ຕັດສິນໃຈສ້າງການຫັນປ່ຽນໃນວຽກງານກໍ່ສ້າງ, ປັບປຸງພັກ

ຕັດສິນໃຈສ້າງການຫັນປ່ຽນໃນວຽກງານກໍ່ສ້າງ, ປັບປຸງພັກ
(ໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 94 ປີ, 3/2/1930-3/2/2024)
ຮຽບຮຽງໂດຍ: ວິໄລສັກ
ພັກກອມມູນິດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ເມື່ອວັນທີ 3/2/1930 ແມ່ນບາດລ້ຽວປະຫວັດສາດອັນຍິ່ງໃຫຍ່ຂອງຊາດຫວຽດນາມ, ນຳການປະຕິວັດ ຫວຽດນາມ ຈາກໄຊຊະນະນີ້ ໄປສູ່ໄຊຊະນະອື່ນ. ໃນຂະບວນວິວັດ 94 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ພັກ ຍາມໃດ ກໍຖືເປັນສຳຄັນໃນວຽກງານກໍ່ສ້າງ ແລະ ປັບປຸງພັກ, ເປັນເອກະພາບໃນການສືບທອດ ແລະ ພັດທະນາແນວທາງ, ແຜນນະໂຍບາຍໃຫ້ເໝາະສົມກັບແຕ່ລະໄລຍະ. ພິເສດ ແມ່ນໃນໄລຍະອັນໃກ້ນີ້. ດ້ວຍການເພີ່ມເຕີມ, ສືບທອດ, ສ້າງແນວທາງກ່ຽວກັບວຽກງານກໍ່ສ້າງ, ປັບປຸງພັກ ໃຫ້ສົມບູນແບບ. ພັກກອມມູນິດ ຫວຽດນາມ ນັບມື້ຕັດສິນໃຈສ້າງການຫັນປ່ຽນໃໝ່ ຢ່າງຕັ້ງໜ້າ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ III ຂອງພັກ ປີ 1960 ໄດ້ວາງອອກບັນດາໜ້າທີ່ກໍ່ສ້າງພັກ ຢູ່ໃນ 3 ເສົາຄ້ຳຄື: ແນວຄິດ, ການເມືອງ, ການຈັດຕັ້ງ. ໂຄງປະກອບນີ້, ໄດ້ມີການປ່ຽນແປງໃນປີ 2016, ກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ໄດ້ກຳນົດການກໍ່ສ້າງພັກ ກ່ຽວກັບຄຸນສົມບັດ ເປັນປັດໄຈພື້ນຖານ ໃນການກໍ່ສ້າງພັກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່.
ການສ້າງແນວທາງກ່ຽວກັບວຽກງານກໍ່ສ້າງພັກ ໃຫ້ສົມບູນແບບ
ກ່ຽວກັບການເພີ່ມເຕີມປັດໄຈຄຸນສົມບັດ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດ ວຽກງານກໍ່ສ້າງພັກ ໂດຍຜ່ານ 4 ເສົາຄ້ຳຄື: ການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດ. ມາຮອດກອງປະຊຸມໃຫຍ່ຄັ້ງທີ XIII, ພັກກອມມູນິດ ຫວຽດນາມ ໄດ້ນຳວຽກງານພະນັກງານ ເປັນປັດໄຈສຳຄັນ, ພື້ນຖານໃນວຽກງານກໍ່ສ້າງພັກ.
ທ່ານ ຫງວຽນ ດຶກ ຮ່າ ຫົວໜ້າຄະນະຈັດຕັ້ງສູນກາງ ເນັ້ນໜັກວ່າ: ຄວາມຮຽກຮ້ອງຕ້ອງການທີ່ວາງອອກປັດຈຸບັນ ສຳລັບພະນັກງານ ແມ່ນຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງ, ບໍ່ໃຫ້ຕົກທ່າຮັບ, ບໍ່ລໍຄອຍ. ບົນພື້ນຖານບົດບາດໜ້າທີ່ຂອງຕົນ ຕ້ອງຮູ້ວ່າຕົນເອງ ຕ້ອງເຮັດຫຍັງ, ເຮັດຄືແນວໃດ?, ສິ່ງສຳຄັນທີ່ສຸດ ປັດຈຸບັນ ແມ່ນຕ້ອງເລີ່ມມາຈາກເປົ້າໝາຍ, ຈາກຄວາມມຸ່ງມາດປາຖະໜາຂອງປະຊາຊົນ. ດັ່ງທີ່, ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ພັດດອມມູນິດ ຫວຽດນາມ ໄດ້ຕັກເຕືອນມາຫຼາຍຄັ້ງຄື: ຕ້ອງເພື່ອປະເທດຊາດ, ເພື່ອປະຊາຊົນ ແລະ ເພື່ອສ່ວນລວມ.
ນັບແຕ່ກ້າວເຂົ້າສູ່ກິດຈະການປ່ຽນແປງໃໝ່ ໃນປີ 1986, ພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ຫຼາຍມະຕິກ່ຽວກັບການກໍ່ສ້າງ, ປັບປຸງພັກ. ສະເພາະ 10 ປີມໍ່ໆມານີ້, ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງ ລ້ວນແຕ່ປະກາດໃຊ້ບັນດາມະຕິ, ບົດສະຫຼຸບ, ຂໍ້ກຳນົດສຳຄັນ, ເຄັ່ງຄັດ ກ່ຽວກັບວຽກງານກໍ່ສ້າງປັບປຸງພັກ.
