ສປຊ ສະເໜີວິທີການຮັບປະກັນການເງິນທີ່ມີປະສິດທິຜົນ ຢູ່ ອາຊີ - ປາຊີຟິກ

ສປຊ ສະເໜີວິທີການຮັບປະກັນການເງິນທີ່ມີປະສິດທິຜົນ ຢູ່ ອາຊີ - ປາຊີຟິກ
ຂ່າວສານຫວຽດນາມລາຍງານວ່າ: ລັດຖະບານຂອງບັນດາປະເທດພວມພັດທະນາໃນອາຊີ-ປາຊີຟິກ ແມ່ນຕ້ອງການແຫຼ່ງທຶນໃນໄລຍະຍາວຢ່າງຮີບດ່ວນດ້ວຍອັດຕາດອກເບ້ຍທີ່ເໝາະສົມ ໃນສະພາບທີ່ຫຼາຍປະເທດຖືກບັງຄັບໃຫ້ເລືອກເອົາການກູ້ຢືມເງິນທີ່ມີການຊຳລະໜີ້ສິນສູງ ແລະ ຄວາມຈຳເປັນໃນການລົງທຶນເຂົ້າໃນການສຶກສາ, ສາທາລະນະສຸກ ແລະ ການຊ່ວຍເຫຼືອ-ຄຸ້ມຄອງທາງສັງຄົມໃຫ້ປະຊາຊົນ.
ຂ່າວລະບຸວ່າ: ນີ້ແມ່ນການຕີລາຄາບົດລາຍງານຂອງຄະນະກຳມະການເສດຖະກິດ ແລະ ສັງຄົມ ອາຊີ - ປາຊີຟິກ (ESCAP) ໂດຍອົງການສະຫະປະຊາຊາດ.
ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ: ບັນດາປະເທດພວມພັດທະນາຢູ່ອາຊີ - ປາຊີຟິກ ພວມປະເຊີນໜ້າກັບບັນດາຂໍ້ຈຳກັດດ້ານການເງິນ, ອັດຕາດອກເບ້ຍເງິນກູ້ທີ່ສູງຂຶ້ນໂດຍມີໄລຍະເວລາກູ້ຢືມສັ້ນລົງ ແລະ ພາລະໜີ້ສິນໜັກໜ່ວງ. 
ອີງຕາມບົດລາຍງານຫຼ້າສຸດຂອງ ສປຊ, ທັດສະນະ ແລະ ວິທີການໃໝ່ສາມາດຊ່ວຍແກ້ໄຂບັນຫາຂ້າງເທິງໄດ້ເຊັ່ນ:ຜູ້ໃຫ້ທຶນຕ້ອງເບິ່ງຄວາມຈຳເປັນໃນການກູ້ຢືມຂອງບັນດາປະເທດທີ່ກໍາລັງພັດທະນາເໜືອຜົນປະໂຫຍດທາງດ້ານການເມືອງ. ສ່ວນບັນດາທະນາຄານພັດທະນາຫຼາຍຝ່າຍຕ້ອງປັບປຸງຄວາມສາມາດໃນການໃຫ້ກູ້ຢືມ, ລວມທັງການພິຈາລະນາໃຫ້ກູ້ຢືມເພີ່ມຕື່ມ.
ບົດລາຍງານຍັງຮຽກຮ້ອງໃຫ້ບັນດາອົງການຈັດອັນດັບສິນເຊື່ອ (ເຄຣດິດ) ມີວິໄສທັດຍາວນານ ແລະ ຮັບຮູ້ວ່າ ການລົງທຶນບໍລິການສາທາລະນະ ແມ່ນເພື່ອຮັບໃຊ້ປະຊາຊົນ ແລະ ການພັດທະນາໂດຍລວມຂອງຊຸມຊົນຈະຍົກສູງຄວາມເຊື່ອໝັ້ນທາງດ້ານການເງິນ.
ສຳລັບແຕ່ລະປະເທດ, ບົດລາຍງານສະເໜີໃຫ້ປະເທດຕ່າງໆຕ້ອງມີມາດຕະການທີ່ມີປະສິດທິຜົນກວ່າເກົ່າໃນການເຄື່ອນໄຫວເກັບງົບປະມານແຫ່ງລັດ, ຊຸກຍູ້ນະໂຍບາຍການຫັນເປັນດີຈີຕອນ ແລະ ການຄຸ້ມຄອງພາສີເພື່ອຊຸກຍູ້ໃຫ້ປະຊາຊົນເສຍພາສີອາກອນ, ພ້ອມກັນນັ້ນຍັງຕ້ອງພັດທະນາຕະຫຼາດທຶນໃຫ້ກາຍເປັນຊ່ອງທາງທຶນທີ່ສໍາຄັນສໍາລັບເສດຖະກິດ.
ບົດລາຍງານຊີ້ອອກວ່າ, ການເຕີບໂຕຂອງຜະລິດຕະພັນພາຍໃນປະເທດ (GDP) ໃນພາກພື້ນຄາດຄະເນວ່າຈະຄົງຕົວໃນລະດັບ 4,4% ໝົດປີ 2024 ແລະ 2025, ໃນຂະນະທີ່ທ່າອ່ຽງອັດຕາເງິນເຟີ້ ແລະ ອັດຕາດອກເບ້ຍຍັງຄົງຕົວຢູ່.

