ທ່າແຮງພະລັງງານແສງຕາເວັນຂອງອິນເດຍຄາດວ່າຈະສູງເຖິງ 748 ກິກກະວັດ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ທ່ານ ອາ ເຄ ຊິງ ລັດຖະມົນຕີຂອງລັດຖະບານກາງດ້ານພະລັງງານໃໝ່, ພະລັງງານໝູນວຽນ ແລະ ໄຟຟ້າ ໄດ້ເປີດເຜີຍຂໍ້ມູນໂດຍຄາດຄະເນວ່າ:ທ່າແຮງພະລັງງານແສງຕາເວັນຂອງປະເທດຈະສູງເຖິງ 748 ກິກກະວັດ.
    ການຄາດຄະເນນີ້ຈັດໂດຍສະຖາບັນພະລັງງານແສງຕາເວັນແຫ່ງຊາດ ໂດຍອ້າງອີງຂໍ້ມູນຈາກ Waste Land Atlas of India 2010. ທ່ານ ຊິງ ກ່າວວ່າ: ນັບເຖິງທ້າຍປີທີ່ຜ່ານມາ ມີນິຄົມອຸດສາຫະກຳພະລັງງານແສງຕາເວັນ 51 ແຫ່ງທີ່ມີການຜະລິດ37.740 ເມກະວັດ ຖືກອະນຸມັດຢ່າງເປັນທາງການໃນ 12 ລັດຂອງອິນເດຍ ນັບຕັ້ງແຕ່ແນະນຳໂຄງການໃນເດືອນທັນວາ 2014. ທ່ານ ຊິງ ກ່າວຕື່ມວ່າ: ປັດຈຸບັນ, ໂຄງການພະລັງງານແສງຕາເວັນທີ່ມີກຳລັງການຜະລິດ10.504 ເມກະວັດ ເປີດດຳເນີນການໃນນິຄົມອຸດສາຫະກຳພະລັງງານແສງຕາເວັນ 20 ແຫ່ງ.
    ທັງນີ້,ທ່ານ ຊິງ ກ່າວອີກວ່າ: ລັດຖະບານອິນເດຍໄດ້ຕັ້ງເປົ້າໝາຍບັນລຸກຳລັງການຜະລິດຕິດຕັ້ງ 500 ກິກກະວັດຈາກແຫຼ່ງເຊື້ອໄຟທີ່ບໍ່ແມ່ນຟອສຊິວພາຍໃນປີ 2030.

ຄໍາເຫັນ

ຂ່າວຕ່າງປະເທດ

ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກລົດຍົນຂອງ ສ ເກົາຫຼີ ໄດ້ຂະຫຍາຍຕົວໃນລະດັບໂຕເລກສອງຫຼັກໃນເດືອນຕຸລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງໃນອາເມຣິກາເໜືອ ແລະ ເອີຣົບ.
ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ພະຈິກ ຜ່ານມາວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະປະຊາຊາດ (UN) ໄດ້ຢືນຢັນຄວາມສຳຄັນຂອງການຮ່ວມມືຮອບດ້ານໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນກອງປະຊຸມສຸດຍອດອາຊຽນ-UN ຄັ້ງທີ 16 ທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ.
ຈີນ ແລະ ກຸ່ມ​ເສດ​ຖະ​ກິດ APEC ບັນ​ລຸ​ຜົນ​ສຳ​ເລັດ​ເກືອບ 50 ລາຍ​ການ​ໃນ​ຂົງ​ເສດ​ເສດ​ຖະ​ກິດ-ການ​ຄ້າ

ຈີນ ແລະ ກຸ່ມ​ເສດ​ຖະ​ກິດ APEC ບັນ​ລຸ​ຜົນ​ສຳ​ເລັດ​ເກືອບ 50 ລາຍ​ການ​ໃນ​ຂົງ​ເສດ​ເສດ​ຖະ​ກິດ-ການ​ຄ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ພະຈິກນີ້ວ່າ: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຄັ້ງ​ທີ 4 ຂອງ​ສູນ​ຂ່າວ​ກອງ​ປະ​ຊຸມ​ຜູ້​ນຳອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດອາ​ຊີ-ປາ​ຊີ​ຟິກ ຫຼື ​ APEC ປີ 2026 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ,
ຫວຽດ​ນາມ ເລືອກ 5 ທ້ອງ​ຖິ່ນ​ເປັນ​ສະ​ຖານ​ທີ່​​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດຜູ້​ອາ​ຍຸ​ສູງ