ໃນການສືບທອດ, ເພີ່ມເຕີມ, ພັດທະນາຫຼາຍເນື້ອໃນສຳຄັນບັນດາມະຕິຂອງສູນກາງກ່ອນໜ້ານີ້ີ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ໄດ້ກ່າວເຖິງຫຼາຍເນື້ອໃນໃໝ່, ພົ້ນເດັ່ນ ແມ່ນທັດສະນະຖືເອົາ “ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ ແມ່ນໜ້າທີ່ສຳຄັນພິເສດ ແລະ ເດັດດ່ຽວ; ຢຶດໝັ້ນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ດ້ວຍຄວາມຕັດສິນໃຈດ້ານການເມືອງສູງກວ່າເກົ່າ, ມີການກະທຳຢ່າງແຂງແຮງກວ່າເກົ່າ, ແທດຈິງກວ່າເກົ່າ, ມີປະສິດທິຜົນກວ່າເກົ່າ” ເພື່ອເພີ່ມທະວີການກໍ່ສ້າງ ແລະ ປັບປຸງພັກ; ກໍ່ສ້າງ ແລະ ປັບປຸງລະບົບການເມືອງ; ກໍ່ສ້າງ ແລະ ປັບປຸງ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໃຫ້ເປັນປຶກແຜ່ນໜາແໜ້ນ.
ປັດໄຈຫຼັກແຫຼ່ງ, ສ້າງກຳລັງໜູນຊຸກຍູ້ທົ່ວລະບົບ
ໂດຍປະຕິບັດວຽກງານກໍ່ສ້າງ, ປັບປຸງພັກ ໃຫ້ດີ ແມ່ນປັດໄຈຫຼັກແຫຼ່ງ, ສ້າງກຳລັງໜູນຊຸກຍູ້ການກໍ່ສ້າງລະບົບການເມືອງ. ກົງກັນຂ້າມ, ການກໍ່ສ້າງລະບົບການເມືອງ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເຄື່ອນໄຫວ ຢ່າງມີປະສິດທິພາບ, ປະສິດທິຜົນ ຈະສ້າງພື້ນຖານອັນໜັກແໜ້ນ ໃນການປັບປຸງບົດບາດນຳພາຂອງພັກ ສຳລັບລະບົບການເມືອງ ແລະ ທົ່ວສັງຄົມ. ສະນັ້ນ, ກອງປະຊຸມສູນກາງພັກເທື່ອທີ 4 ສະໄໝທີ XIII ສືບຕໍ່ປະກາດໃຊ້ບົດສະຫຼຸບກ່ຽວກັບວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ. ໃນນັ້ນ, ຢັ້ງຢືນເປົ້າໝາຍ ຊຸກຍູ້ວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດການນຳພາ, ກຳອຳນາດ, ກຳລັງຕໍ່ສູ້ຂອງພັກ. ບັນຫາຫຼັກແຫຼ່ງຂອງວຽກງານກໍ່ສ້າງພັກ ແມ່ນຍົກສູງລະດັບການນຳພາຂອງພັກ ກຳອຳນາດໃນເງື່ອນໄຂສືບຕໍ່ກໍ່ສ້າງ ແລະ ປັບປຸງລັດ ແຫ່ງອຳນາດກົດໝາຍ ສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ.
ທ່ານ ເລມິງທົງ ກຳມະການສະພາທິດສະດີສູນກາງ ເນັ້ນໜັກວ່າ: ໃນລັດແຫ່ງອຳນາດກົດໝາຍ, ພັກຕ້ອງປະຕິບັດ 5 ກຳ. ໜຶ່ງ, ແມ່ນກຳອຳນາດເພື່ອປະຊາຊົນ. ສອງ, ແມ່ນກຳອຳນາດຕາມກົດໝາຍ. ສາມ, ພັກກຳອຳນາດປະຊາທິປະໄຕ. ສີ່, ພັກກຳອຳນາດວິທະຍາສາດ. ຫ້າ, ພັກກຳອຳນາດຢ່າງສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມ ບໍ່ເຫັນແກ່ສ່ວນຕົວ.
ເດັດດ່ຽວຕໍ່ສູ້ຕ້ານລັດທິສ່ວນຕົວ, ສະກັດກັ້ນ, ຍູ້ຖອຍ, ແກ້ໄຂຢ່າງເຂັ້ມງວດ ກໍລະນີພະນັກງານ, ສະມາຊິກພັກ ເສື່ອມທາດຂາດຄຸນ ດ້ານແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ປະກົດການຫັນປ່ຽນຕົນເອງ, ຜັນແປຕົນເອງ; ສົມທົບຢ່າງແໜ້ນແຟ້ນ, ກົມກຽວ ລະຫວ່າງ ການກໍ່ສ້າງ ແລະ ການຕ້ານ. ການກໍ່ສ້າງ ແມ່ນໜ້າທີ່ພື້ນຖານ, ຍຸດທະສາດ, ຍາວນານ. ຕ້ານ ແມ່ນໜ້າທີ່ສຳຄັນ, ຮີບດ່ວນ, ເປັນປະຈຳ ໃນວຽກງານກໍ່ສ້າງພັກ ປັດຈຸບັນ ຢູ່ ຫວຽດນາມ. ເປົ້າໝາຍ ແມ່ນແນໃສ່ສ້າງບາດກ້າວພັດທະນາໃໝ່ຂອງພັກ ກ່ຽວກັບສະຕິປັນຍາ, ຄຸນທາດການເມືອງ, ຄຸນສົມບັດ, ສີວິໄລຢ່າງແທ້ຈິງ ນັບມື້ສະໜິດຕິດພັນຢ່າງແໜ້ນແຟ້ນກັບປະຊາຊົນ, ນັບມື້ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນ, ມີອິດທິພົນຊື່ສຽງ ແລະ ກຳລັງຄວາມສາມາດການນຳພາ ຢ່າງຄົບຖ້ວນ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ.
 

