ກຸ່ມບໍລິສັດນ້ຳມັນເຊື້ອໄຟທະເລຈີນຈຳກັດ ໃຫ້ຮູ້ວ່າ:

ທະເລໂບໄຫຂອງຈີນມີປະລິມານການຜະລິດອາຍແກັສທຳມະຊາດຫຼາຍກວ່າ 1 ຕື້ແມັດກ້ອນ

ທະເລໂບໄຫຂອງຈີນມີປະລິມານການຜະລິດອາຍແກັສທຳມະຊາດຫຼາຍກວ່າ 1 ຕື້ແມັດກ້ອນ
​​ຂ່າວ​ສານ​ຊີ​ອາ​ໄອລາຍງານ​ເມື່ອ​ບໍ່​ດົນ​ມາ​ນີ້,ກຸ່ມບໍລິສັດນ້ຳມັນເຊື້ອໄຟທະເລຈີນຈຳກັດ ໃຫ້ຮູ້ວ່າ: ບໍ່ອາຍແກັສທຳມະຊາດ 19-6 ໂບຈົ່ງ ຊຶ່ງເປັນບໍ່ອາຍແກັສທຳມະຊາດທີ່ມີບໍລິມາດຫຼາຍກວ່າ 100 ຕື້ແມັດກ້ອນ

 

ແຫ່ງທຳອິດຢູ່ທະເລໂບໄຫຂອງຈີນມີປະລິມານການຜະລິດອາຍແກັສທຳມະຊາດນັບລວມແລ້ວຫຼາຍກວ່າ 1 ຕື້ແມັດກ້ອນ.

ບໍ່ອາຍແກັສທຳມະຊາດ 19-6 ໂບຈົ່ງຕັ້ງຢູ່ເຂດທະເລພາກກາງຂອງທະເລໂບໄຫໄດ້ຄົ້ນພົບວ່າ: ມີບໍລິມາດບັນຈຸອາຍແກັສທຳມະຊາດຫຼາຍກວ່າ 200 ຕື້ແມັດກ້ອນແລະມີບໍລິມາດບັນຈຸນ້ຳມັນເຊື້ອໄຟຫຼາຍກວ່າ 200 ລ້ານແມັດກ້ອນ, ແມ່ນບໍ່ອາຍແກັສທຳມະຊາດຂະໜາດໃຫຍ່, ສົມບູນແລະມີບໍລິມາດບັນຈຸອາຍແກັສທຳມະຊາດຫຼາຍກວ່າ 100 ຕື້ແມັດກ້ອນແຫ່ງທຳອິດຢູ່ພາກຕາເວັນອອກຂອງຈີນ. ປັດຈຸບັນນີ້ໄດ້ສ້າງແທ່ນຂຸດເຈາະນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດເທິງທະເລ 6 ແຫ່ງ,ສາມາດຜະລິດອາຍແກັສທຳມະຊາດ 2.400.000 ແມັດກ້ອນຕໍ່ມືື້, ການສ້າງຄວາມສາມາດການຜະລິດໄດ້ເຂົ້າສູ່ໄລຍະການເຕີບໂຕຢ່າງວ່ອງໄວ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫົວໃຈມະນຸດສາມາດສ້າງກ້າມຊີ້ນໃໝ່ໄດ້ ຫຼັງຈາກຫົວໃຈວາຍ

ຫົວໃຈມະນຸດສາມາດສ້າງກ້າມຊີ້ນໃໝ່ໄດ້ ຫຼັງຈາກຫົວໃຈວາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 20 ມັງກອນ ຜ່ານມາວ່າ: ນັກວິທະຍາສາດໃນອົສຕຣາລີໄດ້ຄົ້ນພົບເປັນຄັ້ງທຳອິດໃນໂລກວ່າ, ຫົວໃຈຂອງມະນຸດສາມາດສ້າງຈຸລັງກ້າມຊີ້ນຂຶ້ນມາໃໝ່ໄດ້ຫຼັງຈາກເປັນໂຣກຫົວໃຈວາຍ ຊຶ່ງເຮັດໃຫ້ເກີດຄວາມຫວັງສຳລັບການປິ່ນປົວຟື້ນຟູໃນອະນາຄົດສຳລັບໂຣກຫົວໃຈວາຍ.
ຜົນການສຳຫຼວດ UAE ຢູ່ອັນດັບຕົ້ນໆຂອງປະເທດທີ່ມັກ ສ ເກົາຫຼີ

