມະສະພາ (ວັດພະທາດຫຼວງ).
ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ວັນທີ 20 ຕຸລານີ້, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີ ບັນດາຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ໃນວັນທີ 19 ຕຸລາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ.
ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເປີດຊຸດຝຶກອົບຮົມ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານ-ລັດຖະກອນໃນວັນທີ 19 ຕຸລາຜ່ານມາ ທີ່ ສກລ, ໂດຍການເປັນປະທານຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລ ຂາຄະນະພັກ ປະທານສູນກາງສະພັນກໍາມະບານລາວ, ມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ ພ້ອມດ້ວຍວິທະຍາກອນ, ນັກສໍາມະນາກອນເຂົ້າຮ່ວມ. ຊຸດອົບຮົມຈະດໍາເນີນໄປນັບ ແຕ່ວັນທີ 19-29 ຕຸລາ 2026.
ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

​ ການອະນຸລັກວັດທະນະທໍາ ຜ້າຂຽນທຽນ ຫຼື ຜ້າແຕ້ມທຽນ ເປັນໜຶ່ງໃນຫັດຖະກໍາທີ່ມີເອກະລັກໂດດເດັ່ນຂອງຊົນເຜົ່າມົ້ງ ທີ່ໄດ້ຮັບການຖ່າຍທອດຈາກຮຸ່ນປູ່ຍ່າຕາຍາຍ. ມື້ນີ້ ເຮົາຈະພາໄປເຈາະເລິກເຖິງຄວາມເປັນມາ ແລະ ການປ່ຽນແປງພູມປັນຍານີ້ໃຫ້ເປັນອາຊີບທີ່ຍືນຍົງ ຜ່ານຮ້ານ "ສາມເອື້ອຍນ້ອງ ຜ້າຂຽນທຽນ ຊົນເຜົ່າ".
ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ໃນວັນທີ 17 ຕຸລາຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແຂວງອຸດົມໄຊ ຊຶ່ງເປັນຈຸດສຸດທ້າຍຂອງບັັ້ນຝຶກອົບຮົມ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໂດຍການເປັນປະທານຂອງ ທ່ານ ເດັດ ບົວເງິນ ຫົວໜ້າສາຂາອຸດົມໄຊ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນ ທີ່ມາຈາກ 6 ສາຂາ ທີ່ໄດ້ໂຮມເອົາບັນດາສາຂາພາກເໜືອເຂົ້າຮ່ວມ ຄື: ສາຂາອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ສາຂາໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ (ແບບເຊິ່ງໜ້າ ແລະ ອອນລາຍ) 135 ສະຫາຍ ຍິງ 50 ສະຫາຍ ແລະ ຜູ້ເຂົ້າຮ່ວມອອນລາຍຈໍານວນ 31 ສະຫາຍ.
ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະລີ ນະຄອນຫຼວງວຽງຈັນ ເປັນໜຶ່ງງານບຸນປະພະນີປະຈໍາຊາດລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາໃນທຸກໆປີ ແລະ ຍັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ. ປີນີ້ແມ່ນກົງກັບວັນທີ 25-27 ຕຸລາ 2026 ກົງກັບມື້ຂຶ້ນ 14 ຄໍ່າ ຫາມື້ແຮມ 1 ຄໍ່າ ເດືອນ 11 ລາວ ພສ 2569. ງານບຸນປີນີ້ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ມີຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນ ວຽກງານອະນາໄມທໍາຄວາມສະອາດ ໄດ້ເນັ້ນທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ກໍຄືຮ້ານຄ້າຕ້ອງມີຖົງຢາງ ດໍາເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສວຍງາມ.
ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ໃນຕອນເຊົ້າວັນທີ 16 ຕຸລານີ້, ຢູ່ອົງການໄອຍະການປະຊາຊົນສູງສຸດ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຂຶ້ນ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ການຂໍອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026.
ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ເພີ່ມເຕີມ