ຄໍາເຫັນ

ຂ່າວຕ່າງປະເທດ

ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງ​ຖະ​ແຫຼງຂ່າວ ​ແລະ​ ສະຖິຕິ​ຂອງ​ ສ ເກົາຫຼີ​ ລາຍ​ງານ​ການ​ຂາຍ​ສິນຄ້າ ​ຫຼື​ ການ​ບໍລິການ​ໃຫ້​ຕ່າງປະ​ເທດ​ໂດຍ​ກົງ​ທາງ​ອອນລາຍ ໃນໄຕ​ມາດ​ທີ 3 (ກໍ​ລະ​ກົດ​ - ​ກັນ​ຍາ) ຂອງປີ 2026 ຢູ່ທີ່ 1.09 ພັນ​ຕື້​ວອນ, ເພີ່ມ​ຂຶ້ນ 40.7% ເມື່ອ​ທຽບ​ໃສ່​ປີ​ກາຍ ແລະ​ ​ເປັນໂຕ​ເລກ​ທີ່​ສູງ​ສຸດ​ໃນ​ໄຕ​ມາດ​ທີ​ 3 ນັບ​ແຕ່​ປີ 2020.
ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງວັດທະນະທຳ ແລະ ວິຈິດສິນກຳປູເຈຍ ໄດ້ລາຍງານການມອບ-ຮັບວັດຖຸບູຮານກຳປູເຈຍ ຈຳນວນ 18 ລາຍການ ທີ່ພະແນກສິລະປະ ແລະ ວັດຖຸບູຮານຂອງກົມຕຳຫຼວດ ນະຄອນຫຼວງລອນດອນ ປະເທດອັງກິດ ໃຫ້ແກ່ສະຖານທູດກຳປູເຈຍ ປະຈຳນະຄອນຫຼວງລອນດອນ ໃນວັນທີ 30 ຕຸລາ ຜ່ານມາ.
ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ທ່ານ ນາມານ ກາຣຸນຣັດຕະນະ ລັດຖະມົນຕີກະຊວງກະສິກຳ ແລະ ການລ້ຽງສັດ ຂອງສີລັງກາ ໄດ້ເປີດເຜີຍແຜນການຂະຫຍາຍຂອບເຂດເງິນອຸດໜູນການປູກພືດສຳລັບຊາວກະສິກອນທີ່ປູກພືດສະບຽງອາຫານ 12 ຊະນິດໃນທົ່ງນາ. ນີ້ແມ່ນຄັ້ງທຳອິດໃນປະຫວັດສາດຂອງສີລັງກາທີ່ຊາວກະສິກອນທີ່ປູກພືດຊະນິດອື່ນນອກຈາກເຂົ້າຈະໄດ້ຮັບເງິນອຸດໜູນຄືກັນກັບຊາວກະສິກອນປູກເຂົ້າໃນປັດຈຸບັນ.
ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​

ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ ຜ່ານມາ, ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​​ໄດ້​ເປີດຂຶ້ນຢູ່​ຕາ​ແສງ​ອູ່​ເຈີ້ນ ​ແຂວງ​ເຈີ້​ຈ່ຽງ​ ຈີນ, ພາຍ​ໃຕ້​ຫົວ​ຂໍ້ “​ເປີດ​ແຫຼ່ງ​ລະ​ຫັດ ​ການ​ຮ່ວມ​ມື​ແບບ​ເປີດ ສ້າງ​ສາ​ຮ່ວມ​ກັນ​ຊົມ​ໃຊ້​ຮ່​ວມ​ກັນ - ​ເຮັດ​ວຽກ​ຮ່ວ​ມ​ກັນເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”, ​
ຫວຽດນາມ ເປີດຕົວແຜນທີ່ດີຈີຕອນວັດທະນະທຳຢ່າງເປັນທາງການ