ຫວຽດ​ນາມ ເລືອກ 5 ທ້ອງ​ຖິ່ນ​ເປັນ​ສະ​ຖານ​ທີ່​​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດຜູ້​ອາ​ຍຸ​ສູງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 16 ພະຈິກ ຜ່ານມາວ່າ: ປັດ​ຈຸ​ບັນ, ຫວຽດ​ນາມ ມີ​ປະ​ຊາ​ຊົນ​ໃນ​ເກນ​ອາ​ຍຸ​ 60 ປີ​ຂຶ້ນ​ເມື່ອ ​ເກືອບ 16.5 ລ້ານ​ຄົນ, 9 ລ້ານກວ່າ​ຄົນ​ຍັງ​ອອກ​ແຮງ​ງານ, ​ທຳ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ຄາດ​ວ່າ​ຮອດ​ປີ 2034, ຈຳ​ນວນ​ຜູ້​ມີ​ອາ​ຍຸ 60 ປີ​ຂຶ້ນ​ເມືອ​ ຈະບັນ​ລຸ​ເກື​ອບ 21 ລ້ານ​ຄົນ.
ກອງ​ປະ​ຊຸມ​ໂຕະ​ມົນລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ CEO ​ຂອງ APEC ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ ຂອງ​ຈີນ

ກອງ​ປະ​ຊຸມ​ໂຕະ​ມົນລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ CEO ​ຂອງ APEC ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 15 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ໂຕະ​ມົນ​ລະ​ຫວ່າງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ບໍ​ລິ​ຫານສູງ​ສຸດ​ (CEO) ຂອງອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ​ທີ່​ມີ​ສູນ​ລາ​ຍ​ການ​ເສ​ດ​ຖະ​ກິດ-ການ​ເງິນວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ຈີນ ພາຍ​ໃຕ້​ຫົວ​ຂໍ້: “ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ແຫ່ງການ​ເປີດ​ປະ​ຕູ​ສູ່​ພາຍນອກ ເພື່ອ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ” ແລະ ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ເວ​ທີ​ການ​ສົນ​ທະ​ນາ ແລະ ການ​ແລກ​ປ່ຽນ​ໃຫ້​ແກ່​ກຸ່ມ​ເສດ​ຖະ​ກິດ​​ສະ​ມາ​ຊິກ APEC ແລະ ວິ​ສາ​ຫະ​ກິດ​ຈີນ. ທ່ານ​ ເຊີ້ນ​ໄ​ຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຜູ້​ອຳ​ນວຍ​ການ​ໃຫຍ່ CMG ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ກ່າວ​ຄຳ​ປາ​ໄສ.
ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%

ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກົມສະຖິຕິມາເລເຊຍເປີດເຜີຍວ່າ, ລາຍຮັບຈາກຂະແໜງ ການບໍລິການຂອງມາເລເຊຍໃນເດືອນກໍລະກົດ-ກັນຍາ ປີ 2026 ບັນລຸ 732.5 ຕື້ຣິງກິດ, ເພີ່ມຂຶ້ນ 11% ເມື່ອທຽບກັບປີກ່ອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການຂະຫຍາຍຕົວຂອງກິດຈະກຳທາງເສດຖະກິດໃນທຸກຂະແໜງການບໍລິການ.
7 ເດືອນມຽນມາສົ່ງອອກເຂົ້າປະມານ 1.11 ລ້ານໂຕນ

