ລວມທັງການເກັບຄືນບັດຜ່ານສຳລັບສື່ມວນຊົນ ແລະອຸປະກອນການເຮັດວຽກ.
ການປົດຕໍາແໜ່ງດັ່ງກ່າວປະຕິບັດຕາມຄໍາສັ່ງບໍລິຫານຂອງທ່ານ ໂດນັລ ທຣໍາປະທານາທິບໍດີ ສະຫະລັດ ອາເມຣິກາ ໃນວັນທີ 14 ມີນາ ຜ່ານມາ ຊຶ່ງກໍານົດໃຫ້ອົງການສື່ມວນຊົນໂລກ ຂອງສະຫະລັດອາເມຣິກາ (USAGM) ເປັນໜຶ່ງໃນອົງການຂອງລັດຖະບານກາງທີ່ບໍ່ຈຳເປັນ,ໂດຍຫ້ອງການດັ່ງກ່າວ ມີພະນັກງານປະມານ 3,500 ຄົນແລະງົບປະມານ ປີ2024 ປະມານ 886 ລ້ານໂດລາ.
ຫ້ອງການດັ່ງກ່າວ ຊຶ່ງເປັນອົງການແມ່ຂອງ VOA ໄດ້ຍົກເລີກສັນຍາທັງໝົດກັບບໍລິສັດ ວິທະຍຸກະຈາຍສຽງສາກົນທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະລັດ ອາເມຣິກາ ຊຶ່ງລວມທັງວິທະຍຸເສລີເອີຣົບ ແລະວິທະຍຸເອເຊຍເສລີ, ໂດຍທ່ານ ໄມເຄິລ ອັບຣາມໍວິດ ອຳນວຍການຂອງວີໂອເອກ່າວວ່າ: ພະນັກງານເກືອບທັງໝົດ ຊຶ່ງເປັນນັກຂ່າວ, ຜູ້ຜະລິດລາຍການ ແລະ ຜູ້ຊ່ວຍປະມານ 1,300 ຄົນ ໄດ້ຖືກພັກວຽກໂດຍບໍ່ໄດ້ຮັບຄ່າຈ້າງ.
ດ້ານທຳນຽບຂາວ ລະບຸວ່າ: ການປົດພະນັກງານມີເປົ້າໝາຍໃຫ້ຜູ້ທີ່ເສຍພາສີບໍ່ຕ້ອງແບກຮັບພາລະຄ່າໃຊ້ຈ່າຍສຳລັບການໂຄສະນາຊວນເຊື່ອອີກຕໍ່ໄປ.
ເຖິງຢ່າງໃດກໍຕາມ, ມີການຄາດຄະເນວ່າການປົດພະນັກງານຄັ້ງນີ້ຈະປະສົບກັບສິ່ງທ້າທາຍ. ເນື່ອງຈາກລັດຖະສະພາຄອງເກຣສ ມີອຳນາດຕາມລັດຖະທຳມະນູນໃນການຈັດສັນງົບປະມານ ບໍ່ແມ່ນປະທານາທິບໍດີ.
ຄໍາເຫັນ