ຜົນການສຳຫຼວດ UAE ຢູ່ອັນດັບຕົ້ນໆຂອງປະເທດທີ່ມັກ ສ ເກົາຫຼີ

ຂ່າວຕ່າງປະເທດລາຍງານໃນວັນທີ 20 ມັງກອນ ຜ່ານມາວ່າ: ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຂອງ ສ ເກົາຫຼີ ໄດ້ເປີດເຜີຍຜົນການສຳຫຼວດພາບພົດແຫ່ງຊາດປີ 2025 ລະບຸວ່າ: ສະຫະລັດ ອາຣັບ ເອມີເຣດ (UAE) ເປັນປະເທດທີ່ມີທັດສະນະຄະຕິໃນທາງບວກຕໍ່ ສ ເກົາຫຼີ ສູງທີ່ສຸດ, ໃນຂະນະທີ່ປະເທດໄທ ແລະ ອັງກິດ ເປັນສອງປະເທດທີ່ມີຄວາມນິຍົມຕໍ່ ສ ເກົາຫຼີ ເພີ່ມຂຶ້ນຢ່າງຫຼວງຫຼາຍໃນປີ 2025.
ປີ 2025 ຍີ່ປຸ່ນຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 42.7 ລ້ານຄົນ

ປີ 2025 ຍີ່ປຸ່ນຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 42.7 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ລັດຖະບານຍີ່ປຸ່ນໄດ້ປະກາດໃນວັນທີ 20 ມັງກອນ ຜ່ານມາວ່າ, ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມຍີ່ປຸ່ນໃນປີ 2025 ເພີ່ມຂຶ້ນເປັນສະຖິຕິສູງສຸດແບບບໍ່ເຄີຍມີມາກ່ອນ ປະມານ 42.7 ລ້ານຄົນ, ໃນຂະນະທີ່ການໃຊ້ຈ່າຍຂອງນັກທ່ອງທ່ຽວກໍບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ປະມານ 9.5 ພັນຕື້ເຢນ (ປະມານ 60.1 ຕື້ໂດລາ) ຊຶ່ງໄດ້ຮັບແຮງຂັບເຄື່ອນຈາກຄ່າເງິນເຢນທີ່ອ່ອນຄ່າລົງ ແລະ ການເພີ່ມຂຶ້ນຂອງຖ້ຽວບິນສາກົນ.
ງານວາງສະແດງ AI ຈັດຂຶ້ນທີ່ແຂວງກວາງຊີ ປະເທດຈີນ

ງານວາງສະແດງ AI ຈັດຂຶ້ນທີ່ແຂວງກວາງຊີ ປະເທດຈີນ

ງານວາງສະແດງ ແລະ ແຂ່ງຂັນ "ຄໍາຄືນ AI League" ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອຸດສາຫະກຳຕ່າງໆດ້ວຍ AI ໄດ້ຈັດຂຶ້ນໃນທ້າຍເດືອນທັນວາ 2025 ຜ່ານມາ ທີ່ແຂວງກວາງຊີ ປະເທດຈີນ. ພາຍໃນງານໄດ້ມີການນໍາສະເໜີຜົນການແຂ່ງຂັນທີ່ກວ້າງຂວາງ ຈົນເຖິງການສາທິດເຕັກໂນໂລຊີທີ່ທັນສະໄໝປະສົມປະສານວິທະຍາສາດ ແລະ ເຕັກໂນໂລຊີກັບມະນຸດສາດ ແລະ ເຊື່ອມຕໍ່ປັດຈຸບັນກັບອະນາຄົດຂອງການຮ່ວມມືພາຍໃນອາຊຽນ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ 40 ປີແຫ່ງການປ່ຽນແປງໃໝ່