ຫວຽດນາມ ເປີດຕົວແຜນທີ່ດີຈີຕອນວັດທະນະທຳຢ່າງເປັນທາງການ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ແພລດຟອມແຜນທີ່ດີ​ຈີຕອນວັດທະນະທຳ ຫວຽດນາມ (CMAP) ໄດ້ເປີດຕົວຢ່າງເປັນ​ທາງ​ການໃນວັນທີ 1 ພະຈິກ ຜ່ານມາ, ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ ວັນມຽວ - ກວັກຕືຢຽມ ນະຄອນຫຼວງຮ່າໂນ້ຍ. ໂດຍມີຈຸດປະສົງ​ເພື່ອ​ເຊື່ອມຕໍ່ຂໍ້ມູນດ້ານ​ວັດ​ທະ​ນະ​ທຳ​ໃນສະພາບແວດລ້ອມດີ​ຈີຕອນ, ຮັບໃຊ້ປະ​ຊາ​ຊົນ, ​ນັກທ່ອງທ່ຽວ, ​ອົງ​ກາ​ນ​ຄຸ້ມ​ຄອງ ແລະ ວິ​ສາ​ຫະ​ກິດ; ປະກອບສ່ວນ​ຍົກ​ສູງ​ຄວາມ​ສາ​ມາດເຂົ້າເຖິງ, ໂຄ​ສະ​ນາ ແລະ ການຂຸດຄົ້ນ​ບັນ​ດາ​ແຫຼ່ງກຳລັງ​ດ້ານວັດທະນະທຳຂອງ ຫວຽດນາມ ​ຢ່າງ​ມີປະ​ສິດ​ທິ​ຜົນ.
ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

ຖ້າພວກ​ເຮົາປຽບ​ທຽບ​ພັກ​ການ​ເມືອງ​ເປັນ​ຕົ້ນ​ໄມ້​ໃຫຍ່ສູງ, ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ກໍ​ຄື​ການ​ປະ​ເຊີ​ນ​ໜ້າ​ໂດຍ​ກົງ​ຕໍ່​ບັນ​ຫາ​ພາຍ​ໃນ​ພັກ ຄື: ເປັນ​ເຈົ້າ​ການກຳ​ຈັດ​ປວກ ແລະ ຕັດຮອນກິ່ງ​ງ່າ​ທີ່​ຕາຍ​ແລ້ວ ເພື່ອ​ຮັບ​ປະ​ກັນ​ຄວາມ​ແຂງ​ແຮງ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົ້ນ​ໄມ້. ນີ້ຄືທິດ​ສະ​ດີສຳ​ຄັນ​ກ່ຽວ​ກັບການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​​ທີ່ສະ​ເໜີ​ໂດຍ​ທ່ານ ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ ​ຮ່ວມກັບ​ການ​ຕິດ​ຕາມກວດ​ກາ​ໂດຍ​ປະ​ຊາ​ຊົນທີ່​ສະ​ເໜີ​ໂດຍ​ທ່ານ​ ເໝົາ​ເຈີຕຸ່ງ ຜູ້​ນຳ​ຮຸ່ນ​ທຳ​ອິດ​ຂອງ ສ​ປ​ ຈີນ ​ໄດ້​ປະ​ກອບ​ເປັນ​ສອງ​ຄຳ​ຕອບ​ເພື່ອພົ້ນ​ອອກ​ຈາກວັດ​ຖະ​ຈັກ​ປະ​ຫວັດ​ສາດ​ແຫ່ງ​ການ​ຈາກ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ໄປ​ສູ່​ຄວາມ​ຊຸດ​ໂຊມ ໂດຍ​ໄດ້​ຕອບ​ຄຳ​ຖາມ​ພື້ນ​ຖານ​ທີ່​ວ່າ ​ພັກ​ໃຫຍ່ຈະ​ກຳ​ຈັດພ​ະ​ຍາດ​ຊຳ​ເຮື້ອພາຍ​ໃນ​ພັກ​ຄື​ແນວ​ໃດ​ໃນ​ການ​ກຳ​ອຳ​ນາດ​ໄລ​ຍະ​ຍາວ ເພື່ອ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົນ​ຢູ່​ສະ​ເໝີ.
ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