ຄໍາເຫັນ

ຂ່າວຕ່າງປະເທດ

ຊາອຸດິດ ອາຣັບບີ ຄົ້ນພົບຟອດຊິວແມງດາທະເລ ອາຍຸປະມານ 465 ລ້ານປີ

ຊາອຸດິດ ອາຣັບບີ ຄົ້ນພົບຟອດຊິວແມງດາທະເລ ອາຍຸປະມານ 465 ລ້ານປີ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຄະນະກຳມະການລາດຊະວົງອັລອູລາ ຂອງຊາອຸດິດ ອາຣັບບີ ໄດ້ປະກາດການຄົ້ນພົບຟອດຊິວແມງດາທະເລໃນເຂດສະຫງວນທຳມະຊາດ Al-Gharamil ໃນເມືອງອັລອູລາ. ໂດຍຟອດຊິວດັ່ງກ່າວມາຈາກຍຸກອໍໂດວິຊຽນ ຊຶ່ງຄາດຄະເນວ່າມີອາຍຸປະມານ 444 ຫາ 485 ລ້ານປີ, ກາຍເປັນໜຶ່ງໃນຟອດຊິວແມງດາທີ່ເກົ່າແກ່ທີ່ສຸດທີ່ເຄີຍຄົ້ນພົບໃນທົ່ວໂລກ.
ອິນໂດເນເຊຍ ໂຈະການເຂົ້າເຖິງ AI chatbot Grok