7 ເດືອນມຽນມາສົ່ງອອກເຂົ້າປະມານ 1.11 ລ້ານໂຕນ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສະຫະພັນເຂົ້າມຽນມາລາຍງານວ່າ, ການສົ່ງອອກເຂົ້າ ແລະ ເຂົ້າຫັກໃນໄລຍະ 7 ເດືອນທຳອິດຂອງປີງົບປະມານ 2026-2027 ຊຶ່ງເລີ່ມຕົ້ນໃນເດືອນເມສາ ມີປະມານ 1.11 ລ້ານໂຕນ. ໂດຍລາຍຮັບຈາກການສົ່ງອອກເຫຼົ່ານີ້ມີປະມານ 388 ລ້ານໂດລາ.
ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ເປີດໂຕສັນຍາລັກໃໝ່ ຕ້ອນຮັບສະມາຊິກ 11 ປະເທດ

ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ເປີດໂຕສັນຍາລັກໃໝ່ ຕ້ອນຮັບສະມາຊິກ 11 ປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງໄດ້ເປີດຂຶ້ນທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ, ໂດຍບັນດາຜູ້ນຳອາຊຽນໄດ້ປຶກສາຫາລືກ່ຽວກັບບັນຫາສຳຄັນຕ່າງໆເຊັ່ນ: ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານອາຫານ ແລະ ການຮ່ວມມືດ້ານເສດຖະກິດ. ໃນລະຫວ່າງພິທີເປີດກອງປະຊຸມ, ສັນຍາລັກອາຊຽນທີ່ໄດ້ຮັບການປັບປຸງໃໝ່ໄດ້ຖືກເປີດເຜີຍ ຊຶ່ງສະທ້ອນໃຫ້ເຫັນເຖິງການເປັນສະມາຊິກຂອງຕີມໍແລັດສະເຕ.
ເສດຖະກິດຍີ່ປຸ່ນ ຫົດຕົວ 0.1% ເປັນຄັ້ງທຳອິດໃນຮອບໜຶ່ງປີ

ເສດຖະກິດຍີ່ປຸ່ນ ຫົດຕົວ 0.1% ເປັນຄັ້ງທຳອິດໃນຮອບໜຶ່ງປີ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ພະຈິກນີ້ວ່າ: ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຍີ່ປຸ່ນຫົດຕົວລົງ 0.1% ໃນໄຕມາດທີ 3 ຂອງປີ 2026 ຊຶ່ງເປັນການຫົດຕົວຄັ້ງທໍາອິດໃນຮອບ 4 ໄຕມາດ ແລະ ກົງກັນຂ້າມກັບຄວາມຄາດຫວັງຂອງນັກເສດຖະສາດທີ່ຄາດວ່າຈະມີການຂະຫຍາຍຕົວ 0.2%. ຍ້ອນສະພາບອາກາດທີ່ບໍ່ດີ ແລະ ຄ່າຄອງຊີບທີ່ເພີ່ມຂຶ້ນສົ່ງຜົນກະທົບຕໍ່ການບໍລິໂພກຂອງພາກເອກະຊົນ, ເຖິງວ່າຈະມີການເຕີບໂຕທີ່ເຂັ້ມແຂງຢ່າງຕໍ່ເນື່ອງໃນການລົງທຶນທາງທຸລະກິດທີ່ກ່ຽວຂ້ອງກັບ AI.
ເຮືອບິນການຄ້າໄຟຟ້າທີ່ມີຄົນຂັບຂອງຈີນ ປະສົບຜົນສຳເລັດໃນການບິນຄັ້ງທຳອິດ

ເຮືອບິນການຄ້າໄຟຟ້າທີ່ມີຄົນຂັບຂອງຈີນ ປະສົບຜົນສຳເລັດໃນການບິນຄັ້ງທຳອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດເຮືອບິນການຄ້າຈີນຈຳກັດ ຫຼື COMAC ແຈ້ງໃຫ້​ຮູ້ວ່າ, ເຮືອບິນການຄ້າໄຟຟ້າ​ຂະ​ໜາດ 10 ໂຕນທີ່ຈີນຄົ້ນຄວ້າຜະລິດເອງ ໄດ້ປະສົບຜົນສໍາເລັດ ໃນການບິນອັດສະລິຍະແບບມີຄົນຂັບຄັ້ງທຳອິດ ທີ່​ນະ​ຄອນບີ່ນໂຈ່ວ ແຂວງຊ່ານຕົ່ງ ຈີນ.
ເພີ່ມເຕີມ