ຄົນ​ເຮົາ​ຢາກ​ມີ​ສຸ​ຂະ​ພາບແຂງ​ແຮງ, ສິ່ງ​ຄຳ​ຄັນ​ແມ່ນ​ຢູ່​ກັບ​ການ​ຮັກ​ສາ​ປະ​ຈຳ​ວັນ ແລະ ຢຶດ​ໝັ້ນ​ການ​ອອກ​ກຳ​ລັງ​ກາຍ​ຢ່າງ​ຕໍ່​ເນື່ອງ, ແຕ່ບໍ່​ແມ່ນ​ການ​ປິ່ນ​ປົວຫຼັງ​ເຈັບ​ປ່ວຍ. ສຳ​ລັບ​ພັກ​ກອມ​ມູ​ນິດ​ຈີນ​ທີ່​​ກຳ​ອຳ​ນາດມາ​ເປັນ​ເວ​ລາ​ຍາວ​ນານ, ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານແມ່ນ “​ການ​ອອກ​ກຳ​ລັງ​ກາຍ​ຂອງ​ພັກ​ການ​ເມືອງ” ທີ່​ເປັນ​ປົກ​ກະ​ຕິ, ມັນບໍ່​ແມ່ນ​ການ​ປັບ​ປຸງ​ເປັນ​ໄລ​ຍະ​, ແຕ່​ເປັນ​ການ​ຝຶກ​ຝົນ​ຫຼໍ່ຫຼອມ​​ໂດຍຕົນ​ເອງ ແລະ ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ໃນ​ໄລ​ຍະ​ຍາວ​ສຳ​ລັບ​ພັກ​ທີ່​ມີ​ອາ​​ຍຸ​ຮ້ອຍກວ່າ​ປີ​ເພື່ອ​ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ຂອງ​ຕົນ.
ເປີດກອງປະຊຸມເວທີຮ່ວມມືສື່ມວນຊົນໜຶ່ງແລວໜຶ່ງເສັ້ນທາງ ປີ 2026 ທີ່ນະຄອນຝູໂຈວ ສປ ຈີນ

ເປີດກອງປະຊຸມເວທີຮ່ວມມືສື່ມວນຊົນໜຶ່ງແລວໜຶ່ງເສັ້ນທາງ ປີ 2026 ທີ່ນະຄອນຝູໂຈວ ສປ ຈີນ

ກອງປະຊຸມເວທີຮ່ວມມືສື່ມວນຊົນໜຶ່ງແລວໜຶ່ງເສັ້ນທາງ ປີ 2026 ໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້ ທີ່ນະຄອນຝູໂຈວ ແຂວງຝູຈ້ຽນ ທາງພາກຕາເວັນອອກສຽງໃຕ້ຂອງ ສປ ຈີນ.
ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ

ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ບົດລາຍງານຈາກ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ຈຳນວນ 1,477 ລາຍການ ຈາກຜູ້ຜະລິດລາຍໃຫຍ່ 195 ແຫ່ງໃນປະເທດຍີ່ປຸ່ນ ຈະເພີ່ມລາຄາຂຶ້ນໃນເດືອນພະຈິກ ນີ້, ໂດຍເພີ່ມຂຶ້ນເກືອບ 10 ເທົ່າເມື່ອທຽບກັບ 150 ລາຍການ ໃນໄລຍະດຽວກັນຂອງປີ 2025.
ຍອດຜູ້ຕິດເຊື້ອພະຍາດໝາກແດງ ໃນອາເມຣິກາ ເກີນ 4,800 ຄົນ

ຍອດຜູ້ຕິດເຊື້ອພະຍາດໝາກແດງ ໃນອາເມຣິກາ ເກີນ 4,800 ຄົນ

ສຳນັກຂ່າວຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ ລາຍງານວ່າ, ມາຮອດວັນທີ 29 ຕຸລາ ຜ່ານມາ, ສະຫະລັດ ອາເມຣິກາ ມີຄົນເຈັບທີ່ໄດ້ຮັບການຢືນຢັນແລ້ວວ່າເປັນພະຍາດໝາກແດງ 4,852 ຄົນ. ໃນນັ້ນ, 4,834 ຄົນ ພົບໃນ 47 ເມືອງຂອງສະຫະລັດ ອາເມຣິກາ ແລະ 18 ຄົນ ເປັນນັກເດີນທາງຈາກຕ່າງປະເທດ ຊຶ່ງມີຄົນເຈັບ 511 ຄົນ ຫຼື ປະມານ 11% ຂອງຜູ້ທີ່ໄດ້ຮັບການຢືນຢັນວ່າຕິດພະຍາດໝາກແດງ ແລະ ໄດ້ເຂົ້າຮັກສາໃນໂຮງໝໍແລ້ວ.
ເພີ່ມເຕີມ