ທ່ານ ໂດນັລ ທຣຳ ກ່າວຕື່ມວ່າ: ສະຫະລັດ ອາເມຣິກາພວມຊຸກຍູ້ວຽກງານການຂຶ້ນພາສີ ຕາມແຜນການແລະມີຄວາມຄືບໜ້າໄວທີ່ສຸດ.
ກ່ອນໜ້ານີ້, ໃນວັນທີ 1 ກຸມພາ ຜ່ານມາ, ທ່ານ ໂດນັລ ທຣຳ ໄດ້ລົງນາມໃນລັດຖະດໍາລັດ ໂດຍໄດ້ອະນຸມັດໃຫ້ຂຶ້ນພາສີ 25% ຕໍ່ຜະລິດຕະພັນທີ່ນໍາເຂົ້າຈາກເມັກຊິກ ແລະ ການາດາ, ໃນນັ້ນ, ໄດ້ຂຶ້ນພາສີ 10% ຕໍ່ຜະລິດຕະພັນພະລັງງານຂອງການາດາ. ຕົກມາຮອດວັນທີ 3 ກຸມພາ ຜ່ານມາ, ທ່ານ ໂດນັລ ທຣຳ ໄດ້ປະກາດໂຈະມາດຕະການຂຶ້ນພາສີຕໍ່ສອງປະເທດດັ່ງກ່າວ ເປັນເວລາ 30 ວັນ, ພ້ອມທັງຈະສືບຕໍ່ດໍາເນີນການເຈລະຈາ. ອີງຕາມຂໍ້ຕົກລົງດັ່ງກ່າວ, ມາດຕະການຂຶ້ນພາສີທີ່ກ່ຽວຂ້ອງຂອງ ສະຫະລັດ ອາເມຣິກາ ຈະມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 4 ມີນາໜ້ານີ້ເປັນຕົ້ນໄປ.
ຄໍາເຫັນ