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ 40 ປີແຫ່ງການປ່ຽນແປງໃໝ່

ບັນຍາກາດທາງການເມືອງ ໃນທົ່ວປະເທດກໍາລັງມຸ່ງໜ້າໄປສູ່ເຫດການໜຶ່ງທີ່ສໍາຄັນເປັນພິເສດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທີ່ພວມດໍາເນີນລະຫວ່າງ ວັນທີ 19 – 25/1/2026 ທີ່ນະຄອນຫຼວງຮ່າໂນ້ຍ, ກອງປະຊຸມໃຫຍ່ ບໍ່ພຽງແຕ່ເປັນວັນບຸນໃຫຍ່ຂອງສະມາຊິກພັກຫຼາຍກວ່າ 5.6 ລ້ານຄົນ ເທົ່ານັ້ນ, ແຕ່ຍັງເປັນສັນຍາລັກແຫ່ງຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງຂອງປະຊາຊົນທັງຊາດ. ເມື່ອຫັນກັບໄປທົບທວນເສັ້ນທາງທີ່ຜ່ານມາ, ກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ດໍາເນີນໄປພາຍຫຼັງການປ່ຽນແປງໃໝ່ເກືອບ 40 ປີ ທີ່ຜ່ານມາ, ທີ່ບັນລຸຜົນສໍາເລັດອັນຍິ່ງໃຫຍ່, ຮອບດ້ານ ແລະ ສໍາຄັນທາງປະຫວັດສາດ, ເປັນພື້ນຖານທີ່ໝັ້ນຄົງ ເພື່ອໃຫ້ຊາດມີຄວາມພ້ອມໃນການກ້າວເຂົ້າສູ່ໄລຍະການພັດທະນາໃໝ່.
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກຫວຽດ​ນາມ ມີ​ບົດ​ບາດ​ສຳ​ຄັນ​ປະ​ກອບ​ສ່ວນ​ສ້າງ​ສັນ​ຕິ​ພາບ

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກຫວຽດ​ນາມ ມີ​ບົດ​ບາດ​ສຳ​ຄັນ​ປະ​ກອບ​ສ່ວນ​ສ້າງ​ສັນ​ຕິ​ພາບ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 20 ມັງກອນ ຜ່ານມາວ່າ: ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ພວມດຳເນີນຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຢາມາກູຈິ ຊຶໂຢຊິ ຫົວໜ້າຄະນະສາກົນ ພັກປະຊາທິປະໄຕອິດສະຫຼະ (LDP) ຍີ່ປຸ່ນ ຕີລາຄາວ່າ: ພັກກອມມູນິດ ຫວຽດນາມ ມີບົດບາດສຳຄັນທີ່ສຸດໃນການປະກອບສ່ວນສ້າງສັນຕິພາບ, ເພາະວ່າມີສັນຕິພາບ ຈຶ່ງມີຄວາມວັດທະນາຖາວອນ. ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ບົດບາດຂອງ ຫວຽດນາມ ແລະ ຍີ່ປຸ່ນ ໃນການຮ່ວມມືພ້ອມກັນປະກອບສ່ວນສ້າງສັງກາດໃໝ່ຍິ່ງນັບມື້ນັບມີຄວາມສຳຄັນ ແລະ ພັກກອມມູນິດ ຫວຽດນາມ ພວມມີບົດບາດແກ່ນສານນີ້.
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ພາຍໃຕ້ຫົວຂໍ້; "ພາຍໃຕ້ທຸງໄຊອັນສະຫງ່າລາສີຂອງພັກ, ສຸມທຸກກຳລັງກາຍກຳລັງໃຈ ປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດ ຮອດປີ 2030 ໃຫ້ສໍາເລັດຜົນ, ເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ກຸ້ມຕົນເອງ, ໝັ້ນໃຈ, ກ້າວຂຶ້ນຢ່າງແຂງແຮງ ໃນສັງກາດແຫ່ງການບືນຕົວຂຶ້ນຂອງຊາດ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ສີວິໄລ ແລະ ຄວາມຜາສຸກ, ກ້າວຂຶ້ນລັດທິສັງຄົມນິຍົມ ຢ່າງໜັກແໜ້ນ".
ໄວໜຸ່ມຫຼິ້ນເກມຫຼາຍກວ່າ 10 ຊົ່ວໂມງຕໍ່ອາທິດ ສົ່ງຜົນກະທົບຕໍ່ການນອນຫຼັບ