ອິນໂດເນເຊຍ ໂຈະການເຂົ້າເຖິງ AI chatbot Grok

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມັງກອນ ຜ່ານມາວ່າ: ກະຊວງການສື່ສານ ແລະ ກິດຈະການດີຈີຕອນຂອງອິນໂດເນເຊຍ ໄດ້ໂຈະການເຂົ້າເຖິງ chatbot AI ຂອງ xAI ຊື່ວ່າ "Grok" ຊົ່ວຄາວ, ໂດຍອ້າງເຖິງຄວາມກັງວົນກ່ຽວກັບການສ້າງ ແລະ ການເຜີຍແຜ່ຮູບພາບລາມົກ ລວມທັງປອມແປງເນື້ອຫາ (deepfake) ທີ່ສ້າງຂຶ້ນໂດຍບໍ່ໄດ້ຮັບການຍິນຍອມ.
UN ຄາດຄະເນເສດຖະກິດໂລກຈະເຕີບໂຕ 2.7% ໃນປີ 2026

UN ຄາດຄະເນເສດຖະກິດໂລກຈະເຕີບໂຕ 2.7% ໃນປີ 2026

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການສະຫະປະຊາຊາດ (UN) ໄດ້ເຜີຍແຜ່ບົດລາຍງານສະຖານະການ ແລະ ທ່າອ່ຽງເສດຖະກິດໂລກປີ 2026ຊຶ່ງລະບຸວ່າ, ຜົນຜະລິດທາງເສດຖະກິດທົ່ວໂລກຄາດວ່າຈະເຕີບໂຕ2.7% ໃນປີ 2026 ຊຶ່ງຕໍ່າກວ່າໂຕເລກການຄາດຄະເນ 2.8% ຂອງປີ 2025 ແລະຕໍ່າກວ່າອັດຕາສະເລ່ຍກ່ອນການລະບາດທີ່ 3.2%.
ມຽນ​ມາ ​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​ໄລ​ຍະ​ທີ 2 ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ມຽນ​ມາ ​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​ໄລ​ຍະ​ທີ 2 ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 11 ມັງ​ກອນ ຜ່ານມາ, 100 ຕາ​ແສງ ແລະ ​ເມືອງ​ໃນຫຼາຍ​ແຂວງ​ ແລະ​​ ລັດຂອງມຽນ​ມາ ຄື: ນະ​ຄອນ​ຢາງ​ກຸງ, ນະ​ຄອນ​ຫຼວງ​ເນ​ປີ​ດໍ ແລະ ນະ​ຄອນ​ມານ​ດາ​​ເລ ເປັນ​ຕົ້ນ ​ໄດ້​​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​​ໄລ​ຍະ​ທີ 2 ຂອງ​ການ​ເລືອ​ກ​ຕັ້ງ​​​ທົ່ວ​ປະ​ເທດ. ​ການ​ລົງ​ຄະ​ແນນ​ສຽງ​ນັບ​ແຕ່ເວ​ລາ 6:00 ໂມງ​ຈົນ​ຮອດ 16:00 ໂມງ.
ທ່ານນາ​ຍົກ​ລັດຖະມົນຕີຫວຽດນາມ ຮຽກ​ຮ້ອງ​ສຸມ​ໃສ່​ປະ​ຕິ​ບັດ​ບັນດາຍຸດ​ທະ​ສາດ​

ທ່ານນາ​ຍົກ​ລັດຖະມົນຕີຫວຽດນາມ ຮຽກ​ຮ້ອງ​ສຸມ​ໃສ່​ປະ​ຕິ​ບັດ​ບັນດາຍຸດ​ທະ​ສາດ​

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 11 ມັງກອນ ຜ່ານມາ ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ອົງຄະນະພັກລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2025 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2026. ໂດຍການເປັນປະທານຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເລຂາອົງຄະນະພັກ.
ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026

ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ ຜ່ານມາວ່າ: ທ່ານ ຍໍ ຮັນກູ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມທຸກວິທີທາງເພື່ອຮັກສາການສົ່ງອອກປະຈຳປີຂອງ ສ ເກົາຫຼີ ໃຫ້ສູງກວ່າ 700 ຕື້ໂດລາເປັນປີທີສອງຕິດຕໍ່ກັນໃນປີ 2026, ເຖິງວ່າຈະມີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກກໍຕາມ.
ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມັງກອນ ຜ່ານມາວ່າ: ທຳນຽບຂາວ ຂອງສະຫະລັດ ອາເມຣິກາ ໄດ້ປະກາດໃນວັນທີ 7 ມັງກອນ ຜ່ານມາວ່າ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງນາມໃນຄຳສັ່ງບໍລິຫານທີ່ຖອນສະຫະລັດ ອາເມຣິກາ ອອກຈາກການເປັນສະມາຊິກຂອງອົງການຈັດຕັ້ງສາກົນ ຈຳນວນ 66 ແຫ່ງ ໃນນີ້ລວມມີອົງການຈັດຕັ້ງທີ່ຂຶ້ນກັບສະຫະປະຊາຊາດ 31 ແຫ່ງ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບສະຫະປະຊາຊາດ 35 ແຫ່ງ.
ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງ ​ໄດ້​ທັງ​ໝົດ 258.000 ຄະ​ດີ

ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງ ​ໄດ້​ທັງ​ໝົດ 258.000 ຄະ​ດີ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ກະ​ຊວງ​ປ້ອງ​ກັນ​ຄວາມ​ປະ​ຫງົບ​ຈີນ​ໄດ້ຖະ​ແຫຼງ​ໃຫ້​ຮູ້​ວ່າ​, ປີ 2025 ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ປະ​ເທດ​ຈີນ​ໄດ້​ປາບ​ປາມ​ອາ​ຊະ​ຍາ​ກຳ​ຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ ແລະ​ ອອນ​ລາຍ​ຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ, ເຮັດ​ໃຫ້​ການ​ເກີດ​ອາ​ຊະ​ຍາ​ກຳ​ດັ່ງ​ກ່າວ​ຫຼຸ​ດ​ລົງ ໂດຍ​ສາ​ມາດ​ມ້າງ​ຄະ​ດີ​ທີ່​ກ່ຽວ​ຂ້ອງ​ໄດ້​ທັງ​ໝົດ 258.000 ຄະ​ດີ, ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕັດ​ສາຍ​ຫຼອກ​ລວງ 3 ຕື້ 600 ລ້ານ​ເທື່ອ, ຂໍ້​ຄວາມ​ສັ້ນ 3 ຕື້ 300 ລ້ານ​ຂໍ້ຄວາມ, ຊ່ວຍ​ຢຸດ​ການ​ໂອນ​ເງິນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຫຼອກ​ລວງ​ໄດ້ 21 ລ້ານ 7 ແສນ 7 ພັນ​ຢວນ. ​ພາກ​ສ່ວນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ສຶກ​ສາ​ອົບ​ຮົມ ​ແລະ​ ຕັກ​ເຕືອນ​ຕໍ່​ໜ້າ​ລວມ​ທັງ​ໝົດ 6 ລ້ານ 7 ແສນ 4 ໝື່ນ 7 ພັນ​ເທື່ອ​ຄົນ.
ນາຍົກຫວຽດນາມ ເນັ້ນ ເພື່ອເຕີບໂຕ 2 ໂຕເລກ ຕ້ອງຫັນປ່ຽນໂຄງປະກອບເສດຖະກິດ ແລະ ກຳນົດຮູບແບບການເຕີບໂຕໃໝ່

ນາຍົກຫວຽດນາມ ເນັ້ນ ເພື່ອເຕີບໂຕ 2 ໂຕເລກ ຕ້ອງຫັນປ່ຽນໂຄງປະກອບເສດຖະກິດ ແລະ ກຳນົດຮູບແບບການເຕີບໂຕໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 8 ມັງກອນ ຜ່ານມາ, ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຂຶ້ນແບບທາງໄກ, ເຊື່ອມຕໍ່ຈາກສູນກາງໄປເຖິງ 34 ແຂວງ, ນະຄອນຂຶ້ນກັບສູນກາງ. ເຂົ້າຮ່ວມກອງປະຊຸມມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ທ່ານ ເລືອງເກື່ອງ ປະທານປະເທດ; ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພ້ອມດ້ວຍການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Siemens ແລະ Nvidia ໄດ້ປະກາດການຮ່ວມມືດ້ານປັນຍາປະດິດ (AI) ເພື່ອພັດທະນາວິທີແກ້ໄຂ AI ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳ. ໂດຍມີເປົ້າໝາຍຍົກລະດັບຂະບວນການຕັ້ງແຕ່ການອອກແບບ ແລະ ການຜະລິດ ຈົນເຖິງລະບົບຕ່ອງໂສ້ການສະໜອງໂດຍຜ່ານການພັດທະນາລະບົບປະຕິບັດການອຸດສາຫະກຳທີ່ຂັບເຄື່ອນດ້ວຍ AI.
ເພີ່ມເຕີມ