ໄທຍັງຄົງເປັນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມກຳປູເຈຍຫຼາຍທີ່ສຸດໃນໄຕມາດທີ 1 ມີປະມານ 501,000 ຄົນ, ເພີ່ມຂຶ້ນ 19.5%, ຮອງລົງມາແມ່ນຫວຽດນາມ 304,000 ຄົນ, ເພີ່ມຂຶ້ນ 1,8% ແລະ ຈີນ ເພີ່ມຂຶ້ນ 50,6%.
ບົດລາຍງານລະບຸຕື່ມວ່າ: ນັກທ່ອງທ່ຽວຕ່າງປະເທດ 42.9% ເດີນທາງໄປທ່ຽວກຳປູເຈຍໂດຍຍົນ, 55.3% ໂດຍພາຫະນະ ແລະ 1.8% ໂດຍທາງເຮືອ.
ນອກນີ້, ການທ່ອງທ່ຽວແມ່ນໜຶ່ງໃນ 4 ເສົາຄ້ຳທີ່ໜູນຊ່ວຍເສດຖະກິດກຳປູເຈຍ. ສົມທົບກັບການສົ່ງອອກເສື້ອຜ້າ, ເກີບ ແລະ ສິນຄ້າເດີນທາງ, ກະສິກຳ, ກໍ່ສ້າງ ແລະ ອະສັງຫາລິມະຊັບ.
ຄໍາເຫັນ