ໄວໜຸ່ມຫຼິ້ນເກມຫຼາຍກວ່າ 10 ຊົ່ວໂມງຕໍ່ອາທິດ ສົ່ງຜົນກະທົບຕໍ່ການນອນຫຼັບ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ການສຶກສາທີ່ນຳພາໂດຍມະຫາວິທະຍາໄລ Curtin ຂອງ ອົສຕຣາລີ ເປີດເຜີຍວ່າ, ການຫຼິ້ນວີດີເກມໂອຫຼາຍກວ່າ 10 ຊົ່ວໂມງຕໍ່ອາທິດ ອາດສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ການບໍລິໂພກອາຫານ, ການນອນຫຼັບ ແລະ ນ້ຳໜັກຕົວຂອງໄວໜຸ່ມ.
ມຽນມາ ສົ່ງອອກຢາງພາລາຫຼາຍກວ່າ 200,000 ໂຕນ

ມຽນມາ ສົ່ງອອກຢາງພາລາຫຼາຍກວ່າ 200,000 ໂຕນ

ຂ່າວຕ່າງປະເທດລາຍງານໃນວັນທີ 19 ມັງກອນ ຜ່ານມາວ່າ: ເຈົ້າໜ້າທີ່ຈາກສະມາຄົມຜູ້ປູກ ແລະ ຜູ້ຜະລິດຢາງພາລາມຽນມາ ໄດ້ເປີດເຜີຍວ່າ: ມຽນມາໄດ້ສົ່ງອອກຢາງພາລາຫຼາຍກວ່າ 200,000 ໂຕນໃນໄລຍະ 9 ເດືອນທຳອິດຂອງປີງົບປະມານ 2025-2026
ອິນເດຍ ແລະ UAE ລົງນາມຂໍ້ຕົກລົງ LNG ມູນຄ່າ 3 ຕື້ໂດລາ

ອິນເດຍ ແລະ UAE ລົງນາມຂໍ້ຕົກລົງ LNG ມູນຄ່າ 3 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ມັງກອນ ນີ້ວ່າ: ອິນເດຍ ແລະ ສະຫະລັດ ອາຣັບ ເອມີເຣດ (UAE) ໄດ້ລົງນາມໃນສັນຍາຊື້-ຂາຍອາຍແກ໊ສທຳມະຊາດແຫຼວ (LNG) ມູນຄ່າ 3 ຕື້ໂດລາ, ເຮັດໃຫ້ອິນເດຍກາຍເປັນລູກຄ້າລາຍໃຫຍ່ທີ່ສຸດຂອງ UAE. ໂດຍການລົງນາມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 19 ມັງກອນ ຜ່ານມາ ໃນຂະນະທີ່ຜູ້ນຳຂອງທັງສອງປະເທດໄດ້ປຶກສາຫາລືກ່ຽວກັບການເສີມສ້າງສາຍພົວພັນດ້ານການຄ້າ ແລະ ການປ້ອງກັນປະເທດ.
ເພີ່ມເຕີມ