ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ລາວ ຕໍ່ຂໍ້ຕົກລົງຢຸດຍິງ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານແລະ ສ.ອາເມຣິກາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມຍິນດີຕໍ່ການບັນລຸຂໍ້ຕົກລົງຢຸດຍິງ ເປັນເວລາ 2 ອາທິດ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານ ແລະ ສະຫະລັດ ອາເມຣິກາ ໃນວັນທີ 7 ເມສາ 2026 ຜ່ານມາ ຊຶ່ງຖືເປັນບາດກ້າວອັນສຳຄັນ ໃນການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ໃນພາກພື້ນ ແລະ ໃນໂລກ.
ສປປ ລາວ ຫວັງເປັນຢ່າງຍິ່ງວ່າ ທຸກໆຝ່າຍທີ່ກ່ຽວຂ້ອງ ຈະເພີ່ມທະວີຄວາມອົດທົນອົດກັ້ນ, ຢຸດຕິທຸກການກະທຳທີ່ຮຸນແຮງ ແລະ ພ້ອມກັນແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ບົນພື້ນຖານການເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ ເພື່ອນຳເອົາສັນຕິພາບ ແລະ ຄວາມໝັ້ນຄົງທີ່ຍືນຍົງ ມາສູ່ປະຊາຊົນ ໃນພາກພື້ນຕາເວັນອອກກາງ ແລະ ໃນໂລກ.
ຄໍາເຫັນ